ຊຸກຍູ້ການຜັນຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງ ຫວຽດນາມ - ຈີນ ໃຫ້ບັນລຸປະສິດທິຜົນກວ່າເກົ່າ

(VOVWORLD) - ພາຍຫຼັງ 16 ປີ ນັບແຕ່ເມື່ອສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2008 – 2024), ການພົວພັນລະຫວ່າງ 2 ປະເທດໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ
ຊຸກຍູ້ການຜັນຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງ ຫວຽດນາມ - ຈີນ ໃຫ້ບັນລຸປະສິດທິຜົນກວ່າເກົ່າ - ảnh 1(ທ່ານ ເວືອງດິງເຫວະ, ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ຈີນ)

        ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຈາວເລືອຈີ, ຫົວໜ້າກຳມະການຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ, ທ່ານ ເວືອງດິງເຫວະ, ປະທານສະພາແຫ່ງຊາດ ຫວຽດນາມ ພວມມີການຢ້ຽມຢາມ ຈີນ ຢ່າງເປັນທາງການ, ແຕ່ວັນທີ 07 – 12 ເມສາ. ການຢ້ຽມຢາມມີຄວາມໝາຍສຳຄັນໃນການຮັກສາການພົບປະແລກປ່ຽນ, ການພົບປະຂັ້ນສູງ, ກຳນົດທິດຍຸດທະສາດໃຫ້ແກ່ການພົວພັນ 2 ຝ່າຍ, ຫັນຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສຸດຂອງ 2 ພັກ, 2 ລັດໃຫ້ເປັນລະອຽດ.

        ນີ້ແມ່ນການໄປຢ້ຽມຢາມ ຈີນ ເປັນຄັ້ງທຳອິດຂອງທ່ານ ເວືອງດິງເຫວະ ໃນຖານະເປັນປະທານສະພາແຫ່ງຊາດ, ກໍແມ່ນການພົບປະໂດຍກົງລະຫວ່າງຫົວໜ້າອົງການນິຕິບັນຍັດຂອງ 2 ປະເທດ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ. ການຢ້ຽມຢາມກໍ່ດຳເນີນໄປພາຍຫຼັງການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ຈີນ (ທັນວາ 2023) ດ້ວຍເລື່ອງ 2 ຝ່າຍອອກ “ຖະແຫຼງການຮ່ວມກ່ຽວກັບເລື່ອງ ສືບຕໍ່ເຮັດໃຫ້ການພົວພັນເລິກເຊິ່ງຂຶ້ນຕື່ມ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ໃຫ້ມີຄວາມໝາຍຍຸດທະສາດ”.

ພື້ນຖານການພົວພັນນັບມື້ນັບນັບໄດ້ຮັບການປັບປຸງຢ່າງໝັ້ນຄົງໜັກແໜ້ນ

        ພາຍຫຼັງ 16 ປີ ນັບແຕ່ເມື່ອສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2008 – 2024), ການພົວພັນລະຫວ່າງ 2 ປະເທດໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ບັນລຸບາດກ້າວທີ່ຕັ້ງໜ້າ, ຮອບດ້ານ. ພິເສດ, ນັບແຕ່ພາຍຫຼັງການຢ້ຽມຢາມເຊິ່ງກັນ ແລະ ກັນຄັ້ງປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ເດືອນ ຕຸລາ 2022) ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (ເດືອນ ທັນວາ 2023) ໄດ້ສ້າງກຳລັງໜູນຢ່າງແຮງ ເພື່ອໃຫ້ 2 ປະເທດຍົກລະດັບການພົວພັນ. ທ່ານ ຟ້າມຊາວມາຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ, ຢືນຢັນວ່າ:

        “ຈຸດພົ້ນເດັ່ນທີ່ສຸດໃນບັນດາການພົບປະແມ່ນ 2 ຝ່າຍລ້ວນແຕ່ຢືນຢັນຖືກັນເປັນປະເທດບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຕົນ. ຫວຽດນາມ ຖືການພັດທະນາການພົວພັນກັບ ຈີນ ແມ່ນບຸລິມະສິດແຖວໜ້າ ແລະ ແມ່ນການຄັດເລືອກຍຸດທະສາດ. ໃນຂະນະນັ້ນ, ຈີນ ໄດ້ເນັ້ນໜັກເຖິງການຢືດໝັ້ນນະໂຍບາຍມິດຕະພາບກັບ ຫວຽດນາມ, ຖື ຫວຽດນາມ ແມ່ນບຸລິມະສິດໃນການທູດຖານບ້ານໃກ້ເຮືອນຄຽງ. ຈີນ ກໍຢືນຢັນສະໜັບສະໜູນ ຫວຽດນາມ ພັດທະນາຢ່າງວັດທະນາຖາວອນ, ປະຊາຊົນຜາສຸກ, ສ້າງພື້ນຖານເສດຖະກິດທີ່ເຕີບໃຫຍ່ເຂັ້ມແຂງ, ເອກະລາດ, ເປັນເຈົ້າຕົນເອງ”.

        ພ້ອມກັນນັ້ນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໄດ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ກາຍເປັນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ. 2 ຝ່າຍໄດ້ມານະພະຍາຍາມສ້າງເສັ້ນຊາຍແດນທາງບົກ ຫວຽດນາມ - ຈີນ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຢູ່ບັນດາທ້ອງຖິ່ນເຂດຊາຍແດນ. ພ້ອມທັງ, ຮັກສາການແລກປ່ຽນ, ຄວບຄຸມຄວາມບໍ່ລົງລອຍກັນທາງທະເລ, ສອດຄ່ອງກັບກົດໝາຍສາກົນ.

ສືບຕໍ່ກຳນົດທິດຍຸດທະສາດໃຫ້ແກ່ການພົວພັນ 2 ຝ່າຍ

        ເລື່ອງພົວພັນແລກປ່ຽນ, ຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ ແມ່ນສ່ວນໜຶ່ງໃນໂຄງປະກອບທີ່ສຳຄັນໃນການພົວພັນສັງລວມລະຫວ່າງ 2 ພັກ, 2 ລັດ ຈີນ - ຫວຽດນາມ. ການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ ຄັ້ງນີ້, ກໍ່ແມ່ນການສືບທອດມູນເຊື້ອການແລກປ່ຽນລະຫວ່າງການນຳຂັ້ນສູງຂອງບັນດາອົງການນິຕິບັນຍັດຂອງ 2 ປະເທດ. ທ່ານ ຊຸງປົວ, ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ, ຖືວ່າ:

        “ຂ້າພະເຈົ້າຖືວ່າ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ, ເຮັດໃຫ້ການພົວພັນລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດເລິກເຊິ່ງຂຶ້ນຕື່ມ, ພ້ອມທັງເຊື່ອມຕໍ່ການຮ່ວມມືລະຫວ່າງ ຫວຽດນາມ - ຈີນ ໃນທຸກຂົງເຂດ. ໃນຂອບເຂດການຢ້ຽມຢາມ 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໃໝ່ ແລະ ສ້າງກົນໄກສົນທະນາຂັ້ນສູງໃໝ່ລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ”.

        ການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານ ເວືອງດິງເຫວະ ປະທານສະພາແຫ່ງຊາດ, ຍັງເປັນການຍູ້ແຮງການແລກປ່ຽນບົດຮຽນກ່ຽວກັບວຽກງານນິຕິບັນຍັດ, ກໍ່ຄືເສີມຂະຫຍາຍບົດບາດໃນການຕິດຕາມກວດກາ, ກະຕຸກຊຸກຍູ້ການຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ບັນລຸແລ້ວ. ທ່ານ ຟ້າມຊາວມາຍ, ເອກອັກຄະລັດຖະທູດ  ຫວຽດນາມ ປະຈຳ ຈີນ, ໃຫ້ຮູ້ວ່າ:

        “ການຢ້ຽມຢາມແມ່ນເພື່ອຫັນ 6 ທິດທາງການຮ່ວມມືໃຫຍ່ລະຫວ່າງ 2 ປະເທດເປັນລະອຽດ, ພິເສດແມ່ນຊຸກຍູ້ “ຄວາມໄວ້ເນື້ອເຊື່ອໃນດ້ານການເມືອງສູງກວ່າ” ແລະ ປັບປຸງ “ພື້ນຖານສັງຄົມຢ່າງໝັ້ນຄົງໜັກແໜ້ນກວ່າ”, ປະກອບສ່ວນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ ຈີນ. ພ້ອມກັນນັ້ນ, ການຢ້ຽມຢາມຈະປະກອບສ່ວນເຮັດໃຫ້ການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດເລິກເຊິ່ງ ແລະ ຍົກສູງປະສິດທິຜົນຫຼາຍກວ່າເກົ່າ”.

        ການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານ ເວືອງດິງເຫວະ, ປະທານສະພາແຫ່ງຊາດ ຫວຽດນາມ ແມ່ນເພື່ອແນໃສ່ປະກອບສ່ວນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ