ຈາກຄວາມຄາດຫວັງຢາກມີເອກະລາດ, ເສລີພາບ ຕະຫຼອດຮອດຄວາມຄາດຫວັງຢາກມີສັນຕິພາບ, ພັດທະນາ

(VOVWORLD) - ພາຍຫຼັງທີ່ປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມໄດ້ກຳເນີດເກີດຂຶ້ນ, ປະຊາຊົນ ຫວຽດນາມ ໄດ້ສາມັກຄີ ພ້ອມກັນຜ່ານຜ່າການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ 2 ຄັ້ງເພື່ອປົກປັກຮັກສາປະເທດຊາດ

ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງ ບາດິ່ງ, ນະຄອນຫຼວງ ຮ່າໂນ້ຍ, ປະທານ ໂຮ່ຈີມິນ ຕາງໜ້າໃຫ້ລັດຖະບານຊົ່ວຄາວໄດ້ອ່ານຖະແຫຼງການປະກາດເອກະລາດ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປະຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ). ບົດຖະແຫຼງການໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມຄາດຫວັງຢາກໃຫ້ຊາດ ຫວຽດນາມມີສັນຕິພາບ, ເສລີພາບ. ນ້ຳໃຈຕັດສິນໃຈຮັກສາເອກະລາດໄດ້ຕິດຕາມຊາດ ຫວຽດນາມ ໄປຕະຫຼອດໄລຍະທາງແຫ່ງການຕໍ່ສູ້ໂຮມປະເທດຊາດເປັນເອກະລາດ ແລະ ແມ່ນກຳລັງໜູນເພື່ອໃຫ້ປະຊາຊົນ ຫວຽດນາມ ທຸກຄົນຮ່ວມແຮງຮ່ວມໃຈສ້າງຄວາມຄາດຫວັງພັດທະນາໃນສັງກະລາດໃໝ່.

ຈາກຄວາມຄາດຫວັງຢາກມີເອກະລາດ, ເສລີພາບ ຕະຫຼອດຮອດຄວາມຄາດຫວັງຢາກມີສັນຕິພາບ, ພັດທະນາ - ảnh 1ປະທານ ໂຮ່ຈີມິນ ອ່ານສູນທອນພົດຖະແຫຼງສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢູ່ສະໜາມຫຼວງ ບາດິ່ງ (ພາບ: TTXVN)

        ບົດຖະແຫຼງການເອກະລາດໃນປີ 1945 ໄດ້ເຊື່ອມຕໍ່ປະຊາຊົນ ຫວຽດນາມ ນັບລ້ານໆຄົນ ສາມັກຄີກັນ, ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນຍົກສູງຄັນທຸງແດງດາວເຫຼືອງ ກ້າວຂຶ້ນ, ຜ່ານຜ່າຄວາມຫຍຸ້ງຍາກນາໆປະການເພື່ອປົກປັກຮັກສາພື້ນຖານເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສິດຕັດສິນດ້ວຍຕົນເອງຂອງຊາດ ແລະ ສິດມີຄວາມຜາສຸກຂອງປະຊາຊົນແຕ່ລະຄົນ. ຜົນງານຈາກພື້ນຖານເອກະລາດ, ເສລີພາບ

        ພາຍຫຼັງທີ່ປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມໄດ້ກຳເນີດເກີດຂຶ້ນ, ປະຊາຊົນ ຫວຽດນາມ ໄດ້ສາມັກຄີ ພ້ອມກັນຜ່ານຜ່າການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ 2 ຄັ້ງເພື່ອປົກປັກຮັກສາປະເທດຊາດ, ໂຮມປະເທດຊາດເປັນເອກະພາບ, ຈາກນັ້ນ, ໄດ້ປະຕິບັດສຳເລັດພາລະກິດແຫ່ງການປ່ຽນແປງໃໝ່, ນຳມາເຊິ່ງບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ.

ຈາກປະເທດທີ່ທຸກຍາກອຶດຫິວ, ຫຼ້າຫຼັງ, ປະຈຸບັນ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນປະເທດມີລາຍຮັບປານກາງ, ມີຜົນງານຫຼາຍຢ່າງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ. ທ່ານ ຮ່ວາງລົກ, ຊາວ ຫວຽດນາມ ອາໄສຢູ່ ອັງກິດ, ໄດ້ແບ່ງປັນວ່າ:

        “ພວກຂ້າພະເຈົ້າເຫັນວ່າ ປະເທດພັດທະນາໄວທີ່ສຸດ. ຫວຽດນາມ ຍັງຄົງຮັກສາໄດ້ສະຖຽນລະພາບ, ສິ່ງທີ່ດີໃຈທີ່ສຸດນັ້ນແມ່ນສາມາດສະກັດກັ້ນໂລກລະບາດໂຄວິດ - 19ໄດ້. ໃນຊຸມປີມໍ່ໆມານີ້, ປະເທດຊາດມີການປ່ຽນແປງຫຼາຍຢ່າງ, ເສດຖະກິດພັດທະນາ, ດຶງດູດບັນດານັກລົງທຶນ, ປະຊາຊົນມີຄວາມພາກພູມໃຈ, ປະເທດຊາດບັນລຸໄດ້ຜົນງານຫຼາຍຢ່າງຄື: ການກໍ່ສ້າງ, ຖະໜົນຫົນທາງ,ການ ຄົມມະນາຄົມສະດວກ, ເສດຖະກິດພັດທະນາດີຂຶ້ນ.”

        ໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດ, ຫວຽດນາມໄດ້ ເປັນເຈົ້າການຊຸກຍູ້ການຮ່ວມມືເສດຖະກິດ, ເພີ່ມທະວີການພົວພັນແລກປ່ຽນການຄ້າ, ແມ່ນສະມາຊິກຂອງຫຼາຍສັນຍາການຄ້າເສລີລຸ້ນໃໝ່, ພ້ອມທັງກາຍເປັນຈຸດນັດພົບທີ່ດຶງດູດຂອງບັນດານັກລົງທຶນ. ທ່ານ Philipp Rosler, ອະດີດຜູ້ອຳນວຍການບໍລິຫານເວທີປາໄສເສດຖະກິດໂລກ, ຕີລາຄາວ່າ:

        “ມີຫຼາຍບໍລິສັດສາກົນພວມຢາກຫັນແຫຼ່ງສະໜອງຂອງເຂົາເຈົ້າເປັນຫຼາຍຮູບຫຼາຍແບບ ແລະ ສິ່ງນີ້້ມີຄວາມຫມາຍວ່າເຂົາເຈົ້າຈະຕ້ອງຊອກຫາບັນດາຂົງເຂດໃໝ່ ເພື່ອກໍ່ສ້າງຮາກຖານຜະລິດ, ໃນນັ້ນມີສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ເມື່ອເວົ້າເຖິງ ອາຊຽນ ແນ່ນອນວ່າເຂົາເຈົ້າຈະເວົ້າເຖິງ ຫວຽດນາມ, ເຊິ່ງເປັນປະເທດມີລະດັບການເຕີິບໂຕເສດຖະກິດໄວ, ສະພາບແວດລ້ອມດຶງດູດການລົງທຶນ.”

ເພື່ອຮັບໃຊ້ໃຫ້ແກ່ພາລະກິດແຫ່ງການພັດທະນາ, ຫວຽດນາມ ໄດ້ເຂົ້າຮ່ວມ ອົງການສາກົນ ແລະ ກົນໄກຮ່ວມມືເສດຖະກິດຫຼາຍຝ່າຍເກືອບທັງໝົດ, ມີບົດບາດ, ສຽງເວົ້າສຳຄັນໃນພາກພື້ນ ແລະ ຢູ່ໃນໂລກ. ຫວຽດນາມ ກໍ່ ໄດ້ເປັນສະມາຊິກເຂົ້າຮ່ວມການຮັກສາສັນຕິພາບ ສປຊ ເພື່ອປະກອບສ່ວນຢ່າງແທດຈິງເຂົ້າໃນຄວາມສະຫງົບ, ໝັ້ນຄົງຂອງພາກພື້ນ ແລະ ຢູ່ໃນໂລກ. ທ່ານນາງ Robyn Mudie, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ, ຕີລາຄາວ່າ:

        “ພວກຂ້າພະເຈົ້າຖື ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ, ເສດຖະກິດ ແລະ ການເມືອງມີບົດບາດນັບມື້ນັບສຳຄັນຢູ່ພາກພື້ນ. ພວກເຮົາມີຫຼາຍຜົນປະໂຫຍດລວມ, ເປັນຕົ້ນແມ່ນອີງໃສ່ພື້ນຖານຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ພວກເຮົາກໍ່ແບ່ງປັນຫຼາຍຜົນປະໂຫຍດໃຫຍ່ໃນທຸກໆແງ່ມູມຈາກການເມືອງຕະຫຼອດຮອດເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກະສິກຳ, ການສຶກສາ.”

ຈາກຄວາມຄາດຫວັງຢາກມີເອກະລາດ, ເສລີພາບ ຕະຫຼອດຮອດຄວາມຄາດຫວັງຢາກມີສັນຕິພາບ, ພັດທະນາ - ảnh 2ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ວາລະໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (ພາບ: laodong.vn)

ກ່າວຄຳເຫັນທີ່ວາລະໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ (ເດືອນມັງກອນ 2021), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ເນັ້ນໜັກວ່າ:

“ບັນດາຜົນງານນັ້ນແມ່ນຜະລິດຕະພັນທີ່ເຕົ້າໂຮມກຳລັງແຮງປະດິດຄິດສ້າງ, ແມ່ນຜົນງານຂອງວິວັດການມານະພະຍາຍາມສູ້ຊົນຢ່າງຍາວນານ, ຕໍ່ເນື່ອງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ; ສືບຕໍ່ຢັ້ງຢືນເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງ ຫວຽດນາມ ແມ່ນຖືກຕ້ອງ, ເໝາະສົມກັບກົດເກນພາວະວິໄສ, ກັບພຶດຕິກຳຕົວຈິງຂອງ ຫວຽດນາມ ແລະ ທ່າອ່ຽງພັດທະນາຂອງຍຸກສະໄໝ.”

ເມື່ອຮອດຄາດຫວັງພັດທະນາ ປະຫວັດສາດຂອງຊາດ ຫວຽດນາມ ແມ່ນວິວັດການຕໍ່ສູ້ ແລະ ປົກປັກຮັກສາເອກະລາດຂອງປະເທດຊາດ. ບົດຖະແຫຼງການເອກະລາດໃນວັນທີ 2 ກັນຍາ 1945 ຍາມໃດກໍ່ເວົ້າເຖິງຄົນລຸ້ນຫຼັງສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ສ້າງສາປະເທດ ຫວຽດນາມໃຫ້ຮຸ່ງເຮືອງເຂັ້ມແຂງ, ວັດທະນາຖາວອນ, ມີທີ່ຕັ້ງບົດບາດຢູ່ເວທີສາກົນ. ໂດຍສືບຕໍ່ປະຫວັດສາດ, ປະຈຸບັນ, ປະຊາຊົນ ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈກັນຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ຫັນປະເທດເປັນອຸດສາຫະກຳ, ທັນສະໄໝ ດ້ວຍທີ່ຕັ້ງ ແລະ ທ່າທາງໃໝ່ຂອງຜູ້ເປັນເຈົ້າ ແລະ ເປັນເຈົ້າຊະຕາກຳຂອງຕົນ, ປົກປ້ອງຜົນປະໂຫຍດຂອງປະເທດຊາດ - ຂອງປະຊາຊົນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານເປົ້າໝາຍເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກແມ່ນຮອດປີ 2025, ຫວຽດນາມ ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳໄປຕາມທິດທັນສະໄໝ, ພົ້ນຈາກລະດັບລາຍຮັບສະເລ່ຍຕ່ຳ. ຮອດປີ 2030, ສະເຫຼີມສະຫຼອງ ວັນສ້າງຕັ້ງພັກຄົບຮອບ 100 ປີ: ແມ່ນປະເທດພວມພັດທະນາ, ມີອຸດສາຫະກຳທັນສະໄໝ, ລາຍຮັບສະເລ່ຍສູງ. ຮອດປີ 2045, ສະເຫຼີມສະຫຼອງ 100 ແຫ່ງວັນສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ: ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ພ້ອມກັບຍຸດທະສາດແຫ່ງຊາດສັງລວມຕາມ ຂີດໝາຍແຫ່ງການເວລາດັ່ງກ່າວ, ບັນດາຍຸດທະສາດພາກສ່ວນຄື: ຍຸດທະສາດພັດທະນາເສດຖະກິດທະເລ, ຍຸດທະສາດພະລັງງານແຫ່ງຊາດ, ຍຸດທະສາດເຊື່ອມໂຍງເຂົ້າກັບສາກົນ... ກໍ່ໄດ້ຜັນຂະຫຍາຍດ້ວຍຄວາມຫວັງຢາກນຳປະເທດພັດທະນາໃຫ້ຮຸ່ງເຮືອງ ເຂັ້ມແຂງ, ວັດທະນາຖາວອນ ໃນໄລຍະຈະມາເຖິງ. ສຈ, ປອ ຝູ່ງຫືວຝູ້, ປະທານສະພາວິທະຍາສາດບັນດາອົງການພັກສູນກາງ, ເນັ້ນໜັກວ່າ:

“ໃນໄລຍະທາງພັດທະນາຈະມາເຖິງ, ປະເທດ ຫວຽດນາມ ມີ 2 ເຫດການສຳຄັນຍິ່ງ: 100 ປີແຫ່ງວັນສ້າງຕັ້ງພັກ ແລະ 100 ປີແຫ່ງວັນສ້າງຕັ້ງປະເທດຊາດ. 2 ເຫດການນີ້ບໍ່ພຽງແຕ່ແມ່ນ 2 ເຫດການທຳມະດາ ເຊິ່ງແມ່ນ 2 ຂີດໝາຍແຫ່ງການພັດທະນາກະໂດດຂັ້ນຂອງປະເທດຊາດ. ພວກເຮົາປາດຖະໜາວ່າ 2 ຂີດໝາຍນີ້ພວກເຮົາຈະສ້າງບັນດາການພັດທະນາທີ່ມີລັກສະນະບຸກທະລຸ, ກະໂດດຂັ້ນ. ຢາກເຮັດໄດ້ຄືແນວນັ້ນ, ຕ້ອງລ້ຽງດູຄວາມຄາດຫວັງບືນຕົວຂອງຊາດກ້າວຂຶ້ນ, ເຈດຈຳນົງຄວາມຕັດສິນໃຈບືນຕົວຂຶ້ນຢ່າງແຮງ.”

        ກ່ອນປີ 1945, ໂລກ ຮູ້ຈັກຫວຽດນາມ ພຽງແຕ່ ແມ່ນເຂດອິນດູຈີນ ຂຶ້ນກັບ ຝລັ່ງ. ຫຼັງຈາກນັ້ນ 77 ປີ, ພາຍຫຼັງວັນປະທານ ໂຮ່ຈີມິນ ອ່ານ ຖະແຫຼງການເອກະລາດ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (2/9/1945 – 2/9/2022), ຄວາມຄາດຫວັງຢາກມີສັນຕິພາບ ພວມຕໍ່ກຳລັງແຮງໃຫ້ແກ່ປະຊາຊົນ ຫວຽດນາມ ບັນລຸໄດ້ຂີດໝາຍພັດທະນາໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ