ຊີຮີປະສົບກັບຄວາມຫຍຸ້ງຍາກໃນການຟື້ນຟູປະເທດ


(vovworld) ​ເປັນ​ຄັ້ງ​ທຳ​ອິດ​ໃນ​ກວ່າ 50 ປີຜ່ານມາ, ມື້​ນີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຊີ​ຣີ ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ຄົນ​ໃໝ່. ​ເຖິງ​ວ່າ​ບໍ່​ທັນ​ມີ​ໝາກຜົນ​ສຸດ​ທ້າຍ, ​ແຕ່​ດ້ວຍ​ທ່າ​ໄດ້​ປຽບ​ເກືອບ​ຄື​ວ່າ​ຂາ​ດຂັ້ນນັ້ນ, ປະທານາທິບໍດີ Basha Al – Assad ອາດ​ຈະ​​ກາຍ​ເປັນ​ປະທາ​ທິບໍດີ​ຄືນ​ໃໝ່, ສືບ​ຕໍ່​ນຳພາ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ໃນ​ອາຍຸ​ ການ 7 ປີ ຈະ​ມາ​ເຖິງ. ​ແຕ່​ເພື່ອ​ຟື້ນ​ຟູ​ຄວາມ​ສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບ, ພັດທະນາ​ປະ​ເທດ, ​ໃນ​ສະພາບ​ທີ່​ເສິກ​ກາງ​ເມືອງ​ຢູ່​ປະ​ເທດ​ນີ້​ພວມ​ກ້າວ​ເຂົ້າ​ສູ່​ປີ​ທີ 4 ນັ້ນ ​​​ໄດ້ເປັນ​ການ​ທ້າ​ທາຍ​ບໍ​ແມ່ນ​ໜ້ອຍສຳລັບ​ການ​ນຳປະ​ເທດ​ນີ້.

ຊີຮີປະສົບກັບຄວາມຫຍຸ້ງຍາກໃນການຟື້ນຟູປະເທດ - ảnh 1

ຊາວຊີຣີຢູ່ຕ່າງປະເທດໄດ້ໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ

(ພາບ: hanoimoi.com.vn)

        ​ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ​ມີ​ຜູ້​ອອກ​ສະໝັກ​ 3 ທ່ານ, ນັ້ນ​ແມ່ນ​ປະທານາ​ທິບໍດີ​ຄົນ​ປະຈຸ​ບັນ​ທ່ານ  Basha Al – Assad. ທ່ານ​ອະ​ດີດ​ລັດຖະມົນຕີ Hassan Al-Nouri ​ແລະ ນັກ​ສ້າງ​ກົດໝາຍ Maher Hajjar. ​ແຕ່ປະທານາ​ທິບໍດີ​ຄົນ​ປະຈຸ​ບັນ​  Basha Al – Assad ມີ​ທ່າ​ໄດ້​ປຽບ​ຢ່າງ​ຂາດ​ຂັ້ນ​ເພື່ອ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້.

        ບັນດາ​ປັດ​ໃຈ “ສະດວກ​ກ່ຽວ​ກັບ​ກາ​ລະໂອກາດ, ພູມ​ສາດ ​ແລະ ມະນຸດ“

        ທີ​ໜຶ່ງ, ​ເລື່ອງ​ສະພາ​ແຫ່ງ​ຊາດຊີ​ຣີ ​ກຳນົດ ບໍ່​ວ່າ​ຜູ້​ອອກ​ສະໝັກ​ທ່ານ​ໃດ​ທີ່​ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ ກໍ່​ຕ້ອງ​​ດຳລົງ​ຊີວິດ​ຢູ່​ຊີຣີຢ່າງ​ໜ້ອຍ​ສຸດ​ແມ່ນ​ໃນ​ໄລຍະ 10 ປີ ​ແລະ ບໍ່​ມີ​ສັນຊາດ​ຢູ່​ປະ​ເທດ​ອື່ນ. ນີ້​ແມ່ນ​ການ​ກະທຳ​ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້ຜູ້​ທີ່​ຂຶ້ນ​ກັບ​ຝ່າຍ​ຄ້ານ​ທີ່ພວມ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ, ​ເປີດ​ຊ່ອງ​ທາງ​ໃຫ້ປະທານາ​ທິບໍດີ​ Basha Al – Assad ຍາດ​ໄດ້​ໄຊຊະນະ. ທີ​ສອງ​ແມ່ນ, ປະຈຸ​ບັນພົນລະ​ເມືອງ​ຊີຣີ ​ເກືອບ 90% ​ພວມ​ດຳ​ລົງ​ຊີວິດ​ຢູ່​ເຂດ​ຕ່າງໆ​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ກອງທັບ​ຊີຣີ, ຮັບປະກັນສ້າງ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​​ໃຫ້ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສຳ​ເລັດ​ຜົນ. ທີ​ສາມ​ແມ່ນ, ໃນ​ໄລຍະ​ຜ່ານ​ມາ, ກຳລັງ​ກອງທັບ​ຈົ່ງ​ຮັກ​ພັກດີ​ກັບປະທານາ​ທິບໍດີ​ Basha Al – Assad ຍາດ​ໄດ້​ສິດ​ຄວບ​ຄຸມ​ບັນດາ​ນະຄອນ ​ແລະ ທີ່​ຕັ້ງ​ຍຸດ​ທະ​ສາດ​ຢ່າງ​ຕໍ່​ເນື່ອງ.

​ໃນ​ຂະນະ​ນັ້ນ, ສະພາບ​ການ​ຢູ່​ພາກ​ພື້ນ​ພວມ​ຜັນ​ແປ​ໄປ​ຕາມ​ທິດ​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ຊີຣີ. ໝາກຜົນ​ໃນ​ເບື້ອງ​ຕົ້ນ​ຂອງ​ການ​ເຈລະຈາ​ນິວຄະ​ເລຍ​ອີຣານ, ​ແລະ ຢູ່ອີຣັກ, ກຳລັງຮ່ວມ​ສຳພັນ​ກຳ​ອຳນາດ​ຊາວຊິດ​ແຕ, ຍາດ​ໄດ້​​ບັດ​ສະໜັບສະໜູນ​ຈຳນວນ​ຫຼາຍ​ໃນ​ການ​ເລືອກ​ຕັ້ງ​ຫວ່າງ​ແລ້ວ​ນີ້, ​ໄດ້​ສ້າງ​​ກຳລັງ​ແຮງ​ໃຫ້​ອຳນາດ​ການ​ປົກຄອງ​ຂອງ ປະທານາ​ທິບໍດີ​ Basha Al – Assad ປັບປຸງ​ທີ່​ຕັ້ງ, ກ້າວ​ໄປ​ເຖິງ​ການ​ສິ້ນ​ສຸດ​ເສິກ​ກາງ​ເມືອງ.

ຄວາມ​ຫຍຸ້ງຍາກ​ໃນ​ການຟື້ນ​ຟູ​ປະ​ເທດ

ປະຈຸ​ບັນ, ​ເຖິງ​ວ່າ ປະທານາ​ທິບໍດີ​ Basha Al – Assad ພວມ​ມີ​ທ່າ​ໄດ້​ປຽບ​ກໍ່ຕາມ, ​ແຕ່​ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ຄວາມ​ສາມາດ​ຮັກສາ​ທ່າ​ໄດ້​ປຽບ​ນີ້​ໃນ​ໄລຍະ​ຍາວ ພັດ​ບໍ່​ແມ່ນ​ເລື່ອງ​ງ່າຍ. ພາຍຫຼັງ​ກວ່າ 3 ປີ ນັບ​ແຕ່​​ເກີດການ​ລຸກ​ຮຶ້ຂຶ້ນ, ຊີຣີ ຍັງ​ຢູ່​ໃນ​ສະພາບ​ເສິກ​ກາງ​ເມືອງ, ​ເຮັດ​ໃຫ້​ຊີວິດ​ທາງ​ດ້ານ​ເສດຖະກິດ - ສັງຄົມ ຕົກ​ເຂົ້າ​ສູ່​ສະພາບ​ຫຍຸ້ງຍາກ. ຕາມ​ການ​ຄິດ​ໄລ່, ວິວັດ​ການ​ຟື້ນ​ຟູ​ຊີຣີ ຕ້ອງ​ເສຍ​ເງິນ​ປະມານ 165 ຕຶ້ USD (​ເທົ່າ​ກັບ​ງົບປະມານ​ໃຊ້​ຈ່າຍ​ຂອງ​ຊີຣີ ​ໃນ​ໄລຍະ 18 ປີ​ຢ່າງ​ຕໍ່​ເນື່ອງ) . ​ໃນ​ຂະນະ​ນັ້ນ​ການ​​ແກ່ງ​ແຍ້​ງ​ໃນ​ພາກ​ພື້ນ​ນັບ​ມື້​ນັບ​ສັບສົນ​ກວ່າ, ອຳນາດ​ການ​ປົກຄອງ​ຂອງ ປະທານາ​ທິບໍດີ​ Basha Al – Assad ຍາກ​ທີ່​ຈະ​ຄົງ​ຕົວ​ໄດ້​ຢ່າງ​ໝັ້ນຄົງ ຖ້າ​ຫາກ​ບໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ພາຍ​ນອກ.

ນອກ​ນັ້ນຈຳນວນ​ກຸ່ມ​ປະກອບ​ອາວຸດ​ທີ່​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຊີຣີພວມ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ, ດ້ວຍການ​ເຄື່ອນ​ໄຫວນັບ​ມື້​ນັບ​ເປີດ​ກວ້າງ ​ແລະ ອັນຕະລາຍ​ກວ່າ. ​ເຖິງ​ວ່າ​ຍາດ​ໄດ້​ສິດ​ຄວບ​ຄຸມ​ຢູ່​ຫຼາຍ​ແຫ່ງ, ​ເຊິ່ງກ່ອນ​ນີ້​ແມ່ນ​ຂຶ້ນ​ກັບ​ກຳລັງ​ລຸກ​ຮຶ້ຂຶ້ນ​ກໍ່ຕາມ, ​ແຕ່​ອຳນາດ​ການ​ປົກຄອງ​ຊີຣີຂອງ ປະທານາ​ທິບໍດີ​ Basha Al – Assad ບໍ່​ທັນ​ຍາດ​ໄດ້​ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ຢ່າງ​ຊິ້ນ​ເຊິ​ງ. ຄວາມ​ຂັດ​ແຍ່ງ ​ແລະ ການ​ປະ​ທະ​ກັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ, ວັດທະນະທຳ, ຄວາມ​ຈົ່ງ​ຮັກ​ພັກດີ… ສືບ​ຕໍ່​ເກີດ​ຂຶ້ນ​ໃນ​ສັງຄົມ​ຊີຣີ ດ້ວຍ​ການ​ຜັນ​ແປ​​ໄປນັບ​ມື້​ນັບ​ສັບສົນ, ຍາກ​ທີ່​ຈະ​ຄວບ​ຄຸມ​ໄດ້.

​ໃນ​ສະພາບ​ການ​ນັ້ນ, ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຄັ້ງ​ນີ້ ​ໄດ້​ຮັບ​ຖື​ວ່າ​​ແມ່ນ​ສານ​ທີ່ມີ​ລັກສະນະ​ສັນຍາ​ລັກ​ສູງ ​ເພື່ອ​ຢັ້ງຢືນ​ບົດບາດນຳ​ພາ​ຂອງ​ ປະທານາ​ທິບໍດີ​ Basha Al – Assad, ພ້ອມ​ທັງ​ຊອກ​ຫາ​ມາດ​ຕະການ​ຢຸດຕິ​ການ​ປະ​ທະ​ກັນ​ໃນ​ປະຈຸ​ບັນ. ​ແຕ່​ດ້ວຍ​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ຂັດ​ແຍ່ງຢູ່​ຊີຣີ ​ໃນ​ປະຈຸ​ບັນ. ພາລະກິດ​ຟື້ນ​ຟູ​ຄວາມ​ໝັ້ນຄົງ, ຮັກສາສະຖຽນ​ລະ​ພາບສັງຄົມ​ຂອງ ປະທານາ​ທິບໍດີ​ Basha Al – Assad ​ແນ່ນອນ​ວ່າ​ຈະ​ຕ້ອງ​ເສຍ​ເວລາ​ຫຼາຍ​ປີ.

ການ​ເລືອກ​ຕັ້ງ​ປະທານາທິບໍດີ​ພາຍຫຼັງ​ເຄິ່ງສະຕະວັດ, ດ້ວຍ​ໄຊຊະນະ​ອາດ​ຈະ​ຂຶ້ນ​ກັບທ່ານ Basha Al – Assad ນັ້ນ, ​ແມ່ນ​ສານຈະ​ແຈ້ງ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ຂອງ​ຊີຣີ ຕໍ່​ຄວາມດັນ​ຢ່າງ​ແຮງ​ຈາກ​ອິດ​ທິກຳລັງ​ພາຍ​ນອກ. ນອກຈາກ​ປະຊາຊົນ​ຂອງ​ປະ​ເທດ​ນີ້, ບໍ່​ມີ​ໃຜ​ສາມາດ​ຕັດສິນ​ຊາຕາກຳ​ຂອງ​ປະ​ເທດ​ຊາດ​ໄດ້. ປະຊາຊົນຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້​ລ້ວນ​ແຕ່ເຂົ້າ​ໃຈ​​ໄດ້ສິ່ງ​ດັ່ງກ່າວ, ນັບ​ທັງ​ໃນ​ເວລາ​ທີ່​ເຂົາ​ເຈົ້າ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​​ໃນປະຈຸ​ບັນ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ