ຊຸກຍູ້ການພົວພັນຫວຽດນາມ-ຈີນພັດທະນາ

(vovworld) - ວັນ​ທີ 10/4, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ນິດ ຫວຽດນາມ ຫງວຽນ​ຟຸຈ້ອງ ດຳ​ເນີນ​ບັນດາ​​ການ​ເຄື່ອນ​ໄຫວສຸດ​ທ້າຍ​ໃນ​ການ​ຢ້ຽມຢາມ​ປະ​ເທດ ສປ. ຈີນ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 7-10/4/2015, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ. ໝາກຜົນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ປະກອບສ່ວນ​ສຳຄັນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພັດທະນາ​ຢ່າງປອດ​ໄສ ​ແລະ ໝັ້ນຄົງ. ບັນນາທິການ ທູ​ຮວາ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: “ຊຸກຍູ້​ການ​ພົວພັນ ຫວຽດນາມ-​ຈີນ ພັດທະນາ”.

ຊຸກຍູ້ການພົວພັນຫວຽດນາມ-ຈີນພັດທະນາ - ảnh 1

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສປ.ຈີນ ຢ່າງ​ເປັນ​ທາງ​ການ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່,​ ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ, ພົບ​ປະ​ເຈລະຈາ​ກັບທ່ານ ຫລີ​ເຄີ​ຊຽງ, ​ກຳມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ນາຍົກລັດຖະມົນຕີຈີນ ​ແລະ ທ່ານ ຈຽງ​ຕີ​ຈາງ, ຫົວຫນ້າ​ກຳມະການ ຄະນະ​ກຳມະການ​ປະຈຳ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ ອີ​ເຈິ້ງ​ເຊີງ, ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ . ສອງ​ຝ່າຍ​​ແລກປ່ຽນ​ຄຳ​ເຫັນ ​ແລະ ບັນ​ລຸ້ຄວາມ​ຮັບຮູ້​ລວມຢ່າງ​ກ້ວາງ​ຂວາງ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ ລະຫວ່າງ 2 ພັກ, 2 ລັດ ​ແລະ ​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ ການ​ຢ້ຽມຢາມ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບ​ງາມ, ປະກອບສ່ວນ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນລະຫວ່າງ ຫວຽດນາມ ​ແລະ ຈີນ ພັດທະນາ​ເປັນ​ປົກກະຕິ ​ແລະ ປອດ​ໄສ.

    ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອ​ບ​ດ້ານ​ຢ່າງບໍ່​ຢ​ຸດຢັ້ງ

ທີ່​​ການ​ເຈ​ລະ​ຈາ, ພົບ​ປະຄັ້ງ​ຕ່າງໆ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ບັນ​ດາ​ການ​ນຳ​ຈີ​ນ ພ້​ອ​ມ​ກັນ​ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ແລະ ຈີນ ຈະ​ສືບ​ຕໍ່​ຢືດ​ໝັ້ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ທິດ​ນຳ “ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ, ສະ​ຖຽນ​ລະ​ພາບ​ຍາວ​ນານ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ” ແລະ ນ້ຳ​ໃຈ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ມິດ​​ທີ່ດີ, ເພື່ອນ​ສະ​ຫາຍ​​ທີ່ດີ, ຄູ່​ຮ່ວມ​ມື​ທີ່​ດີ”, ກຳ​ແຫນ້ນ​ທິດ​ທາງ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ ຫວຽດ​ນາມ - ຈ​ີນ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ການ​ຮ່ວມ​ມື​​ຍຸດ​ທະ​ສາດຮອບ​ດ້ານ ຫວຽດ​ນາມ - ຈີນ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ​ໃນ​ອະ​ນາ​ຄົດ. ສອງ​ຝ່າຍ ເຫັນ​ດີ ສືບ​ຕໍ່​ຮັກ​ສາ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ການ​ພົບ​ປະ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ດ້ວຍ​ຫລາຍ​ຮູບ​ການ, ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ, ພາກ​ພື້ນ ແລະ ບັນ​ດາ​ບັນ​ຫາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ທັນ​ການ, ແລກ​ປ່ຽນ​ບັນ​ຫາ​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ ສຳ​ລັບ​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ຈີນ. ປະ​ຕິ​ບັດ “ໂຄງ​ການ​ດຳ​ເນີນ​ງານ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ, ສອງ​ຝ່າຍ​ພ້ອມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ. ສອ​ງ​ຝ່າຍ​ຕັ້ງ​ຫນ້າ​ຊຸກ​ຍູ້​ການ​ພົບປະ​ແລກ​ປ່ຽນການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກັບ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ລະ​ຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ກັບ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ.

        ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ສອງ​ຝ່າຍ

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ບັນ​ດາ​ການ​ນຳ​ຈີນ ໄດ້​ມີ​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ປະ​ຕິ​ບັດ “ແຜນ​ກຳ​ນົດ​ພັດ​ທະ​ນາ​ໄລ​ຍະ 5 ປີ ແຫ່ງ​ການ​ຮ່ວມ​ມື​ທາ​ງ​ດ້ານ​ເສດ​ຖະ​ກິດ ການ​ຄ້າ ຫວຽດ​ນາມ - ຈ​ີນ ໄລ​ຍະ 2012-2016” ເປັນ​ຢ່າງ​ດີ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ຊ​ີ​ລາຍ​ຊື່ ບັນ​ດາ​ໂຄງ​ການ​ຮ່ວມ​ມື​ຈຸດ​ສຸມ ແລະ ບັນ​ດາ​ຂໍ້​ຕ​ົກ​ລົງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ຊື່ງ​ສອງ​ຝ່າຍ​ໄດ້​ລົງ​ນາມ. ກ່ຽວ​ກັບ​ການ​ຊຸກ​ຍູ້​ດ້ານ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ, ດຸ່ນ​ດ່​ຽງ, ໝັ້ນ​ຄົງ, ສອງ​ຝ່າຍ ຕັ້ງ​ຫນ້າ​ຄົ້ນ​ຄ້​ວາ​ການ​ເຈ​ລະ​ຈາ, ລົງ​ນາມ​ໃນ​ສັນ​ຍາ​ປັບ​ປຸງ​ກ່ຽວ​ກັບ​ການ​ຄ້າ​ຊາຍ​ແດນ ຫວຽດ​ນາມ - ຈີນ, ປຶກ​ສາ​ຫາ​ລື ແລະ ກຳ​ນົດ​ທິດ​ທາງ​ສັງ​ລ​ວມ​ກ່ຽວ​ກັບ​ການກໍ່​ສ້າງ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຜ່ານ​ຊາຍ​ແດນ​ໂດ​ຍ​ໄວ, ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ. ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂະ​ແຫນງ​ກະ​ສິ​ກຳ, ປະ​ດິດ​ສ້າງ, ບໍ​ລິ​ການ ແລະ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ, ສາ​ທາ​ລະ​ນະ​ສຸກ, ກວດ​ກາ​ໂລກ​ລະ​ບາດ, ຝ່າຍ​ຈີນ ສະ​ຫນັບ​ສະ​ຫນູນ ວິ​ສາ​ຫະ​ກິດ​ຈີນ ເຂົ້າ​ມາ​ລົງ​ທຶນ​ພັດ​ທະ​ນາ​ຢູ່​ຫວຽດ​ນາມ ແລະ ພ້ອມ​ແລ້ວ​​ທີ່​ຈະສ້າງ​ເງື່ອນ​ໄຂ​ກວ່າ​ອີກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ​ເຂົ້າມາ​ຂຸດ​ຄົ້ນ​ເປີດກວ້າງ​ຕະ​ຫລາດ​ຢູ່​ຈີນ, ຝ່າຍ ຫວຽດ​ນາມ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຈີນ ມາ​ລົງ​ທຶນ​ດຳ​ເນີນ​ທຸກ​ລະ​ກິດ​ຢູ່​ຫວຽດ​ນາມ. ສອງ​ຝ່າ​ຍ​ອອກ​ຖະ​ແຫລງ​ການ​ສ້າງ​ຕັ້ງ​ຫນ່ວຍ​ປະ​ຕິ​ບັດ​ງານ​ຮ່ວມ​ມື​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ ແລະ ຫນ່ວຍ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເງິນ​ຕາ​ຢ່າງ​ເປັນ​ທາງ​ການ, ເຫັນ​ດີ​ເພີ່ມ​ທະ​ວີ​ການ​ບໍ​ລິ​ຫານ, ​ການປະ​ສານ​ສົມ​ທົບ​ລະ​ຫວ່າງບັນ​ດາ​ຫນ່ວຍ​ດັ່ງ​ກ່າວ ແລະ ຫນ່ວຍ​ປະ​ຕິ​ບັດ​ງານ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ​ບົນ​ທະ​ເລ, ພ້ອມ​ກັນ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ພັດ​ທະ​ນາ​ຮອບ​ດ້ານ.

 ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ,ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອື່​ນໆ

        ໃນ​ການ​ຢ້ຽມ​ຢາມ ສ​ປ. ຈີນ ຢ່າງ​ເປັນ​ທາງ​ການ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນ​ຟູ໋​ຈ້ອງ ແລະ ບັນ​ດາ​ການນ​ຳ ຈີນ ໄດ​້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ນຳ​ກັນ​ສືບ​ຕໍ່​ຈັດ​ຕັ້ງ​ການ​ທາບ​ທາມ​ຄວາມ​ເຫັນ​ທາງ​ດ້ານ​ການ​ທູດ​ປະ​ຈຳ​ປີ​ເປັນ​ຢ່າງ​ດີ, ເປີດ​ກ້​ວາງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ຈີນ. 2 ຝ່າຍກໍ່​ຮັກ​ສາ​ການ​ພົບ​ປະ​ຂັ້ນ​ສູງ​ລະ​ຫວ່າງກອງ​ທັບ 2 ປະ​ເທດ ແລະ ເຈ​ລະ​ຈາ​ທາງ​ດ້ານ​ການ​ປ້ອງ​ກັນ​ຊາດ, ປ້ອງກັນ​ຄວາມ​ສະ​ຫງົບ, ເປີດ​ກ້​ວາງ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ 2 ຝ່າຍ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ, ວັ​ດ​ທະ​ນະ​ທຳ, ການ​ສຶກ​ສາ, ການ​ທ່ອງ​ທ່ຽວ, ສືບ​ຕໍ່​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ເປັນ​ຢ່າງ​ດີ, ຕັ້ງ​ໜ້າ​ຊຸກ​ຍູ້​ວຽກ​ງານ​ສ້າງ​ຕັ້ງ​ສູນ​ວັດ​ທະ​ນະ​ທຳ​​​ຢູ່ແຕ່​ລະ​ປະ​ເທດ. 2ຝ່າຍຢັ້ງ​ຢືນ​ສືບ​ຕໍ່​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ຊາຍ​ແດນ​ທາງບ​ົກ ຫວຽດ​ນາມ - ຈີນ ເປັນ​ຢ່າງ​ດີ, ປະ​ຕິ​ບັດ​ບັນ​ດາ​ເອ​ກະ​ສານ​ກ່ຽວ​ກັບ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ 2 ປະ​ເທດ​ເປັນ​ຢ່າງ​ດີ; ເຊັນ “ສັນ​ຍາ​ຮ່ວມ​ມື​ປົ​ກ​ປັກ​ຮັກ​ສາ ແລະ ຂຸດ​ຄົ້ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ຢູ່​ທາ​ດບ​ບ້ານ​ຢ​ົກ​” ແລະ “ສັນ​ຍາ​ກ່ຽວ​ກັບ​ກົດ​ລະ​ບຽບ​ເຮືອ​​ ແລະ ກ່ຳ​ປັນ​ໄປ​ມາ​ຢ່າງ​ເສ​ລີ​ຢູ່​ເຂດປາກ​ແມ່​ນ້ຳ ໄຜຫຼວນ” ໂດຍ​ໄວ, ພ້ອມ​ກັນ​ຮັກ​ສາ​​ສະ​ຖຽ​ນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ເຂດ​ຊາຍ​ແດນ. 2 ຝ່າຍ​ເນັ້​ນ​ໜັກ​ການ​ປະ​ຕິ​ບັດ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຊ​ີ້​ນຳ​ແກ້​ໄຂ​ບັນ​ຫາ​ບົນ​ທະ​ເລ ຫວຽດ​ນາມ - ຈີນ” ຢ່າງ​ເຂັ້ມ​ງວດ, ນຳ​ໃຊ້​ກົນ​ໄກ​ປຶກ​ສາ​ຫາ​ລືຂັ້ນ​ລັດ​ຖະ​ບານ​ກ່ຽວ​ກັບ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ ເປັນ​ຢ່າງ​ດີ, ເດັດ​ດຽວ​ຜ່ານ​ການ​ເຈ​ລະ​ຈາ​ມິ​ດ​ຕະ​ພາບ​ເພື່ອ​ຊ​ອ​ກ​ຫາ​ມາດ​ຕະ​ການ​ພື້ນ​ຖານ ແລະ ຍາວ​ນານ​ເຊິ່ງ 2 ຝ່າຍ​ລ້ວນ​ແຕ່​​ສາ​ມາດຮັບ​ຮູ້​ໄດ້. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ພ້ອມ​ກັນ​ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ຢູ່​ທະ​ເລ​ເປັນ​ຢ່າງ​ດີ, ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທ​ະ​ເລ​ຕາ​ເວັນ​ອອກ (DOC) ເປັນ​ຢ່າງ​ດີ ແລະ ບັນ​ລຸ​ໄດ້​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ບົນ​ພື້ນ​ຖານ​​ປຶກ​ສາ​ຫາ​ລື​ເປັນ​ເອ​ກະ​ພາບ, ບໍ່​ມີ​ການ​ກະ​ທ​ຳ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ເປີດ​ກ້​ວາງ​ການ​ຂັດ​ແຍ້ງ, ແກ້​ໄຂ​ຢ່າງ​ທັນ​ການ, ສົມ​ເຫດ​ສົມ​ຜົນບັນ​ຫາ​ເກີດ​ຂຶ້ນ, ຮັກ​ສາ​ການ​ພົວ​ພ​ັນ ຫວຽດ​ນາມ - ຈີນ ແລະ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຫວຽດ​ນາມ ແລະ ​ຈີນ ໄດ້​​ລົງ​ນາມ​ໃນ​ເອ​ກະ​ສານ​​ຮ່ວມ​ມື​ຫຼາຍ​ສະ​ບັບໃນ​ບັນ​ດາ​ຂົງ​ເຂດ​ເພື່​ອ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອ​ນ​ຄຽງ​ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໄສ ແລະ ​ມີສະ​ຖຽນ​ລະ​ພາບ​ໃນ​ອະ​ນາ​ຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ