ຍົກສູງຄວາມສາມາດບໍລິຫານພັດທະນາເສດຖະກິດ

     ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ຫວຽດ​ນາມ​ໃນ 8 ເດືອນ​ຕົ້ນ​ປີ 2015 ໄດ້​ຮັບ​ການຄວບ​ຄຸມ​ເປັນ​ຢ່າງ​ດີ​ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ຮອບ​ດ້ານ​ພໍ​ສົມ​ຄວນ​ໃນ​ທຸກ​ຂົງ​ເຂດ. ຄາດ​ວ່າ ມີຫຼາຍ​ຕົວ​ເລກ​ຄາດ​ໝາຍ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ວາງ​ອອກ​ໃນ​ປີນີ້ ຈະ​ບັນ​ລຸ ແລະ ລື່ນ​ກາຍ​ແຜນ​ການ​ທີ່​ໄດ້​ວາງ​ອອກ. ນັ້ນ​ແມ່ນ​ປະ​ຖົມ​ປັດ​ໄຈ​ເພື່ອ​ໃຫ້​ລັດ​ຖະ​ບານ​ວາງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມປີ 2016 ສູງກວ່າ​ປີນີ້ ດ້ວຍ​ເງື່ອນ​ໄຂ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງ​ໆ​ຕ້ອງ​ກຳ​ແໜ້ນ​ສະ​ພາບ​ການ ແລະ ມີ​ປະ​ຕິ​ກິ​ລີ​ຍາທີ່​ສອດ​ຄ່ອງ​ກັບ​ບັນ​ດາ​ການ​ຜັນ​ປ່ຽນເສດຖະ​ກິດ.

 

 ຍົກສູງຄວາມສາມາດບໍລິຫານພັດທະນາເສດຖະກິດ  - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີ້ນ​ຢຸງ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

        ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອ​ນ 8 ຂອງ​ລັດ​ຖະ​ບານ, ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 1/9/2015 ຊຶ່ງ​ຄາດ​ວ່າ​ຈະມີ 13 ຄາດ​ໝາຍ​ໃນ​ຈຳ​ນວນ 14 ຄາດ​ໝາຍ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015 ​ຈະ​ສາ​ມາດບ​ັນ​ລຸ ແລະ ລື່ນ​ກາຍ​ແຜນ​ການ​ທີ່​ໄດ້​ວາງ​ອອກ.

    ຄວບ​ຄຸມເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ຢ່າງ​ດີ​ບົນ​ທ່ວງ​ທ່າ​ຟື້ນ​ຟູ​ເສດ​ຖະ​ກິດ​ເປັນ​ປົກ​ກະ​ຕິ​

     ເຖິງວ່າ ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນຫຼາຍ​ຢ່າງ ອັນ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ກໍ​ຕາມ, ແຕ່​ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ຄວາມ​ເປັນ​ເຈົ້າ​ການ​ຮັບ​ມືແກ້​ໄຂຂອງບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງ​ໆດ້ວຍ​ວິ​ທີ​ການ​ແກ້​ໄຂ, ນະ​ໂຍ​ບາຍ​ຢ່າງ​ທັນ​ການ ແລະ ເໝາະ​ສົມ​ນັ້ນ, ເສດ​ຖະ​ກິດ​ຫວຽດ​ນາມ​ນັບ​ມື້​ນັບ​ມີ​ສະ​ຖຽນ​ລະ​ພາບ ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່ຕັ້ງ​ໜ້າ, ​ຮອບ​ດ້ານ​ພໍ​ສົມ​ຄວນ​ໃນ​ທຸກ​ຂົງ​ເຂດ. ຈະ​ແຈ້ງ​ທີ່ສຸດ​ແມ່ນ ເສດ​ຖະ​ກິດ​ມະ​ຫາ​ພາກ​​ໄດ້​ຮັບ​ການ​ຄວບ​ຄຸມ​ເປັນ​ຢ່າງ​ດີ, ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ​ເພີ່ມ​ຄ່ອຍໆ, ສິນ​ເຊືອ​ເຕີບ​ໂຕ​ສູງກວ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ຄ່າ​ດອກ​ເບ້ຍ​ໄດ້​ຮັບ​ການ​ຮັກ​ສາ​ເປັນ​ປົກ​ກະ​ຕິ, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຖືກ​ດັດ​ປັບ​ຢ່າງ​ມີ​ໄຫວ​ພິກ. ທ່າ​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ ແລະ ອັດ​ຕາ​ມູນ​ຄ່າ​ນຳ​ເຂົ​້າ​ເກີນ​ດຸນ​ໃນ 8 ເດືອນ​ຜ່ານ​ມາ ຍັງ​ຄົງ​ຢູ່​ໃນ​ລະ​ດັບ​ຄວບ​ຄຸມ. ຕາມ​ຂໍ້​ມູນ​ຂອງ​ກົມ​ໃຫຍ່​ພາ​ສີ​ຫວຽດ​ນາມ​ແລ້ວ, ໃນ 8 ເດືອນ​ທີ່​ຜ່ານ​ມາ, ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ບັນ​ລຸກວ່າ 106 ຕື້ USD ເພີ່ມ​ຂຶ້ນ 9%.

     ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຄາດ​ຄະ​ເນ​ວ່າ ດ້ວຍ​ໝາກ​ຜົນ​ເສດ​ຖະ​ກິດ​ສັງ​ຄົມໃນ 8 ເດືອນ​ຕົ້ນ​ປີ​ຄື​ດັ່ງ​ກ່າວ, ຄາດ​ວ່າ ຈີ​ດີ​ພີ ປີ 2015 ຈະ​ບັນ​ລຸ 6,4% ເພີ່ມ​​ຂຶ້ນ 0,2% ເມື່ອ​ທຽບ​ໃສ່​ແຜນ​ການ, ລະ​ດັບ​ເຕີບ​ໂຕວົງ​ເງິນ​ສົ່ງ​ອອກ​ບັນ​ລຸ​ປະ​ມານ 10%, ເງິນ​ເຟີ້​ເທົ່າ​ກັບ ½ ຫຼື​ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕ​ົ້ນ.

     ປະ​ຕິ​ກິ​ລີ​ຍາ​ດ້ານນະ​ໂຍ​ບາຍ​ຕ້ອງ​ໄວ, ທັນ​ການ, ຊັດ​ເຈນ ແລະ​ມີ​ປະ​ສິດ​ທິ​ຜົນ

   ເພື່ອ​ຮັບ​ມື​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ເປັນ​ຕົ້ນ​ແມ່ນ​ການ​ເຄື່ອນ​ເໜັງ​ດ້ານ​ລາ​ຄາ​ນ້ຳ​ມັນ​ດິບ ໄດ້ຫຼຸດ​ລົງຫຼາຍ, ຕະຫຼ​າດ​ເງິນ​ຕາ​ສາ​ກົນ​ຜັນ​ແປ​ຢ່າງ​ສັບ​ສົນ​ພາຍຫຼັງ​ທີ່​ຈີນ​ໄດ້​ດັດ​ປັນ​ສະ​ກຸນ​ເງິນຢວນ​ໃຫ້​ອ່ອນ​ຕົວ​ລົງ, ການ​ຜະ​ລິດ​ກະ​ສີ​ກຳ ແລະ ສິນ​ໃນ​ນ້ຳ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໄພ​ທຳ​ມະ​ຊາດ, ມັນ​ໄດ້​ຮຽກ​ຮ້ອງ​ໃຫ້​ຕ້ອງ​ມີ ປະ​ຕິ​ກິ​ລີ​ຍາດ້ານ​ນະ​ໂຍ​ບາຍຢ່າງ​ມີ​ໄຫວ​ພິກ. ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອ​ນ 8 ຂອງ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ້ນ​ຢຸງ ຮຽກ​ຮ້ອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ບໍ່​ຄວນ​ປະ​ໝາດ​ຕໍ່​ໜ້າ​ການ​ຜັນ​ແປ​ທີ່​ສັບ​ສົນ​ຂອງ​ເສດ​ຖະ​ກິດ​ໂລກ, ກຳ​ແໜ້ນ​ສະ​ພາບ​ການ, ຍົກ​ສູງ​​ຄວາມ​ສາ​ມາດປະ​ຕິ​ກິ​ລີຍ​ຍາ​ດ້ານ​ນະ​ໂຍ​ບາຍ “ໄວ, ທັນ​ການ, ຊັດ​ເຈນ ແລະ​ມີ​ປະ​ສິດ​ທິ​ຜົນ”. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ້ນ​ຢຸງ ຊີ້​ແຈ້ງວ່າ ຕ້ອງ​ສືບ​ຕໍ່​ຄວບ​ຄຸມ ເສດ​ຖະ​ກິດ​ມະ​ຫາ​ພາກ​​ເປັນ​ປົກ​ກະ​ຕິ, ບໍ​ລິ​ຫານ​ເງິນ​ເຟີ້​ຕາມ​ເປົ້າ​ໝາຍ ຕາມ​ທິດ​ຍົກ​ຂຶ້ນ, ຮັກ​ສາອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ, ຄ່າ​ດອກ​ເບ້ຍ​ຕາມ​ທ້ອງ​ຕະຫຼາດ, ດ້ວຍ​ບັນ​ດາ​ມາດ​ຕະ​ການ​ຍູ້​ແຮງ​ການ​ສົ່ງ​ອອກ​ເພີ່ມ 10% ຕິດ​ພັນ​ກັບ​ການ​ຄວບ​ຄຸມມູນ​ຄ່າ​ນຳ​ເຂົ​້າ​ເກີນ​ດຸນ, ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ລາຍ​ຮັບ​ງົບ​ປະ​ມານ, ຮັບ​ປະ​ກັນ​ດຸນ​ຊຳ​ລະ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍັງ​ສະ​ເໜີ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງ​ໆ ເລັ່ງ​ໃສ່​ປົວ​ແປງ​ສະ​ພາບ​ແວ​ດລ​້ອມລົງ​ທຶນ ດຳ​ເນີນ​ທຸ​ລະ​ກ​ິດ, ເປັນ​ຕົ້ນ​ແມ່ນ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ​, ກົນ​ໄກ ນະ​ໂຍ​ບາຍໃຫ້​ສົມ​ບູນ​ແບບ, ສ້າງທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ​ຍູ້​ແຮງ​ການ​ລົງ​ທຶນ, ຜະ​ລິດດຳ​ເນີນ​ທຸ​ລະ​ກິດ; ຍູ້​ແຮງ​ການ​ສ້າ​ງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່, ເປັນ​ຕົ້ນແມ່ນ ສ້າ​ງ​ໂຄງ​ປະ​ກອບ​ທະ​ນາ​ຄານ​ຄືນ​ໃໝ່, ຄວບ​ຄຸມ​ໜີ້​ເສຍ​ໃຫ້​ຢູ່​ໃນ​ລະ​ດັບ 3% ຕິດ​ພັນ​ກັບ​ການ​ສ້າງ​ລະ​ບົບ​ເປັນ​ປົກ​ກະ​ຕ​ິ ແລະ ໃນ​ປີນີ້, ຕ້ອງ​ສຳ​ເລັດ​ການ​ຫັນ​ລັດ​ວິ​ສາ​ຫະ​ກິດ​ຢ່າງ​ໜ້ອຍ 200 ແຫ່ງ​ເປັນ​ຫຸ່ນ​ສ່ວນ, ຊຸກ​ຍູ້​ລະ​ດັບ​ການ​ປ່ອຍ​ເງິນ​ເພື່ອ​ສຳ​ເລັດ​ແຜນ​ການ​ລົ​ງ​ທຶນ; ສືບ​ຕໍ່​ປະ​ຕ​ິ​ບັດ​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ສັງ​ຄົມ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ຢ່າງ​ຄົບ​ຊຸດ, ຍ​ູ້​ແຮງວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍສັງ​ຄົມ ແລະ ວຽກ​ງານ​ຖະ​ແຫຼງ​ຂ່າວ ໂຄ​ສະ​ນາ​ຢ່າງ​ທັນ​ການ, ຊັດ​ເຈນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອ​ມ​ໃນ​ສັງ​ຄົມ.

     ບົນ​ພື້ນ​ຖານ​ການ​ຄາດ​ຄະ​ເນ​ທີ່​ເປັນ​ໜ້າ​ຊື່ນຊົມ​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມປີ 2016, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ້ນ​ຢຸງ ໄດ້​ຊີ້​ແຈ້ງ​ເຖິງ​ກຳ​ນົດ​ທິດກໍ່​ສ້າງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມປີ 2016 ດ້ວຍ​ຈິດ​ໃຈ​ເຕີບ​ໂຕ​ສູງກວ່າ, ປະ​ສິດ​ທິ​ຜົນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ດີກວ່າ, ໃນ​ນັ້ນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ປີ 2016 ແມ່ນ​ປະ​ມານ 6,7% ແລະ ໄລ​ຍະ 5 ປີ​ຂ້າງ​ໜ້າແມ່ນ​ແຕ່ 6,7% ຫາ 7% ຕິດ​ພັນ​ກັບ​ການສ້າງເສດ​ຖະ​ກິດ​ມະ​ຫາ​ພາກ​ ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ