ຊາວຄຼິດດີກໍແມ່ນພົນລະເມືອງດີ

​(vovworld) - ເຫດການທີ່​ສຳຄັນ​ຂອງ ຊາວ​ຄຼິດ ​ໃນ​ປີ​ນີ້ ນັ້ນ​ແມ່ນ​ຈັດ​ຕັ້ງ “ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຊາວ​ຄິຼດ ຫວຽດນາມ ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ” ປະສົບ​ຜົນສຳ​ເລັດ​, ໝາຍ​ຄວາມ​ວ່າ ​ເຊີດ​ຊູ​ບັນດາ​ແບບຢ່າງ​ດີ​ເດັ່ນ “ຢູ່​ໃນ​ສິນ​ກິນ​ໃນ​ທຳ”  ​ໃນ​ ວົງ​ຄະນາ​ຍາດຊາວ​ຄິຼດ. ຫນ້າ​ທີ່​ນີ້ ​ໄດ້​ຮັບ​ການ​ຍົກ​ອອກ​ມາໃນ​ກອງ​ປະ​ຊຸມ ຄະນະ​ກຳມະການ​ສາມັກຄີ​ຄິດ​ທະ​ສາສະຫນາ ຫວຽດນາມ ຄັ້ງ​ທີ 3 ​​ທີ່​ອັດ​ລົງ​ໃນ​ວັນ​ທີ 16/2 ຢູ່ ນະຄອນ ​ໂຮ່ຈິ​ມີນ. ​ຕໍ່​ໄປ​ນີ້​ພວກ​ເຮົາ​ຂໍ ແນະນຳ​ ຄູນ​ພໍ່ບາງອົງ, ​ພວກ​ເພີ່ນບໍ່​ພຽງ​ແຕ່ ​ໄດ້​ມີ​ການຊ່ວຍ​ເຫລືອ​ຊາວ​ຄິຼດ ຮັກສາຄວາມ​ເຊື່ອ​ຖື​ສາສະຫນາ​ຂອງ​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ເຂົ້າ​ໃນ​ກິດຈະ​ການ​ພັດທະນາ​ປະ​ເທດ​ຊາດ​ອີກ​ດ້ວຍ ຄື: ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາ​ມທຸກ​ຍາກ, ວຽກ​ງານ​ການ​ກຸສົນ ຄວາມ​ເມດ​ຕາ​ຈິດ, ຊ່ວຍ​ເຫລືອ​ຜູ້​ຖືກ​ຕິດ​ເຊື້ອ HIV, ​ເດັກອາພັບ ​ແລະ​ອື່ນ.

ຊາວຄຼິດດີກໍແມ່ນພົນລະເມືອງດີ - ảnh 1
ກອງປະຊຸມຄະນະກຳມະການສາມັກຄີຄິດທະສາສະຫນາ ຫວຽດນາມ
ພາບ:TTXVN

        ຄຸນ​ພໍ່ ຟານ​ວັນ​ດ໋ຽນ ຢູ່ ​ເຂດ​ຊາວ​ຄິຼດ ​ກວ່ນວີນ ຕາ​ແສງ ​ເຫງ໋ຍທັງ ​ເມືອງ ​ເຫງ໋ຍຮື​ງ ​ແຂວງ ນາມ​ດີ້ນ ​ແມ່ນ​ຜູ້​ມີ​ໃຈບຸນ​ໃຈ​ກຸສົນ. ກວ່ນວີນ ​ແມ່ນ​ເຂດ​ຊາວ​ຄຼິດ ຕັ້ງ​ຢູ່​ລຽບ​ຕາມ​ແຄມ​ທະ​ເລ​ທາງ​ພາກ​ເຫນືອ​ ຫວຽດນາມ ດ້ວຍ​ຊາວ​ຄຼິດ ປະມານ 6000 ຄົນ. ຈາກ​ເຂດບ້ານ​ນາ​ທີ່​ແຕກ​ຕ່າງ​ກັນ​ຫລາຍ​ແຫ່ງ, ​ເຂົາ​ເຈົ້າພາກັນ​ມາ​ແຫ່ງ​ນີ້ເພື່ອ​ສ້າງ​​​ເຂດເສດຖະກິດ​ໃຫມ່ ດ້ວຍ​ອາຊີບ​ຕົ້ນຕໍ ​ແມ່ນ​​ເຮັດ​ນາ, ​ຫາ​ປາ, ປູກ​ຜັກ ​ແລະ​  ອື່ນ​ໆ. ດ້ວຍ​ອິດ​ທິພົນ​ຊື່ສຽງຂອງ​ຕົນ, ຄຸນ​ພໍ່ ຟານ​ວັນ​ດ໋ຽນ ​ໄດ້​ໄປ​ທຸກ​ສາລະ​ທິດ​ຈາກ​ພາກ​ເຫນືອ​ຕະຫລອດ​ຮອດ​ພາກ​ໃຕ້ ​ເພື່ອ​ຂົນຂວາຍ​ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ ​ຊ່ວຍ​ເຫລືອຜູ້​ທຸກ​ຍາກ. ​ໃນ​​ໄລຍະ 18 ປີຜ່ານມາ, ຄຸນ​ພໍ່ ​ໄດ້​ຊ່ວຍ​ປະຊາຊົນ​ທ້ອງຖິ່ນ​ ​ຂຸດ​ນ້ຳສ້າງ ​ໄດ້ ​ເກືອບ 60 ​ແຫ່ງ, ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ 50 ຫລັງ ​ແລະ ພິ​ເສດ​ແມ່ນ​ກໍ່ສ້າງ​ໂບດ​​ໃຫມ່15 ​ແຫ່ງ ​ເພື່ອ​ໃຫ້​ຊາວ​ຄຼິດ ມີ​ບ່ອນ​ສວດ​ມົນ​ ​ແລະ ທຳ​ພິທີ​ທາງ​ສາສະຫນາ. ຄຸນ​ພໍ່ ຟານ​ວັນ​ດ໋ຽນ ​​ໃຫ້​ຮູ້​ວ່າ:

        “ພົນລະ​ເມືອງ​ເຮັດ​ວຽກ​ດີ ກໍ​ແມ່ນ​ສອດ​ຄອ່ງກັບ​ຄຳ​ພີຂອງ​ພະ​ເຢຊູ. ຊາວ​ຄຼິດດີ ກໍ​ແມ່ນ​ພົນລະ​ເມືອງ​ດີ. ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຈາກ​ຂັ້ນແຂວງ​ຕະຫລອດ​ຮອດ​ຂັ້ນເມືອງ, ຕາ​ແສງ ລ້ວນ​ແຕ່​ເຫັນ​ວ່າ, ການ​ເຄື່ອນ​ໄຫວຂອງພວກ​ຂ້າພະ​ເຈົ້າ​ ​ແມ່ນ ບົນ​ຈິດ​ໃຈ​ການ​ກຸສົນ, ຄວາມ​ເມດ​ຕາ​ຈິດ ​ເພື່ອ​ພະ​ເຢຊູ ​ເພື່ອ​ມະນຸດ. ຍາມ​ໃດ​ພວກ​ຂ້າພະ​ເຈົ້າ​ ກໍ​ສ້າງ​ຄວາມ​ປອງ​ດອງລະຫວ່າງຄິດ​ທະສາສະຫນາ ​ແລະ ສັງຄົມ.”

        ຢູ່​ເຂດ​ພູ​ພຽງ ​ເລີມ​ດົ່ງ, ປະຊາຊົນ​ເຄີ​ຍ​ເວົ້າ​ເຖິງ ຄຸນ​ພໍ່ ​ເຢືອງກົງ​ໂຮ່, ຫົວຫນ້າ​ເຂດ​ຊາວ​ຄຼິດ ດ້າ​ແຕ໋ນ ຊື່​ງ​ແມ່ນ​​ແຫ່ງ​ທີ່​ມີ​ຊາວ​ຄຼິດປະມານ 4000 ຄົນ. ຄຸນ​ພໍ່ ບໍ່​ພຽງ​ແຕ່​ແມ່ນ​ຫົວຫນ້າ​ຄະນະ​ສາມັກຄີ​ຊາວ​ຄິຼດ ​ເມືອງ ດ້າ​ແຕ໋ນ ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ຫົວ​ຫນ້າ​ສະຫະກອນ ຕາ​ແສງ ຮຽບ​ເຍີ​ດ, ທີ່​ໄດ້​ແກ້​ໄຂ​ວຽກ​​ເຮັດ​ງານທຳ​ໂດຍ​ກົງ ​ແລະ ​  ໂດ​ຍທາງ​ອ້ອມ ​ໃຫ້​ແກ່​ຄົນ​ງານ​ເກ​ືອບ 800 ຄົນ.  ​​ຄຸນ​ພໍ່​ເຄີ​ຍ​ນຸ່ງເສື້ອ​ຊູຊີ​ບ, ​​ໃສ່ໂສ້ງກາກີ, ​ສຸບເກີບ​ກິລາ​ ໃນ​ເວລາ​ເຮັດ​ວຽກ​ ຫລື ນຸ່ງຊຸດ​ ​ແວັດໃນ​​ເວລາ​ພົບປະ​ພົວພັນ ນັ້ນ​ແມ່ນ​ກິລິຍາ​ທ່າ​ທາງ ຂອງ​ຄຸນ​ພໍ່​ຜູ້ທີ່​ມີ​ຄວາມຂະຫຍັນ​ຂັນ​ເຄື່ອນ ​ແລະ ຫນຸ່ມ​ແຫນ້ນ​ນີ້. ກ່ອນ​ນີ້ ສະຫະກອນ ຮຽບ​ເຍີ​ດ ພຽງຜະລິດ​ປະ​ເພດ​ສິນຄ້າ​ທຳ​ມະ​ດາ ​ແຕ່​ມາ​ຮອດປະຈຸ​ບັນ ​ໄດ້​ຜະລິດ​ເຄື່ອງ​ສິລະ​ປະກຳ​ທີ່​ມີ​ຄຸນ​ນະພາ​ບສູງ​ຫລາຍ​ຢ່າງ​ແລ້ວ ​ແລະ ປະຈຸ​ບັນ ຍັງ​ເປີກ​ກວ້າງ​ເຄືອຂ່າ​ຍການ​ຜະລິດ, ສະຫະກອນ ​​ເປີດ​ຕົວ​ແທນ​ຊຶ້ສິນຄ້າຊີ້ນ​ສ່ວນ ຢູ່ 6  ຕາ​ແສງ, ​ເທດ​ສະບາ​ນ ຂອງ​ເມືອງ ດ້າ​ແຕ໋ນ. ຄຸນ​ພໍ່ ​ເຢືອງກົງ​ໂຮ່ ​ໃຫ້​ຮູ້​ວ່າ:

        “ພໍ່​ແມ່​ປະຊາຊົນ ຕັ້ງຫນ້າ​ເຂົ້າຮ່ວມ ​ເພ​າະວ່າ ຈຸດປະສົງ​ຂອງພວກ​ຂ້າພະ​ເຈົ້າ​ແມ່ນ​ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ​ແກ້​ໄຂ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ. ຊາວ​ຄຼິດ ຫວຽດນາມ ມີ​ຄວາມ​ສາມາດ​ຫລາຍ​ຢ່າງ​ເພື່ອ​ປະກອບສ່ວນ ​ແລະ ກໍ​ຢາກເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ບໍ່​ພຽງ​ແຕ່​ດ້ວຍ​ຄຳເວົ້າ​ລ້າ​ໆ​ເທົ່າ​ນັ້ນ ຫາກ​​ດ້ວຍ​ຈິດໃຈ ​ແລະ ການ​ກະ​ກຳ​​ຕົວ​ຈິງເພື່ອ​ສ້າງສາ​ປະ​ເທດ​ຫວຽດນາມ​​ໃຫ້​ນັບ​ມື້​ນັບ​ຮຸ່ງ​ເຮືອງສວຍ​ງາມ​ກວ່າ.”

        ດ້ວຍ​ຈິດ​​ໃຈຢູ່​ໃນ​ສິນ​ກິນ​ໃນ​ທຳເພື່ອ​​ຄວາມ​ຜາ​ສຸກ​ຂອງ​ພໍ່​ແມ່​ປະຊາຊົນ, ຄຸນ​ພໍ່ ຫງວຽນ​ວັນ​ຕິກ ຢູ່ ​ໂບດ ​ໄຕ​ຫາຍ ​ເຂດ​ຊາວ​ຄຼິດ ຊວນ​ໂລກ ​ແຂວງ ດົ່ງ​ນາຍ ທາງ​ພາກ​ໃຕ້​ຫວຽດນາມ ​ໄດ້ຕັ້ງຫນ້າ​ຊ່ວຍ​ເຫລືອບັນດາ​ຜູ້​ທີ່​ຖືກ​ຕິດ​ເຊື້ອ HIV/AIDS. ຄຸນ​ພໍ່ ຫງວຽນ​ວັນ​ຕີກ ​ໃຫ້​ຮູ້​ວ່າ: ​ໃນ​ວິວັດ​ການ​​​ເຜີຍ​ແຜ່​ສາສະຫນາ, ​ເມື່ອພົບ​ປະ​ກັບຜູ້​ຖື​ກຕິດ​ເຊື້ອ HIV/AIDS ພວກ​ຂ້າພະ​ເຈົ້າ​ກໍ​ມີ​ຄວາມ​ເຫັນອົກ​ເຫັນ​ໃຈ​ນຳ​ເຂົາ​ເຈົ້າ ​ແລະ ຢາກ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໃນ​ການ​ຕ້ານ​ HIV/AIDS. ​ໃນ​ເບື້ອງ​ຕົ້ນ ພວກ​ຂ້າພະ​ເຈົ້າ​ພຽງ​ຢື້​ຢາມ​ຖາມ​ຂ່າວ, ຮຽກຮ້ອງ​ບັນດາ​ທ່າ​ນໝໍ ພ້ອມ​ກັນ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ເທົ່າ​ນັ້ນ ​ແຕ່​ມາ​ຮອດ​ປະຈຸ​ບັນ ຢູ່​ບຽນ​ຮ່ວາ, ດົ່ງ​ນາຍ ມີຜູ້ຕິດ HIV/AIDS ​ກວ່າ 400 ຄົນ ​ໄດ້​ຮັບ​ການ​ເບິ່​ງ​ແຍງ​ເປັນ​ປະຈຳ. ຄຸນ​ພໍ່ ຫງວຽນ​ວັນ​ຕີກ ​ເວົ້າ​ວ່າ:

        “ຍາ​ມ​ໃດຂ້າພະ​ເຈົ້າ​ກໍຄິດ​ວ່າ​ເປົ້າ​ໝາຍການ​ເຄື່ອນ​ໄຫວ​ຂອງ​ຄິດ​ທະ​ສາສະຫນາ​​ແມ່ນເພື່ອ​ມະນຸດ, ​​ເປົ້າ​ໝາຍການ​ເຄື່ອນ​ໄຫວ​ຂອງ​ລັດ ຂອງ ໂຮງຮຽນ ກໍ​ເພື່ອ​ມະນຸດ. ​ໂດ​ຍແມ່ນຄຸນ​ພໍ່​ຜູ້​ຫນຶ່ງ ຍາມ​ໃດ​ຂ້າພະ​ເຈົ້າກໍ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ດ້ານ​ຈິດ​ວິນ​ຍານ ​ທັງ​ນີ້​ກໍເພື່ອ​ມະນຸດ, ​ເພື່ອ​ຜູ້​ທຸກ​ຍາກ ​ແລະ ຜູ້​ຖືກ​ຕິດ HIV/AIDS. ”

        ບັນດາ​ຄຸນ​ພໍ່ ​ເພື່ອ​ຜູ້​ທຸກ​ຍາກ, ຜູ້​ອາພັບ ລ້ວນ​ແຕ່​ມີ​ຄວາມ​ຄ້າຍຄື​ກັນ ນັ້ນ​ແມ່ນ ຊາວ​ຄຼິດດີ ກໍ​ແມ່ນ​ພົນລະ​ເມືອງ​ດີ. ຄຸນ​ພໍ່ ​ເຢືອງກົງ​ໂຮ່ ຢູ່ ດ໋າ​ແຕນ ​ແຂວງ​ເລີມ​ດົ່ງ ​ເວົ້າ​ວ່າ: ກຽດ​ສະຫງ່າ​ຂອງ​ພະ​ເຢຊູ ​ແມ່ນ​ການ​ດົງ​ຊີວິດ​ຂອງ​ມະນຸດ. ໝາຍ​ຄວາມ​ວ່າ ມະນຸດ​ ດຳລົງ​ຊີວິດຢ່າງ​ຍິ່ງ​ດີ ​ແລະ ສົມ​ກັບ​ຄຸນ​ນະ​ທາດ​ເປັນ​ມະນຸດ​ເທົ່າ​ໃດ ພະ​ເຢຊູ ຍິ່ງ​ມີ​ກຽດ​ສະຫງ່າ​​ເທົ່າ​ນັ້ນ. ສ່ວນ​ຄຸນ​ພໍ່ ຟານ​ຄັກ​ຕື ຮອງ​ປະທານ ທັງ​ເປັນ​ເລຂາທິການ ຄະນະ​ກຳມະການສາມັກຄີ ຄິດທະ​ສາສະຫນາ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2012  ​ແລະ ຊຸມ​ປີ​ຕໍ່​ໄປ, ຊາວ​ຄິຼິດ ຫວຽດນາມ ຈະສືບຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສູ້​ຊົ້ນ​ນຳ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ກ້າວ​ຂຶ້ນ​ຢ່າງ​ແຂງ​ແຮງ​, ຢ່າງສະໝ່ຳສະ​ເຫມີ ​ແລະ ​ປະສົມ​ປະສານກັບ​ຂະ​ບວນການ​ປະຕິວັດ​ຂອງ​​ຊາດ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

​ເຮືອງ​ຢາງ

ຕອບກັບ

ຂ່າວ/ບົດ​ອື່ນ