ຊຸກຍູ້ການພົວພັນຄູ່ເຈລະຈາອາຊຽນ-ສເກົາຫຼີ

ຊຸກຍູ້ການພົວພັນຄູ່ເຈລະຈາອາຊຽນ-ສເກົາຫຼີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ​ຢ້​ຽມ​ຢາມ ສ.ເກົາຫຼີ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 12/12 ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີ

ໂດຍ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກ​ທ່ານນາງ​ປະ​ທາ​ນາ​​ທິ​ບໍ​ດີ ສ. ເກົາຫຼີ Park Geun – Hye, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ໄປ​ຢ້​ຽມ​ຢາມ ສ.ເກົາຫຼີ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 12/12 ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ແມ່ນ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຊຸກ​ຍູ້ ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີ, ພ້ອມ​ກັນ​ນັ້ນ ກໍ​ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ສ.ເກົາຫຼີ, ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ.

     ກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີແມ່ນ​ມີ​ຫົວ​ເລື່ອງວ່າ “ ສ້າງ​ຄວາມ​ເຊື່ອ​ໝັ້ນ ແລະ ຜາ​ສຸກ” . ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ກຳ​ນົດ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພ້ອມ​ກັນ​ນັ້ນ ກໍ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ຕາ່ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກອງ​ປະ​ຊຸມຍ​ັງ​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ​ຂັ້​ນ​ສູງ​ກ່ຽວ​ກັບ​ວິ​ໄສ​ທັດ​ອະ​ນາ​ຄົດ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດອາ​ຊຽນ-ສ​ເກົາຫຼີ.

  ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີພັ​ດ​ທະ​ນາ​ຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

   ພາຍຫຼັງ​ທີ່​ໄດ້​ສ້າງ​ຕັ້ງ ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ເມື່ອ​ປີ 1989 , ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງອາ​ຊຽນ-ສ​ເກົາຫຼີໄດ້​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ. 2 ຝ່າຍ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມືຮອບ​ດ້ານໃນ​ປີ 2004, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2010. ອາ​ຊຽນ ແລະ ສ​ເກົາຫຼີພວມ​ຕັ້ງ​ໜ້າ​​ຜັນ​ຂະ​ຫຍາຍ​ແຜນ​ການ​ດຳ​ເນີນ​ງານ​ໄລ​ຍະ 2010-2015 ແລະ ກະ​ກຽມ​ສ້າງ ແຜນ​ການ​ດຳ​ເນີນ​ງານ​ໄລ​ຍະ 2016-2020. 2 ຝ່າຍ​ໄດ້ແບ່ງ​ປັນ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​, ສະ​ຖຽນ​ລ​ະ​ພາບ​ໃນ​ພາກ​ພື້ນ. ສ.ເກົາຫຼີ​ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ຂອງ​ອາ​ຊຽນ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.

      ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດອາ​ຊຽນ-ສ​ເກົາຫຼີໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ສົມ​ທົບ​ກັບ​ສະ​ຖານ​ທູດ​ສ.ເກົາຫຼີ​ປະ​ຈຳຫວຽດ​ນາມຈັດ​ຂຶ້ນເມື່ອບໍ່​ດົນ​ມານີ້​ຢູ່​ຮ່າ​ໂນ້ຍນັ້ນ, ທ່ານ ຫງວຽນ​ຕ້ຽນ​ມິນ ຫົວ​ໜ້າ​ກົມໆ​ອາ​ຊຽນ​ສັງ​ກັດ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃຫ້​ຮູ້​ວ່າ :

   “ ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ຍາມ​ໃດ​ກໍ​ແມ່ນ​ເສົາ​ຄ້ຳ​ທີ່​ສຳ​ຄັ​ນ​ຂອງ​ການ​ພົວ​ພັນ 2 ຝ່າຍ. ສ.ເກົາຫຼີ​ແມ່ນ​ຄູ່​ຮ​່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 5 ຂອງ​ອາ​ຊຽນ ແລະ ອາ​ຊຽນ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ສະ​ຖານ​ທີ່​ລົງ​ທຶນ​ແຫ່ງ​ທີ 2 ຂອງ​ບັນ​ດາ​ນັກ​ລົງ​ທຶນ ສ.ເກົາຫຼີ. 2 ຝ່າຍ​ກໍ​ໄດ້​ເປີດ​ກ້​ວາງ ແລະ ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ຂົງ​ເຂດ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ຄື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຄວາມ​ໝັ້ນ​ຄົງດ້ານ​ທັນ​ຍາ​ຫານ, ຄວາມ​ໝັ້ນ​ຄົງ​ກ່ຽວ​ກັບ​ແຫຼ່ງ​ນ້ຳ.”

    ປະ​ຈຸ​ບັນ, ອາ​ຊຽນ ແລະ ສ​.ເກົາຫຼ​ີພວມ​ມຸ່ງ​ໄປ​ສູ່​ການ​ບັນ​ລຸ ແລະ ລື່ນ​ກາຍ​ຈຸດ​ໝາຍ​ທີ່​ໄດ້​ວາງ​ອອກ, ນັ້ນ​ແມ່ນ​ບັນ​ລຸ​ວົງ​ເງິນ​ການ​ຄ້າ 2 ສົ້ນ 150 ຕື້ USD ໃນ​ປີ 2015 ແລ​ະ 200 ຕື້ USD ໃນ​ປີ 2020, ສືບ​ຕ​ໍ່​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ ອາ​ຊຽນ-ສ​ເກົາຫຼີ. ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ອາ​ຊຽນ-ສ​ເກົາຫຼີ ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ​້ນ ແລະ ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ ແລະ ກັນ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ,  ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ປະ​ກອບ​ສ່ວນ​ຮັບ​ມື​ກັບ​ສະ​ພາບ​ຂາດ​ສະ​ຖຽນ​ລ​ະ​ພາບ​ໃນ​ພາກ​ພື້ນ​ຄື​ບັນ​ຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ ແລະ ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.

   ຊຸກ​ຍູ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ສ​ເກົາຫຼີ

  ພາຍຫຼັງ 22 ປີ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ປີ 1992 ແລະ ພິ​ເສດ​ພາຍຫຼັງ 5 ປີ​ນັບ​ແຕ່​ເວລາ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ “​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ” ໃນ​ປີ 2009, ການ​ພົວ​ພັນ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ-ສ​ເກົາຫຼີໄດ້​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ຮອບ​ດ້ານ ແລະ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ພິ​ເສດ​ແມ​່ນ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ. ສ​ເກົາຫຼີ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ນັກ​ລົງ​ທຶນ​ ​ຕ່າງ​ປະ​ເທດ ໂດຍ​ກົງ FDI ລາຍ​ໃຫຍ່​ກ່ຽວ​ກັບ​ຈຳ​ນວນ​ໂຄງ​ການ ແລະ ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ອັນ​ດັບ 3 ຂອງ​ຫວຽດ​ນາມ​ດ້ວຍ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃນ​ປີ 2013 ບັນ​ລຸ 27,5 ຕື້ USD, ເພີ່ມ​ຂຶ້ນ​ທົບ 4 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2007. 2 ປະ​ເທດ​ວາງ​ຈຸດ​ໝາຍບັນ​ລຸຍົກ ວົງ​ເງິນ​ການ​ຄ້າ 2 ສົ້ນ​​ຂຶ້ນ​ເຖິງ​ລະ​ດັບ 70 ຕື້ USDໃນ​ປີ 2020 ແລະ ພວມ​ຕັ້ງ​ໜ້າ​ກະ​ກຽມ​ເພື່​ອາດ​ຈະ​ລົງ​ນາມ​ສັນ​ຍາ​ການ​ຄ້າ​ເສ​ລີ FTA ຫວຽດ​ນາມ-ສ​ເກົາຫຼີ.

    ສ.ເກົາຫຼີ​ກໍ​ແມ່ນ​ປະ​ເທດ​ມີ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່​ຫວຽດ​ນາມຫຼາຍ​ອັນ​ດັບ 2 , ໃນ​ປີ 2013 ມີ​ແຂກ​ທ່ອງ​ທ່ຽວ​ 750.000 ເທື່ອ​ຄົນເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່​ຫວຽດ​ນາມ, ເພີ່ມ​ຂຶ້ນ​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2007. ທາງ​ດ້ານ​ການ​ສຶກ​ສາ-ວັດ​ທະ​ນະ​ທຳ, ປະ​ຈຸ​ບັນ​, ມີ​ນັກ​ຮຽນ​ຫວຽດ​ນາມກວ່າ 5 ພັນ​ຄົນ​ພວມ​ສຶກ​ສາ​ຄົ້ນ​ຄ້​ວາ​ຢູ່​ສ.ເກົາຫຼີ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ເມື່ອມໍ່ໆ​ມານີ້, ທ່ານ ວູ້​ຄວານ ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ເນັ້ນ​ໜັກ​ວ່າ 

   “ຫວຽດ​ນາມ ແລະ ສ​ເກົາຫຼີ ແມ່ນ​ເພື່ອນຂອງ​ກັນ. ປະ​ຊາ​ຊົນ 2 ປະ​ເທດບໍ່​ພຽງ​ແຕ່​ຮ່ວມ​ມື​ກັນ​ເພື່ອ​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍດ​ເທົ່າ​ນັ້ນ, ຫາກ​ຍັງ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍດ​ພາກ​ພື້ນ​ອີກ​ດ້ວຍ. ພວກ​ເຮົາ​ມີ​ຫຼັກ​ຖານ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຢືນ​ຢັນ​ວ່າ ໃນ​ຄວາມ​ວັດ​ທະ​ນາ​ຖາ​ວອນຂອງ​ແຕ່​ລະ​ປະ​ເທດ​ພວກ​ເຮົາ ແມ່ນ​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂ​ອງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມືຫວຽດ​ນາມ-ສ​ເກົາຫຼີ”

    ບົນ​ພືນ​ຖານ​ການ​ພົວ​ພັນ​ອັນ​ດີ​ງາມນັ້ນ, ການ​ຢ້​ຽມ​ຢາມ ສ.ເກົາຫຼີ​​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ສືບ​ຕໍ່​ຊຸກ​ຍູ້ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ-ສ​ເກົາຫຼີ, ພ້ອມ​ທັງ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ-ສ​ເກົາຫຼີ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີ, ຫວຽດ​ນາມ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນອາ​ຊຽນ-ສ​ເກົາຫຼີດ້ວຍ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ອາ​ຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ