ຍູ້ໄວຄວາມຄືບໜ້າຫັນລັດວິສາຫະກິດເປັນຫຸ້ນສ່ວນ

(VOVWORLD) -ການຫັນລັດວິສາຫະກິດເປັນຫຸ້ນສ່ວນ ແມ່ນໜຶ່ງໃນບັນດາວິທີການແກ້ໄຂສໍາຄັນ ເພື່ອສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ຈຸດສຸມແມ່ນກຸ່ມບໍລິສັດເສດຖະກິດ ແລະ ບໍລິສັດໃຫຍ່ຂອງລັດ ໄລຍະ 2016 2020. ເມື່ອເປັນເຊັ່ນນັ້ນນັ້ນກໍຕາມ, ວິວັດການຫັນລັດວິສາຫະກິດເປັນຫຸ້ນສ່ວນຍັງບໍ່ທັນບັນລຸໄດ້ຕາມຄວາມຄາດຫວັງ. ສະນັ້ນ, ຕ້ອງການມີບັນດາວິທີການແກ້ໄຂຢ່າງແທດຈິງ ແລະ ທັນການ ຈຶ່ງສາມາດບັນລຸໄດ້ຄວາມຄືບໜ້າທີ່ວາງອອກ. ວັນທີ 21 ພະຈິກ ຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມ ເພື່ອຊຸກຍູ້ການເຄື່ອນໄຫວຫັນລັດວິສາຫະກິດເປັນຫຸ້ນສ່ວນໃນໄລຍະຈະມາເຖິງ.

ພາຍຫຼັງປະຕິບັດມາເປັນເວລາ 01 ປີ, ໂຄງການດໍາເນີນງານຂອງລັດຖະບານກ່ຽວກັບການປະຕິບັດການສ້າງໂຄງປະກອບຄືນໃໝ່, ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນລັດວິສາຫະກິດ ແລະ ແຜນຮ່າງສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ໂດຍຈຸດສຸມແມ່ນ ກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ຂອງລັດ ໄລຍະ 2016 – 2020 ເມື່ອບັນລຸໄດ້ໝາກຜົນຕັ້ງໜ້າ. ສິ່ງທີ່ໜ້າເຕື້ອງເຖິງທີ່ສຸດນັ້ນ ແມ່ນການເຄື່ອນໄຫວຂອງບັນດາວິສາຫະກິດ ພາຍຫຼັງການຫັນເປັນຫຸ້ນສ່ວນ ເມື່ອທຽບໃສ່ກັບ ຕອນທີ່ຍັງບໍ່່ທັນໄດ້ຫັນເປັນຫຸ້ນສ່ວນນັ້ນ ແມ່ນດີກວ່າກັນຫຼາຍ. ນັບທັງ ກໍາໄລສະເລ່ຍກ່ອນເສຍພາສີ, ມອບເຂົ້າງົບປະມານແຫ່ງລັດ, ທຶນຈົດທະບຽນ, ຊັບສິນທັງໝົດ, ລາຍຮັບ, ລາຍໄດ້ຂອງຊາວຜູ້ອອກແຮງງານ ລ້ວນແຕ່ເພີ່ມຂຶ້ນ; ການບໍລິຫານວິສາຫະກິດໄດ້ປ່ຽນແປງໄປຕາມທິດຕັ້ງໜ້າ. ເຖິງຢ່າງໃດກໍຕາມ, ຄວາມຄືບໜ້າໃນການສັບຊ້ອນ, ຫັນລັດວິສາຫະກິດເປັນຫຸ້ນສ່ວນ ໄດ້ຮັບຖືວ່າ ແມ່ນຍັງຊັກຊ້າຢູ່, ຍັງບໍ່ທັນບັນລຸໄດ້ຕາມຄວາມຮຽກຮ້ອງຕ້ອງການເທື່ອ.

        ບາງມາດຕະການແກ້ໄຂ

        ສະພາບການຕົວຈິງສະແດງໃຫ້ເຫັນວ່າ ວິວັດການຫັນລັດວິສາຫະກິດເປັນຫຸ້້ນສ່ວນໃນຈຸດເວລານີ້  ແມ່ນຖືກຜົນກະທົບບໍ່ແມ່ນໜ້ອຍ ຈາກບັນດາການຜັນແປທາງລົບຂອງເສດຖະກິດໂລກ ແລະ ພາກພື້ນ. ຍິ່ງໄປກວ່ານັ້ນ, ເປົ້າໝາຍຂອງການສັບຊ້ອນ, ຫັນລັດວິສາຫະກິດເປັນຫຸ້ນສ່ວນ ສ່ວນຫຼາຍແມ່ນບັນດາວິສາຫະກິດທີ່ມີຂອບຂະໜາດໃຫຍ່, ມີຂອບເຂດການເຄື່ອນໄຫວກວ້າງ, ດໍາເນີນທຸລະກິດໃນຫຼາຍຂະແໜງ, ການເງິນສັບສົນ ດັ່ງນັ້ນຕ້ອງໃຊ້ເວລາຫຼາຍ ເພື່ອກະກຽມ ແລະ ແກ້ໄຂ. ເລື່ອງປະຕິບັດການຫັນລັດວິສາຫະກິດເປັນບໍລິສັດຫຸ້ນສ່ວນທີ່ມີທຶນຮອນຫຼາຍ ແມ່ນຕ້ອງການ ການເຂົ້າຮ່ວມຂອງນັກລົງທຶນທີ່ມີຂອບຂະໜາດໃຫຍ່ຫຼາຍແຫ່ງ, ມີກໍາລັງຄວາມສະມາດບົ່ມຊ້ອນທາງດ້ານການເງິນ, ມີກໍາລັງຄວາມສາມາດໃນການບໍລິຫານ ແລະ ລົງທຶນທີ່ດີ ແມ່ນຕ້ອງການໃຊ້ເວລາດົນເພື່ອກະກຽມ. ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກດັ່ງກ່າວ, ທ່ານ ເຈິ່ນວັນມິນ, ສະມາຊິກສະພາແຫ່ງຊາດແຂວງກວ໋າງນິງ  ຍົກອອກຄໍາເຫັນວ່າ:

        “ຄວນສືບຕໍ່ກວດກາຄືນບັນດາຂົງເຂດ ທີ່ລັດກໍາອໍານາດຄອບຄອງ ແລະ ບັນດາຂົງເຂດຄວນລະດົມທຶນຈາກບັນດາພາກສ່ວນໃນສັງຄົມ. ຮັກສາອັດຕາທີ່ເປັນກໍາມະສິດຂອງລັດຢູ່ວິສາຫະກິດໃນລະດັບເໝາະສົມ, ເພື່ອແນໃສ່ດຶງດູດນັກລົງທຶນຕັ້ງໜ້າເຂົ້າຮ່ວມໃນວິວັດແຫ່ງການຫັນລັດວິສາຫະກິດເປັນຫຸ້ນສ່ວນ”.

        ເພື່ອສືບຕໍ່ຍູ້ແຮງຄວາມຄືບໜ້າຫັນລັດວິສາຫະກິດເປັນຫຸ້ນສ່ວນນັ້ນ, ຫວຽດນາມ ຕ້ອງສືບຕໍ່ປັບປຸງລະບົບກົນໄກ, ນະໂຍບາຍຮັບໃຊ້ໃຫ້ແກ່ວິວັດແຫ່ງການສ້າງໂຄງປະກອບວິສາຫະກິດຄືນໃໝ່ໃຫ້ສົມບູນແບ. ກວດກາຄືນກົດໝາຍສະບັບຕ່າງໆທີ່ມີສ່ວນກ່ຽວຂ້ອງ ເພື່ອມີເພີ່ມເຕີມວິວັດແຫ່ງການສ້າງໂຄງປະກອບ ແລະ ທີ່ຕັ້ງບົດບາດຂອງລັດວິສາຫະກິດຄືນໃໝ່ໃນໄລຍະຈະມາເຖິງຢ່າງເໝາະສົມ. ສິ່ງທີ່ໜ້າສົນໃຈ ນັ້ນແມ່ນຄວນມີບັນດາກົນໄກ, ນະໂຍບາຍຍູ້ໄວວິວັດແຫ່ງການຫັນລັດວິສາຫະກິດເປັນຫຸ້ນສ່ວນ ກ່ຽວກັບການລົງທຶນຂອງລັດເຂົ້າວິສາຫະກິດ ແລະ ການຄຸ້ມຄອງ, ນໍາໃຊ້ທຶນຮອນ, ຊັບສິນໃນວິສາຫະກິດ. ໄປຄຽງຄູ່ກັນນັ້ນ,ແມ່ນປະຕິບັດໃຫ້ສໍາເລັດການຈັດແບ່ງວຽກງານ, ແບ່ງຂັ້ນປະຕິບັດກ່ຽວກັບບັນດາສິດອໍານາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າຂອງກໍາມະສິດສໍາລັບລັດວິສາຫະກິດ ແລະ ທຶນຂອງລັດ ທີ່ລົງທຶນເຂົ້າວິສາຫະກິດ; ລົບລ້າງບົດບາດໜ້າທີ່ ທີ່ຕາງໜ້າໃຫ້ເຈົ້າຂອງກໍາມະສິດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສໍາລັບທຶນ, ຊັບສິນຂອງລັດໃນບັນດາວິສາຫະກິດໂດຍໄວ. ທ່ານນາງ ມາຍທິແອ໊ງຕວ໊ຽດ, ສະມາຊິກສະພາແຫ່ງຊາດແຂວງ ອານຢາງ, ຖືວ່າ:

        “ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ນັ້ນແມ່ນຕ້ອງມີກົງຈັກ, ບຸກຄະລາກອນປະຕິບັດການຕິດຕາມກວດກາວິວັດການນໍາໃຊ້ທຶນຂອງລັດທີ່ເປັນມືອາຊີບ, ສະເພາະກິດ ແລະ ເອກະລາດໂດຍໄວ, ແທນທີ່ ປະໃຫ້ບັນດາກະຊວງ ແລະ ຄະນະກໍາມະການປະຊາຊົນ ຄວບຕໍາແໜ່ງຮັບຜິດຊອບຄືໃນປັດຈຸບັນ. ຄວນສ້າງຕັ້ງອົງການສະເພາະກິດ ເປັນອົງການຕາງໜ້າທຶນຂອງລັດຢູ່ວິສາຫະກິດ ໂດຍໄວ. ໄປຄຽງຄູ່ກັນນັ້ນ, ຄວນແຍກຖັນແຖວພະນັກງານຄຸ້ມຄອງລັດວິສາຫະກິດ ປະຕິບັດລະບອບການຕະຫຼາດ, ສັນຍາແຮງງານ ກັບທຸກຕໍາແໜ່ງບໍລິຫານວິສາຫະກິດ ,  ພ້ອມທັງປ່ຽນແປງໃໝ່ລະບອບເງິນເດືອນ, ລາຍຮັບ, ກົນໄກຕິດຕາມກວດກາຢ່າງແຮງ ຕາມກົນໄກການຕະຫຼາດຄືກັນກັບວິສາຫະກິດເອກະຊົນ”.

 ເພີ່ມລະດັບຄວາມໄວໃນການຫັນລັດວິສາຫະກິດເປັນບໍລິສັດຫຸ້ນສ່ວນ

        ບັນດາກົນໄກ, ລະບຽບຫຼັກການເພື່ອໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນປະຕິບັດບັນດາສິດ, ໜ້າທີ່ຄວາມຮັບຜິດຊອບ, ພັນທະທີ່ໄດ້ຈັດແບ່ງວຽກງານຈັດແບ່ງຂັ້ນຄຸ້ມຄອງ ຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນການເລັ່ງລັດບັນດາວິສາຫະກິດທີ່ໄດ້ຫັນເປັນຫຸ້ນສ່ວນ ປະຕິບັດການຈົດທະບຽນຊື້ຂາຍ, ປະກາດໃນຕະຫຼາດຫຼັກຊັບ... ຈະໄດ້ຮັບການສ້າງຕັ້ງຢ່າງຮີບດ່ວນ ແລະ ປະຕິບັດໃນໄລຍະຈະມາເຖິງ. ພຽງແຕ່ເມື່ອມີຄວາມຕັດສິນໃຈເດັດດ່ຽວ ແລະແກ້ໄຂສິ່ງຄົງຄ້າງໃຫ້ສຸດກົກສຸດປາຍ ວິສາຫະກິດທີ່ສ້າງໂຄງປະກອບຄືນໃໝ່ ຫຼືວິສາຫະກິດທີ່ພວມໄດ້ຮັບການຫັນເປັນຫຸ້ນສ່ວນນັ້ນ ຈິ່ງມີເງື່ອນໄຂທີ່ດີເພື່ອເຄື່ອນໄຫວຢ່າງມີປະສິດທິຜົນ. ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້, ຫົວໜ້າຄະນະຊີ້ນໍາການປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດ, ຊີ້ແຈ້ງວ່າ:

        “ພວກເຮົາບໍ່ເອົາຄຸນນະພາບໄປແລກປ່ຽນເອົາຄວາມຄືບໜ້າໄດ້, ສຸດທ້າຍຍັງແມ່ນຜົນປະໂຫຍດທີ່ໄດ້ຮັບຈາກວຽກງານການຫັນລັດວິສາຫະກິດເປັນຫຸ້ນສ່ວນ ແລະ ພາຍຫຼັງທີ່ຫັນເປັນຫຸ້ນສ່ວນແລ້ວ ວຽກງານຄຸ້ມຄອງຂອງວິສາຫະກິດມີຄວາມກວ້າໜ້າດີບໍ ແລະ ການເຄື່ອນໄຫວຂອງວິສາຫະກິດມີປະສິດທິຜົນບໍ? ຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານສະຖິຕິ ກວດກາການອະນຸມັດວິທີການນໍາໃຊ້ທີ່ດິນຂອງບັນດາວິສາຫະກິດ, ຄວນສຸມໃສ່ບັນດາວິສາຫະກິດໃຫຍ່ ແລະ ຈໍານວນວິສາຫະກິດຕ້ອງໄດ້ຮັບການກວດກາຢັ້ງຢືນຄືນກ່ຽວກັບມູນຄ່າຂອງວິສາຫະກິດຈາກອົງການກວດສອບແຫ່ງລັດ”.

        ການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ສຸມໃສ່ເຂົ້າໃນບັນດາກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ແຫ່ງລັດ ແມ່ນເພື່ອແນໃສ່ສ້າງລັດວິສາຫະກິດມີໂຄງປະກອບທີ່ເໝາະສົມກວ່າ, ສຸມໃສ່ບັນດາຂະແໜງ, ຂົງເຂດຫຼັກແຫຼ່ງ, ສະໜອງຜະລິດຕະພັນ, ການບໍລິການສາທາລະນະປະໂຫຍດທີ່ຈໍາເປັນໃຫ້ແກ່ສັງຄົມ ແລະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປັນແກ່ນສານເພື່ອໃຫ້ເສດຖະກິດຂອງລັດປະຕິບັດບົດບາດເປັນເຈົ້າພາທາງ, ເປັນກໍາລັງດ້ານວັດຖຸສໍາຄັນ ເພື່ອໃຫ້ລັດກໍານົດທິດ, ບໍລິການ ແລະ ສ້າງເສດຖະກິດມະຫາພາກມີຄວາມສະຖຽນລະພາບ. ດັ່ງນັ້ນ, ການຍູ້ໄວຄວາມຄືບໜ້າຂອງວິວັດການຫັນລັດວິສາຫະກິດເປັນຫຸ້ນສ່ວນນັ້ນ ພວມໄດ້ຮັບຄວາມສົນໃຈປະຕິບັດຢ່າງສຸດກົກສຸດປາຍກວ່າຈາກບັນດາຂະແໜງການ, ຂັ້ນຕ່າງໆ ເພື່ອໃຫ້ວິວັດທະນາການດັ່ງກ່າວບັນລຸຜົນສໍາເລັດຕາມແຜນການທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ