ດິນແດນ ຫວຽດນາມ ໃສແຈ້ງຂຶ້ນນັບແຕ່ລະດູໃບໄມ້ຫຼົ່ນປີ 1945

(VOVWORLD) -ວັນທີ 2 ກັນຍາ ປີ 1945  ທ່ານປະທານ ໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດຢູ່ ສະໜາມຫຼວງບາດິ່ງ ປະຫວັດສາດ, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ເຊິ່ງແມ່ນລັດກຳມະກອນຊາວນາທຳອິດ ຢູ່ອາຊີຕາເວັນອອກສຽງໃຕ້. ໃນບັນຍາກາດລະດູໃບໄມ້ຫຼົ່ນປີ 2019 ນີ້, ຮູບພາບກ່ຽວກັບລະດູໃບໄມ້ຫຼົ່ນແຫ່ງປະຕິວັດ ທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ ເມື່ອກ່ອນນີ້ ໄດ້ປະກົດຂຶ້ນຢ່າງເລິກເຊິ່ງ ຊຶ່ງໄດ້ບອກເຕືອນແຕ່ລະຄົນເຖິງຄວາມຄາດຫວັງ ກໍ່ສ້າງປະເທດຫວຽດນາມ ທີ່ມີເອກະລາດ ແລະ ໝັ້ນຄົງເຂັ້ມແຂງ
ດິນແດນ ຫວຽດນາມ ໃສແຈ້ງຂຶ້ນນັບແຕ່ລະດູໃບໄມ້ຫຼົ່ນປີ 1945 - ảnh 1 ປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດຢູ່ ສະໜາມຫຼວງບາດິ່ງ, ຮ່າໂນ້ຍ

ຕອນເຊົ້າວັນທີ 2 ກັນຍາປີ 2019 ທຸງຊາດຫວຽດນາມ ໄດ້ຖືກຊັກ ຂຶ້ນໃນພິທີຊັກທຸງທີ່ສັກກາລະບູຊາ. ຂະບວນຄົນເຂົ້າໄວ້ອາໄລທ່ານປະທານ ໂຮ່ຈີມິນ ໄດ້ຊົງຄັນທຸງ, ຄິດເຖິງຈຸດເວລາວັນທີ 2 ກັນຍາເມື່ອກ່ອນນີ້ ເມື່ອທ່ານປະທານ ໂຮ່ຈີມິນ ໄດ້ຂຶ້ນກ່າວຖະແຫຼງການປະກາດເອກະລາດ ສະຖາປະນາປະເທດ ຫວຽດນາມ ໝັ້ນຄົງເຂັ້ມແຂງ. ຮູບພາບແຫ່ງຄວາມຟົດຟື້ນມ່ວນຊື່ນ ແລະ ເປັນໜ້າຕື້ນຕັນໃຈ ເມື່ອກ່ອນນີ້ໄດ້ປຽມລົ້ນໃນຊີວິດວັນນີ້.

        ການປະຕິວັດເດືອນ ສິງຫາ ປີ 1945 ໄດ້ເປັນບາດລ້ຽວໃຫຍ່ໃນປະຫວັດສາດຂອງຊາດ ຫວຽດນາມ ຂະນະທີ່ໄດ້ທັບມ້າງຕ່ອງໂສ້ຂ້າທາດ, ໂຄ່ນລົ້ມລະບອບສັກດີນາ, ສ້າງຕັ້ງປະເທດສາທາລະນະລັດ ປະຊາທິໄຕ ຫວຽດນາມ. ການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ ໄດ້ເປັນຂີດໝາຍບາດກ້າວພັດທະນາຢ່າງກ້າວກະໂດດຂັ້ນ ຂອງການປະຕິວັດ ຫວຽດນາມ, ອັນໄດ້ເປີດສັງກາດໃໝ່ຂອງຊາດ ເຊິ່ງແມ່ນສັງກາດເອກະລາດ ເສລີພາບ, ສັງກາດປົດປ່ອຍຊາດ ຕິດພັນກັບການປົດປ່ອຍມະນຸດ, ຈາກນັ້ນຊາວຜູ້ອອກແຮງງານໄດ້ຂຶ້ນກຳອຳນາດການປົກຄອງ ແລະ ເປັນເຈົ້າຂອງຊາຕາກຳຂອງຊາດ, ເປັນຈົ້າຂອງປະເທດຊາດ, ເປີດໂອກາດທີ່ດີເພື່ອໃຫ້ ຫວຽດນາມ ຮຽງບ່າຮຽງໄຫຼ່ພ້ອມກັບເພື່ອນມິດສາກົນ.

    ປະຫວັດສາດຂອງຊາດ ຫວຽດນາມ ໃນຕະຫຼອດ 74 ປີທີ່ຜ່ານມາ ໄດ້ສ້າງບັນດາຜົນງານທີ່ໜ້າມະຫັດສະຈັນ. ພາຍຫຼັງບັນດາການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຈາກພາຍນອກ ແລະ ພາຍຫຼັງກວ່າ 30 ປີແຫ່ງການປ່ຽໜແປງໃໝ່, ປະເທດຊາດ ຫວຽດນາມ ໄດ້ຍາດເອົາໄຊຊະນະທີ່ຍິ່ງໃຫຍ່ ມີຄວາມໝາຍປະຫວັດສາດໃນທຸກດ້ານຄື ການເມືອງ ເສດຖະກິດ ວັດທະນະທຳສັງຄົມ ການປ້ອງກັນຊາດ ປ້ອງຄວາມສະຫງົບ, ການຕ່າງປະເທດ, ການກໍ່ສ້າງພັກ, ກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ… ລະບົບການເມືອງ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ຮັບການປັບປຸງ ແລະ ເພີ່ມທະວີ.  ທາງດ້ານການເມືອງສັງຄົມມີສະຖຽນລະພາບ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາຢ່າງໝັ້ນຄົງ. ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປົວແປງໃຫ້ສູງຂຶ້ນ, ບັນຍາກາດປະຊາຊທິປະໄຕໃນສັງຄົມ ນັບມື້ໄດ້ຮັບການເສີມຂະຫຍາຍ, ວັດທະນະທຳສັງຄົມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.  ຈາກປະເທດໜຶ່ງທີ່ບໍ່ມີຊື່ໃນແຜນທີ່ໂລກ, ມາຮອດປັດຈຸບັນ ຫວຽດນາມ ໄດ້ມີສາຍພົວພັນດ້ານການທູດກັບກວ່າ180 ປະເທດຢູ່ທຸກໆທະວີບ; ເຂົ້າຮ່ວມໃນອົງການຈັດຕັ້ງສາກົນ ແລະ ພາກພື້ນ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງວົງຄະນາຍາດສາກົນ ດ້ວຍອິດທິພົນຊື່ສຽງ ແລະ ຖານະບົດບາດນັບມື້ນັບຍົກສູງຂຶ້ນ. ມາຮອດປັດຈຸບັນ ຫວຽດນາມ ໄດ້ຫຼຸດພົ້ນອອກຈາກກຸ່ມບັນດາປະເທດດ້ອຍພັດທະນາ ແລະ ໄດ້ກາຍເປັນປະເທດມີລາຍຮັບປານກາງ. ເສດຖະກິດ ຫວຽດນາມ ໄດ້ເຊື່ອມໂຍງຢ່າງກວ້າງເລິກເຂົ້າໃນພື້ນຖານເສດຖະກິດພາກພື້ນ ແລະ ສາກົນເທື່ອລະກ້າວ ແລະ ຫວຽດນາມ ໄດ້ກາຍເປັນສະຖານທີ່ທີ່ດຶງດູດການລົງທຶນຈາກຕ່າງປະເທດທີ່ດູດດື່ມ ໃນຕະຫຼອດຊຸມປີທີ່ຜ່ານມາ.

         ໃນຊຸມວັນນີ້ຢູ່ທົ່ວປະເທດ ຫວຽດນາມ, ເຈືອຈານເຂົ້າໃນບັນດາບົດເພງ, ຟີມຮູບເງົາເອກະສານຕ່າງໆນັ້ນ ກໍ່ແມ່ນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 74 ປີແຫ່ງວັນໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ. ລະດູໃບໄມ້ຫຼົ່ນແຫ່ງປະຕິຫວັດ ໄດ້ວຽນມາສູ່ປະເທດຊາດ ໃນທ່າມກາງກິ່ນຫອມຫວນໝາກຈັນ, ຂອງໝາກພຸກສຸກໃນສວນ, ຂອງໝາກໄມ້ຊະນິດຕ່າງໆຢູ່ເຂດຊົນນະບົດ. ລະດູໃບໄມ້ຫຼົ່ນແຫ່ງປະຕິວັດ ຍັງໄດ້ສະແດງໃຫ້ເຫັນພະລັງຊີວິດຢ່າງເຂັ້ມແຂງຜ່ານບັນດາໂຄງການ, ຮູບແບບເສດຖະກິດ ຂອງບັນດາມະຫາເສດຖີຢູ່ທຸກຫົນແຫ່ງໃນທົ່ວປະເທດຊາດ. ລະດູໄມ້ຫຼົ່ນກໍ່ໄດ້ສ້າງຄວາມເຊື່ອໝັ້ນໃໝ່ ຢູ່ຕາມສະຖານທີ່ກໍ່ສ້າງ, ບັນດາໂຄງການເສດຖະກິດ, ການລົງທຶນຂອງຕ່າງປະເທດ ທີ່ມີລະດັບສາກົນຂອງ ຫວຽດນາມ.  ແນ່ນອນວ່າໃນວັນທີ 2 ກັນຍານີ້, ຊາວຫວຽດນາມ ທັງມວນພັດຄິດຮອດຄິດເຖິງປະທານ ໂຮ່ຈີມິນ ເຊິ່ງແມ່ນພະບິດາຂອງຊາດ ຫວຽດນາມ. ຢູ່ສະໜາມຫຼວງບາດິ່ງ ແຫ່ງປະຫວັດສາດ, ເພິ່ນໄດ້ກ້າວຖະແຫຼງການປະກາດເອກະລາດ. ຢູ່ບັນດາເຂດຖານທີ່ໝັ້ນກໍ່ແມ່ນຮູບພາບຂອງເພິ່ນ ທີ່ພວມເມົາມົວເຮັດວຽກ. ຢູ່ບັນດາເຂດປູຊະນີຍະສະຖານ ກໍ່ຍັງຄົງຮັກສາອະນຸສອນຂອງເພິ່ນ ເມື່ອກັບມາຢ້ຽມຢາມໃນແຕ່ລະຄັ້ງ. ກໍ່ຍັງຄົງຈື່ຈຳຄຳສັງສອນຂອງເພິ່ນ ກ່ຽວກັບການຮ່ຳຮຽນ, ອອກແຮງງານເພື່ອກໍ່ສ້າງບ້ານເກີດເມືອງນອນປະເທດຊາດ.ແລະ  ຈິດໃຈຂອງຊາວຫວຽດນາມແຕ່ລະຄົນ ກໍ່ລ້ວນແຕ່ຝັງເລິກຮູບພາບປະທານ ໂຮ່ຈີມິນ ທີ່ແສນເຄົາລົບຮັກ. ໝົດທຸກຄົນ ຕ່າງກໍ່ເຊື່ອໝັ້ນວ່າ, ພື້ນຖານທີ່ທ່ານປະທານ ໂຮ່ຈີມິນ ໄດ້ສ້າງຂຶ້ນຈະຍືນຍົງຄົງຕົວຕະຫຼອດໄປ ແລະ ໄດ້ຮັບການສືບທອດຈາກຊາວຫວຽດນາມ ດ້ວຍບັນດາຄຸນຄ່າໃໝ່ຂອງຍຸກສະໄໝ.

         ໃນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນຢູ່ທຸກແຖບຖິ່ນໃນທົ່ວປະເທດຊາດ, ບັນດາບົດເພງກ່ຽວກັບລະດູໃບໄມ້ຫຼົ່ນແຫ່ງປະຕິວັດ ພັດກັງວານຂຶ້ນຢ່າງສະຫງ່າຜ່າເຜີຍ ເຊິ່ງເປັນການຊຸກຍູ້ເຍືອງທາງໃຫ້ແກ່ຊາວ ຫວຽດນາມ ລຸ້ນຕ່າງໆໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ