ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ຕົກ​ລົງ​ທັນ​ຍາ​ຫານ​ທະ​ເລ​ດຳ ເພື່ອຫຼີກ​ລ້ຽງ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ

(VOVWORLD) -ກອງປະຊຸມລັດຖະມົນຕີກະຊວງກະສິກຳບັນດາປະເທດໃນກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຫາກໍສິ້ນສຸດລົງ ພາຍຫຼັງໂຮມປະຊຸມ 2 ມື້ຢູ່ນະຄອນ Miyazaki ຂອງ ຍີ່ປຸ່ນ. ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ບັນດາລັດຖະມົນຕີໄດ້ຮຽກຮ້ອງໃຫ້ຕໍ່ກຳນົດເວລາຂໍ້ຕົກລົງກ່ຽວກັບ ຂໍ້ລິເລີ່ມທັນຍາຫານທະເລດຳ, ຮຽກຮ້ອງໃຫ້ບັນດາຝ່າຍຕ້ອງຜັນຂະຫຍາຍຢ່າງຄົບຖ້ວນ ກໍຄືເປີດກວ້າງຂອບຂະໜາດຂໍ້ຕົກລົງດັ່ງກ່າວ. ໃນຂະນະນັ້ນ, ວັນທີ 24 ເມສາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍໄດ້ນຳສະເໜີແບບວິທີການແກ້ໄຂຂໍ້ຕົກລົງທັນຍາຫານທະເລດຳໃນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຢູ່ ນິວຢອກ.

ເມື່ອເດືອນກໍລະກົດ 2022, ຢູ່ນະຄອນ Istanbul ປະເທດ ຕວັກກີ, ຍ້ອນມີ ສປຊ ແລະ ຕວັກກີ ເປັນປະເທດກາງໄກ່ເກ່ຍ, ລັດເຊຍ ແລະ ຢູແກຼນ ຈຶ່ງບັນລຸໄດ້ຂໍ້ຕົກລົງກ່ຽວກັບການສ້າງແລວປອດໄພໃຫ້ແກ່ສິນຄ້າສົ່ງອອກ ເພື່ອແນໃສ່ຫຼີກລ້ຽງການເກີດບັນຫາວິກິດການດ້ານສະບຽງອາຫານໃນທົ່ວໂລກ. ຂໍ້ຕົກລົງສະບັບດັ່ງກ່າວໄດ້ເອີ້ນວ່າ ຂໍ້ລິເລີ່ມທັນຍາຫານທະເລດຳ, ໃນເບື້ອງຕົ້ນ ແມ່ນມີຜົນສັກສິດພາຍໃນເວລາ 120 ວັນ, ຫຼັງຈາກນັ້ນກໍຕໍ່ກຳນົດເວລາຕື່ມອີກ 120 ວັນ ເມື່ອເດືອນພະຈິກ 2022 ແລະ ຮອດວັນທີ 18 ມີນາ ຜ່ານມາ ກໍໄດ້ຕໍ່ກຳນົດເວລາອີກ 60 ວັນ.

ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ຕົກ​ລົງ​ທັນ​ຍາ​ຫານ​ທະ​ເລ​ດຳ ເພື່ອຫຼີກ​ລ້ຽງ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ - ảnh 1ກອງປະຊຸມລັດຖະມົນຕີກະຊວງກະສິກຳບັນດາປະເທດ G7 ຢູ່ນະຄອນ Miyazaki ຂອງ ຍີ່ປຸ່ນ (ພາບ:The Yomiuri Shimbun)

ເສັ້ນທາງການສົ່ງອອກທັນຍາຫານທີ່ຫຍຸ້ງຍາກລຳບາກ

        ລັດເຊຍ ແລະ ຢູແກຼນ ແມ່ນສອງປະເທດສະໜອງສະບຽງອາຫານຫຼັກໆໃນທົ່ວໂລກ ແລະ ລັດເຊຍ ກໍແມ່ນປະເທດສົ່ງອອກປຸ໋ຍແຖວໜ້າໂລກ. ກ່ອນທີ່ການປະທະກັນເກີດຂຶ້ນ, ສອງປະເທດດັ່ງກ່າວກວມເອົາ 28% ປະລິມານເຂົ້າສາລີທັງໝົດທີ່ສົ່ງອອກໄປທົ່ວໂລກ ແລະ75% ປະລິມານນ້ຳມັນແກ່ນຕາເວັນທັງໝົດຂອງໂລກ.

        ກ່ອນໜ້ານັ້ນ, ຜະລິດຕະພັນກະເສດຂອງ ຢູແກຼນ ແລະ ລັດເຊຍ ສ່ວນຫຼາຍແມ່ນສົ່ງອອກຜ່ານທ່າກ່ຳປັ່ນແຫ່ງຕ່າງໆຢູ່ທະເລດຳ. ແຕ່, ເມື່ອການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນ, ບັນດາທ່າກ່ຳປັ່ນຢູ່ທະເລດຳ ທີ່ຕິດກັບ ຢູແກຼນ ນັ້ນ ລ້ວນແຕ່ຖືກ ລັດເຊຍ ປິດລ້ອມ.

        ຂໍ້ລິເລີ່ມທັນຍາຫານ ທະເລດຳ ອະນຸຍາດໃຫ້ ຢູແກຼນ ສົ່ງອອກທັນຍາຫານຜ່ານທະເລດຳ ຜ່ານທ່າກ່ຳປັ່ນບາງແຫ່ງທີ່ໄດ້ລະບຸ, ພ້ອມທັງຊ່ວຍໃຫ້ ລັດເຊຍ ສົ່ງອອກສະບຽງອາຫານ ແລະ ປຸ໋ຍ ໄດ້ຢ່າງງ່າຍດາຍກວ່າ. ເຖິງຢ່າງໃດກໍຕາມ, ໃນຕົວຈິງ, ເລື່ອງສົ່ງອອກທັນຍາຫານຂອງສອງປະເທດຕາມຂໍ້ຕົກລົງສະບັບດັ່ງກ່າວຍັງຖືກຈຳກັດຫຼາຍຢ່າງ. ໄລ່ມາຮອດປັດຈຸບັນ, ຢູແກຼນ ສົ່ງອອກທັນຍາຫານປະມານກວ່າ 27 ລ້ານໂຕນ ຈາກທ່າກ່ຳປັ່ນ 3 ແຫ່ງ ຂອງ ຢູແກຼນ ຢູ່ທະເລດຳ, ເຊິ່ງຫຼຸດລົງເກືອບເຄິ່ງໜຶ່ງ ເມື່ອທຽບໃສ່ການສົ່ງອອກກວ່າ 40,6 ລ້ານໂຕນຜ່ານທາງທະເລ. ສ່ວນທ່າກ່ຳປັ່ນແຫ່ງອື່ນໆ, ລວມທັງທ່າກ່ຳປັ່ນ Mykolaiv ທີ່ມີບົດບາດສຳຄັນທີ່ສຸດ ກໍຍັງຖືກປິດປະຕູຢູ່. ດັ່ງນັ້ນ, ຢູແກຼນ ຕ້ອງຍ້າຍໄປນຳໃຊ້ທາງບົກ ແລະ ເປີດກວ້າງການຄ້າຜ່ານທ່າກ່ຳປັ່ນຂະໜາດນ້ອຍຂອງແມ່ນ້ຳ Danube. ເສັ້ນທາງບົກຈາກພາກເໜືອ ຢູແກຼນ ໄປຍັງ ເບລາຣຸດ ກໍຖືກປິດປະຕູເກືອບທັງໝົດ, ເຮັດໃຫ້ ຢູແກຼນ ຈຳເປັນຕ້ອງຂົນສົ່ງທັນຍາຫານດ້ວຍປະລິມານຫຼາຍຜ່ານບັນດາປະເທດ ເອີຣົບ ຕາເວັນອອກ.

        ໃນຂະນະນັ້ນ, ລັດເຊຍ ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ ການສົ່ງອອກທັນຍາຫານ ແລະ ປຸ໋ຍ ຂອງ ລັດເຊຍ ຖືກຜົນສະທ້ອນຈາກບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ, ລະອຽດແມ່ນການເຊື່ອມຕໍ່ຂອງທະນາຄານກະສິກຳ ລັດເຊຍ (Rosselkhozbank) ກັບລະບົບຊຳລະສາກົນ SWIFT ຖືກຕັດຕອນ. ວັນທີ 24 ເມສາ, ຜູ້ນຳສະຫະພັນທັນຍາຫານ ລັດເຊຍ ທ່ານ Arkady Zlochevsky ໃຫ້ຮູ້ວ່າ ຂໍ້ຕົກລົງທັນຍາຫານທະເລດຳ ຍັງບໍ່ທັນນຳມາເຊິ່ງຜົນປະໂຫຍດຫຍັງໃຫ້ແກ່ ລັດເຊຍ ຫຼື ຊ່ວຍຊຸກຍູ້ການສະໜອງຜະລິດຕະພັນກະເສດໃຫ້ແກ່ຕະຫຼາດທົ່ວໂລກ. ພ້ອມດຽວກັນນັ້ນ, ກໍກ່າວເຕືອນວ່າ ຖ້າຫາກບັນດາມາດຕະການຈຳກັດຂອງຝ່າຍຕາເວັນຕົກ ແນໃສ່ສະກັດກັ້ນການສົ່ງອອກຜະລິດຕະພັນກະເສດ ແລະ ປຸ໋ຍ ຂອງ ລັດເຊຍ ບໍ່ໄດ້ຮັບການຍົກເລີກ, ລັດເຊຍ ຈະຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວໃນວັນທີ 18 ພຶດສະພາຈະມາເຖິງ.

ຂໍ້ລິເລີ່ມທັນຍາຫານທະເລດຳ ຕ້ອງໄດ້ປະຕິບັດຢ່າງຄົບຖ້ວນ

        ວັນທີ 24 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ປຶກສາຫາລືກ່ຽວກັບຂໍ້ລິເລີ່ມທັນຍາຫານທະເລດຳ ກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢູ່ ນິວຢອກ (ອາເມລິກາ). ກ່ອນໜ້ານັ້ນ, ໃນຈົດໝາຍປິດລັບສົ່ງເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ລວມມີ ຢູແກຼນ ແລະ ຕວັກກີ, ທ່ານເລຂາທິການໃຫຍ່ ສປຊ ໄດ້ສະເໜີວິທີການແກ້ໄຂບັນຫາດັ່ງກ່າວ. ຫວ່າງມໍ່ໆມານີ້, ລັດເຊຍ ຖະແຫຼງວ່າ ຈະບໍ່ເຈລະຈາເພື່ອຕໍ່ກຳນົດເວລາຂໍ້ຕົກລົງດັ່ງກ່າວຕື່ມອີກ ຖ້າຫາກວ່າບໍ່ມີຄວາມຄືບໜ້າໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການເຊື່ອມຕໍ່, ການຊຳລະ, ແຫຼ່ງສະໜອງເຄື່ອງຈັກ ແລະ ປະກັນໄພ. ເພາະວ່າ, ຂໍ້ຕົກລົງ ເຊິ່ງ ລັດເຊຍ ລົງນາມນັ້ນ ມີມາດຕາທີ່ວ່າ ສປຊ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກສະບຽງອາຫານ ແລະ ປຸ໋ຍຂອງ ລັດເຊຍ ໃນໄລຍະເວລາ 3 ປີ. ນີ້ແມ່ນເນື້ອໃນຕົ້ນຕໍເຮັດໃຫ້ຂໍ້ຕົກລົງສະບັບນີ້ຕົກເຂົ້າສູ່ສະພາບຖືກນາບຂູ່ວ່າຈະລົ້ມເຫຼວ.

        ໃນຂະນະນັ້ນ, ຕໍ່ໜ້າສະພາບການຕົວຈິງ ແຫຼ່ງສະໜອງສິນຄ້າຂອງຕະຫຼາດຖືກຈຳກັດ, ລັດຖະມົນຕີກະຊວງກະສິກຳ ບັນດາປະເທດ G7 ໄດ້ຮຽກຮ້ອງໃຫ້ຕໍ່ກຳນົດເວລາຂໍ້ຕົກລົງກ່ຽວກັບຂໍ້ລິເລີ່ມທັນຍາຫານທະເລດຳ, ກໍຄື ປະຕິບັດຢ່າງຄົບຖ້ວນ ແລະ ເປີດກວ້າງຂອບຂະໜາດຂອງຂໍ້ຕົກລົງສະບັບດັ່ງກ່າວ.

        ຄຳຮຽກຮ້ອງໄດ້ຍົກອອກມາໃນສະພາບການບັນດາອົງການຈັດຕັ້ງສາກົນ, ໃນນັ້ນ ມີທະນາຄານໂລກ, ກອງທຶນເງິນຕາສາກົນ ແລະ ອົງການສະບຽງອາຫານໂລກ, ລ້ວນແຕ່ກ່າວເຕືອນຕໍ່ການຂາດວັກຂາດຕອນຂອງລະບົບສະໜອງສະບຽງອາຫານທົ່ວໂລກ. ຖ້າຫາກວ່າ ຂໍ້ຕົກລົງແລວທັນຍາຫານຖືກລົ້ມເຫຼວ ແລະ ຄຳສັ່ງຫ້າມສືບຕໍ່ດຳເນີນ, ທັນຍາຫານນັບຮ້ອຍລ້ານໂຕນຈະຖືກຕິດຄ້າງ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງມີການກະທຳໂດຍດ່ວນເພື່ອແກ້ໄຂວິກິດການສະບຽງອາຫານທົ່ວໂລກ ທີ່ພວມນັບມື້ນັບປະກົດຂຶ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ