ຕັດສິນໃຈກໍ່ສ້າງພັກໃຫ້ເຂັ້ມແຂງ

ຕັດສິນໃຈກໍ່ສ້າງພັກໃຫ້ເຂັ້ມແຂງ - ảnh 1

 ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 11(ພາບ:VOV )

(VOV) - ວັນ​ທີ 3/2 ຫວຽດນາມ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີ​ມສະຫລອງ 82 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (3/2/1930 -3/2/2012), ​ນີ້ແມ່ນ​ເຫດການ​ປະຫວັດສາດ​ສຳຄັນ​ຍິ່ງ ​ແລະ ​ໄດ້ສ້າງ​ບາດ​ລ້ຽວອັນ​ຍິ່ງ​​ໃຫຍ່​ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ​ຫວຽດນາມ. ພິທີ​ສະ​ເຫລີ​ມສະຫລອງ​​ປີ​ນີ້​ດຳ​ເນີນ​ໄປ​ ໃນ​ສະພາບ​ການ​ຫວຽດນາມ ພວມ​ຕັ້ງຫນ້າ​ປ່ຽນ​ແປງ​ໃຫມ່, ກໍ່ສ້າ​ງພັກ​ໃຫ້​​ເຂັ້ມ​ແຂງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ການ​ນຳພາ ​ແລະ ກຳລັງ​ຕໍ່ສູ້​ຂອງ​ພັກ ​ໃຫ້ທັດ​ທຽມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ຫນ້າ​ທີ່​ຂອງ​ສະພາບ​ການ​ໃຫມ່. ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ມີ​ຄວາມ​ໝາຍ​ເປັນຕາ​ຍ ​ທີ່​ກ່ຽວຂ້ອງ​ເຖິງ​ຊາຕາກຳ​ຂອງ​ພັກ ​ແລະ ການ​ຄົງ​ຕົວ​ຂອງ​ລະບອບ ຄື​ດັ່ງ​ຄຳ​ຢືນຢັນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ທີ່​ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ ຊຸ​ດທີ 11 ດຳ​ເນີນ​ໃນ​ທ້າຍ​ເດືອນ ທັນວາ ປີຜ່ານ​ມາ.

        ຕາມ​ທ່ານ ຟ້າ​ມກວາງ​ຫງີ້, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ ​ແລ້ວ, ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ພັກ​ກອມ​ມູນິດ​ຫວຽດນາມບໍ່​ເຄີຍ​ເລີ່​​ມ​ເລີ້ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມື​ອງ, ​ແນວ​ຄິດ, ການຈັດ​ຕັ້ງ ​ແລະ ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຫນ້າ​ທີ່​ສຶກສາອົບຮົມ, ຝືກຝົນ​ຫລໍ່​ຫລອມ​ພະນັກງານ, ສະມາຊິກ​ພັກ ​ເປັນ​ປະຈຳ. ຍ້ອນ​ເຫດນັ້ນ ພັກ​ໄດ້​ນຳພາ​ປະຊາຊົນ​ຍາດ​ໄດ້​ບັນດາໄຊຊະນະ​ອັນ​ໃຫຍ່​ຫລວງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຈຸ​ບັນ ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ວ່າວຽກ​ງານ​ກໍ່ສ້າງ​ພັກ ​ແມ່ນ​ຫນ້າ​ທີ່​ທັງ​ສຳຄັນ ທັງ​ຮີບ​ດ່ວນ. ​ການ​ກໍ່ສ້າງ​ພັກ ຕ້ອງ​ແມ່ນ​ຫນ້າ​ທີ່​ຫລັກ​ແຫ​ລ່ງ​ແກ່ນສານ ຄຽງ​ຄູ່​ກັບ​ຫນ້າ​ທີ່​​ຈຸດ​ສຸມຄື​ພັດທະນ​າ​ເສດຖະກິດ. ສາ​ສະ​ດາ​ຈານ ຟູ​ຮຽບ, ອະ​ດິດ​ເລຂາທິການ​ໃຫຍ່​ສະພາ​ທິດ​ສະ​ດີ​ສູນ​ກາງ ຖື​ວ່າ: ​ໃນ​ຊຸມ​ປີຜ່ານມາ ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ວາງ​ອອກ​ຫລາຍ​ມະຕິ​ກ່ຽວ​ກັບ​ວຽກ​ງານ​ກໍ່​ສ້າງ​ພັກ, ປັບປຸງ​ພັກ, ​ແຕ່​​ເມື່ອມີມະຕິກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ຊຸດ​ທີ 11 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ ​ໄດ້​ຍົກ​ໃຫ້​ເຫັນ​ບັນດາບັນຫາ​ສຳຄັນຢ່າງ​ຖືກຕ້ອງ,​ຖືກ​ທິດ ​ແລະ ​ເລິກ​ເຂິ່ງທີ່​ສຸ​​ດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ລະບົບ​​ໝວດ​ມາດ​ຕະການ ຊຶ່ງ​ມະຕິ​ໄດ້​ວາງ​ອອກ, ສິ່ງ​ທີ່​ສຳຄັນ​ແມ່ນ​ເລືອກ​ເຟັ້ນບັນຫາ​ຮີບ​ດ່ວນ​ຢ່າງ​ຖືກຕ້ອງ​ເພື່ອ​ສຸມ​ໃສ່​ແກ້​ໄຂ. ທ່ານ​ຮຽບ​ເວົ້າ​ວ່າ:

        “ ຂ້າພະ​ເຈົ້າ​ຖື​ວ່າ ປະຕິບັດ​ບັນຫາ​ຕ່າງໆ​ໃນ​ພາບ​ດຽວ​ແມ່ນ​ຍາກ ​ແຕ່​ຕ້ອງ​ປະຕິບັດ​ຢ່າງ​ຂ້ຽວຂາດ ​ແລະ ​ເລືອກ​ເຟັ້ນບາດກ້າວ​ບຸກທະລຸ. ກ່ອນ​ອື່ນ​ໝົດ​ແມ່ນ​ວຽກ​ງານ​ການຈັດ​ຕັ້ງ, ຕ້ອງ​ເລືອກ​ເຟັ້ນບຸກຄະລາ​ກອນ​​​ໃຫ້​ຖືກຕ້ອງ ນັບ​ແຕ່​ການ​ເລືອກ​ເຟັ້ນຜູ້​ເຂົ້າ​ເປັນສະມາຊິກ​ພັກ, ຊັບ​ຊ້ອນພະນັກງານ, ການ​ນຳ. ​ຖ້າ​ຫາກ​ເລືອກ​ເຟັ້ນ​ໄດ້​ຜູ້​ມີ​ຄຸນສົມບັດ, ມີ​ຄວາມ​ເກັ່ງ​ກ້າສາມາດ ຈາກ​ນັ້ນ ຈຶ່ງ​ຈະສ້າງ​ໄດ້​ມະຕິ​ຢ່າງ​ຖືກຕ້ອງ ​ແລະ ໝູ່​ມະຫາຊົນ​ປະຕິບັດ​ຕາມ. ພ້ອມ​ກັນ​ນັ້ນ ຕ້ອງ​ປະຕິບັດ​ປະຊາທິປະ​ໄຕ​ເພື່ອ​ໃຫ້​ປະຊາຊົນ, ສະມາຊິກ​ພັກ​ປະກອບ​ຄຳ​ເຫັນ​ໃຫ້​ແກ່​ການ​ນຳ, ​ໃຫ້​ແກ່​ພັກ, ຂັ້ນ​ຮາກ​ຖານ​ປະກອບ​ຄຳ​ເຫັນ​ໃຫ້​​ແກ່​ຂັ້ນ​ເທິງ ຫາກ​ບໍ່​ແມ່ນ​ມີ​ແຕ່​ປະຕິບັດ​ເປັນ​ພຽງ​ຮູບ​ການ​ເທົ່າ​ນັ້ນ”

        ວຽກ​ງານ​ພະນັກງານ​ແມ່ນ​ພາກສ່ວນ​ຫນຶ່ງ​ສຳຄັນ​ທີ່​ສຸດ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ປະຈຸ​ບັນ. ຖ້າ​ຫາກ​ພະນັກງານ​ດີ, ພິ​ເສດ​ແມ່ນ​ຜູ້ນຳ​ພາດີ ຈະ​ສົ່ງ​ຜົນ​ກະທົບ​ສຳຄັນ​ເຖິງ​ການ​ປະຕິບັດ​ຫນ້າ​ທີ່​ຂອງ​ພັກ​ເວົ້າ​ລວມ, ປະກອບສ່ວນ​ຍົກ​ສູງ​ອິດ​ທິພົນ​ຊື່​ສຽງ​ຂອງ​ພັກ​ໃນໝູ່​ຄະນະ, ປະຊາຊົນ ​ແລະ ອົງການ​ທີ່​ພະນັກງານ​​ຮັບຜິດ​ຊອບ​ວຽກງານ. ຮອງ​ສາດສະດາຈານ ດອກ​ເຕີ ຫງວຽນ​ເທ​ທັງ, ສັງກັດ​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມີນ ​ເວົ້າ​ວ່າ:

        “ຕາມຂ້າພະ​ເຈົ້າ​ແລ້ວ, ປັດ​ໃຈ​ຕັດສິນຊີ້​ຂາດຜົນສຳ​ເລັດ​ຂອງ​ວຽກ​ງານ​ກໍ່ສ້າ​ງພັກ, ປັບປຸງ​ພັກ ​ແມ່ນ​ຄຸນ​ນະ​ທາດ, ຄວາມ​ສຸດ​ຈິດ​ສຸມ​ໃຈ​ເຫັນ​ແກ່​ສ່ວນ​ລວມ​ແລະ ຄວາມ​ອົງອາດ​ກ້າ​ແກ່ນຂອງ​ຜູ້ນຳ​ຫນ້າ, ທັງ​ຈິດ​ໃຈ​ອະ​ນຸ​ໂລມ ​ແລະ ​ເຂັ້ມ​ງວດ. ສະ​ນັ້ນ ຄຽງ​ຄູ່​ກັບ​ຄວາມ​ຕືນຕົວຂອງ​ພະນັກງານ​ ສະມາຊິກ​ພັກແຕ່ລະຄົນ,  ຕ້ອງ​ປະຕິບັດ​ກົດໝາຍ​ຢ່າງ​ເຂັ້ມ​ງວດ, ມີ​ການ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ກວດກາ​ນ ​ເປັນ​ຕົ້ນ​ແມ່ນ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ.”

        ​ໄປ​ຄຽງ​ຄູ່​ກັບ​ກາ​ນຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ​ຫນ້າ, ພຶດຕິ​ກຳ​ຕົວ​ຈິງ​ການ​ເຄື່ອນ​ໄຫວຂອງ​ພັກ​ໃນ​ຕະຫລອດ 82 ປີ ຜ່ານ​ມາ ຊີ້​ໃຫ້​ເຫັນ​ວ່າ ​ເລື່ອງ​ສຸມ​ໃສ່​ກໍ່​ສ້າງ​ພັກ, ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ສະມາຊິກ​ພັກ ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ​ເຖິງ​ຄວາ​ເປັນຕາ​ຍຂອງ​ພັກ, ​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ. ​ໃນ​ໄລຍະ​ປະຈຸ​ບັນ, ພັກ​ກອມ​ມູນິດ​ຫວຽດນາມ ນັບ​ມື້​ນັບ​​ຖືບັນຫາ​ເປັນ​ສຳຄັນ. ຮອງ​ສາດສະດາຈານ, ດອກ​ເຕີ ຫວູວັນ​ຟຸກ ບັນນາທິການ​ໃຫຍ່​ວາລະສານ Cong San (ກອມ​ມູນິດ)​ໃຫ້​ຮູ້​ວ່າ:

        “ມາດ​ຕະການ​ທຳ​ອິດ​ແມ່ນ ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບສະມາຊິກ​ພັກ​ຢູ່​ຂັ້ນ​ຮາກ​ຖານ ​ແລະ ທີສອງ ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບການ​ດຳ​ເນີນ​ຊີວິດ​​ໃນທຸກ​ຮູບ​ການ​ຫນ່ວຍ​ພັກ ​ແລະ ທີ​ສາມ ຕ້ອງ​ສະຫລຸບ​ພຶດຕິ​ກຳ​ຕົວ​ຈິງ​ເພື່ອ​ບົນ​ພື້ນຖານ​ນັ້ນ ພວກ​ເຮົາ​ຖອດ​ຖອນ​ບັນດາ​ບັນຫາ​ທິດ​ສະ​ດີ ​ເພື່ອ​ສື​ບຕໍ່​ຍົກ​ສູງ​ບົດບາດນຳ​ພາ ​ແລະ ອົງກການ​ຈັດ​ຕັ້ງ​ພັກຂັ້ນຮາກ​ຖານ​ . ດ້ານ​ອື່ນ, ຄະ​ນະ​ພັກ​ຂັ້ນ​ເທິງກໍ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ອົນ​ການພັກ​ ແລະ ສ້າງ​ຖັນ​​ແຖວ​ສະມາຊິກ​ພັກ, ພິ​ເສດ ຕ້ອງ​ປະຕິບັດ​ວຽກ​ງານ​ກວດກາ​ຂອງ​ພັກ​ເປັນ​ປະຈຳ.”

        ການ​ກໍ່ສ້າງ​ພັກ, ປັບປຸງ​ພັກ ​ແມ່ນ​ວຽກ​ງານ​ຫຍຸ້ງຍາກ. ກິດຈະການ​ນີ້​ພວມ​ໄດ້​ຮັບ​ຄວາມ​ຕັດສິນ​​ໃຈ​ສູງ​ຈາກ​ທົ່ວ​ພັກ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ທົ່ວ​ປວງ​ຊົນ, ຊ່ວຍ​ໃຫ້​ພັກ​ກອມ​ມູນ​ິດຫວຽດນາມ ສືບ​ຕໍ່​ພາລະ​ກຳ​ປະຫວັດສາດ​ຢ່າງ​ໝັ້ນ​ແກ່ນ ນຳພາ​ປະຊາຊົນ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ ຫວຽດນາມ ສັງຄົມ​ນິຍົມ​ສຳ​ເລັດ​ຜົນ./. 


ຕອບກັບ

ຂ່າວ/ບົດ​ອື່ນ