ຈາກງານບຸນວິສາຂະບູຊາ-ເຫັນແຈ້ງກ່ຽວກັບຄວາມເສລີໃນການ ເຫຼື້ອມໃສສາສະໜາຢູ່ຫວຽດນາມ

 ພຸດທະສາສະນິກກະ​ຊົນ​ ​ແລະ ພະສົງ​ສາມະ​ເນັນຂອງຫວຽດນາມ​ ຫາ​ກໍ່​ມີງານ​ບຸນວິສາຂະບູຊາ​ດ້ວຍ​ການ​ດຳ​ເນີນ​ຊີວິດ​ທາງ​ສາສະໜາ​ຢ່າງ​ສົມ​ກຽດ ​ແລະ ສະຫງົບ​ສຸກ. ປະຊາຊົນ​ ​ແລະ​ ບັນດາ​ພະສົງ​ສາມະ​ເນັນ, ພຸດທະສາສະ​ນິກກະ​ຊົນເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າຮ່ວມ​ການ​​ເຄື່ອນ​ໄຫວ​ທາງສາສະໜາ​ຕ່າງໆ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມເສລີໃນ​ການ​ເຫຼື້ອມ​ໃສ​ສາສະໜາ​ຢູ່​ຫວຽດນາມ ຢ່າງ​ຈະ​ແຈ້ງ.

ຈາກງານບຸນວິສາຂະບູຊາ-ເຫັນແຈ້ງກ່ຽວກັບຄວາມເສລີໃນການ ເຫຼື້ອມໃສສາສະໜາຢູ່ຫວຽດນາມ - ảnh 1

ຕ້ອນຮັບ​ວັນ​ບຸນ​ວິສາຂະບູຊາ

(ພາບ:hue.vnn.vn)

​  ໃນ​ວັນບຸນ​ວິສາຂະບູຊາ ພສ 2557, ​ຢູ່​ວັດວາອາຮານ​ແຫ່ງ​ຕ່າງໆ​ຈາກ​ຮ່າ​ໂນ້ຍ, ຕະຫຼອດ​ຮອດ​ເຫ້ວ, ນະຄອນ​ໂຮ່ຈິ​ມິນ ​ແລະ ​ທ້ອງ​ຖິ່ນ​ຕ່າງໆໃນ​ທົ່ວ​ປະ​ເທດ ລ້ວນ​ແຕ່​ຖືກ​ປະດັບ​ປະ​ດາ​ຢ່າງ​ສວຍ​ງາມ ດ້ວຍການ​​ເຄື່ອນ​ໄຫວທາງ​ສາສະໜາ​ຢ່າງ​ຟົດ​ຟື້ນ. ພຸດທະສາສະນິກກະ​ຊົນ​ນັບ​ລ້ານ​ຄົນ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ໄດ້​ຈັດ​ພິທີ​ຖະ​ຫວາຍ​ທູບ​ທຽນ, ສວດ​ມົນ, ຫົດ​ສົງ, ​ເຂົ້າຮ່ວມ​ວຽກ​ງານກຸສົນ….​ພະສົງ​ສາສະ​ເນັນ, ພຸດທະສາສະນິກກະ​ຊົນ​ໄດ້​ເຂົ້າຮ່ວມ​ງານ​ບຸນ​ວິສາຂະບູຊາດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ, ສະຫງົບ​ສຸກ ​ນັ້ນແມ່ນປະກົດ​ການທີ່ມີ​ຊີວິດ​ຊີວາ ​ພິສູດ​ໃຫ້​ເຫັນການ​ພັດທະນາ​​ທຸກ​ດ້ານ​ຂອງ​ສາສະໜາ​ພຸດ​ຫວຽດນາ​ມ ​ຄື​ດັ່ງ​ຄຳ​ຢືນຢັນຂອງ​ພະ​​ອາຈານມະຫາທິກ​ຢາກ​ວາງ, ຮອງ​ປະທານ​ສະພາ​ບໍລິຫານ, ສູນ​ກາງ​ສະມາຄົມ​ພຸດທະສາ​ສະໜາ​ຫວຽ​ດນາມ ​ໃນ​ງານ​ບຸນວິວາ​ຂະ​ບູຊາ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍວ່າ:

   “ປະຈຸ​ບັນ, ສະ​ມາ​ຄົມ​ພຸດທະ​ສາສະໜາ​ຫວຽດນາມ​ ໄດ້​ສືບ​ທອດ​ມູນ​ເຊື້ອ​ຂອງ​ສາສະໜາ​ຫວຽດນາມ ທີ່​ມີ​ມາ​ກ່ອນ​ນີ້ 2000 ປີ ​ແລະ ​ໂດ້ຮັບ​ຄວາມເຫັນ​ດີ​ເຫັນ​ພ້ອມ, ການສະໜັບສະໜູນ​ຂອງ​ລັດ ​ແລະ ປະຊາຊົນ, ດັ່ງນັ້ນຈຶ່ງບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໜ້າ​ຊື່ນ​ຊົມ​ໃນ​ການ​ເຄື່ອນ​ໄຫວທຸກ​ດ້ານ, ສ້າງ​ກຳລັງ​ພັດທະນາ​ຢ່າງ​ແຮງ​ດ້ວຍ​ພຸດທະ​ສາສະນິກກະ​ຊົນກ່ວາ 45 ລ້ານ​ຄົນ, ພະສົງ​ສາມະ​ເນັນ 45.000 ອົງ ​ແລະ ວັດວາອາ​ຮາມ​​ເກືອບ 16.000 ​ແຫ່ງ​ໃນ​ທົ່ວ​ປະ​ເທດ

ຈາກງານບຸນວິສາຂະບູຊາ-ເຫັນແຈ້ງກ່ຽວກັບຄວາມເສລີໃນການ ເຫຼື້ອມໃສສາສະໜາຢູ່ຫວຽດນາມ - ảnh 2

ວັນ​ບຸນ​ວິສາຂະບູຊາ​ຢູ່​ວັດ​ຕື່ດ່າ​ມ

(ພາບ:giacngo.vn)

​   ໃນ​ວັນ​ບຸນ​ວິສາຂະບູຊາ ຫລື​ງານ​ບຸນ​ສຳຄັນ​ຕ່າງໆຂອງ​ປະຊາຊົນ​ຖື​ສາສະໜາ​ຕ່າງໆ​ຢູ່​ຫວຽດນາມ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆລ້ວນ​ແຕ່​ໄດ້​​ໄປ​ຢື້​ຢາມ​ຖາມ​ຂ່າວ​ບັນດາ​ສາສະ​ນິກກະ​ຊົນ, ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ ພ້ອມ​ກັນນັ້ນກໍ່ສ້າງ​ເງື່ອ​ນໄຂອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ປະຊາຊົນ​ເຫຼື້ອມ​ໃສສາສະໜາ​ຕ່າງໆ​ຈັດຕັ້ງການ​ເຄື່ອນ​ໄຫວ​ເຫຼື້ອ​ມໃສດ້ວຍ​ຄວາມ​ປອດ​ໄພ ​ແລະ ບັນລຸ​ປະສິດທິ​ຜົນ. ການ​​ເຄື່ອນ​ໄຫວ​ເຫຼື້ອ​ມໃສສາສະໜາ​ສາສະ​ນິກກະ​ຊົນ​ໄດ້​ຮັບປະກັນ​ໃນ​ໂອກາດ​ງານ​ບຸນ​ສຳຄັນ​ຕ່າງໆ ​ແລະ ທັງ​ຊີວິດ​ປະຈຳ​ວັນ ນັ້ນ​ແມ່ນ​ຈຸດປະສົງ​ສູງ​ສຸດຊື່​ງ​ຫວຽດນາມ ​ມານະ​ພະຍາຍາມ​ປະຕິບັດ​ໃນ​ຫຼາຍ​ປີຜ່ານມາ.

   ການ​ເຫຼື້ອມ​ໃສ​ສາສະໜາ​ຂອງ​ປະຊາຊົນ​ເຊື່ອ​ຖື​ສາສະໜາ​ຕ່າງໆ​ໄດ້​ຮັບປະກັນນັ້ນ ​ໄດ້ສະ​ແດງ​ໃຫ້​ເຫັນນະ​ໂຍບາຍ​ເຄົາລົບ​ຄວາມ​ເສລີ​ໃນ​ການ​ເຫຼື້ອມ​ໃສ​ສາສະໜາຢ່າງ​ຈະ​ແຈ້ງ​ທີ່​ສຸດ. ພ້ອມ​ກັບ​ລັດຖະທຳ​ມະນູນ, ສະພາ​ແຫ່ງ​ຊາດ, ລັດຖະບານ​ຫວຽດນາມ ​ໄດ້​ປະກາດ​ໃຊ້​ບັນດາ​ລັດຖະບັນຍັດ, ມະຕິ​ຕົກລົງ, ພິ​ເສດ​​ແມ່ນ​ລັດຖະບັນຍັດ​ເຫຼື້ອມ​ໃສ, ສາສະໜາ​ເພື່ອ​ຮັບປະກັນ​ໃຫ້​ພົນລະ​ເມືອງ​ປະຕິບັດ​ສິດ​ເສລີພາບ​ໃນ​ການ​ເຫຼື້ອມ​ໃສ​ສາສະໜາ​ຕາມ​ກອບ​ກົດໝາຍ ​ແລະ ຍ້ອນ​ເຫດ​ນັ້ນ, ບັນດາສາສະໜາ​ໃຫ່ຍຢູ່​ຫວຽດນາມ ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ໄດ້ ​ແລະ ພວມ​ພັດທະນາ​ນັບ​ມື້ໆ​ນັບ​ຫຼາຍ. ​ໄລ່​ຮອດ​ທ້າຍ​ປີ 2012, ຫວຽດນາມ ມີ 13 ສາສະໜາ, 36 ອົງການ​ຈັດຕັ້ງສາສະໜາດ້ວຍ​ສາສະ​ນີກກະ​ຊົນ 24 ລ້ານ​ຄົນ, ຜູ້​ມີ​ຍົດ​ຖາ​ບັນດາສັກ​ 83.000 ອົງ, 46 ຮາກ​ຖານ​ບຳລຸງ​ສ້າງຜູ້​ມີ​ຍົດ​ຖາ​ບັນດາສັກ​ ສາສະໜາ, ມີ​ວັດວາອາຮານ, ​ໂບດ​ກ່ວາ 25.000 ​ແຫ່ງ…​ພ້ອມ​ກັບ​ການ​ເປີດ​ກ້ວາງ​ບັນດາ​ຮາກ​ຖານ​ບູຊາ, ບັນດາ​ອົງການ ຈັດຕັ້ງສາສະໜາຢູ່​ຫວຽດນາມ ລ້ວນ​ແຕ່​​ສ້າງ​ທິດ​ທາງ​ການ​ເຄື່ອນ​ໄຫວ​​ຕິດ​ພັນກັບ​ການພັດທະນາ​ຂອງ​ຊາດ, ຄື​ດັ່ງ​ຄຳ​ຢືນຢັນ​ຂອງ​ທ່ານ​ບຸ່ຍ​ແທງ​ຮ່າ, ຮອງ​ຫົວໜ້າ​ຄະນະ​ສາສະໜາ​ລັດຖະບານ ທີ່ກອງ​ປະຊຸມ​ໃຫ່ຍຄັ້ງທີ 2, ສະມາຄົມ​ໃຫ່ຍສາສະໜາ​ບາ​ຕິດ ​ຈັດ​ຂຶ້ນເ​ມື່ອທ້າຍ​ປີ 2012 ​ວ່າ:

  “ລັດ​ຫວຽດນາມ ​ໄດ້​ປະຕິບັດ​ນະ​ໂຍບາຍ​ເຄົາລົບ​ນັບຖື ​ແລະ ຮັບປະກັນ​ຄວາມເສລີ​ໃນ​ການ​ເຄື່ອນ​ໄຫວທາງ​ສາສະໜາ​ຂອງ​ປະຊາຊົນ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ສາສະໜາ​ຕ່າງໆລ້ວນ​ແຕ່​ມີ​ຄວາມ​ສະ​ເ​ໝີ​ພາບ​ທາງ​ດ້ານກົດໝາຍ. ການ​ປະກາດ​ໃຊ້ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ຄວາມເສລີທາງ​ສາສະໜາ, ​ການເຫຼື້ອມ​ໃສ​ສາສະໜາ​ໄດ້​ຕອບ​ສະໜອງ​ຕາມ​ຄວາມ​ມຸ້ງ​ຫວັງ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​​ເຊື່ອຖືສາສະໜາ​ຕ່າງ

  ຕົວ​ຈິງ​ກ່ຽວ​ກັບ​ຄວາມ​ເສລີ​​ໃນ​ການ​ເຫຼື້ອມ​ໃສ​ສາສະໜາ​ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ ​ໃນ​ໂອກາດ​ທີ່​ຫວຽດນາມ ​ເປັນ​ເຈົ້າພາບຈັດ​ບັນດາ​ເຫດການ​ສາສະໜາ​ສາກົນ​ຄື: Vesak 2008 ​ແລະ ​ໃນ​ຄຳ​ກ່າວ​ປາ​​ໄສ​ຂອງ​ບັນດາ​ນັກ​ການ​ເມືອງ, ​ເພື່ອນ​ມິດສາ​ກົນທີ່​ເຄີຍ​ມາ​ຫວຽດນາມ, ​ໃນ​ນັ້ນມີ​ທ່ານ​ອະດີດ​ເອກ​ອັກຄະ​ລັດ​ຖະທູດ​ອາ​ເມ​ລິ​ກາ​ ປະຈຳ​ຫວຽດນາມ Michael Michalack. ຫວ່າງ​ແລ້ວ​ນີ້, ​ເມື່ອ​ເຕື້ອງ​ເຖິງ​ອັນ​ທີ່​ເອີ້ນ​ວ່າ, “ບົດ​ລາຍ​ງານ​ກ່ຽວ​ກັບ​ສິດ​ເສລີພາບ​ທາງ​ສາສະໜາ​ປີ 2013“, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ກໍ​ໄດ້​ຢືນຢັນວ່າ: ຫວຽດນາມ ມີ​ຄວາມ​ກ້າວໜ້າ​ບໍ່​ແມ່ນ​ໜ້ອຍ​ໃນ​ຂົງ​ເຂດ​ສາສະໜາ.

   ການ​ສ່ອງ​ແສງ​ບາງ​ຢ່າງ​ກ່ຽວ​ກັບ​ວັນ​ບຸນ​ວິສາຂະບູຊາ ພສ 2557 ​ໄດ້ສະ​ແດງ​ໃຫ້​ເຫັນ​ຮູບ​ພາບທີ່​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ການ​ພັດທະ​ນາ​ຂອງ​ບັນດາ​ສາສະໜາ​ຢູ່ຫວຽດນາມ, ກໍ່​ຄື​ເຫັນ​ໄດ້​ວ່າ: ສິດ​ເສລີພາບ​ໃນ​ການ​ເຫຼື້ອມ​ໃສ, ສາສະໜາຢູ່​ຫວຽ​ດນາມ ​ແມ່ນ​ຄວາມ​ຈິງ​ຢ່າງ​ຈະ​ແຈ້ງ​ຊື່​ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ ​ແລະ ບໍ່​ສາມາດ​ເສກ​ສັນ​ປັ້ນ​ແຕ່ງ​ໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ