ຍູ້ແຮງການທູດເສດຖະກິດ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ

(VOVWORLD) - ການທູດເສດຖະກິດ ພ້ອມກັບການທູດການເມືອງ ແລະ ການທູດວັດທະນະທຳ ແມ່ນ 3 ເສົ້າຄ້ຳຂອງພື້ນຖານການຕ່າງປະເທດຢ່າງຮອບດ້ານ, ທັນສະໄໝ
ຍູ້ແຮງການທູດເສດຖະກິດ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມຜັນຂະຫຍາຍໂຄງການກະທຳຂອງລັດຖະບານກ່ຽວກັບການທູດເສດຖະກິດປີ 2023
(ພາບ: VGP)

        ໃນສະພາບເສດຖະກິດໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະທານ, ການທູດເສດຖະກິດຕ້ອງສືບຕໍ່ເສີມຂະຫຍາຍບົດບາດ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃຫ້ເລິກເຊິ່ງຂຶ້ນຕື່ມ; ສືບຕໍ່ນຳການພົວພັນດ້ານເສດຖະກິດເວົ້າສະເພາະແລະ ການພົວພັນ 2 ຝ່າຍເວົ້າລວມໃຫ້ເຂົ້າສູ່ລວງເລິກ, ມີສະຖຽນລະພາບ, ຍືນຍົງ. ບົນຈິດໃຈນັ້ນ, ກອງປະຊຸມສະຫຼຸບຄະນະຊີ້ນຳການທູດເສດຖະກິດ, ໄດ້ຈັດຂຶ້ນໃນວັນທີ 03 ກໍລະກົດ, ຢູ່ ຮ່າໂນ້ຍ, ເພື່ອສືບຕໍ່ຜັນຂະຫຍາຍຄຳສັ່ງເລກທີ 15 ລົງວັນທີ 10 ສິງຫາ 2022 ຂອງຄະນະເລຂາສູນກາງພັກກ່ຽວກັບວຽກງານການທູດເສດຖະກິດໃຫ້ບັນລຸປະສິດທິຜົນ.

        ການທູດເສດຖະກິດ ພ້ອມກັບການທູດການເມືອງ ແລະ ການທູດວັດທະນະທຳ ແມ່ນ 3 ເສົ້າຄ້ຳຂອງພື້ນຖານການຕ່າງປະເທດຢ່າງຮອບດ້ານ, ທັນສະໄໝ; ມີຄວາມສະໜິດຕິດພັນກັນ, ມີການກະທົບເຊິ່ງກັນແລະກັນ, ປະກອບສ່ວນປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ. ການເຄື່ອນໄຫວການທູດເສດຖະກິດຂອງ ຫວຽດນາມ ພວມຜັນຂະຫຍາຍຕາມເນື້ອໃນຈິດໃຈຄຳສັ່ງເລກທີ 15, ໃນນັ້ນ ກຳນົດວ່າ: “ການທູດເສດຖະກິດ ແມ່ນໜ້າທີ່ພື້ນຖານ, ໃຈກາງຂອງພື້ນຖານການຕ່າງປະເທດຂອງ ຫວຽດນາມ, ແມ່ນກຳລັງໜູນສຳຄັນເພື່ອພັດທະນາປະເທດຢ່າງວ່ອງໄວ, ຍືນຍົງ”.

        ບັນດາຜົນງານທີ່ໜ້າຮັບຮູ້

        ພາຍໃຕ້ການຊີ້ນຳຢ່າງສະຫຼາດສ່ອງໄສ, ທັນການຂອງການນຳພັກ, ລັດ, ໃນປີ 2022 ແລະ ໄລຍະ 6 ເດືອນຕົ້ນປີ 2023, ຂະແໜງການທູດໄດ້ສະແດງໃຫ້ເຫັນເລື່ອງເປັນເຈົ້າການຢ່າງວ່ອງໄວໃນການຫັນຈຸດສຸມການທູດວັກຊິນ ໄປສູ່ການທູດເສດຖະກິດ ຮັບໃຊ້ການຟື້ນຟູ ແລະ ພັດທະນາປະເທດຊາດ. ວຽກງານການທູດເສດຖະກິດໄດ້ຮັບການຍູ້ແຮງ, ກາຍເປັນໜ້າທີ່ຈຸດສຸມຂອງທົ່ວຂະແໜງ ກໍຄືຂອງ 94 ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ. ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນຫັນເປັນລະອຽດແຜນນະໂຍບາຍຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ ກ່ຽວກັບການທູດເສດຖະກິດ ຮັບໃຊ້ການພັດທະນາ, ຖືປະຊາຊົນ, ທ້ອງຖິ່ນ, ວິສາຫະກິດເປັນໃຈກາງເພື່ອຮັບໃຊ້. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ຊີ້ແຈ້ງວ່າ:

        “ພວກເຮົາກຳນົດວ່າ ການສ້າງພື້ນຖານການທູດເສດຖະກິດຮັບໃຊ້ການພັດທະນາ ໂດຍຖືປະຊາຊົນທ້ອງຖິ່ນ, ວິສາຫະກິດເປັນໃຈກາງ. ເປັນທີ່ຈະແຈ້ງແລ້ວວ່າ, ວຽກງານການທູດເສດຖະກິດຈະພຽງແຕ່ປະຕິບັດບັນລຸປະສິດທິຜົນໄດ້ ກໍ່ຕໍ່ເມື່ອມີການສະໜັບສະໜູນ, ການສົມທົບກັນຢ່າງແໜ້ນແຟ້ນ ແລະ ການຕັ້ງໜ້າເຂົ້າຮ່ວມ, ເປັນເຈົ້າການຂອງບັນດາທ້ອງຖິ່ນ, ວິສາຫະກິດ ແລະ ພິເສດແມ່ນບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ. ກະຊວງການຕ່າງປະເທດປາດຖະໜາຢາກກຳແໜ້ນຄວາມຕ້ອງການພັດທະນາ ກໍຄືການເຊື່ອມໂຍງເຂົ້າກັບສາກົນຂອງບັນດາທ້ອງຖິ່ນ, ວິສາຫະກິດຢ່າງເລິກເຊິ່ງກວ່າ, ຈາກນັ້ນກໍ່ຍົກອອກບັນດາມາດຕະການແກ້ໄຂ, ສ້າງແຜນການພັດທະນາວຽກງານການທູດເສດຖະກິດ”.

        ໂດຍປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດ, ຂະແໜງການທູດໄດ້ພ້ອມກັບບັນດາຂະແໜງ ສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມ ເຮັດໃຫ້ການພົວພັນຂອງ ຫວຽດນາມ ກັບບັນດາປະເທດເລິກເຊິ່ງຂຶ້ນຕື່ມ, ພິເສດແມ່ນຢູ່ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ. ບັນດາການໄປປະຕິບັດງານຢູ່ຕ່າງປະເທດຂອງການນຳຫຼັກແຫຼ່ງຫຼາຍທ່ານ ກໍຄືບັນດາການມາຢ້ຽມຢາມ ຫວຽດນາມ ຂອງການນຳບັນດາປະເທດ ກໍ່ລ້ວນແຕ່ບັນລຸຜົນງານ, ຂໍ້ຕົກລົງລະອຽດ, ແທດຈິງທາງດ້ານເສດຖະກິດ. ວຽກງານການພົວພັນຕ່າງປະເທດໄດ້ຕິດພັນກັບທິດນຳຍາດແຍ່ງທຸກກາລະໂອກາດ, ທຸກແຫຼ່ງກຳລັງເພື່ອພັດທະນາປະເທດຊາດ. ໃນນັ້ນແມ່ນເລື່ອງ ກຸ່ມ G7 (ກຸ່ມບັນດາປະເທດມີພື້ນຖານເສດຖະກິດພັດທະນາ), ເອີລົບ ແລະ ຫວຽດນາມ ໄດ້ມີຖະແຫຼງການດ້ານການເມືອງກ່ຽວກັບການພົວພັນ “ຄູ່ຮ່ວມມືຫັນປ່ຽນພະລັງງານໂດຍຍຸຕິທຳ” (JETP), ລະດົມແຫຼ່ງລົງທຶນເບື້ອງຕົ້ນທີ່ມີມູນຄ່າ 15,5 ຕື້ USD; ກຸ່ມບໍລິສັດ LEGO ໄດ້ເລີ່ມກໍ່ສ້າງໂຮງງານທີ່ມີການແກ້ໄຂການປ່ອຍກາກບອນແຫ່ງທຳອິດໃນໂລກ ດ້ວຍຈຳນວນເງິນລົງທຶນ 1,3 ຕື້ USD ຢູ່ແຂວງ ບິ່ງເຢືອງ… ກະຊວງການຕ່າງປະເທດກໍ່ໜູນຊ່ວຍ, ຊຸກຍູ້ການຜັນຂະຫຍາຍສັນຍາການຄ້າເສລີ (FTA) 15 ສະບັບທີ່ໄດ້ຮັບການລົງນາມ; ເປັນເສນາທິການ, ສະເໜີແນະ ເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມບັນດາຂໍ້ລິເລີ່ມເຊື່ອມຕໍ່ເສດຖະກິດສາກົນຢ່າງທັນການ ເພື່ອແນໃສ່ຍາດແຍ່ງບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາ. ບັນດາຄວາມມານະພະຍາຍາມດັ່ງກ່າວໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກບັນດາທ້ອງຖິ່ນ, ວິສາຫະກິດ.

        ການກຳນົດທິດການທູດເສດຖະກິດໃນໄລຍະໃໝ່

        ເພື່ອຜັນຂະຫຍາຍຄຳສັ່ງເລກທີ 15, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານ 2 ກອງປະຊຸມຍູ້ແຮງການທູດເສດຖະກິດ ຮັບໃຊ້ການພັດທະນາປະເທດຊາດ ເດືອນ ກັນຍາ 2022 ແລະ ກອງປະຊຸມສະຫຼຸບວຽກງານການທູດວັກຊິນ ແລະ ບົດຮຽນເພື່ອຊຸກຍູ້ວຽກງານການທູດເສດຖະກິດ ໃນສະພາບການໃໝ່ ເດືອນ ພະຈິກ 2022. ເດືອນ ມີນາ 2023, ທ່ານນາຍົກລັດຖະມົນຕີ ສືບຕໍ່ເປັນປະທານກອງປະຊຸມຜັນຂະຫຍາຍໂຄງການກະທຳຂອງລັດຖະບານກ່ຽວກັບການທູດເສດຖະກິດປີ 2023. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:

        “ຂ້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ, ດ້ວຍການຮ່ວມແຮງຮ່ວມໃຈຂອງຂະແໜງການທູດ, ບັນດາອົງການຜູ້ຕາງໜ້າປະຈຳຕ່າງປະເທດ, ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ; ປະຕິບັດທິດນຳການຕ່າງປະເທດ “ນ້ຳໃຈ, ຈິງໃຈ, ມີຄວາມໄວ້ເນື້ອເຊື່ອໃຈ, ສະເໝີພາບ, ເຄົາລົບ, ມີປະສິດທິຜົນ, ພ້ອມກັນພັດທະນາ” ໃຫ້ບັນລຸປະສິດທິຜົນ, ພວກເຮົາຈະສືບຕໍ່ບັນລຸໄດ້ຫຼາຍຜົນງານໃໝ່ທີ່ໃຫຍ່ຫຼວງກວ່າ, ສຳຄັນກວ່າ, ສືບຕໍ່ປະກອບສ່ວນຫຼາຍກວ່າເຂົ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ”.

        ບົນພື້ນຖານການຊີ້ນຳຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດມີແຜນການຜັນຂະຫຍາຍວຽກງານການທູດເສດຖະກິດໃນໄລຍະຈະມາເຖິງ, ຕາມທິດຢືດໝັ້ນ ແລະ ສະເໝີຕົ້ນສະເໝີປາຍໃນການຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຫວຽດນາມ ເປັນເພື່ອນ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບຂອງປະຊາຊົນສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ