ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ FDI ແລະ ວິສາຫະກິດພາຍໃນປະເທດ

(VOVWORLD) - ພາຍຫຼັງ 30 ປີເປີດປະຕູເພື່ອດຶງດູດການລົງທຶນຈາກຕ່າງປະເທດ, ຫວຽດນາມ ໄດ້ດຶງດູດກ່ວາ 26.000 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI), ແກ້ໄຂວຽກເຮັດງານທຳໃຫ້ຄົນງານໄດ້ປະມານກ່ວາ 4 ລ້ານຄົນ.

ແຕ່ເຖິງຢ່າງໃດກໍ່ຕາມ, ການຮ່ວມສຳພັນລະຫວ່າງຂົງເຂດ FDI ກັບຂົງເຂດວິສາຫະກິດພາຍໃນປະເທດຍັງມີສິ່ງຈຳກັດຫຼາຍຢ່າງ. ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ FDI ແລະ ວິສາຫະກິດພາຍໃນປະເທດແມ່ນເປົ້າໝາຍໃນໄລຍະຈະມາເຖິງຂອງ ຫວຽດນາມ.

ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ FDI ແລະ ວິສາຫະກິດພາຍໃນປະເທດ - ảnh 1

ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢູ້ງ 

(ພາບ: vneconomy.vn)

        ຕາມການສະຖິຕິຂອງກະຊວງແຜນການ ແລະ ການລົງທຶນແລ້ວ, ແຕ່ປີ 1988 ມາຮອດປະຈຸບັນ, ມີ 128 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າ ຫວຽດນາມ, ດ້ວຍທຶນຈົດທະບຽນທັງໝົດກ່ວາ 326 ຕື້ USD. ໃນນັ້ນ, ທຶນ FDI 58% ໄດ້ສຸມໃສ່ເຂົ້າຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງ ແລະ ສ້າງມູນຄ່າການຜະລິດອຸດສາຫະກຳບັນລຸ 50%, ເປັນການປະກອບສ່ວນເຂົ້າວົງເງິນສົ່ງອອກທັງໝົດເກືອບ 73%, ສ້າງວຽກເຮັດງານທຳໂດຍກົງໃຫ້ຜູ້ອອກແຮງງານແມ່ນ 3,6 ລ້ານຄົນ ແລະ ທາງອ້ອມແມ່ນໄດ້ 5 – 6 ລ້ານຄົນ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນລະບົບມູນຄ່າຜະລິດຕະພັນສົ່ງອອກນັ້ນ, ເກືອບຄືວ່າ, ບັນດາວິສາຫະກິດພາຍໃນປະເທດຍັງບໍ່ທັນເຂົ້າຮ່ວມຫຼາຍເທື່ອ, ເປັນຕົ້ນແມ່ນໄດ້ຮັບຈ້າງຜະລິດປະເພດສິນຄ້າຂະໜາດນ້ອຍ, ມີອັດຕາສ່ວນຜະລິດຢູ່ພາຍໃນປະເທດ ກໍ່ຄືການເຄື່ອນໄຫວຖ່າຍທອດເຕັກໂນໂລຊີຍັງຢູ່ໃນລະດັບຕ່ຳ.

        ສາຍເຫດຂອງ ບັນດາຂໍ້ຈຳກັດເຫຼົ່ານີ້ແມ່ນວິສາຫະກິດ FDI ບໍ່ຮ່ວມສຳພັນກັບວິສາຫະກິດພາຍໃນປະເທດ ທີ່ກ່ຽວຂ້ອງເຖິງການຖ່າຍທອດເຕັກໂນໂລຊີ. ປະຈຸບັນ, ບັນດາດັດຊະນີກ່ຽວຂ້ອງເຖິງຄວາມສາມາດໃນການຮັບເອົາ, ກຳແໜ້ນ ແລະ ພັດທະນາເຕັກໂນໂລຊີຂອງວິສາຫະກິດ ຫວຽດນາມ ຍັງບໍ່ທັນມີມາດຕະຖານ ແລະ ຄວາມສາມາດເຊື່ອມຕໍ່ກັບບັນດາວິສາຫະກິດ FDI ຢ່າງຄົບຖ້ວນເທື່ອ.

        ຊຸກຍູ້ການເຊື່ອມຕໍ່

        ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢູ້ງ ແລ້ວ, ບັນດາວິສາຫະກິດຕ່າງປະເທດຄວນເປັນເຈົ້າການສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ມີກາລະໂອກາດເຂົ້າຮ່ວມລະບົບມູນຄ່າ ເທື່ອລະກ້າວ, ທ່ານກ່າວວ່າ:

        “ປະຈຸບັນ, 2 ກຸ່ມວິສາຫະກິດພວມມີຄວາມແຕກໂຕນກັນ. ດັ່ງນັ້ນ, ບັນຫາຕົ້ນຕໍແມ່ນວິສາຫະກິດ FDI ຄວນໜູນຊ່ວຍ, ເພີ່ມເຕີມໃຫ້ກັນ, ເຊື່ອມຕໍ່ເພື່ອໃຫ້ວິສາຫະກິດພາຍໃນປະເທດພັດທະນາ. ດ້ານໜຶ່ງ, ວິສາຫະກິດພາຍໃນປະເທດຕ້ອງຍົກສູງລະດັບຄວາມຮູ້ດ້ານເຕັກໂນໂລຊີ ແລະ ຄວາມສາມາດໃນການຮັບເອົາຂອງຕົນເພື່ອຍົກສູງກຳລັງຄວາມສາມາດ. ໄປຄຽງຄູ່ກັນນັ້ນ, ລັດຖະບານກໍ່ໜູນຊ່ວຍເພື່ອໃຫ້ຄວາມສາມາດຂອງການເຊື່ອມຕໍ່ນີ້ໄດ້ດຳເນີນ. ວິສາຫະກິດ FDI ສ້າງກຳລັງໜູນແຜ່ຂະຫຍາຍ ແລະ ເຊື່ອມຕໍ່ກັບວິສາຫະກິດພາຍໃນປະເທດ, ໃນຂະນະນັ້ນ, ວິສາຫະກິດພາຍໃນປະເທດພັດທະນາ, ພື້ນຖານເສດຖະກິດ ຫວຽດນາມ ຈຶ່ງເປັນເຈົ້າຕົນເອງ ແລະ ພັດທະນາແບບຍືນຍົງໄດ້”

ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ FDI ແລະ ວິສາຫະກິດພາຍໃນປະເທດ - ảnh 2ບ່ອນຜະລິດເຄື່ອງອາໄຫຼ່ຂອງບໍລິສັດ Misumi ຫວຽດນາມ

(ພາບ: Thanh Vũ/TTXVN)

        ກໍ່ມີຄວາມເຫັນດີເຫັນພ້ອມຕໍ່ທັດສະນະນີ້, ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຖືວ່າ: ໄລຍະໃໝ່ຂອງການດຶງດູດ FDI ຄວນຕິດພັນກັບຄວາມຮຽກຮ້ອງຕ້ອງການຍົກສູງລະດັບດ້ວຍຄວາມຮູ້ດ້ານເຕັກໂນໂລຊີ, ຕິດພັນກັບການແຜ່ຂະຫຍາຍເຕັກໂນໂລຊີ, ຕິດພັນກັບການເຊື່ອມຕໍ່ວິສາຫະກິດ. ຕາມນັ້ນແລ້ວ, ຕ້ອງຍົກອອກບັນດາຕົວເລກຄາດໝາຍລະອຽດເພື່ອຈາກນັ້ນກຳນົດໄດ້ທິດຂອງກະແສເງິນລົງທຶນ, ກາຍເປັນບັນດາໂຄງການຢ່າງຄົບຊຸດ, ນັບແຕ່ລະບອບລະບຽບການຕະຫຼອດຮອດການເຊື່ອມຕໍ່ກັບບັນດາວິສາຫະກິດລະອຽດ, ຊຸກຍູ້ການເຊື່ອມຕໍ່… ທ່ານ ຫວູຕ໊ຽນລົກ, ໃຫ້ຮູ້ວ່າ:

        “VCCI ແລະ ບັນດາຫ້ອງການການຄ້າອຸດສາຫະກຳຕ່າງປະເທດຂອງພວກຂ້າພະເຈົ້າຈະສ້າງລາຍການດ້ວຍການຄັດເລືອກການໜູນຊ່ວຍບັນດາກຸ່ມວິສາຫະກິດມີຄວາມສາມາດບົ່ມຊ້ອນໃນປະຊາຄົມວິສາຫະກິດ ຫວຽດນາມ ກາຍເປັນກຳລັງຄວາມສາມາດບົ່ມຊ້ອນເຊື່ອມຕໍ່ກັບວິສາຫະກິດ FDI. ພວກເຮົາບໍ່ສາມາດໜູນຊ່ວຍວິສາຫະກິດທັງໝົດ, ແຕ່ວ່າສາມາດເລືອກເອົາບັນດາກຳລັງດີເດັ່ນ, ມີຄວາມຄືບໜ້າດີທີ່ສຸດໃນປະຊາຄົມວິສາຫະກິດ ເພື່ອເຊີດຊູຍົກລະດັບກ່ຽວກັບດ້ານຄຸ້ມຄອງບໍລິຫານ ແລະ ເຕັກໂນໂລຊີ”

        ແກ້ໄຂບັຂໍ້ຕິດຂັດເພື່ອເພີ່ມທະວີການຮ່ວມສຳພັນ

        ທ່ານ Ousmane Dione, ຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ, ຖືວ່າ ເລື່ອງຍູ້ແຮງການຮ່ວມສຳພັນລະຫວ່າງວິສາຫະກິດ ຫວຽດນາມ ແລະ ວິສາຫະກິດ FDI ແມ່ນຈຳເປັນທີ່ສຸດ. ຫວຽດນາມ ໄດ້ຄົ້ນຄ້ວາຊອກຫາວິທີແກ້ໄຂຂໍ້ຕິດຂັດເພື່ອມີການກະທຳລະອຽດ ແນໃສ່ສ້າງການຮ່ວມສຳພັນໃຫ້ແໜ້ນແຟ້ນ, ສ້າງການຮ່ວມສຳພັນທີ່ມີຄວາມປະສົມກົມກຽວກ່ວາ. ໃນນັ້ນ, ມຸ່ງໄປເຖິງຈຸດສຸມແມ່ນເຊື່ອມຕໍ່ກັບເຕັກໂນໂລຊີ. ທ່ານ Ousmane Dione, ເນັ້ນໜັກວ່າ:

        “ຄວນຮັບປະກັນການຍົກສູງລັກສະນະມີປະສິດທິຜົນເພື່ອສຳພັດກັບເຕັກໂນໂລຊີ, ມຸ່ງໄປເຖິງພື້ນຖານເສດຖະກິດເປີດຂອງ ຫວຽດນາມ ບໍ່ພຽງແຕ່ອີງໃສ່ວິສາຫະກິດທັນສະໄໝເທົ່ານັ້ນ ຫາກຍັງຕ້ອງອີງໃສ່ກຳລັງວິສາຫະກິດເປັນຈຳນວນຫຼວງຫຼາຍອີກດ້ວຍ. ພວກເຮົາຕ້ອງການທັງວິສາຫະກິດຂະໜາດກາງ ແລະ ນ້ອຍ. ຫວຽດນາມ ຕ້ອງການຄວາມເຂັ້ມແຂງ ແລະ ສືບຕໍ່ອີງໃສ່ບັນດາບັນຫາທີ່ພວກເຮົາໄດ້ສ້າງຂຶ້ນ ແລະ ພັດທະນາເພື່ອຍົກສູງລັກສະນະແກ່ງແຍ້ງ, ຍົກສູງສະມັດຕະພາບໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ.”

        ເມື່ອເປັນເຊັນນັ້ນ, ການພັດທະນາແບບຍືນຍົງລະຫວ່າງ 2 ກຸ່ມວິສາຫະກິດນີ້ແມ່ນຈຳເປັນຕ້ອງສ້າງໄປຕາມທິດເພື່ອໃຫ້ວິສາຫະກິດພາຍໃນປະເທດກາຍເປັນລະບົບສະໜອງແບບຢ່າງຢູ່ ຫວຽດນາມ. ຄວາມຮັບຜິດຊອບຂອງນັກລົງທຶນ FDI ກັບປະເທດທີ່ຮັບການລົງທຶນແມ່ນຊຸກຍູ້ການເຄື່ອນໄຫວມີປະສິດທິຜົນຂອງວິສາຫະກິດ ຫວຽດນາມ. ການເຊື່ອມຕໍ່ 2 ກຸ່ມວິສາຫະກິດນີ້ຈະປະກອບສ່ວນເຂົ້າໃນວິວັດການພັດທະນາເສດຖະກິດໃນສະພາບທີ່ ຫວຽດນາມ ພວມເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງຄືໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ