ຊອກຫາມາດຕະການແກ້ໄຂໃດ ໃຫ້ແກ່ບັນຫາ ສປປ.ເກົາຫຼີ

(VOVWORLD) - ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ສືບຕໍ່ມີການກະທຳເຄັ່ງຕຶງປີນຂັ້ນໄດຫລາຍຢ່າງ ນັບແຕ່ພາຍຫລັງ ພຽງຢາງ ປະຕິບັດບັນດາເຫດທົດລອງລູກສອນໄຟນຳວິຖີຂ້າມທະວີບໃນທ້າຍເດືອນ ກໍລະກົດ ຜ່ານມາ

ຊອກຫາມາດຕະການແກ້ໄຂໃດໆ ໃຫ້ແກ່ບັນຫາ ສປປ.ເກົາຫຼີ ແມ່ນຄຳຖາມ ທີ່ໄດ້ຕັ້ງຂຶ້ນໃນຈຸດເວລານີ້ ເມື່ອບັນດາມາດຕະການຂວ້ຳບາດ, ລົງໂທດບໍ່ແມ່ນເຄື່ອງມືມີປະສິດທິຜົນ ໃນນະໂຍບາຍຕ່າງປະເທດຂອງ ອາເມລິກາ ແນໃສ່ບັງຄັບ ສປປ.ເກົາຫຼີ ປະລະຄວາມມັກໃຫຍ່ໃຝ່ສູງດ້ານນິວເຄຼຍ.

ຊອກຫາມາດຕະການແກ້ໄຂໃດ ໃຫ້ແກ່ບັນຫາ ສປປ.ເກົາຫຼີ - ảnh 1 ປະທານາທິບໍດີ Donald Trumph  (ພາບ: Getty)


       
ກະຊວງປ້ອງກັນປະເທດ ອາເມລິກາ ຖະແຫຼງວ່າ ວັນທີ 02 ສິງຫາ, ປະເທດນີ້ ໄດ້ຍິງລູກສອນໄຟນຳວິຖີຂ້າມທະວີບ Minuteman 3 ຈາກຖານຍິງລູກສອນໄຟນຳວິຖີ ຫ່າງຈາກນະຄອນ Lompoc ເກືອບ 20 ກມ ໄປທາງທິດຕາເວັນຕົກສ່ຽງເໜືອ. ການຍິງທົດລອງໄດ້ດຳເນີນ ເພື່ອແນໃສ່ກວດກາລັກສະນະປະສິດທິຜົນ, ຄວາມແມ່ນຢຳກໍ່ຄືຄວາມສາມາດກຽມພ້ອມສູ້ຮົບຂອງບັນດາລະບົບອາວຸດຍຸດທະສາດ ອາເມລິກາ. ນີ້ແມ່ນຄັ້ງທີ່ 4 ຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) ຂອງກອງທັບ ອາເມລິກາ ໃນປີນີ້, ເປັນຄັ້ງທີ 2 ໃນອາທິດນີ້ ແລະ ພາຍຫລັງ 2, 3 ວັນ ທີ່ ສປປ.ເກົາຫຼີ  ຍິງສຳເລັດຜົນ ICBM Hwasong – 14 ໄປສູ່ທະເລ ຍີ່ປຸ່ນ.

ໃນຂະນະທີ່ ອາເມລິກາ ຂາດຄວາມມານະອົດທົນຕໍ່ ສປປ.ເກົາຫຼີ

        ICBM Minuteman 3 ແມ່ນສ່ວນໜຶ່ງໃນຈຳນວນອາວຸດນິວເຄຼຍ 3 ຢ່າງ ທີ່ເປັນການນາບຂູ່ຂອງ ອາເມລິກາ, ພ້ອມກັບລູກສອນໄຟ Trident 3 ຊຶ່ງຕິດຕັ້ງໃນ  ກ່ຳປັ່ນດຳນ້ຳ Ohio ແລະ ບັນດາອາວຸດນິວເຄຼຍປະກອບໃຫ້ເຮືອບິນຖິ້ມລະເບີດຍຸດທະສາດ. Minuteman 3 ມີໄລຍະຍິງປະມານ 13.000 ກມ. ລູກສອນໄຟແຕ່ລະລູກຕິດໜຶ່ງຫົວລູກປືນ W87 ມີກຳລັງອະນຸພາບທຳລາຍໃຫຍ່ສຸດ 475 Kiloton, ຫລາຍທົບ 31 ເທົ່າເມື່ອທຽບໃສ່ລູກລະເບີດປະລະມານູ ໂດຍ ອາເມລິກາຖິ້ມລົງໃສ່ນະຄອນ Hiroshima ປີ 1945. ວົງການນັກໄຈ້ແຍກຖືວ່າ: ນີ້ແມ່ນການກະທຳນາບຂູ່ຂອງ ວໍຊິງຕັນ ຕໍ່ບັນດາການກະທຳກໍ່ຄວາມຂາດສະຖຽນລະພາບໃນພາກພື້ນຂອງ ສປປ.ເກົາຫຼີ ກໍ່ຄືບັນດາມາດຕະການແກ້ໄຂທາງການທູດ ຍັງບໍ່ທັນບັນລຸໄດ້ໝາກຜົນໃດໆ.

        ພ້ອມກັບເລື່ອງຍິງ ICBM ຢ່າງລຽນຕິດ, ຄຳຖະແຫຼງຂອງສະມາຊິກລັດຖະສະພາພັກສາທາລະນະ ອາເມລິກາ ທ່ານ Lindsey Graham ເດີນຕາມນະໂຍບາຍການທູດ “ກະຫາຍສົງຄາມ” ຍິ່ງເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ. ກ່າວຄຳເຫັນໃນຊ່ອງໂທລະພາບ Today Show ຂອງໂທລະພາບ NBC ໃນວັນທີ 01 ສິງຫາ, ທ່ານ Lindsey Graham ຢືນຢັນວ່າ ປະທານາທິບໍດີ ອາເມລິກາ Donald Trump ຖືວ່າ: ອາດຈະທຳສົງຄາມເພື່ອດັບສູນ ສປປ.ເກົາຫຼີ ກໍ່ເປັນການດີກ່ວາເລື່ອງອະນຸຍາດໃຫ້ປະເທດນີ້ ພັດທະນາລູກສອນໄຟນິວເຄຼຍໄລຍະໄກ. ແລະ ຖ້າຫາກມາດຕະການທາງການທູດ, ພິເສດແມ່ນເລື່ອງກໍ່ຄວາມດັນຕໍ່ປະເທດບ້ານໃກ້ເຮືອນຄຽງ ຈີນ ແນໃສ່ສະກັດກັ້ນໂຄງການນິວເຄຼຍຂອງ ສປປ.ເກົາຫຼີ ຖືກປະລາໄຊ, ອາເມລິກາ ຈະເລືອກເຟັ້ນມາດຕະການດ້ານການທະຫານ. ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ພັດຖະແຫຼງວ່າ ໄລຍະອົດທົນຍຸດທະສາດໄດ້ສິ້ນສຸດລົງແລ້ວ. ທ່ານປະທານາທິບໍດີ ອາເມລິກາ ຈະນຳພາສຳພັນທະມິດສາກົນ ເພີ່ມທະວີກໍ່ຄວາມດັນທັງທາງດ້ານເສດຖະກິດ ແລະ ດ້ານການທູດ ເພື່ອໃຫ້ ພຽງຢາງ ປະລະໂຄງການອາວຸດນິວເຄຼຍ ແລະ ລູກສອນໄຟ. ໃນຂະນະທີ່ ອາເມລິກາ ຊອກຫາທຸກວິທີກໍ່ຄວາມດັນຕໍ່ ສປປ.ເກົາຫຼີ ແຕ່ ຈີນ ປະເທດພັນທະມິດຂອງ ສປປ.ເກົາຫຼີ ໃນພາກພື້ນ ພັດມີທັດສະນະບໍ່ເຫັນດີເຫັນພ້ອມກັບ ອາເມລິກາ ໃນບັນຫານິວເຄຼຍຂອງ ສປປ.ເກົາຫຼີ. ທ່ານ Donald Trump ຮຽກຮ້ອງ ຈີນ ຕ້ອງຈຳກັດ ພຽງຢາງ, ແຕ່ ປັກກີງ ຍາມໃດກໍ່ຢຶດໝັ້ນທັດສະນະທີ່ວ່າ ພຽງແຕ່ມີການເຈລະຈາ ຈຶ່ງສາມາດແກ້ໄຂໄດ້ບັນຫາເທົ່ານັ້ນ. ປະຕິກິລີຍາຄັ້ງຫຼ້າສຸດດ້ວຍການກະທຳ ສ.ປ.ປ.ເກົາຫຼີທົດລອງ ICBM , ຈີນພຽງແຕ່ຍົກອອກຖະແຫຼງການຄັດຄ້ານລວມ ຊຶ່ງຖືວ່າການກະທຳຂອງພຽງຢາງແມ່ນລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງແຫ່ງ ສ.ປ.ຊ. ສິ່ງນີ້ໄດ້ພາໃຫ້ວໍຊິງຕັນບໍ່ພໍໃຈ ແລະ ຖືວ່າ ປະຕິກິລີຍາຂອງຈີນແມ່ນບໍ່ເດັດດ່ຽວ ແລະ ບໍ່ມີປະສິດທິຜົນ, ພ້ອມທັງເນັ້ນໜັກວ່າ ຖ້າຫາກປັກກິງສືບຕໍ່ບໍ່ມີການກະທຳຕໍ່ພຽງຢາງນັ້ນ, ປະເທດນີ້ຈະມີການກະທຳໂຕ້ຕອບຢ່າງແຂງແຮງ.

 ຄຳສັ່ງຂວ້ຳບາດ ແລະ ລົງໂທດ ແມ່ນລັດຖະນະໂຍບາຍທີ່ມີປະສິດທິຜົນຫຼືບໍ່?

     ໄລຍະທີ່ຜ່ານມາ, ບັນດາປະເທດມະຫາອຳນາດໃນໂລກ, ໃນນັ້ນມີວໍຊິງຕັນ ໄດ້ພະຍາຍາມຈຳກັດໂຄງການອາວຸດຂອງພຽງຢາງໂດຍຜ່ານບັນດາມາດຕະການລົງໂທດຊຶ່ງໄດ້ຮັບການໜູນຫຼັງຈາກ ສ.ປ.ຊ, ແຕ່ທຸກຄວາມມານະພະຍາຍາມນີ້ ລ້ວນແຕ່ຖືກປະລາໄຊ ແລະ ໄດ້ພາໃຫ້ວໍຊິງຕັນນັບມື້ນັບສູນເສຍຄວາມມານະອົດທົນຂອງຕົນ.

    ນັບຕັ້ງແຕ່ປະທານາທິບໍດີ Donald Trumph ຂຶ້ນກຳອຳນາດ, ອາເມລິກາຍາມໃດກໍຊຸກຍູ້ບັນດາຄຳສັ່ງຂວ້ຳບາດທີ່ແນໃສ່ ສ.ປ.ປ. ເກົາຫຼີ ຊຶ່ງເມື່ອມໍ່ໆມານີ້ ແມ່ນຄຳສັ່ງຂວ້ຳບາດເມື່ອອາທິດແລ້ວນີ້ ພາຍຫຼັງທີ່ ສ.ປ.ປ. ເກົາຫຼີດຳເນີນການທົດລອງ ICBM 2 ຄັ້ງຢ່າງລຽນຕິດໃນວັນທີ 4 ແລະ 28 ກໍລະກົດ. ອາເມລິກາກໍເຄີຍມີຄວາມຫວັງຢາກຮ່ວມມືກັບຈີນເພື່ອເປີດກ້ວາງຄຳສັ່ງຂວ້ຳບາດສາກົນຕ້ານ ສ.ປ.ປ. ເກົາຫຼີ. ແຕ່ໃນຕົວຈິງ, ຈີນທັງບໍ່ເຕັມໃຈ, ທັງບໍ່ມີຄວາມສາມາດທີ່ບັງຄັບໃຫ້ ພຽງຢາງປະລະໂຄງການນິວເຄຼຍ. ໃນ 6 ເດືອນຕົ້ນປີນີ້, ການສົ່ງອອກຂອງຈີນໄປຍັງ ສ.ປ.ປ. ເກົາຫຼີ ຄາດວ່າເພີ່ມຂຶ້ນ 20%. ສິ່ງນີ້ໄດ້ພາໃຫ້ອາເມລິກາເລີ່ມສັງເກດເຫັນວ່າ ປັກກິງບໍ່ມີເຈດຕະນາດີໃນການກໍ່ກຳລັງກັນຕໍ່ ພຽງຢາງ ແລະ ການ ຂວ້ຳບາດອາດຈະບໍ່ນຳມາເຊິ່ງໝາກຜົນຄືດັ່ງອາເມລິກາຄອຍຖ້າ. ໃນຂະນະນັ້ນ, ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດ, ເບິ່ງຄືວ່າ ສ.ປ.ປ. ເກົາຫຼີບໍ່ຖືກຜົນສະທ້ອນຢ່າງໃຫຍ່ຫຼວງ, ລະອຽດແມ່ນ GDP ຂອງ ສ.ປ.ປ. ເກົາຫຼີໃນໄລຍະ 6 ເດືອນຕົ້ນປີເພີ່ມຂຶ້ນປະມານ 3,9 % ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອາດຈະເຫັນໄດ້ວ່າ  ຜົນປະໂຫຍດ ແລະ ການຄິດໄລ່ຍຸດທະສາດຂອງບັນດາຝ່າຍທີ່ກ່ຽວຂ້ອງ ໄດ້ເຮັດໃຫ້ບັນຫານິວເຄຼຍຂອງ ສ.ປ.ປ. ເກົາຫຼີ ມາຮອດຈຸດເວລານີ້ ກໍຍັງບໍ່ທັນມີຄຳຕອບເທື່ອ./.

ຕອບກັບ

ຂ່າວ/ບົດ​ອື່ນ