ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ, ​ຊີ້​ນຳ​, ບໍ​ລິ​ຫານ​ແຫ່ງ​ຊາດ

(VOVWORLD) -ລັດຖະບານ ຫວຽດນາມ ໄດ້ວາງເປົ້າໝາຍສ້າງບາດກ້າວບຸກທະລຸກ່ຽວກັບການປະຕິຮູບລະບຽບການບໍລິຫານໃນປີ 2022, ພິເສດ ແມ່ນ ການປະຕິຮູບລະບຽບການບໍລິຫານ ສຳລັບປະຊາຊົນ, ວິສາຫະກິດ. ພ້ອມກັນນັ້ນ ແມ່ນຍົກສູງປະສິດທິຜົນ, ປະສິດທິພາບການຊີ້ນຳ, ບໍລິຫານແຫ່ງຊາດ ແລະ ຂອງບັນດາກະຊວງ ຂະແຫນງການ, ທ້ອງຖິ່ນຕ່າງໆ ເພື່ອປຸກລຸກ ແລະ ລະດົມທຸກແຫລ່ງກຳລັງເພື່ອພັດທະນາປະເທດຊາດ.

ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ, ​ຊີ້​ນຳ​, ບໍ​ລິ​ຫານ​ແຫ່ງ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫົວຫນ້າຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ ເປັນປະທານກອງປະຊຸມ. ພາບ: VGP

ປີ 2021, ວຽກງານສ້າງ, ປັບປຸງລະບອບລະບຽບການ, ນິຕິກຳກ່ຽວກັບການປະຕິຮູບລະບຽບການບໍລິຫານໃຫ້ສົມບູນແບບ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກ ລັດຖະບານ ແລະ ໄດ້ມີການປ່ຽນແປງໃຫມ່ຫລາຍຢ່າງ. ກອງປະຊຸມທົ່ວປະເທດກ່ຽວກັບການສ້າງ, ປັບປຸງລະບອບລະບຽບການ ແລະ ຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດກໍ່ໄດ້ຈັດຕັ້ງເປັນສອງຄັ້ງ. ລັດຖະບານໄດ້ຈັດວາລະປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເປັນ 3 ຄັ້ງ, ຍື່ນສະເຫນີສະພາແຫ່ງຊາດຮັບຮອງເອົາ ກົດໝາຍສອງສະບັບ ແລະ ພິຈາລະນາ, ໃຫ້ຄຳເຫັນໃສ່ຮ່າງກົດໝາຍ 6 ສະບັບ, ຮັບຮອງເອົາ 23 ຂໍ້ສະເຫນີສ້າງກົດໝາຍ, ປະກາດໃຊ້  ມະຕິ 200 ສະບັບ, ດຳລັດ 139 ສະບັບ ທີ່ກ່ຽວຂ້ອງເຖິງ ການປະຕິຮູບລະບຽບການບໍລິຫານ.

ເລື່ອງແກ້ໄຂລະບຽບການບໍລິຫານ ຕາມກົນໄກປະຕູດຽວ, ປະຕູພ່ວງ ຢູ່ ພາກສ່ວນປະຕູດຽວຂອງທຸກຂັ້ນ ນັບມື້ນັບໄດ້ຮັບການປັບປຸງ ຕາມທິດເປັນມືອາຊີບ, ເປີດເຜີຍ, ໂປ່ງໃສ, ປະຊາທິປະໄຕ ແລະ ທັນສະໄຫມ. ໂຄງຮ່າງການຈັດຕັ້ງ, ກົງຈັກ ຢູ່ ບັນດາກະຊວງ, ຂະແຫນງການໄດ້ຮັບການບູລະນະ, ສັບຊ້ອນຕາມທິດກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ.

ສະເພາະກະຊວງ ພາຍໃນ ມີການປ່ຽນແປງໃຫມ່, ການປະຕິຮູບ ຫລາຍຢ່າງ. ເປັນຫນ້າສົນໃຈ ວຽກງານຫັນເປັນດີຈີຕອນ, ສ້າງລັດຖະບານເອເລັກໂຕນິກມຸ່ງໄປເຖິງລັດຖະບານດີຈີຕອນບັນລຸຫລາຍຄວາມຄືບຫນ້າ. ໃນນັ້ນ ສ້າງສຳເລັດແລະ ນຳເຂົ້າເຄື່ອນໄຫວລະບົບຖານຂໍ້ມູນແຫ່ງຊາດ ກ່ຽວກັບປະຊາກອນ ແລະ ລະບົບຜະລິດຕະພັນ, ສະຫນອງ ແລະ ຄຸ້ມຄອງບັດປະຈຳຕົວພົນລະເມືອງ, ນຳໃຊ້ບັດປະຈຳຕົວພົນລະເມືອງ ຕິດ Chips ເອເລັກໂຕນິກ ຮັບໃຊ້ປະສິດທິຜົນວຽກງານຄຸ້ມຄອງສັງຄົມ ເປັນຕົ້ນແມ່ນຮັບໃຊ້ການເລືອກຕັ້ງ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ 19. ລະບົບເຊື່ອມຕໍ່ເອກະສານແຫ່ງຊາດ, ປະຕູຖານບໍລິການສາທາລະນະແຫ່ງຊາດ, ລະບົບລາຍງານຂໍ້ມູນແຫ່ງຊາດ ແລະ ສູນຂໍ້ມູນ, ການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ ລ້ວນແຕ່ໄດ້ເອົາໃຈໃສ່, ຈັດຕັ້ງການປະຕິບັດເປັນຢ່າງດີ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ຕັ້ງຫນ້າ.

ທີ່ກອງປະຊຸມຄັ້ງທີ 1 ຄະນະຊີ້ນຳການປະຕິຮູບລະບຽບການບໍລິຫານຂອງລັດຖະບານ ຊື່ງໄດ້ຈັດຂຶ້ນໃນວັນທີ 9 ມີນາປີ 2022 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ຊີ້ໃຫ້ເຫັນບັນດາຫນ້າທີ່ລະອຽດຂອງການປະຕິຮູບລະບຽບການບໍລິຫານປີ 2022. ນັ້ນແມ່ນເພີ່ມທະວີບົດບາດຜູ້ນຳຫນ້າ, ຜັນຂະຫຍາຍໂຄງການສັງລວມກ່ຽວກັບການປະຕິຮູບລະບຽບການບໍລິຫານແຫ່ງລັດໄລຍະ 2021 – 2023 ຢ່າງຂ້ຽວຂາດ, ມີປະສິດທິພາບ ປະສິດທິຜົນ; ປ່ຽນໃຫມ່ວິທິການຊີ້ນຳ, ບໍລິຫານການປະຕິຮູບລະບຽບການບໍລິຫານ ຕາມທິດຍົກສູງປະສິດທິພາບ, ປະສິດທິຜົນ, ເພີ່ມທະວີການປະຕິບັດວິໄນຕິດພັນກັບການຍູ້ແຮງການແບ່ງຂັ້ນ, ແບ່ງສິດໃນການຈັດຕັ້ງປະຕິບັດ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ໃຫ້ສືບຕໍ່ສ້າງ, ປັບປຸງລະບົບລະບອບລະບຽບການຂອງພື້ນຖານດ້ານບໍລິຫານລັດໃຫ້ສຳເລັດ ຄົບຊຸດ, ທັນສະໄຫມ, ເຊື່ອມໂຍງ; ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດສະດວກ, ປອດໃສ, ຍຸຕິທຳ; ສຸມໃສ່ກວດກາ, ສ້າງລະບອບລະບຽບການກ່ຽວກັບເສດຖະກິດການຕະຫລາດ, ລະບອບລະບຽບການກ່ຽວກັບການຄຸ້ມຄອງພະນັກງານ, ລັດຖະກອນ, ໂຄງຮ່າງຈັດຕັ້ງກົງຈັກຕິດພັນກັບເລື່ອງວາງອອກບັນດາມາດຖານ, ຄາດໝາຍ ແລະ ກຳນົດທິດຂອງການປະຕິຮູບລະບອບລະບຽບການໃນໄລຍະໃຫມ່. ທ່ານນາຍົກລັດຖະມົນຕີ  ກໍ່ຮຽກຮ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານຫັນລະບຽບການບໍລິຫານເປັນງ່າຍດາຍ ໂດຍສະເພາະແມ່ນກ່ຽວຂ້ອງເຖິງປະຊາຊົນ, ວິສາຫະກິດ, ສຸມໃສ່ຜັນຂະຫຍາຍໂຄງການຫລຸດຜ່ອນ, ສ້າງຂໍ້ກຳນົດກ່ຽວຂ້ອງເຖິງການເຄື່ອນໄຫວດຳເນີນທຸລະກິດ ໄລຍະ 2022 – 2025 , ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ.

ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຍົກລະດັບ, ສ້າງລະບົບຂໍ້ມູນເອເລັກໂຕນິກປະຕູດຽວຢູ່ທຸກຂັ້ນ ຕາມທິດຄົບຊຸດ, ຍູ້ແຮງການເຊື່ອມຕໍ່, ແບ່ງປັນຖານຂໍ້ມູນລະຫວ່າງປະຕູຖານບໍລິການແຫ່ງຊາດ, ປະຕູຖານບໍລິການສາທາລະນະ, ລະບົບຂໍ້ມູນເອເລັກໂຕນິກປະຕູດຽວຂັ້ນກະຊວງ, ຂັ້ນແຂວງ ກັບບັນດາຖານຂໍ້ມູນແຫ່ງຊາດ, ຂະແຫນງການສະເພາະ, ລະບົບຂໍ້ມູນຮັບໃຊ້ການຢັ້ງຢືນ, ແກ້ໄຂລະບຽບການບໍລິຫານ. ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີ ຍັງຮຽກຮ້ອງການໃຫ້ບຸລິມະສິດແຫລ່ງຊັບພະຍາກອນມະນຸດ, ສຸມໃສ່ຜັນຂະຫຍາຍການປະຕິບັດບັນດາຫນ້າທີ່ກໍ່ສ້າງລັດຖະບານເອເລັກໂຕນິກໃຫ້ມີປະສິດທິຜົນ, ຍູ້ແຮງເລື່ອງຜັນຂະຫຍາຍໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນແຫ່ງຊາດ, ສ້າງລັດຖະບານເອເລັກໂຕນິກ, ມຸ່ງໄປເຖິງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ. ເປົ້າໝາຍສູງສຸດແມ່ນສ້າງບາດກ້າວບຸກທະລຸກ່ຽວກັບການປະຕິຮູບລະບຽບການບໍລິຫານ, ເປັນຕົ້ນແມ່ນບັນດາລະບຽບການບໍລິຫານສຳລັບປະຊາຊົນ, ວິສາຫະກິດ ຍົກສູງປະສິດທິຜົນປະສິດທິພາບການຊີ້ນຳບໍລິຫານຂອງລັດຖະບານ, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ, ປຸກລຸກ ແລະ ລະດົມທຸກແຫລ່ງກຳລັງເພື່ອພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ