ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ

(vovworld) - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພວມ​ດຳ​ເນີນ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ແລະ ສ​ປ​ປ.ລາວ ​ຢ່າງ​ເປັນ​ທາງ​ການໃນ​ລະ​ຫວ່າງວັນ​ທີ 24 – 27/04. ການ​ຢ້ຽມ​ຢາມ​ຖືກ​ດຳ​ເນີນ​ໃນ​ສະ​ພາບ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ກັບ 2 ປະ​ເທດ​ພວມ​ໃນ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ, ສະ​ແດງ​ໃຫ້​ເຫັນ​ຫວຽດ​ນາມ ​ຖືກ​ເປັນ​ສຳ​ຄັນ​​ການ​ພົວ​ພັນ​ກັບ 2 ປະ​ເທດ​ບ້ານໃກ້​ເຮືອນ​ຄຽງ​, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ກຳ​ປູ​ເຈຍ, ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - ລາວ ທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ແທດ​ຈິງ ແລະ ​ມີ​ປະ​ສິດ​ທິ​ຜົນ.

ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ - ảnh 1

ນີ້​ແມ່ນ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ແລະ ສ​ປ​ປ.ລາວ ​ຢ່າງ​ເປັນ​ທາງ​ການ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ຖານະ​ຕ​ຳ​ແໜ່ງ​ເປັນ​ຜູ້​ນຳ​ລັດ​ຖະ​ບານ, ນີ້ກໍ່​ແມ່ນ​ການ​ເຄື່ອນ​ໄຫ​ວ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ ເພື່ອ​ຄ່ຳ​ນັບ​ຮັບ​ຕ້ອ​ນ​ປີ​ມິດ​ຕະ​ພາບ​ຫວຽດ​ນາມ - ກຳ​ປູ​ເຈຍ 2017 ແລະ ປີ​ແຫ່ງ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ລາວ 2017.

ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - ກຳ​ປູ​ເຈຍ

        ພາຍ​ຫຼັງສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເກືອບ 50 ປີ (24/06/1967 – 24/06/2017), ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ກຳ​ປູ​ເຈຍ ຍັງ​ຢ​ູ່​ໃນ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ. ການ​ນຳ 2 ປະ​ເທດ​ຍາມ​ໃດ​ກໍ່ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຢືນ​ຢັນຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຫວຽດ​ນ​າມ - ກຳ​ປູ​ເຈຍ ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ 2 ຊາດ, ຕ້ອງ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ໂລກ ແລະ ພາກ​ພື້ນ​ພວມ​ມີ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ໄວ ກະ​ທົບ​ຢ່າງ​ແຮງ​ເຖິງ 2 ປະ​ເທດ. ເພື່ອ​ຮັກ​ສາ​ສາຍພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ, ນັ້ນ​ແມ່ນ​ໜ້າ​ທີ່​​ຮັບ​ຜິດ​ຊອບຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ ແລະ ປະ​ຊາ​ຊົນ 2 ປະ​ເທດ​ຫວຽດ​ນາມ ແລ​ະ ກຳ​ປູ​ເຈຍ, ໃນ​ນັ້ນ​ມີ​ການ​ສຶກ​ສາ​ໃຫ້​ລຸ້ນ​ໜຸ່ມ 2 ປະ​ເທດ. ຢືນ​ຢັນ​ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ, ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ກຳ​ປູ​ເຈຍ ຫວູ​ມ້​າວ ຊີ້​ແຈ້ງວ່າ.

        “ເຂົ້າ​ຮ່ວມ​ການບ​ຳ​ລຸງ​ສ້າງ​ລຸ້ນ​ໜຸ່ມ 2 ປະ​ເທດ​ກ່ຽວ​ກັບ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ຫວຽດ​ນາມ - ກຳ​ປູ​ເຈຍ ແມ່ນ​ບຸ​ລິ​ມະ​ສິດ​ໃນ​ວຽກ​ງານ​ຂອງ​ສະ​ມາ​ຄົມ​ທຸກ​ຂັ້ນ. ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວນັ້ນ​ແມ່ນ​ພວ​ກ​ເຮົາ​ໄດ້​ເປັນ​ເຈົ້າ​ການ​ຊ່ວຍ​ເຫຼືອ​ນັກ​ຮຽນ​ກຳ​ປູ​ເຈຍ ​​ພວມ​ຮ່ຳ​ຮຽນ​ຢູ່ຫວຽດ​ນາມ. ຜ່ານ​ລາຍ​ການ​ດັ່​ງ​ກ່າວ, ພວກ​ເພື​່ອນ​ໜຸ່ມ​ກຳ​ປູ​ເຈຍ ໄດ້​ຊອກ​ຮູ້​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຫວຽ​ດ​ນາມ ຢ່າງ​ເລິກ​ເຊິ່ງ, ພ້ອມ​ທັງຮັບ​ຮູ້ໄດ້​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ທີ່​ສະ​ຫງວນໃຫ້​ພວກ​ນ້ອງ, ຈາກນັ້ນ​ພວກ​ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ 2 ຊາດ​ຢ່າງ​ເລິກ​ເຊິ່ງກວ່າ. ນອກນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຍັງ​ຈັດ​ບັນ​ດາ​ການ​ໂອ້​ລົມ​ສົນ​ທະ​ນາ, ​ໂອ​້​ລົມ​ກ່ຽວ​ກັບ​ການ​ພົວ​ພັນ​ຫວຽດ​ນາມ - ກຳ​ປູ​ເຈຍ, ​ຈັດງານ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ລະ​ຫວ່າງ​ນັກ​ສຶກ​ສາ 2 ປະ​ເທດ”.

        ປະ​ຈຸ​ບັນ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ​ໄດ້​ມີ​ບັນ​ດາ​ສັນ​ຍານ​ອັນ​ຕັ້ງ​ໜ້າ, ເມື່ອ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃນ​ໄຕ​ມາດ​ທີ 1 ປີ 2017 ບັນ​ລຸ​ເກືອບ 940 ລ້ານ USD (ເພີ່ມ​ຂຶ້ນ 11% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັບ​ຂອງ​ປີ 2016). ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ກໍ່​ຢືນ​​ຢູ່ແຖວ​ໜ້າ​ໃນ​ຕະ​ຫຼາດ​ນັກ​ທ່ອງ​ທ່ຽ​ວ​​ໄປ​ຢ້ຽມ​ຢາ​ມ​ກຳ​ປູ​ເຈຍ. ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 15 ຄ​ະ​ນະ​ກຳ​ມະ​ການ​ປະ​ສົມ​ຫວຽດ​ນາມ - ກຳ​ປູ​ເຈຍ ເຊິ່ງ​ໄດ້​ດຳ​ເນີນ​ຢູ່​ ພະ​ນົ​ມ​ເປັນ ໃນ​ເດືອນ 03 ຜ່ານ​ມາ, 2 ຝ່າຍ​ໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ກັນ​ຢ່າງ​ສູງ​​ແມ່ນ​ການ​ສືບ​ຕໍ່​ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ແກ້​ໄຂ​ບັນ​ດາ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ເຂ​ດ​ຊາຍ​ແດນ​ໃຫ້​ເປັນ​ຢ່າງ​ດີ, ເພີ່ມ​ທະ​ວີ, ຮັກ​ສາ​ການ​ລາດ​ຕາ​ເວັນ​ຮ່ວມ​ບົນ​ທະ​ເລ…, ພ້ອມ​ທັງ​ສືບ​ຕໍ່​ຢືນ​ຢັນ​ຫຼັກ​ການ ບໍ່​ອະ​ນຸຍ​າດ​ໃຫ້​ບໍ່​ວ່າ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ໃດໆ​ນຳ​ໃຊ້​ຜືນ​ແຜ່ນ​ດິນ​ຂອງ​ປະ​ເທດນີ້​ເພື່ອ​ຕ້ານ​ທຳ​ລາຍ​ຄວາມ​ສະ​ຫງົບ​, ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ​ອື່ນ.

ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມ​ັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - ລາວ

ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ - ảnh 2

ຜ່ານ​ໄລ​ຍະ​ປະ​ຫວັດ​ສາດ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງບໍ່​ຢຸດ​ຢັ້ງ, ນັບ​ມື້​ນັບ​ເລິກ​ເຊິ່ງ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ. ການ​ພົວ​ພັນ​ດ້ານ​ການ​ເມືອງ​ລະ​ຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ຍູ້​ແຮງ, ນັບ​ມື້​ນັບ​ສະ​ໜິດ​ຕິດ​ພັນ, ໄວ້​ເນື້ອ​ເຊື່ອ​ໃຈ. ຍ້ອນ​ບັນ​ດາ​ນະ​ໂຍ​ບາຍ​ບຸກ​ລິ​ມະ​ສິດທີ່​ເໝາະ​ສົມ​ຂອງ​ທັງ 2 ຝ່າຍ, ສະ​ນັ້ນ​ການ​ຄ້​າ​ລະ​ຫວ່າງ​ຫວຽດ​ນາມ - ລາວ ​ລ້ວນ​ແຕ່ໄດ້​ຮັບ​ການ​ເຕີບ​ໂຕ​ໃນ​ຊຸມ​ປີມໍ່ໆ​ມານີ້.

        ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ນັ້ນ​ແມ່ນ​ຍ້ອນ 2 ປະ​ເທດ​ໄດ້​ຮັກ​ສາ​​ບັນ​ດາ​ກົ​ນ​ໄກ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຢູ່​ທຸກ​ຂັ້ນ​ລະ​ຫວ່າງ 2 ປະ​ເທດ​ເປັນ​ປະ​ຈຳ. ຕໍ່​ໜ້​າ​ສະ​ພາບ​ການ​ໂລກ, ພາກ​ພື້ນ​ມີ​ການ​ຜັນ​ແປ່​ໃໝ່, ທັງ 2 ປະ​ເທດ​ລ້ວ​ນ​ແຕ​່​ຢືນ​ຢັນ​ຄວາມ​ສຳ​ຄັນ ແລະ ຄວາມ​ໝາຍ​ຍ​ຸດ​ທະ​ສາດ​ຂອງ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສະ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢ່າງບໍ່​ຢຸດຢັ້ງ​ໃນພາບ​ການ​ໃໝ່, ປ່ຽນ​ໃໝ່​ຈ​ິນ​ຕະ​ນາ​ການ, ເນື້ອ​ໃນ ແລະ ຮູບ​​ການ​ຮ່ວມ​ມືກວ່າ​ອີກ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຜົນ​ປະ​ໂຫຍດ, ຄວາມ​ສະ​ຫງົບ ແລະ ການ​ພັດ​ທະ​ນາ​ຢູ່​ແຕ່​ລະ​ປະ​ເທດ​ຢ່າງ​ສົມ​ເຫດ​ສົມ​ຜົນ. ທ່ານ ວິ​ໄລ​ວົງ ບຸດ​ດາ​ຄຳ, ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ - ຫວຽດ​ນາມ, ຖື​ວ່າ.


(ທ່ານ ວິ​ໄລ​ວົງ ບຸດ​ດາ​ຄຳ)

        ໃນ​ການ​ຢ້ຽມ​ຢາມ​​ມິດ​ຕະ​ພາບຂອງ​ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢ່າງ​ເປັນ​ທາງ​ການໃນຄັ້ງ​ນີ້, 2 ຝ່າຍ​ຈະ​ແລກ​ປ່ຽນ​ແຜນ​ນະ​ໂຍ​ບາຍ, ​ກຳ​ນົດ​ທິດ​ທາງ ແລະ ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື, ມາດ​ຕະ​ການ​ໃຫຍ່ ເພື່ອ​ແນ​ໃສ່​ຍົກ​ສູ​ງ​ຄຸນ​ນະ​ພາບ, ປະ​ສິດ​ທິ​​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ລາວ ໃນ​ໄລ​ຍະ​ໃໝ່.

        ການ​ຢ້ຽ​ມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ແລະ ສ​ປ​ປ.ລາວ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສືບ​ຕໍ່​ຢືນ​ຢັນ​ແນ​ວ​ທາງ, ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ໃນ​ການ​ພົວ​ພັນ​ກັບ​ກຳ​ປູ​ເຈຍ ແລະ ລາວ, ຊຸກ​ຍູ້​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອ​ນ​ຄຽງ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - ກ​ຳ​ປູ​ເຈຍ, ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ບົນ​ເວ​ທ​ີ​ປ​າ​ໄສ​ພາກ​ພື້ນ ແລະ ສາ​ກົນ, ສົມ​ທົບ​ກັນ​ຮັກ​ສາ​ຄວາມ​ສະ​ມັກ​ຄີ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ​ຢູ່​ພາກ​ພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ