ຈີນເສຍປຽບດ້ານການເມືອງຍ້ອນບັນດາການຄິດໄລ່ເພື່ອຈຸດປະສົງຂອງຕົນຢູ່ທະເລຕາເວັນອອກ

(vovworld)-ບັນດາ​ການ​ກະທຳ​ເກາະ​ຜິດ​ທວງ​ເອົາ​ອະທິປະ​ໄຕ​ທີ່​ໄຮ້​ເຫດຜົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ​ຂອງ​ຈີນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໄດ້ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​​ເຖິງການ​ພົວພັນ​ລະຫວ່າງ​ຈີນ ​ແລະ ບັນດາ​ປະ​ເທດ​ອື່ນ​. ປັກ​ກີ​ງ ພວມ​ເຮັດ​ໃຫ້​ສາກົນ​ຕ້ອງ​ປ່ຽນ​ແປງ​ທັດສະ​ນະ​ກ່ຽວ​ກັບປະ​ເທດ​ຈີນ ທີ່​ສະຫນິດສະຫນົມ, ບໍ່​ສົ່ງ​ຜົນ​ສະທ້ອນ​ຕໍ່​ປະ​ເທດ​ອື່ນ, ພັດທະນາ​ສັນຕິພາບ.


        ​ໃນ​ຂະນະ​ທີ່​ເຫດການ​ຈີນຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ ພວມ​ແມ່ນ​ເຫດການ​ທີ່​ເຄັ່ງຮ້ອນໃນສື່ມວນຊົນ​ໂລກນັ້ນ, ຫາງ​ສຽງ​ສາກົນ​ສືບ​ຕໍ່​ແປກ​ປະຫລາດ​ຕໍ່​ເລື່ອງ ປັກ​ກີ​ງ ​ແຕ້ມ​ແຜນ​ທີ່​ດ້ວຍ​ຕົນ​ເອງ, ຖະ​ແຫລ​ງອະທິປະ​ໄຕ​ກວມ​​ເອົາ​ທະ​ເລ​ຕາ​ເວັນ​ອອກ​ເກືອ​ບທັງ​ໝົດ.

        ຖ້າ​ຫາກ​ຄຳ​ຮຽກ​ສິດ​ເສັ້ນ​ລິ້ນ​ງົວ 9 ຕອນ ຢູ່ ທະ​ເລ​ຕາ​ເວັນ​ອອກ ຊື່​ງຈີນ​ປະກາດ​ເອງ​ກັບ​ໂລກ​​ເມື່ອ​ປີ 2009, ບ​ໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ, ​ແຜນ​ທີ່​ 10 ຕອນ​ຄັ້ງ​ນີ້ ພັດ​ເຮັດ​ໃຫ້​ປະຊາ​ຄົມ​ໂລກ ຂັດ​ໃຈ, ຍ້ອນ​ມັນໄຮ​້​​ເຫດຜົນ, ​ບໍ່​​ເຄົາລົບກົດໝາຍ​ສາກົນ. ​ແລະ ການ​ກຳ​ທະ​ນີ້​ຂອງ​ຈີນ ​​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ສຳລັບ​ເຂດ​ທະ​ເລ​ຕາ​ເວັນ​ອອກ. ວົງ​ການ​ນັກ​ໄຈ້​ແຍກ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ຄິດ​ໄລ່​ເພື່ອ​ຈຸດ​ປະ​ສົງ​ຂອງ​ຈີນ​ໃນ​ການ​ປະຕິບັດ​ຄວາມມັກ​ໃຫຍ່​ໄຝ່ສູງ​ແຜ່​ອຳນາດ ​ໄດ້ ​ແລະ ພວມ​ນຳ​ມາ​ເຊິ່ງຜົນ​ສະທ້ອນ​ບໍ່ດີ​ທີ່​ຈີນ​ບໍ່​ທັນ​ຄິດ​ເຖິງ.

        ຄຳ​ເວົ້າ​ແລະ​ການ​ກະທຳ​ບໍ່​ເອກະ​ພາບ

        ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ​ຈີນ ກໍ​ເລືອກ​ເຟັ້ນ​ມາດ​ຕະການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນຖານ​ສອງ​ຝ່າຍ ຫາກ​ບໍ່​ຢາກ​​ໃຫ້​ຝ່າຍ​ທີ 3 ​ແຊກ​ແຊງ​ເຂົ້າ, ຍິ່ງ​ກວ່າ​ນັ້ນ ບໍ່​ຢາກ​ຫັນ​ບັນຫາ​ນີ້​ເປັນ​ບັນຫາສາກົນ​. ພາ​ຍຫລັງ​ ຫວຽດນາມ ສະ​ເຫ​ນີ​ເປັນ​ຫລາຍ​ຄັ້ງ​ຢາກ​ສອງ​ຝ່າຍ​ພົບ​ປະ​​ເຈລະຈາ​ເພື່ອ​ແກ້​ໄຂ​ບັນຫາ ​ແຕ່​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ໃດ​ຈາກ​ຝ່າຍ​ຈີນ, ຫວຽດນາມ ​ເດັດດ່ຽວ​ສົ່ງ​ສານ​ການ​ທູດ​​ຕໍ່ສປຊ ​ເພື່ອຄັດຄ້ານ​ຈີນ. ການ​ກະທຳ​ນີ້​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ສະຫນັບສະຫນູນ​ອັນ​ໃຫຍ່​ຫລວງ​ຈາກ​ຫາງ​ສຽງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຈີນເສຍປຽບດ້ານການເມືອງຍ້ອນບັນດາການຄິດໄລ່ເພື່ອຈຸດປະສົງຂອງຕົນຢູ່ທະເລຕາເວັນອອກ - ảnh 1
ຈີນຕັ້ງຮ້ານເຈາະນ້ຳມັນຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ
ພາບ:internet

        ຕໍ່ຫນ້າ​ທ່າທີ​ເດັດດ່ຽວ​ຂອງ​ຫວຽດນາມ ​ແລະ ການ​ຕຳ​ນິຕິ​ຕຽນ​ຢ່າງ​ແຮງ​ຈາກ​ສາກົນ, ພາ​ຍຫລັງ​ຫວຽດນາມ ສົ່ງ​ສານ​ການ​ທູດ​ຕໍ່ ສປຊ ພຽງ 2,3 ມື້, ຈີນ ​ໄດ້​ຟ້າວ​ຟັ່ງ​ສົ່ງ​ເອກະສານ​ຕໍ່​ອົງການ​ນີ້, ກ່າວ​ຕູ່​ຫາ ຫວຽດນາມ ​ເກາະ​ຜິດ, ກີດຂວາງ​ຈີນ​​ພວມ​ເຄື່ອນ​ໄຫວ​​ປົກກະຕິ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​​ໃຫ້​ກຳ​ປັ່ນ​ສະກັດ​ກັ້ນ,ຕຳ​ໃສ່​ກຳ​ປັ່ນ​ຈີນ​ເປັນ 1416 ຄັ້ງ. ​​ໃນ​ຂະນະ​ທີ່​ຫວຽດນາມ ມີ​ພະຍານ​ຫລັກ​ຖານ​ຢ່າງ​ພຽງພໍ​ເພື່ອ​ກ່າວ​ຕູ​່ຫາກ​ານກະທຳ​ເກາະ​ຜິດ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຈີນ​ພັດ​ບໍ່​ມີ​ພະຍານ​ຫລັກ​ຖານ​ໃດ​ເພື່ອ​ພິສູດ​ວ່າ ຕົນ​ເອງ​ແມ່ນ​ຜູ້​ຖືກ​ເຄາະ​ຮ້າຍ ​ເວັ້ນ​ເສຍ​ແຕ່​ຄຳ​ເວົ້າ​ລ້າໆບໍ່​ເປັນ​ເອກະ​ພາບ​ເທົ່າ​ນັ້ນ. ​ໃນ​ຂະນະ​ ພວມ​ຊອກ​ຫາ​ວິທີ​ເພື່ອ​ສ້າງ​ເຫດ​ປອມ​ເພື່ອ​ພິສູດ​ວ່າ ກຳ​ປັ່ນ​ຫວຽດນາມ ບຸກ​ໂຈມ​ຕີ ກຳ​ປັ່ນ​ຈີນ, ບັນດາ​ຮູບ​ພາບ, clip ​​ແທ້​ຈິງ​​ໂດຍ​ຫວຽດນາມ​ສະຫນອງ ​ໄດ້​​ແຜ່​ພາບ​ອອກ​​ໃນ​ບັນດາ​ພາຫະນະ​ສື່​ມວນ​ຊົນ​ສາກົນ. ບັນດາ​ບົດ​ວິຈານ, ຖ່າຍ​ທອດ​ສົດ​ຂອງ​ບັນດາ​ສຳນັກ​ຂ່າວ​ໃຫຍ່​ໃນ​ໂລກ ​ໄດ້​ເຜີຍ​ແບ​ການ​ກະທຳ​ເກາະ​ຜິດ, ກະ​ມື​ງກະມັງ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ.

        ຈີນເສຍອິດ​ທິພົນ​ຊື່​ສຽງ​​ຢ່າງ​ຫນັກຫນ່ວງ

        ດ້ວຍ​ການ​ປະຕິ​ເສດ​ທຸກ​ຮູບ​ການ​​ເຈລະ​ຈາ, ຄຳ​ເວົ້າ ​ແລະ ການ​ກະທຳ​ບໍ່​ເອກະ​ພາບ, ຈີນ ​​ໄດ້​​ເຮັດ​ໃຫ້​ອິດ​ທີ​ພົນ​ຊື່​ສຽງ​ຂອງ​ຕົນ​ຫລຸດ​ລົງ. ປີ 2012 ຈີນ ​ໄດ້​ສຳ​ເລັດ​ຜົນ​​ເມື່ອ​ສະກັດ​ກັ້ນ ອາ​ຊຽນ ວາງອອກ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນອອກ ຕໍ່ຫນ້າ​ຄຳ​ຮຽກຮ້ອງ​ຂອງ ຟິລີບ​ປີນ. ແຕ່ໃນຄັ້ງ​ນີ້ ດ້ວຍ​ການ​ກະທຳ​ລ່ວງ​ລ້ຳ​ອະທິ​ດປະ​ໄຕ​ຂອງ​ຫວຽດນາມ, ຈີນ ຫວັງ​ວ່າ ດ້ວຍ​ຍຸດ​ໂທ​ບາຍ​ຂອງ​ຕົນ, ອາ​ຊຽນ ຈະ​ສືບ​ຕໍ່​ຖືກ​ແບ່ງ​ແຍກ, ຈີນຈະ​ຍາດ​ໄດ້​ກົນອຸບາຍ​ຂອງ​ຕົນ.​ແຕ່​ກົງກັນຂ້າມ​ກັບ​ການ​ຄິດ​ໄລ່​ຂອງ​ປັກ​ກີ​ງ, ອາ​ຊຽນ ​ໄດ້​ສະ​ແດງ​ກຳລັງ​ແຮງ​ສາມັກ​ຄີ​ຂອງ​ທັງ​ກຸ່ມ ດ້ວຍ​ເລື່ອງ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່ວິທີ​ການ​ແກ້​ໄຂ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສັນຕິພາບ,​ ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ບໍ່​ນຳ​ໃຊ້​ອາວຸດ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ກັບ​ອາ​ຊຽນ ​ແມ່ນ​ຫລັກ​ໝັ້ນ​ຂອງ​ອາ​ຊຽນ​. ຊ້ຳ​ບໍ່​ໜຳ, ​ໃນ​ການ​ພົບ​ປະ​ກັບ​ປະທານ​ປະ​ເທດ​ຈີນ ສີ​ຈີ້​ນຜິ​ງ ຢູ່ ປັກ​ກີ​ງ ​ໃນ​ທ້າຍ​ເດືອນ 5, ທ່ານ​ປະທານ​າທິບໍດີ ມຽນມາ Thein Sein ​ໄດ​້ຖະ​ແຫລ​ງວ່າ: ມຽນມາສະ​ຫນັບ​ສະ​ຫນູນ​ອາ​ຊຽນ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ຂະນະ​ທີ່​ຈີນ ມີ​ເຈດ​ຈຳນົງ​ຊອກ​ຫາ​ການ​ສະຫນັບສະຫນູນ​ຂອງ​ປະ​ເທດ​ນີ້.

        ຍາກ​ທີ່​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃຫມ່​ໄດ້

        ​​ໂດ​ຍບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ​ເພື່ອ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດ້ວຍການ​ແຜ່​ອຳນາດ​ຢູ່​ພາກ​ພື້ນ. ຈີນ ຍິ່​ງຮັກສາ​ນະ​ໂຍບາຍ​ກະຫາຍ​ສົງຄາມ​ຍິ່ງທຳລາຍ​ອິດ​ທິພົນ​ຊື່​ສຽງ ​ແລະ ພາບ​ພົດ​ຂອງ​ຕົນ. ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຂດ​ທ​ະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ, ​ເມີນ​ເສີຍ​ກໍລະນີ​ຟ້ອງ​ຮ້ອງ​ຂອງ ຟີ​ລີບ​ປີນ, ​ຖະ​ແຫລ​ງອະທິປະ​ໄຕເຂດ​ນ້ຳ​ແດນ​ດິນຢູ່​ທະ​ເລ​ຕາ​ເວັນອອກ​ຂອງ​ປະ​ເທດ​ອື່ນ, ຈີນ ພວມ​ເຮັດໃຫ້​ບັນດາ​ປະ​ເທດ​ອາ​ຊຽນ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ກັບ​ອາ​ເມ​ລິ​ກາ. ນີ້​ແມ່ນ​ສິ່ງ​ທີ່​ປັກ​ກີ​ງ ບໍ່​ປາດ​ຖະຫນາຈັກ​ເທື່ອ ​ເພາະວ່າ ສິ່ງ​ນີ້ຈະ​ຊ່ວຍ​ແຜນການ​ມຸູ່ງ​ໄປ​ສູ​ອາຊີ​ຂອງ​ອຳນາດ​ການ​ປົກຄອງ ວໍ​ຊິງ​ຕັນ ສະດວກ​ກວ່າ.

        ​ແຕ່, ສິ່ງ​ທີ່​ເສຍ​ຫາຍ​ຢ່າງ​ຫນັກຫນ່ວງ​ທີ່​ສຸດ​ຂອງ​ຈີນ ນັ້ນ​ແມ່ນ​ອິດ​ທິພົນ​ຊື່​ສຽງ​ຂອງ​​ຊາດ. ​ໃນ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ, ຈີນ ​ໄດ້​ມີຄວາມ​ມານະ​ພະຍາຍາມ​ຫລາຍ​ຢ່າງ​ເພື່ອ​ສ້າງ​ສິດ​ອຳນາດ​ໃນ​ທົ່ວ​ໂລກ. ປະຈຸ​ບັນ ບັນດາ​ດ້ວຍ​ກົນອຸບາຍ​ແຜ່​ອຳນາດ, ບັນດາ​ຄຳ​ຖະ​ແຫລ​ງຂອງ​ການ​ນຳ​ຈີນ​ທີ່​ວ່າ:​ຈີນ ພັດທະນາ​ສັນຕິພາບ”, ​ໃນ​ສາຍ​ເລືອດ​ຂອງ​ຊາວ​ຈີນ ບໍ່ມີ gel ຮຸກ​ຮານ” ຍິ່ງ​ເປັນ​ຫນ້າ​ຫົວ. ​ໃນ​ອະນາຄົດ ຈະ​ມີ​ປະ​ເທດ​ໃດ​ໄວ້​ເນື້ອ​ເຊື່ອ​ໃຈ ຫລື ມີ​ການ​ພົວພັນ​ກັບ​ຈີນ ​ເມື່ອ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ທີ່​ຈຳ​ເປັນ​ຖືກ​ເສຍ​ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ