ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສປປ ເກົາຫລີ

(vovworld) - ໂດຍ​ໄດ້​ຮັບ​ຄຳ​​ເຊື້ອເຊີນ​ຂອງ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang, ທ່ານ Kim Yong Nam  ປະທານ​ຄະນະ​​ປະຈຳສະພາ​ແຫ່ງ​ຊາດສາທາ​ລະນະ​ລັດ ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ (ສປປ​ເກົາຫລີ) ​ໄດ້​​ເດີນທາງ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5 -7/8. ພິທີ​ຕ້ອນຮັບ​ທ່ານ Kim Yong Nam ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 6/8. ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານ Kim Yong Nam ​​ແມ່ນ​ເພື່ອຢືນຢັນ​ຄວາມ​ປາ​ດຖະຫນາ​ຢາກ​ປັບປຸງ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​, ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ​ໃນ​​ໄລຍະ​ຈະ​ມາ​ເຖິງ.

ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສປປ ເກົາຫລີ - ảnh 1
ທ່ານ Kim Yong Nam  ປະທານ​ຄະນະ​​ປະຈຳສະພາແຫ່ງຊາດ
ສປປເກົາຫລີ
ພາບ:TTXVN

          ສອງ​ປະ​ເທດ ຫວຽດນາມ ​ແລະ ສປປ ​ເກົາຫລີ ມີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອອັນ​ດີງາມ ​ໂດຍ​ແມ່ນ​ທ່ານ​ປະທານ​ໂຮ່ຈິ​ມີນ ​ແລະ ທ່ານ​ປະທານ Kim In Sung ກໍ່​ຕັ້ງ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ​ໄດ້​ຮັບ​ການ​ທົດ​ສອບ​ຜ່ານ​ໄລຍະ​ປະຫວັດສາດ. ສປປ ​ເກົາຫລີ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ກັບ ຫວຽດນາມ ​ມາ​ແຕ່​ດົນ​ນານ (31/1/1950). ​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ ພວມ​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ,​ ສາຍພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້​ອ ລະຫວ່າງ ຫວຽດນາມ ​ແລະ ສປປ ​ເກົາຫລີ ບໍ່​ຖືກ​ຜົນ​ສະທ້ອນ ​ແລະ  ນັບ​ມື້​ນັບ​ພັດທະນາ. ສອງ​ປະ​ເທດ​ໄດ້​ຮັກສາ​ການ​ພົວພັນ​ອັນ​ດີງາມ​ເປັນ​ປະຈຳ​​ໂດຍຜ່ານ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງພັກ ​ແລະ ລັດ ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ​ເປັນ​ຫນ້າ​ສົນ​ໃຈ​ແມ່ນ​ການ​ຢ້ຽມຢາມ ສປປ ​ເກົາຫລີ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ Nong Duc Manh ອະດີດ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ເມື່ອ​ປີ 2007, ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ Kim Yong Nam ປະທານ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສປປ ​ເກົາຫລີ ​ເມື່ອ​ປີ 2001 ​ແລະ ການ​ຢ້ຽມຢາມ​ຂອງ​ທ່ານ Kim Yong In ນາຍົກລັດຖະມົນຕີ ​ເມື່ອ​ປີ 2007. ທ່ານ Kim Chang In ​ເອກ​ອັກຄະ​ລັດຖະທູດ ສປປ ​ເກົາຫລີ ປະຈຳ ຫວຽດນາມ ​ໄດ້​ຢືນຢັນ​ວ່າ:

        “ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຊື່ງທ່ານ​ປະທານ Kim In Sung ​ແລະ ປະທານ​ໂຮ່ຈິ​ມີນກໍ່​ຕັ້ງ​ຂຶ້ນ ​ໄດ້​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ປະຈຸ​ບັນ. ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງຈາກການ​ນຳ​ສອງ​ປະ​ເທດ, ການ​ພົວພັນ​ນັ້ນ​ພວມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຈະ​ພ້ອມ​ກັບ​ພວກ​ເພື່ອນ​ຫວຽດນາມ ຕັດສິນ​ໃຈ​ຫັນ​​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ໄປ​ສູ່​ໄລຍະ​ໃຫມ່ ​ແລະ ແທດ​ຈິງ​ກວ່າ.”

        ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້    ມ​ີບາດກ້າວ​ພັດທະນາ​ໃຫມ່. ​ວົງ​ເງິນ​ສົ່ງ​ອອກ​ສິນຄ້າຂອງ ຫວຽດນາມ ​ໄປ​ຍັງ ສປປ ​ເກົາຫລີ ​ໃນ​ປີ 2009 ບັນລຸ​ເກືອບ 16,5 ລ້ານ USD. ປີ 2010, ຫວຽດນາມ ​ໄດ້​ສົ່ງ​ອອກ​ກວ່າ 16 ລ້ານ USD ​ແລະ ປີ 2011 ​ແມ່ນ 18 ລ້ານ USD. ບັນດາ​ປະ​ເພດ​ສິນຄ້າ​ທີ່ ຫວຽດນາມ ສົ່ງ​ໄປ​ຂາຍ​ຢູ່ ສປປ ​ເກົາຫລີ ສ່ວນ​ຫລາຍ​ແມ່ນ​ເຄື່ອງ​ໃຊ້​ສອຍ. ປີ 2008, ຫວຽດນາມ ​ແລະ ສປປ ​ເກົາຫລີ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ 5 ສະບັບ​ກ່ຽວ​ກັບ​ການ​ຮ່ວມ​ມື​ຂຸດ​ຄົ້ນ​ແຮ່ທາດ ​ແລະ ​ແລກປ່ຽນ​ດ້ານ​ເຕັກນິກ​ທີ່​ກ່ຽວຂ້ອງ. ບັນດາ​ຄະນະ​ຜູ້​ຊ່ຽວຊານ​ຂະ​ແຫນງ​ນ້ຳມັນ​ອາຍ​ແກ​ສ, ກະສິກຳ​ຂອງ​ສອງ​ຝ່າຍ​ກໍ​ໄດ້​ໄປມາ​ຢ້ຽມຢາມ ​ແລະ ​ແລກປ່ຽນ​ບົດຮຽນ​ນຳ​ກັນ. ສອງ​ຝ່າຍ​ສືບ​ຕໍ່​ຮັກສາ​ກົນ​ໄກ​ການ​ປະຊຸມ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ​ແລະ ວິທະຍາສາດ​ເຕັກນິກ. ຄາດ​ວ່າ ສອງ​ຝ່າຍ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 8 ຢູ່ ພຽງ​ຢາງ ​ໃນ​ທ້າຍ​ເດືອນ 8/2012. ສອງ​ປະ​ເທດ​ກໍ​ໄດ້​ລົງ​ນາມ​ໃນ​ສັນຍາ​ສຳຄັນ​ຫລາຍ​ສະບັບ, ​​ເພື່ອເປັນ​ພື້ນຖານ​ດ້ານ​ກົດໝາຍ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ.
 

ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສປປ ເກົາຫລີ - ảnh 2
ນະຄອນຫລວງ ພຽງຢາງ
ພາບ: internet

        ​​ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ວັດທະນະທຳ ການ​ສຶກສາກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ສອງ​ປະ​ເທດ​ນັບ​ແຕ່​ເມື່ອ​ ຫວຽດນາມ ​ແລະ ສປປ ​ເກົາຫລີ ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ. ​​ໃນ​ຊຸມ​ປີ 1960 - 1970, ສປປ ​ເກົາຫລີ ​ໄດ້​ຊ່ວຍ ຫວຽດນາມ ບຳລຸງ​ສ້າງ​ນັກ​ສຶກສາ​ນັບ​ຮ້ອຍ​ຄົນ. ມີ​ອະດີດ​ນັກຮຽນ ຫວຽດນາມ ຫລາຍ​ລຸ້ນຄົນ​ໃນ​ຄາວ​ນັ້ນ ບໍ່​ອາດ​ຫລົງ​ລືມ​ບັນດາ​ອາລົມ​ຈິດ, ການ​ອຸ້ມ​ຊູ​ຊ່ວຍ​ເຫລືອ​ຈາກ​ປະຊາຊົນ ສປປ ​ເກົາຫລີ​ໄດ້. ​ແຕ່ລະ​ປີ, ກະຊວງ​ວັດທະນະທຳ​ຂອງ ຫວຽດນາມ ລ້ວນ​ແຕ່​ສົ່ງ​ຄະນະ​ນັກ​ສິລະ​ປະກອນ​ໄປ​ຍັງ ສປປ ​ເກົາຫລີ ​ເພື່ອ​​ເຂົ້າ​ຮ່ວມ​ງານ​ມະຫາກຳ​ສິລະ​ປະລະ​ດູ​ບານ​ໃຫມ່​​ໃນ​ເດືອນ 4 ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນຫລວງ ພຽງ​ຢາງ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ກິລາກາ​ຍະ​ກຳ (9/2011); ​ແຜນການ​ຮ່ວມ​ມື​ກ່ຽວ​ກັບ​ວັດທະນະທຳ​ໄລຍະ 2012 - 2014 (4/2012). ຫວ່າງ​ແລ້​ວນີ້, ຫໍພິພິດທະພັນ ສປປ ​ເກົາຫລີ ​ແລະ ຫໍພິພິດທະພັນ ​ໂຮ່ຈິ​ມີນ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ ສປປ ​ເກົາຫລີ ຢູ່ ຫໍພິພິດທະພັນ​ໂຮ່ຈິ​ມີນ ​ເນື່ອງ​ໃນ​ໂອກາດ​ລະນຶກ 100 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ Kim In Sung. ປີ 2011, ສອງ​ຝ່າຍ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ “ປະທານ ​ໂຮ່ຈິ​ມີນ - ວິລະ​ຊົນ​ປົດ​ປ່ອຍ​ຊາດ, ນັກ​ວັດທະນະທຳ​ດີ​ເລີດ” ຢູ່ ສປປ ​ເກົາຫລີ. ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລ​ກປ່ຽນ​ວັດທະນະທຳ​ດັ່ງກ່າວ​ໄດ້​ປະກອບສ່ວນ​ຮັກສາ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ສະມາຄົມ​ມິດ​ຕະພາບ ຫວຽດນາມ ​ແລະ ສປປ ​ເກົາຫລີ ​ແລະ ສະມາຄົມ ສປປ ​ເກົາຫລີ - ຫວຽດນາມ ​ໄດ້​ກາຍ​ເປັນ​ຂົວ​ເຊື່ອ​ມຕໍ່​ສຳຄັນ, ປະກອບສ່ວນ​ຊຸກຍູ້ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ທ່ານ Pham Tat Dong ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ສປປ ​ເກົາຫລີ ​ໃຫ້​ຮູ້​ວ່າ:

        “ປີ 2012 ​ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ສຳລັບ​ປະຊາຊົນ ສປປ ​ເກົາຫລີ, ​ແມ່ນ​ປີ​ລະນຶກ 100 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະທານ Kim In Sung, 70 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະທານ Kim Chang In ​ແລະ ຂຳ່ນັບ​ຊົມ​ເຊີຍຜູ້ນຳ​ຄົນໃຫມ່​ຂອງ ສປປ ​ເກົາຫລີ Kim Chang Un. ສປປ ​ເກົາຫລີ ພວມ​ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ເປີດ​ປະຕູ​​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ. ດ້ວຍ​ຄວາມ​ສາມາດ​ຂອງ​ຕົນ, ຫວຽດນາມ ຍາມ​ໃດ​ກໍ​ຊ່ວຍ​ເຫລືອ ​ແລະ ສະ​ຫນັບ​ສະ​ຫນູນ​ພາລະກິດ​ສັນຕິພາບ, ​​ໂຮມ​ປະ​​ເທດຊາດ​ເປັນ​ເອກະ​ພາບ​ຂອງ​ປະຊາຊົນ ສປປ ​ເກົາຫລີ ອ້າຍ​ນ້ອງ.”

        ​ໃນ​ໄລຍະ​ປະຈຸ​ບັນ, ພັກ​ແຮງ​ງານ ສປປ ​ເກົາຫລີ ພວມ​ສຸ​ມ​ໃສ່​ພັດທະນາ​ເສດຖະກິດ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ໃນ​ນັ້ນ​ປະຕິບັດທົດ​ລອງ​ການປະຕິ​ຮູບດ້ານ​ກະສິກຳ ​ແລະ ບໍລິ​ຫານ​ເສດຖະກິດ. ດ້ວຍ​ບັນດາ​ບົດຮຽນ​ຂອງ​ຕົນ, ຫວຽດນາມ ຍາມ​ໃດ​ກໍ​ພ້ອມ​ແລ້ວ​ທີ່​ຈະສະຫນັບສະຫນູນ ​ແລະ ຊ່ວຍ​ເຫລືອ ສປປ ​ເກົາຫລີ. ດ້ວຍ​ຄວາ​ມມານະ​ພະຍາຍາມ​ລວມ, ຫວຽດນາມ ​ແລະ ສປປ ​ເກົາຫລີ ພວມ​ສືບ​ຕໍ່​ປັບປຸງ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ສົມທົບ​ກັນ​ເຄ່ືອນ​ໄຫວ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ຕ່າງປະ​ເທດ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການປັບປຸງ​ພື້ນຖານ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ຢູ່ ອາຊີ ປາຊີ​ຟີ​ກ ​ແລະ ​ໃນ​ທົ່ວ​ໂລກ. ການ​ຢ້ຽມຢາມ​ສັນຖະວະ​​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ປະທານ Kim Yong Nam ຄັ້ງ​ນີ້ ຈະ​ສ້າງ​ກຳລັງ​ຫນູນ​ໃຫມ່​ເພື່ອ​​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສປປ ​ເກົາຫລີ ​​ມີ​ປະສິດທິ​ຜົນ​ ​ແລະ ​​ແທດ​ຈິງ​ກວ່າ​ເກົ່າ./.

ຂ່າວ/ບົດ​ອື່ນ