ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຈີນ​ພັດ​ທະ​ນາ​ຢ່າງ​ດີ​ງານ, ມີ​ສະ​ຖຽນ​ລະ​ພາບ ແລະ ຍື​ນ​ຍົງ

(VOVWORLD) -ວັນທີ 1 ພະຈິກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ສິ້ນສຸດການຢ້ຽມຢາມ ປະເທດ ສປ.ຈີນ ຢ່າງເປັນທາງການ (30 ຕຸລາ - 1 ພະຈິກ) ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສິຈິ້ນຜິງ. ການຢ້ຽມຢາມໄດ້ປະກອບສ່ວນເສີມຂະຫຍາຍນ້ຳໃຈຄວາມສາມັກຄີ, ມູນເຊື້ອແບບພິເສດ ລະຫວ່າງ ຫວຽດນາມ - ຈີນ, ຍູ້ແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງກ່ວາອີກໃນຍຸກສະໄໝໃໝ່.

ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຈີນ​ພັດ​ທະ​ນາ​ຢ່າງ​ດີ​ງານ, ມີ​ສະ​ຖຽນ​ລະ​ພາບ ແລະ ຍື​ນ​ຍົງ - ảnh 1ການໂອ້ລົມສົນທະນາຂັ້ນສູງລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ທ່ານເລຂາທິການໃຫຍ່ປະທານປະເທດ ຈີນ ສິຈິ້ນຜິງ 

ການຢ້ຽມຢາມປະເທດ ສປ.ຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງແມ່ນການຢັ້ງຢືນຍຸດທະສາດ, ກຳນົດທີ່ຕັ້ງຢ່າງຈະແຈ້ງ ແລະ ພື້ນຖານຂອງການພົວພັນສອງຝ່າຍ, ປັບປຸງຄວາມເຊື່ອໝັ້ນເຊິ່ງກັນແລະກັນ ແລະ ປັບປຸງການພັດທະນາຂອງການພົວພັນ ຫວຽດນາມ - ຈີນໃນໄລຍະຕໍ່ໄປ.

ປະກອບສ່ວນກຳນົດທິດຍາວນານໃຫ້ແກ່ການພົວພັນສອງຝ່າຍ

        ການຢ້ຽມຢາມປະເທດ ສປ.ຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງແມ່ນເຫດການການເມືອງຕ່າງປະເທດ ສຳຄັນພິເສດສຳລັບທັງສອງພັກ, ສອງລັດ. ການນຳຈີນໄດ້ຕີລາຄາສູງຄວາມໝາຍພິເສດຂອງການຢ້ຽມຢາມ, ເມື່ອທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແມ່ນການນຳຕ່າງປະເທດຜູ້ທຳອິດ ຈີນໃຫ້ການຕ້ອນຮັບພາຍຫຼັງກອງປະຊຸມຄັ້ງທີ XX ຂອງພັກກອມມູນິດ ຈີນ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກໍ່ຢ້ຽມຢາມຈີນຄັ້ງທຳອິດພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ສິ່ງນີ້ສະແດງໃຫ້ເຫັນການຖືເປັນສຳຄັນໃນລະດັບສູງຂອງຫວຽດນາມ ແລະ ຈີນຕໍ່ການພົວພັນສອງພັກ, ສອງລັດ.

        ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມລວມມີ 13 ຈຸດ, ລວມມີບັນດາເນື້ອໃນທີ່ມີລັກສະນະຍຸດທະສາດ ກຳນົດທິດໃຫ້ແກ່ການພັດທະນາການພົວພັນສອງປະເທດໃນທຸກຂົງເຂດໃນໄລຍະຈະມາເຖິງ, ເຫັນດີເປັນເອກະພາບສືບຕໍ່ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຕາມທິດນຳທີ່ວາ: “ບ້ານໃກ້ເຮືອນຄຽງທີ່ມິດຕະພາບ, ການຮ່ວມມືຮອບດ້ານ, ມີສະຖຽນລະພາບຍາວນານ, ມຸ່ງໄປເຖິງອະນາຄົດ” ແລະ ຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”.

        ສອງຝ່າຍກໍ່ບັນລຸໄດ້ຄວາມເຫັນດີເປັນເອກະພາບໃນຫຼາຍເນື້ອໃນຮ່ວມມືຢ່າງແທດຈິງ, ຄືການຊຸກຍູ້ການເຊື່ອມຕໍ່ລະຫວ່າງຂອບເຂດ “ສອງແລວທາງ, ໜຶ່ງເສັ້ນທາງ” ດ້ວຍຂໍ້ລິເລີ່ມ “ແລວທາງ ແລະ ເສັ້ນທາງ”, ຊຸກຍູ້ວິວັດການເປີດປະຕູຕະຫຼາດໃຫ້ແກ່ສິນຄ້າປະເພດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳບາງຊະນິດຂອງ ຫວຽດນາມ, ເປີດຫ້ອງການການຄ້າ ຫວຽດນາມ ປະຈຳ ຈີນ. ທ່ານ ລຽວໄຣ ນັກຊ່ຽວຊານດ້ານເສດຖະກິດ, ສາດສະດາຈານ ມະຫາວິທະຍາໄລ ປະຊາຊົນປັກກິ່ງໃຫ້ຮູ້ວ່າ:

        ປັດຈຸບັນ ຫວຽດນາມ ແມ່ນປະເທດທີ່ມີຄວາມສາມາດບົ່ມຊ້ອນທາງດ້ານຕະຫຼາດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ກໍ່ແມ່ນພື້ນຖານເສດຖະກິດພັດທະນາໂດຍໄວ ໃນຈຳນວນບັນດາປະເທດພວມພັດທະນາ. ໃນສະພາບການນັ້ນ, ສອງປະເທດຈະມີຫຼາຍກາລະໂອກາດຊຸກຍູ້ການຮ່ວມມືພັດທະນາເສດຖະກິດ.

        ເນື່ອງໃນໂອກາດນີ້, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ແລະ ຈີນ ໄດ້ລົງນາມເອກະສານ ແລະ ຂໍ້ຕົກລົງຮ່ວມມືໃນຫຼາຍຂົງເຂດຈຳນວນ 13 ສະບັບ. ນີ້ແມ່ນພື້ນຖານ ແລະ ປະຖົມປັດໄຈເພື່ອໃຫ້ສອງປະເທດ ຜັນຂະຫຍາຍການຮ່ວມມືຢ່າງມີປະສິດທິຜົນໃນຊຸມປີຕໍ່ໄປ.

ຜັນຂະຫຍາຍໝາກຜົນຂອງການຢ້ຽມຢາມ

ການຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນທຸກດ້ານ. ເພື່ອຜັນຂະຫຍາຍບັນດາຄວາມຮັບຮູ້ລວມສຳຄັນທີ່ບັນລຸໄດ້ຂອງເລຂາທິການໃຫຍ່ສອງທ່ານ ແລະ ໝາກຜົນຂອງການຢ້ຽມຢາມ, ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ແລ້ວ, ໃນໄລຍະຈະມາເຖິງ ສອງຝ່າຍຈະສຸມໃສ່ຮັກສາການເຄື່ອນໄຫວພົບປະຂັ້ນສູງ ແລະ ທຸກຂັ້ນຢ່າງເປັນປະຈຳເພື່ອແລກປ່ຽນຄຳເຫັນກ່ຽວກັບບັນດາໃຫຍ່ໃນການພົວພັນສອງປະເທດ, ກຳນົດທິດ ແລະ ຊີ້ນຳຍຸດທະສາດຢ່າງທັນການ ເພື່ອແນໃສ່ຮັກສາການພົວພັນສອງປະເທດມີການພັດທະນາຢ່າງມີສະຖຽນລະພາບ, ປອດໄສ. ສອງປະເທດກໍ່ສ້າງການຫັນປ່ຽນຢ່າງແຮງ, ແທດຈິງ ແລະ ຍົກສູງປະສິດທິຜົນຂອງການຮ່ວມມືທາງດ້ານເສດຖະກິດ - ການຄ້າ, ການລົງທຶນກໍ່ຄືໃນ ຂົງເຂດຕ່າງໆ. ທ່ານ ບຸຍແທັງເຊີນ ໃຫ້ຮູ້ວ່າ:

        ສອງຝ່າຍຈະນຳໃຊ້ບັນດາມາດຕະການແທດຈິງຫຼຸດຜ່ອນບັນຫາຂາດຄວາມສົມດຸນທາງການຄ້າ ລະຫວ່າງສອງປະເທດ, ສ້າງຄວາມສະດວກກ່ຽວກັບການນຳສິນຄ້າຜ່ານແດນ, ຊຸກຍູ້ຄວາມປອດໄພ, ສະຖຽນລະພາບໃນການຜະລິດ ແລະ ຮັກສາລະບົບສະໜອງລະຫວ່າງສອງປະເທດ; ຊຸກຍູ້ການສົ່ງອອກນຳເຂົ້າຜະລິດຕະພັນກະເສດທຸກຊະນິດ, ສະບຽງອາຫານທີ່ມີຄຸນນະພາບສູງຂອງສອງປະເທດໃຫ້ຫຼາຍກ່ວາອີກ, ໃນນັ້ນຕັ້ງໜ້າຊຸກຍູ້ວິວັດການເປີດປະຕູຕະຫຼາດຂອງຈີນ ໃຫ້ແກ່ສິນຄ້າປະເພດຜະລິດຕະພັນກະເສດ, ສິນໃນນ້ຳຂອງ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍຈະຍູ້ແຮງການເຊື່ອມຕໍ່ທາງຄົມມະນາຄົມທາງບົກ, ທາງລົດໄຟ, ທາງອາກາດ. ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄືກະສິກຳ, ສິ່ງແວດລ້ອມ, ວິທະຍາສາດເຕັກໂນໂລຢີ, ສາທາລະນະສຸກ ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງແຫຼ່ງນ້ຳ; ຕັ້ງໜ້າຄົ້ນຄ້ວາການຮ່ວມມືໃນບັນດາຂົງເຂດຄື ພັດທະນາສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດດີຈີຕອນ, ສືບຕໍ່ຄຸ້ມຄອງເສັ້ນຊາຍແດນທາງບົກໃຫ້ເປັນຢ່າງດີ, ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

        ຫວຽດນາມ ແລະ ຈີນພ້ອມກັນຄຸ້ມຄອງ ແລະ ແກ້ໄຂຄວາມບໍ່ລົງລອຍກັນທາງທະເລຢ່າງສົມເຫດສົມຜົນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະ ໃນພາກພື້ນ. ສອງຝ່າຍໄດ້ປະຕິບັດຄວາມຮັບຮູ້ລວມຂັ້ນສູງຢ່າງເຂັ້ມງວດ, ເຄົາລົບຜົນປະໂຫຍດຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງກັນ, ແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ສືບຕໍ່ນຳໃຊ້ກົນໄກເຈລະຈາຂັ້ນລັດຖະບານກ່ຽວກັບຊາຍແດນຜືນແຜ່ນດິນ ຫວຽດນາມ - ຈີນ ແລະ ບັນດາກຸ່ມປະຕິບັດງານກ່ຽວກັບບັນຫາຢູ່ທະເລຢ່າງມີປະສິດທິຜົນ, ພ້ອມກັບບັນດາປະເທດສະມາຊິກ ອາຊຽນ ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສູ້ຊົນບັນລຸໄດ້ COC ຢ່າງແທດຈິງ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982 ໂດຍໄວ.

 ກ່ອນນີ້ 72 ປີ, ປະເທດ ສປ.ຈີນ ແມ່ນປະເທດທຳອິດໃນໂລກ ໄດ້ສ້າງຕັ້ງການພົວພັນທາງການທູດ ກັບ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (ປັດຈຸບັນແມ່ນ ປະເທດ ສສ. ຫວຽດນາມ( 1950 - 2022). ບົນເສັ້ນທາງດັ່ງກ່າວ, ສອງປະເທດສະຫງວນໃຫ້ກັນການສະໜັບສະໜູນ, ການຊ່ວຍເຫຼືອອັນຍິ່ງໃຫຍ່ ແລະ ລ້ຳຄ່າ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງພາລະກິດປະຕິວັດຢູ່ແຕ່ລະປະເທດ. ດ້ວຍການຜັນຂະຫຍາຍ ຄວາມຮັບຮູ້ລວມຂອງການນຳຂັ້ນສູງ ແລະ ໝາກຜົນສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງຢ່າງຄົບຖ້ວນ, ຮອບດ້ານ ແລະ ມີປະສິດທິຜົນ, ການພົວພັນ ຫວຽດນາມ - ຈີນຈະບັນລຸບາດກ້າວພັດທະນາຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ