ຍົກສູງປະສິດທິຜົນການເຄື່ອນໄຫວຊັກຖາມຢູ່ສະພາແຫ່ງຊາດ

(VOVWORLD) -ຊັກຖາມ ແລະ ຕອບຄຳຊັກຖາມຢູ່ບັນດາກອງປະຊຸມສະພາແຫ່ງຊາດ  ແມ່ນໜຶ່ງໃນບັນດາຮູບແບບຕິດຕາມພື້ນຖານ, ທົ່ວໄປ ແລະ ສຳຄັນຂອງສະພາແຫ່ງຊາດ. ຜ່ານກອງປະຊຸມແຕ່ລະຄັ້ງ, ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຍາມໃດກໍ່ມີການປ່ຽນແປງ, ເພື່ອແນໃສ່ຍົກສູງຄຸນນະພາບການຕິດຕາມກວດກາຂອງສະພາແຫ່ງຊາດ. ທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ສະພາແຫ່ງຊາດໄດ້ສະຫງວນເວລາ 3 ມື້ໃຫ້ແກ່ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ. ນີ້ແມ່ນການເຄື່ອນໄຫວດຶງດູດຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນຢູ່ກອງປະຊຸມແຕ່ລະຄັ້ງ.
ຍົກສູງປະສິດທິຜົນການເຄື່ອນໄຫວຊັກຖາມຢູ່ສະພາແຫ່ງຊາດ - ảnh 1 (ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14)

ໃນລັດແຫ່ງອຳນາດນິຕິບັດຍັດສັງຄົມນິຍົມ, ບົດບາດຕິດຕາມກວດກາສູງສຸດໂດຍສະພາແຫ່ງຊາດ ຮັບຜິດຊອບມີຄວາມໝາຍສຳຄັນຍິ່ງ, ປະກອບສ່ວນຮັບປະກັນບັນດາສິດບໍລິຫານ, ສິດຕຸລາການ ໄດ້ນຳໃຊ້ຖືກຕາມຈຸດປະສົງ ແລະ ປະຕິບັດຢ່າງມີປະສິດທິຜົນ.

ປ່ຽນໃໝ່ເພື່ອເພີ່ມປະສິດທິຜົນການຊັກຖາມ

        ຜ່ານການປະຕິບັດທົດລອງຢູ່ວາລະປະຊຸມຄັ້ງ 22 ຂອງຄະນະປະຈຳສະພາແຫ່ງຊາດ, ປ່ຽນແປງໃໝ່ກ່ຽວກັບເວລາຊັກຖາມ ແລະ ຕອບຄຳຊັກຖາມ ເຊິ່ງໄດ້ຮັບການຕີລາຄາສູງຈາກຜູ້ມີສິດເລືອກຕັ້ງ ຍ້ອນມັນບໍ່ພຽງແຕ່ປະຢັດເວລາເທົ່ານັ້ນ, ຫາກຍັງສະແດງເຖິງກຳລັງຄວາມສາມາດຂອງຜູ້ຊັກຖາມ ແລະ ຕອບຄຳຊັກຖາມ, ເຂົ້າສູ່ບັນຫາຢ່າງໂດຍກົງຫາກບໍ່ສະຊາຍ. ຍ້ອນມີສະມາຊິກສະແຫ່ງຊາດຖາມ ແຕ່ອະທິບາຍຫຼາຍຢ່າງແລ້ວຈຶ່ງຕອບຄຳຖາມ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດຕັ້ງຄຳຖາມໂດຍກົງ ແລະ ຜູ້ຕອບກໍ່ຄືກັນ.

        ກົງໄປກົງມາ, ໄປຕົງເຂົ້າບັນຫາ, ຫຍໍ້ເວລາຊັກຖາມຂອງສະມາຊິກສະພາແຫ່ງຊາດ ແລະ ເວລາຕອບຄຳຊັກຖາມຂອງບັນດາສະມາຊິກລັດຖະບານ ທີ່ເຂົ້າຮ່ວມການຕອບຄຳຊັກຖາມໃຫ້ສັ້ນລົງແມ່ນຄວາມຮຽກຮ້ອງທີ່ໄດ້ຍົກອອກມາທີ່ກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້. ຕາມນັ້ນແລ້ວ, ສະມາຊິກສະພາແຫ່ງຊາດທີ່ຊັກຖາມແຕ່ລະທ່ານມີເວລາ 1 ນາທີເພື່ອຖາມ ແລະ ສະມາຊິກລັດຖະບານແຕ່ລະທ່ານມີເວລາ 3 ນາທີເພື່ອຕອບຄຳຊັກຖາມກ່ຽວກັບບັນຫາຖືກຖາມ. ທ່ານ ເລໂບ້ລີ້ງ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮອງເລຂາທິການໃຫຍ່ສະພາແຫ່ງຊາດ, ໃຫ້ຮູ້ວ່າ.

        “ຈຸດປະສົງແມ່ນເພີ່ມຈຳນວນບັນດາສະມາຊິກສະພາແຫ່ງຊາດໄດ້ຊັກຖາມ, ສຸມໃສ່ເຂົ້າໃນບັນດາບັນຫາຕົ້ນຕໍ, ສະນັ້ນເວລາຊັກຖາມຂອງສະມາຊິກສະພາແຫ່ງຊາດແຕ່ລະຄົນແມ່ນ 1 ນາທີ, ຜູ້ຕອບຄຳຊັກຖາມມີເວລາ 3 ນາທີ ໂດຍແທນທີ່ຕາມຂໍ້ກຳນົດກ່ອນນີ້ແມ່ນ 5 ນາທີ. ສະນັ້ນ, ຈະສ້າງເງື່ອນໄຂໃຫ້ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ຕັ້ງຄຳຖາມຫຼາຍກວ່າ ແລະ ເພື່ອໃຫ້ຜູ້ຕອບຄຳຊັກຖາມ ຕອບຄຳຊັກຖາມໄປຕົງເຂົ້າບັນຫາເມື່ອຕອບຊັກຖາມ”.

        ຊັກຖາມໄວ, ຕອບຄຳຊັກຖາມສັ້ນ, ຈະແຈ້ງ, ຕອບຖືກຕາມຈຸດສຸມ ເຊິ່ງແມ່ນສິ່ງທີ່ບັນດາສະມາຊິກສະພາແຫ່ງຊາດ, ບັນດາຜູ້ຕາງໜ້າໃຫ້ຜູ້ມີສິດເລືອກຕັ້ງ, ປະຊາຊົນມີຄວາມເຫັນດີເຫັນພ້ອມ. ການປ່ຽນແປງໃໝ່ຂອງການເຄື່ອນໄຫວຊັກຖາມຜ່ານກອງປະຊຸມແຕ່ລະເທື່ອ ໄດ້ ແລະ ພວມໄດ້ຮັບການສະໜັບສະໜູນຈາກສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງ. ທ່ານສະມາຊິກສະພາແຫ່ງຊາດ ລ້າຍຊວນມົນ, ຄະນະສະມາຊິກສະພາແຫ່ງຊາດແຂວງ ກາວບັ່ງ, ຖືວ່າ.

        “ໂດຍຖອດຖອນບົດຮຽນຂອງສະພາແຫ່ງຊາດຊຸດຕ່າງໆ, ກອງປະຊຸມເປັນຫຼາຍຄັ້ງ ບັນດາສະມາຊິກສະພາແຫ່ງຊາດຖາມ ແລະ ລັດຖະມົນຕີຕອບຄຳຊັກຖາມ ຍັງບໍ່ທັນສຸມເຂົ້າຄຳຕອບຈຸດສຸມຢ່າງຈະແຈ້ງ, ສະນັ້ນໃນສະໄໝປະຊຸມຄັ້ງນີ້ໄດ້ສະຫງວນເວລາ 1 ນາທີໃຫ້ສະມາຊິກສະພາແຫ່ງຊາດ ຕ້ອງຄັດເລືອກບັນດາບັນຫາເພື່ອຊັກຖາມ, ພ້ອມກັນນັ້ນ, ລັດຖະມົນຕີກໍ່ຈື່ຄຳຖາມເພື່ອຕອບຄຳຊັກຖາມໃຫ້ຈະແຈ້ງ ແລະ ສຸມໃສ່ເຂົ້າໃນບັນຫາ”.

ຍົກສູງວຽກງານຕິດຕາມກວດກາຂອງສະພາແຫ່ງຊາດ

        ທີ່ວາລະຕອບຄຳຊັກຖາມຢູ່ຄະນະປະຈຳສະພາແຫ່ງຊາດຜ່ານມາ, ບັນດາຜູ້ແທນໄດ້ຕອບຄຳຊັກຖາມເປັນຢ່າງດີ, ມີລັກສະນະເຈລະຈາສູງ, ມີຄວາມຟົດຟື້ນ. ເມື່ອການປັບປຸງດັ່ງກ່າວໄດ້ນຳໃຊ້ຢູ່ຫໍປະຊຸມ ຈະເຮັດໃຫ້ບັນຍາກາດຊັກຖາມມີຄວາມຟົດຟື້ນຍິ່ງຂຶ້ນ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ. ດ້ວຍການປັບປຸງເພື່ອໃຫ້ເວລາຊັກຖາມ ແລະ ຕອບຄຳຊັກຖາມສັ້ນລົງນີ້ ກໍ່ຈະສ້າງເງື່ອນໄຂໃຫ້ບັນດາສະມາຊິກສະພາແຫ່ງຊາດໄດ້ຊັກຖາມ ແລະ ໄດ້ຕອບຄຳຊັກຖາມຫຼາຍຂຶ້ນ. ຍ້ອນກ່ອນນີ້, ມີສະມາຊິກສະແຫ່ງຊາດຫຼາຍທ່ານຊັກຖາມ ແຕ່ບໍ່ມີເວລາຢ່າງພຽງພໍເພື່ອຕອບຄຳຊັກຖາມ. ການຕອບຄຳຊັກຖາມໂດຍກົງຢູ່ຫໍປະຊຸມແມ່ນມີຄວາມສຳຄັນຍິ່ງ, ເຖິງວ່າສາມາດຕອບຄຳຊັກຖາມຜ່ານເອກະສານ, ແຕ່ການຕອບຄຳຊັກຖາມໂດຍກົງແມ່ນສິ່ງທີ່ດີທີ່ສຸດເພື່ອໃຫ້ຜູ້ມີສິດເລືອກຕັ້ງຕິດຕາມກວດກາ. ສະມາຊິກສະພາແຫ່ງຊາດ ລິ໋ຕ໋ຽດແຫ້ງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ບິ່ງດິ້ງ, ຖືວ່າ.

        “ຖ້າຫາກພວກເຮົາມຸ່ງໄປເຖິງເປົ້າໝາຍແມ່ນຜູ້ຊັກຖາມຄັດເລືອກໄດ້ບັນຫາຖືກຕ້ອງເພື່ອຊັກຖາມ ແລະ ຜູ້ຕອບຄຳຊັກຖາມກໍ່ຕ້ອງມີໜ້າທີ່ຮັບຜິດຊອບຢ່າງສູງ ແລະ ຕອບຄຳຊັກຖາມຢ່າງກົງໄປກົງມາ, ບັນຫາກ່ຽວກັບເວລາແມ່ນບໍ່ມີຄວາມສຳຄັນອີກ, ຫາກມັນຈະສ້າງກອບເພື່ອຍົກສູງຄຸນນະພາບການຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມ.”

        ເລີ່ມແຕ່ວັນທີ 04 ມິຖຸນາ, ກອງປະຊຸມສະໄໝສາມັນເມື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະສະຫງວນເວລາ 3 ມື້ເພື່ອດຳເນີນການຊັກຖາມບັນດາສະມາຊິກລັດຖະບານ. ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຕອບຄຳຊັກຖາມບັນດາບັນຫາກ່ຽວກັບ: ການສ້າງສຳເລັດພື້ນຖານໂຄງລ່າງຄົມມະນາຄົມ, ແກ້ໄຂບັນດາບັນຫາຍັງຄົງຄ້າງສຳລັບບັນດາໂຄງການ BOT. ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈະເຮັດແຈ້ງບັນຫາກ່ຽວກັບວຽກງານຄຸ້ມຄອງທີ່ດິນຢູ່ບັນດານະຄອນໃຫຍ່, ສະພາບມົນລະຜິດສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟຸ່ງຊວນຍ້າ ຈະຍົກອອກບັນດາມາດຕະການແກ້ໄຂ ເພື່ອຍົກສູງຄຸນນະພາບການສຶກສາ, ຄຸ້ມຄອງການສຶກສາຂັ້ນອະນຸບານ ແລະ ແກ້ໄຂສະພາບການເສື່ອມຄຸນສົມບັດຂອງຄູອາຈານ, ນັກຮຽນ. ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສົງຄົມ ຈະຕອບຄຳຊັກຖາມຂອງສະພາແຫ່ງຊາດກ່ຽວກັບຕະຫຼາດແຮງງານ, ປົກປ້ອງ ແລະ ເບິ່ງແຍງດູແລເດັກ.

        ດ້ວຍການປັບປຸງການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາແຫ່ງຊາດ ພວມມີການປ່ຽນແປງຢ່າງແຮງຈາກຮູບການສະພາແຫ່ງຊາດ ປຶກສາຫາລື ເປັນໄປສູ່ສະພາແຫ່ງຊາດໂຕ້ວາທີ. ຈາກນັ້ນ, ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດຈະນັບມື້ນັບໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຜູ້ມີສິດເລືອກຕັ້ງ, ປະຊາຊົນ ແລະ ເພື່ອໃຫ້ການເຄື່ອນໄຫວຊັກຖາມມີການປະກອບສ່ວນເຂົ້າໃນການສ້າງສາປະເທດຊາດຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ