ຍົກສູງທີ່ຕັ້ງບົດບາດຂອງສະພາແຫ່ງຊາດຫວຽດນາມໃນພາກພື້ນ

ວັນ​ທີ 26/9, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄດ້​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ ສ.ປ.ປ.ລາວ, ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ແລະ ສ. ສະ​ຫະ​ພາບ​ມ້ຽນ​ມາ​ຢ່າງ​ເປັນ​ທາງ​ການ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ຍັງ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ອາ​ຊຽນ​ຄັ້ງ​ທີ 37 ຫຼື AIPA 37 ຊຶ່ງດ​ຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 29/9 ຫາ​ວັນ​ທີ 3/10 ຢູ່​ມຽນ​ມາ. ນີ້​ແມ່ນ​ການ​ເດີນ​ທາງ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ພາຍຫຼັງ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຊຸດ​ທີ 14. ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ແນ​ໃສ່ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ທີ່​ລົງ​ນາມ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມກັບ ສະ​ພາ​ແຫ່ງ​ຊາດຂອງ 3 ປະ​ເທດ​ດັ່ງ​ກ່າວ; ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ເສີມ​ຂະ​ຫຍາຍ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ.

ຍົກສູງທີ່ຕັ້ງບົດບາດຂອງສະພາແຫ່ງຊາດຫວຽດນາມໃນພາກພື້ນ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ມາ​ຮອດ​​ສະ​ໜາມ​ບິນ​ສາ​ກົນ​ຫວາດ​ໄຕ ນະ​ຄອນ​ຫຼວງວຽງ​ຈັນ

       ການ​ຢ້ຽມ​ຢາມ​ ສ.ປ.ປ.ລາວ, ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ແລະ ສ. ສະ​ຫະ​ພາບ​ມ້ຽນ​ມາ​ຢ່າງ​ເປັນ​ທາງ​ການຂອງທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ແມ່ນ​ດຳ​ເນີນ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ​ຕູ້, ທ່ານ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ Samdech Heng Samrin ແລະ  ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ສ. ສະ​ຫະ​ພາບ​ມຽນ​ມາ Ma Uyn Khai Than.

     ໃນ​ການ​ຢ້ຽມ​ຢາມ​ບັນ​ດາ​ປະ​ເທດ​ຄັ້ງ​ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນຈະ​ມີ​ບັນ​ດາ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ບັນ​ດາ​ການ​ນຳ​ສູງ​ສຸດ​ຂອງ 3 ປະ​ເທດ, ດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ຢູ່ນອກກອງ​ປະ​ຊຸມ AIPA ຄື : ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໜີ້​ສາ​ທ​າລະ​ນະ, ຢ້ຽມ​ຢາມ​ໂຮງ​ໝໍ ເຈິ້​ໄຣ້-ພະ​ນົມ​ເປັນ, ພົບ​ປະ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ທີ່​ພວມ​ລົງ​ທຶນ​ຢູ່​ມຽນ​ມາ.

     ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ 2 ຝ່າຍ

  ການ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ ສ.ປ.ປ.ລາວຂອງ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ​ໄດ້​ດຳ​ເນີນ​ພາຍຫຼັງ​ທີ່​ 2 ປະ​ເທດ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງ​ໆ​ຢ່າງ​ສຳ​ເລັດ​ຜົນ. ກວ່າ 50 ປີ​ທີ່​ຜ່ານ​ມາ, ນັບ​ຕັ້ງ​ແຕ່​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ນຳ​ກັນ, ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ-ລາວ​ໄດ້​ພັດ​ທະ​ນາ​ຢ່າງ​ດີ​ງາມ ແລະ ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຢ່າງບໍ່​ຢຸດຢັ້ງ. ບົນ​ພື້ນ​ຖານ​ການ​ພົວ​ພັນ​ດ້ານ​ການ​ເມືອງນັ້ນ, ໃນ​ປີ 2012, ສະ​ພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ໃຫ້​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ 2 ປະ​ເທດ​ສືບ​ຕໍ່​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍບັນ​ດາການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່່າງ​ກ້​ວາງ​ເລິກ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນຂັ້ນ​ຕ່າງໆ​ໃນ​ສະ​ພາ​ແຫ່ງ​ຊາດ​ເປັນ​ປະ​ຈຳ. ພ້ອມ​ກັບ​ການ​ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ, ສະ​ພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ​ຍັງ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ພາກ​ພື້ນ ແລະ ສາ​ກົນ. ຜ່ານ​ການ​ຢ້ຽມຢາມຄັ້ງ​ນີ້, 2 ຝ່າຍ​ຈະ​ສືບ​ຕໍ່​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ຫນູນ​ຊ່ວຍ​ກັນເພື່ອ​ໃຫ້​ລາວ​ຮັບ​ປະ​ກັນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ​ຢ່າງ​ສຳ​ເລັດ​ຜົນ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ພ​າບ, ສາ​ມັກ​ຄີ​ໃນ​ອາ​ຊຽນ, ຊຸກ​ຍູ້​​ການ​ສ້າງບັນ​ດາ​ມາດ​ຕະ​ການທີ່​ຍັງ​ເຫຼືອ​​ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ປະ​ຊາ​ຄົມໃຫ້​ສ​ຳ​ເລັດ, ປະ​ກອບ​ສ່ວນ​ຢ່າ​ງ​ແທດ​ຈິງໃຫ້​ແກ່​ການ​ສ້າງວິ​ໄສ​ທັດປະ​ຊາ​ຄົມ​ອາ​ຊຽນ 2025.

     ສຳ​ລັບ​ກຳ​ປູ​ເຈຍ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ໃນ​ທຸກ​ດ້ານ. ບັນ​ດາ​ການ​ຢ້ຽມ​ຢາມ, ແລກ​ປ່ຽນ, ພົບ​ປະ​ເປັນ​ປະ​ຈຳ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ບັນ​ດາ​ກຳ​ມາ​ທິ​ການ​ຂອງ 2 ສະ​ພາ​ແຫ່ງ​ຊາດກໍ​ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ-ກຳ​ປູ​ເຈຍ ກໍ​ຄື​ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ. ໃນການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍຂອງ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ​ຄັ້ງ​ນີ້, 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ໃນ​ນັ້ນ​ມີ​ຄະ​ນະ​ເລ​ຂາສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ຄະ​ນະ​ເລ​ຂາສະ​ພາ​ສູງ​ກຳ​ປູ​ເຈຍ. ຈາກນັ້ນ​ກໍ​ສືບ​ຕໍ່​ຮ່ວມ​ມື, ສົມ​ທົບ​ກັນ​ທາບ​ທາມ, ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ​ ແລະ ກັນ​ຢູ່ ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ພາກ​ພື້ນ ແລະ ສາ​ກົນ.

     ພາຍຫຼັງ​ທີ່​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ມຽນ​ມາ​ເປັນ​ເວ​ລາ 41 ປີ, ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ຫວຽດ​ນາມ-ມຽນ​ມາ​ໄດ້​ຜ່ານ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ເປັນ​ໜ້າ​ພາກ​ພູມ​ໃຈ. ມຽນ​ມາ​ເປັນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ຢ່າງ​ສຸດ​ໃຈ​ໃນ​ພາ​ລະ​ກິດ​ການ​ຕໍ່​ສູ້​ຕ້ານ​ສັດ​ຕູ​ຕ່າງ​ດ້າວ​ເຂົ້າ​ມາ​ຮຸກ​ຮານ ແລະ ປົດ​ປ່ອຍ​ປະ​ເທດ​ຊາດ​ເມື່ອ​ກ່ອນນີ້. ໃນ​ປະ​ຈຸ​ບັນ, 2 ປະ​ເທດ​ໄດ້​ກຳ​ນົດ ແລະ ຮັກ​ສາ​ການ​ຮ່ວມ​ມື​ໃນ 12 ຂົງ​ເຂດ​ບຸ​ລິ​ມະ​ສິດ. ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ​ມຽນ​ມາ​ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ. ສະ​ພາ​ແຫ່ງ​ຊາດ ແລະ ຫ້ອງວ່າ​ການ ສະ​ພາ​ແຫ່ງ​ຊາດ​​ຂອງ 2 ປະ​ເທດ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື, 2 ຝ່າຍ​ໄດ້​ສ້າງ​ຕັ້ງ​ກຸ່ມ ສ.ສ.ຊ ມິດ​ຕະ​ພາບ. ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, 2 ປະ​ເທດ​ໄດ້​ສົມ​ທົບ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່​ທີ່ກອງ​ປະ​ຊຸມ IPU ແລະ AIPA. ບົນ​ພື້ນ​ຖານນັ້ນ, ໃນການ​ຢ້ຽມ​ຢາມ​ມຽນ​ມາຂອງ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ​ຄັ້ງ​ນີ້ບໍ່​ພຽງ​ແຕ່ຢັ້ງ​ຢືນ​ການ​ຖື​ເປັນ​ສຳ​ຄັນ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ຄວາມ​ຫວັງ​ຢາກ​ຊຸກ​ຍູ້​ການ​ຮ່ວມ​ມືຫຼາຍ​ດ້ານ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ 2 ປະ​ເທດ​ໃນ​ສະ​ພາ​ວະ​ການ​ໃໝ່ອີກ​ດ້ວຍ.

     ເສີມ​ຂະ​ຫຍາຍ​ທີ່​ຕັ້ງ​ບົດ​ບາດ​ໃນ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ

   ພາຍຫຼັງ​ສິ້​ນ​ສຸດການ​ຢ້ຽມ​ຢາມ​ລາວ, ​ກຳ​ປູ​ເຈຍ ແລະ ສະ​ຫະ​ພາບ​, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ອາ​ຊຽນ​ຄັ້ງ​ທີ 37 ຫຼື AIPA 37 ຊຶ່ງດ​ຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 29/9 ຫາ​ວັນ​ທີ 3/10 ຢູ່ນະ​ຄອນຫຼວງ Nay Pyi Taw ຂອງ​ມຽນ​ມາ. ດ້ວຍ​ຫົວ​ຂໍ້ “AIPA ມີ​ຊີ​ວິດ​ຊີ​ວາ​ເພື່ອ​ປະ​ຊາ​ຄົມ​ອາ​ຊຽນ​ທີ່​ກ້າວ​ໜ້າ ” AIPA 37 ຈະ​ສືບ​ຕໍ່​ຊຸກ​​ຍູ້ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ຕາມ​ບັນ​ດາ​ເນື້ອ​ໃນ​ທີ່​ໄດ້​ວາງ​ອອກ​ໃນ​ເອ​ກະ​ສານ​ວິ​ໄສ​ທັດ​ອາ​ຊຽນ 2025.

       ການ​ເດີນ​ທາງ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຢູ່​ລາວ, ​ກຳ​ປູ​ເຈຍ ແລະ ສະ​ຫະ​ພາບມຽນ​ມາຂອງທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ​ພາຍຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເລື່ອງຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ພ້ອມ​ກັນ​ນັ້ນ, ການ​ເຂົ້າ​ຮ່ວມກອງ​ປະ​ຊຸມAIPA 37 ຂອງຜູ້​ນຳສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແມ່ນ​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ຢ່າງ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ເສີມ​ຂະ​ຫຍາຍ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ   ແລະ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮ່ວມ​ມື​ໃນ AIPA ກໍ​ຄື​ການ​ຮ່ວມ​ມື​ອາ​ຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ