ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລະ​ຫວ່າງ ຫວຽດ​ນາມ ແລະ ກົດ​ດີ​ວົວ

(VOVWORLD) -

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ວັນທີ 13 ມິຖຸນາ, ທ່ານປະທານສະພາແຫ່ງຊາດ Adama Bictogo ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກົດດີວົວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 13 16 ມິຖຸນາ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງປະທານສະພາແຫ່ງຊາດ ກົດດີວົວ ແລະ ກໍເປັນການນຳຂັ້ນສູງຂອງ ກົດດີວົວ ມາຢ້ຽມຢາມ ຫວຽດນາມ ພາຍຫຼັງສອງປະເທດສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 48 ປີ. ການຢ້ຽມຢາມດັ່ງກ່າວ ແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍໃນຊ່ອງທາງສະພາແຫ່ງຊາດ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ, ຄົມມະນາຄົມຂົນສົ່ງ, ກະສິກຳ ແລະ ການປຸງແຕ່ງຜະລິດຕະພັນກະເສດ…

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo ຖືກດຳເນີນໃນສະພາບການສອງປະເທດ ພວມຮັກສາການພົວພັນຮ່ວມມືມິດຕະພາບອັນດີງາມ ໃນຕະຫຼອດ 48 ປີຜ່ານມາ, ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ເມື່ອວັນທີ 6 ຕຸລາ 1975.

       ການຮ່ວມມືສອງຝ່າຍບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ

        ໃນຊຸມປີມໍ່ໆມານີ້, ຫວຽດນາມ ແລະ ກົດດີວົວ ໄດ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ. ກົດດີວົວ ໄດ້ແຕ່ງຕັ້ງຄະນະຜູ້ແທນຂັ້ນສູງຈຳນວນໜຶ່ງ ມາຢາມ ຫວຽດນາມ, ເປັນຕົ້ນແມ່ນ: ລັດຖະມົນຕີຮັບຜິດຊອບວຽກງານສົ່ງເສີມການລົງທຶນ (ປີ 2018),    ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານາທິບໍດີ, ລັດຖະມົນຕີກະຊວງເສດຖະກິດດີຈີຕອນ (ປີ 2019), ປະທານສະຫະພັນໃຫຍ່ນາຍຈ້າງ (ຜູ້ນຳໃຊ້ແຮງງານ) ກົດດີວົວ (ປີ 2022). ເດືອນ ມິຖຸນາ 2019, ຝ່າຍ ຫວຽດນາມ ກໍໄດ້ແຕ່ງຕັ້ງຄະນະຂອງທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ, ເດືອນ ພະຈິກ 2019 ແຕ່ງຕັ້ງຄະນະຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວະ ໄປຢ້ຽມຢາມ ກົດດີວົວ.

        ສອງປະເທດ ໄດ້ສົມທົບ, ໜູນຊ່ວຍເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສສາກົນ, ຍົກຕົວຢ່າງຄື ເລື່ອງ ກົດດີວົວ ສະໜັບສະໜູນ ຫວຽດນາມ ເຂົ້າຮ່ວມສະພາສິດທິມະນຸດ ສປຊ (ອາຍຸການ 2014 – 2016, 2023 – 2025), ສະພາຄວາມໝັ້ນຄົງ ສປຊ (ອາຍຸການ 2020 – 2021)… ພັກຄອມມູນິດ ຫວຽດນາມ ໄດ້ສ້າງສາຍພົວພັນກັບ ພັກເຕົ້າໂຮມຊາວ Hophuetists ເພື່ອປະຊາທິປະໄຕ ແລະ ສັນຕິພາບ (RHDP) ກຳອຳນາດ ຢູ່ ກົວດີວົວ ແລະ ທັງສອງພັກຝ່າຍຄ້ານ ນັ້ນແມ່ນ ພັກແນວໂຮມສາມັນຊົນ ກົດດີວົວ (FDI) ແລະ ພັກປະຊາທິປະໄຕ ກົດດີວົວ (PDCI – RDA).

        ກ່ຽວກັບດ້ານເສດຖະກິດ, ການພົວພັນຮ່ວມມືດ້ານການຄ້າລະຫວ່າງສອງປະເທດພັດທະນາຕາຕາມທິດຕັ້ງໜ້າ. ຫວຽດນາມ ສ່ວນຫຼາຍແມ່ນນຳເຂົ້າໝາກມ່ວງຫິມະພານດິບ ແລະ ຝ້າຍ, ພ້ອມກັນນັ້ນ ກໍສົ່ງອອກເຂົ້າສານ ຫວຽດນາມ ໄປຍັງ ກົດດີວົວ. ປັດຈຸບັນ, ກົດດີວົວ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ຢູ່ ອາຟະລິກາ ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 4 ຂອງ ຫວຽດນາມຢູ່ທະວີບນີ້ ດ້ວຍວົງເງິນການຄ້າບັນລຸກວ່າ 1 ຕື້ USD ໃນປີ 2022. ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ກົດດີວົວ ມີປະມານ 300 ຄົນ, ໃນນັ້ນ ມີ 50% ແມ່ນຕັ້ງຖິ່ນຖານຍາວນານ, ສ່ວນຫຼາຍແມ່ນເຮັດທຸລະກິດຄ້າຂາຍ, ພັດຕະຄານ ແລະ ພໍ່ຄ້າຂະໜາດນ້ອຍ ເກືອບ 1.000 ຄົນ ໄປມາຊື້ຂາຍໝາກມ່ວງຫິມະພານ ລະຫວ່າງສອງປະເທດ.

ການຮ່ວມມືລັດຖະສະພາສ້າງທ່ວງທ່າເປີດກວ້າງການຮ່ວມມືລະຫວ່າງສອງປະເທດ

        ເລື່ອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຊີນທ່ານປະທານສະພາແຫ່ງຊາດ ກົດດີວົວ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ເປັນການຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ທີ່ຍາມໃດກໍຖືການຮ່ວມມືມິດຕະພາບອັນດີງາມກັບ  ກົດດີວົວ ແລະ ບັນດາປະເທດ ອາຟະລິກາ ເປັນສຳຄັນ, ປະກອບສ່ວນປະຕິບັດ ແຜນຮ່າງ “ພັດທະນາການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ ຕາເວັນອອກກາງ - ອາຟະລິກາ ໃນໄລຍະ 2016 – 2025” ຢ່າງມີປະສິດທິຜົນ.

        ໃນຂອບເຂດການຢ້ຽມຢາມ, ປະທານສະພາແຫ່ງຊາດສອງທ່ານ ສຸມໃສ່ຕີລາຄາບັນດາມາດຕະການຊຸກຍູ້ວົງເງິນການຄ້າສອງຝ່າຍ; ຍູ້ແຮງການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ສົ່ງເສີມດ້ານການຄ້າ, ການລົງທຶນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາສະມາຄົມ, ວິສາຫະກິດ ນຳກັນ. ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືກັບ ກົດດີວົວ ປັບປຸງແນວພັນ, ເພີ່ມສະມັດຕະພາບຂອງໝາກມ່ວງຫິມະພານດິບ, ພ້ອມທັງເປີດກວ້າງການແລກປ່ຽນສິນຄ້າປະເພດອື່ນໆ ເຊິ່ງ ຫວຽດນາມ ມີທ່າແຮງ, ເປັນຕົ້ນແມ່ນ: ສິນໃນນ້ຳ, ປຸຍ, ການຕ່ຳແຜ່ນຕັດຫຍິບ, ເກີບ, ເຄື່ອງໃຊ້ສອຍ, ວັດສະດຸກໍ່ສ້າງ, ເຄື່ອງຈັກ, ອຸປະກອນໄຟຟ້າ.

        ສອງຝ່າຍກໍປຶກສາຫາລືກ່ຽວກັບບັນດາຂົງເຂດຮ່ວມມືອື່ນໆ, ໃນນັ້ນ, ຫວຽດນາມ ກຳນົດວ່າ ກະສິກຳ ແມ່ນຂົງເຂດຮ່ວມມືບຸລິມະສິດ; ສະແດງຄວາມຊົມເຊີຍຂໍ້ສະເໜີຂອງ ກົດດີວົວ ທີ່ວ່າ ຮ່ວມມືກັນແລກປ່ຽນບົດຮຽນປະສົບການກ່ຽວກັບຂົງເຂດການສຶກສາຊັ້ນສູງ, ກໍ່ສ້າງດ້ານເຕັກໂນໂລຢີຂໍ້ມູນຂ່າວສານ; ຊຸກຍູ້ການຮ່ວມມືດ້ານທະນາຄານ ເພື່ອອຳນວຍຄວາມສະດວກແກ່ການຊຳລະລະຫວ່າງວິສາຫະກິດສອງຝ່າຍ…

        ກ່ຽວກັບການຮ່ວມມືລັດຖະສະພາ, ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ; ແລກປ່ຽນບົດຮຽນ, ປະສົບການໃນການຈັດຕັ້ງການເຄື່ອນໄຫວລັດຖະສະພາ ເພື່ອແນໃສ່ສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ບັນດາອົງການຈັດຕັ້ງອ້ອມຂ້າງ; ຮ່ວມມືກັນຕິດຕາມກວດກາການປະຕິບັດກົດບັດສາກົນ, ຂໍ້ຕົກລົງຮ່ວມມືທີ່ລັດຖະບານ 2 ປະເທດ ໄດ້ລົງນາມ.

        ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictoro ຈະເປັນຂີດໝາຍແກ່ການພັດທະນາໃໝ່ສຳລັບການພົວພັນມິດຕະພາບທີ່ມີມາແຕ່ເກືອບເຄິ່ງສະຕະວັດນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ