ຈີນ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ການ​ຜະ​ລິດຫຼັງ​ໂລກ​ລະ​ບາດ

(VOVWORLD) -ນັບແຕ່ທ້າຍເດືອນມີນາເປັນຕົ້ນໄປ, ບັນດາໂຮງງານຂອງຈີນ ໄດ້ເລີ່ມຟື້ນຟູການຜະລິດຄືນໃໝ່. ພາລະກອນ ໄດ້ກັບຄືນມາເຮັດວຽກ, ບັນດາສາຍຕ່ອງໂສ້ຜະລິດເລີ່ມມີການເຄື່ອນໄຫວ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຄວາມມານະພະຍາຍາມນີ້ ຍັງບໍ່ທັນສາມາດຊ່ວຍພື້ນຖານເສດຖະກິດຈີນ ພັດທະນາດີຂຶ້ນໄດ້ ຍ້ອນລະບົບການສະໜອງທົ່ວໂລກຍັງຖືກຢຸດສະງັກ ຍ້ອນບັນດາຄຳສັ່ງປິດລ້ອມ ແລະ ແຍກປ່ຽວຂອງຫຼາຍປະເທດໃນໂລກ ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ-19 ທີ່ພວມລະບາດອອກສູ່ວົງກ້ວາງ.
ຈີນ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ການ​ຜະ​ລິດຫຼັງ​ໂລກ​ລະ​ບາດ - ảnh 1 ກຳມະກອນຈີນເຮັດວຽກຢູ່ໂຮງງານແຫ່ງ 1 ທີ່ຊຽງໄຮ່ (ພາບ:Reuters)
  

    ວັນທີ 30 ມີນາ, ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ປະກາດວ່າ: ບໍລິສັດອຸດສາຫະກຳໃຫ່ຍໃນທົ່ວປະເທດຈີນ ປະມານກ່ວາ 98% ໄດ້ເຊື່ອມຕໍ່ການຜະລິດຄືນໃໝ່ ດ້ວຍອັດຕາສ່ວນຜູ້ອອກແຮງງານ 90% ໄດ້ກັບມາເຮັດວຽກ. ໃນວັນດຽວກັນ, ບັນດາສູນການຄ້າຢູ່ ອູຫັ້ນ, ເມືອງເອກຂອງແຂວງ ຫູເປີຍ ຊື່ງແມ່ນແຂວງເຄີຍເປັນຈຸດໃຈກາງຂອງໂລກລະບາດຂອງປະເທດຈີນ ກໍ່ໄດ້ເປີດປະຕູຄືນໃໝ່ແລ້ວ.

ຜົນກະທົບຢ່າງໜັກໜ່ວງສຳລັບພື້ນຖານເສດຖະກິດ

   ໂດຍໄດ້ເລີ່ມເກີດຂຶ້ນແຕ່ທ້າຍເດືອນທັນວາປີ 2019 ຢູ່ນະຄອນອູຫັ້ນ, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດຢ່າງໄວວາໄປທົ່ວບັນດາແຂວງນະຄອນຂອງຈີນ. ການຄວບຄຸມໂລກລະບາດໃນ 2, 3 ເດືອນຜ່ານມາ ໄດ້ກໍ່ຄວາມເສຍຫາຍອັນໃຫ່ຍຫຼວງຕໍ່ພື້ນຖານເສດຖະກິດ.

   ໃນສະພາບການດັ່ງກ່າວ, ພາຍຫຼັງທີ່ໂລກລະບາດມີສັນຍານຜ່ານໄລຍະສູງສຸດ ແລະ ໄດ້ຮັບການຄວບຄຸມນັ້ນ, ບັນດາບໍລິສັດ, ສູນອຸດສາຫະກຳໃຫ່ຍໃນທົ່ວປະເທດຈີນ ໄດ້ເລັ່ງເຊື່ອມຕໍ່ການຜະລິດຄືນໃໝ່.

   ເພື່ອຕອບສະໜອງຄວາມຕ້ອງການຜະລິດ, ບັນດາບໍລິສັດຈີນ ມີໄຫວພິກກ່ວາໃນການຮັບສະໝັກຜູ້ອອກແຮງງານ. ບາງບໍລິສັດໄດ້ສົ່ງລົດໄປຮັບກຳລັງແຮງງານຈາກເຂດຫ່າງໄກ. ບໍລິສັດອື່ນກໍ່ເລີ່ມນຳໃຊ້ການຫັນເປັນອັດຕະໂນມັດເພື່ອທົດແທນໃຫ້ສະພາບການຂາດເຂີນແຮງງານ ຫຼືນຳໃຊ້ເຕັກໂນໂລຊີເພື່ອບຳລຸງສ້າງໃຫ້ແກ່ແຮງງານທີ່ຫາກໍ່ຮັບສະໝັກເຂົ້າມາ…. ລາຍຮັບຈາກການຂາຍລົດໃຫ່ຍຢູ່ຈີນພວມຄ່ອຍໆຟື້ນຟູຄືນໃໝ່ ໃນຂະນະທີ່ຜູ້ຊົມໃຊ້ໄດ້ກັບມາຊື້ຄືນໃໝ່. ໃນຂະນະນັ້ນ, ບັນດາບໍລິສັດການບິນຈີນ ກໍ່ຄ່ອຍໆຟື້ນຟູຖ້ຽວບິນຕ່າງໆຄືນໃໝ່.

   ເພື່ອໜູນຊ່ວຍພື້ນຖານເສດຖະກິດ, ຈີນ ກໍ່ໄດ້ນຳໃຊ້ບັນດາມາດຕະການການເງິນ ແລະ ເງິນຕາຄື: ນຳໃຊ້ບັນດາມາດຕະການຜ່ອນຜັນເງິນຕາ. ບັນດາບໍລິສັດຖືກຜົນສະທ້ອນຍ້ອນບັນດາມາດຕະການກັນພະຍາດ ແລະ ການເຄື່ອນໄຫວດຳເນີນທຸລະກິດ ຫລຸດລົງ ກໍ່ໄດ້ຮັບການຕໍ່ກຳນົດເວລາສິນເຊື່ອຈົນຮອດເດືອນມິຖຸນາ. ກ່ອນໜ້ານັ້ນ, ຈີນ ໄດ້ຫລຸດຄຳຮຽກຮ້ອງສະສົມສຳລັບບັນດາທະນາຄານລົງ ເພື່ອໃຫ້ເຂົາເຈົ້າສາມາດໃຫ້ກູ້ຢືມຫຼາຍກ່ວາອີກ ສຳລັບບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ.

ຈີນ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ການ​ຜະ​ລິດຫຼັງ​ໂລກ​ລະ​ບາດ - ảnh 2ຜູ້ອອກແຮງງານຈີນຫຼາຍຄົນກັບມາເຮັດວຽກ  (ພາບ:Bloomberg)

 ລະບົບ logistic ຖືກຢຸດສະງັກຍ້ອນບັນດາຄຳສັ່ງປິດລ້ອມ

   ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມມານະພະຍາຍາມແກ້ໄຂສະພາບຜະລິດ, ດຳເນີນທຸລະກິດພາຍໃນປະເທດ ກໍ່ບໍ່ສາມາດຊ່ວຍໃຫ້ພື້ນຖານເສດຖະກິດຈີນ ພັດທະນາໄດ້. ບັນດາໂຮງງານຂອງຈີນ ຫາກໍ່ຟື້ນຟູຄືນໃໝ່ ແຕ່ບັນດາໃບສັ່ງຊື້ສິນຄ້າຈາກແຂກຕ່າງປະເທດກໍ່ຖືກຍົກເລີກ ຫຼືມີການຊຳລະຢ່າງຊັກຊ້າ. ສາຍເຫດແມ່ນມາຈາກຄຳສັ່ງປິດລ້ອມ ທີ່ຖືກນຳໃຊ້ຈາກຫຼາຍປະເທດ ເພື່ອຕ້ານໂລກລະບາດໂຄວິດ-19. ສະນັ້ນ, ເລື່ອງການເຕີບໂຕການສົ່ງອອກແມ່ນຫລຸດລົງຫຼາຍ ໃນຊຸມເດືອນຈະມາເຖິງ ແມ່ນສິ່ງທີ່ບໍ່ສາມາດຫຼີກລ້ຽງໄດ້. ເຖິງວ່າພື້ນຖານເສດຖະກິດໃນປະເທດຈີນ ພວມຄ່ອຍໆຟື້ນຟູ , ຄວາມໄວ້ເນື້ອເຊື່ອໃຈພວມຄ່ອຍໆກັບຄືນມາກໍ່ຕາມ, ແຕ່ໃນປີນີ້ ບັນດາອົງການຈັດຕັ້ງສາກົນ ຍັງຫລຸດລະດັບການຄາດຄະເນການເຕີບໂຕຂອງຈີນລົງ.

   ນີ້ແມ່ນເທື່ອທຳອິດ ພາຍຫຼັງຫຼາຍທົດສະວັດທີ່ປະເທດຈີນ ຕ້ອງປະເຊີນໜ້າກັບເລື່ອງ GDP ຂອງໄຕມາດທີ 1 ມີການເຕີບໂຕທາງລົບ. ປີ 2020, ຈະແມ່ນປີທີ່ພື້ນຖານເສດຖະກິດໃຫ່ຍອັນດັບ 2 ໃນໂລກນີ້ ອາດຈະຖືກຊຸດໂຊມໃນຮອບ 44 ປີມານີ້. ໃນຈຸດເວລານີ້, ບັນດາວິສາຫະກິດຈີນ ພັດມີບັນຫາກັບ ເລື່ອງເຮັດແນວໃດ ເພື່ອໃຫ້ຜູ້ອອກແຮງານສືບຕໍ່ມາເຮັດວຽກ ພ້ອມທັງດຸ່ນດ່ຽງບັນດາມາດຕະການຮັບປະກັນສະຫວັດດີການສັງຄົມ. ໃນສະພາບການທີ່ໂລກລະບາດໂຄວິດ-19 ໃນໂລກ ຍັງບໍ່ທັນມີສັນຍານຢູ່ໃນຈຸດສູງສຸດເທື່ອ, ນັກຊ່ຽວຊານເສດຖະກິດຫຼາຍທ່ານຄາດຄະເນວ່າ ສິ່ງທີ່ຊົ່ວຮ້າຍທີ່ສຸດ ຍັງບໍ່ທັນໄດ້ເກີດຂຶ້ນສຳລັບການສົ່ງອອກ ແລະ ລະບົບການສະໜອງຂອງຈີນ. ປະລິມານການສົ່ງອອກທັງປີ 2020 ຂອງຈີນ ອາດຈະຖືກຫລຸດລົງຫຼາຍກ່ວາອີກ.

 

ຕອບກັບ

ຂ່າວ/ບົດ​ອື່ນ