ຕິດ​ແທດ​ບັນ​ດາ​ ເປົ້າ​ໝາຍຂອງ​ສະ​ພາ​ແຫ່ງ​ຊາດ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ຜັນ​ຂະ​ຫຍາຍ​ໜ້າ​ທີ່ວຽກ​ງານ

(VOVWORLD) -ລັດຖະບານ ຫວຽດນາມ ກຳນົດວ່າ ປີ 2022 ຕ້ອງຍາດແຍ່ງເອົາທຸກກາລະໂອກາດ ເພື່ອຟື້ນຟູການເຕີບໂຕ, ບັນລຸໄດ້ບັນດາເປົ້າໝາຍພັດທະນາ ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ XV ວາງອອກ. ເພາະສະນັ້ນ, ນັບແຕ່ອາທິດທຳອິດຂອງປີໃໝ່ສາກົນ, ລັດຖະບານໄດ້ດຳເນີນບັນດາການເຄື່ອນໄຫວເພື່ອສະແດງຄວາມຕັດສິນໃຈນີ້.

ຕິດ​ແທດ​ບັນ​ດາ​ ເປົ້າ​ໝາຍຂອງ​ສະ​ພາ​ແຫ່ງ​ຊາດ, ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ຜັນ​ຂະ​ຫຍາຍ​ໜ້າ​ທີ່ວຽກ​ງານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ປິ 2022, ລັດຖະບານ ໄດ້ກຳນົດໄວ້ວ່າຕ້ອງຜັນຂະຫຍາຍໂຄງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ໂຄງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມຢ່າງຄົບຊຸດ ແລະ ມີປະສິດທິຜົນ, ສູ້ຊົນການເຕີບໂຕໃຫ້ບັນລຸໄດ້ລະດັບແຕ່ 6 – 6,5%.

ຕິດແທດບັນດາເປົ້າໝາຍ ຂອງສະພາແຫ່ງຊາດ, ສ້າງບາດກ້າວບຸກທະລຸໃນການຜັນຂະຫຍາຍໜ້າທີ່ວຽກງານ

ວັນທີ 5 ມັງກອນ, ຢູ່ກອງປະຊຸມທາງໄກ ກັບບັນດາທ້ອງຖິ່ນ ເພື່ອຜັນຂະຫຍາຍບົດສະຫຼຸບຂອງ ສູນກາງພັກ ແລະ ມະຕິຂອງສະພາແຫ່ງຊາດຊຸດທີ XV ກ່ຽວກັບແຜນການພັດທະນາເສດຖະກິດສັງຄົມ ປີ 2022, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ວາງອອກຄຳຮຽກຮ້ອງຕ້ອງການວ່າ ຕ້ອງຍົກອອກໃຫ້ໄດ້ກ່ຽວກັບສາຍເຫດ ແລະ ວິທີການຜັນຂະຫຍາຍບັນດາແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022. ທ່ານກ່າວວ່າ:

ຕ້ອງປຶກສາຫາລືຢ່າງລະອຽດ ແລະ ເຫັນດີເປັນເອກະພາບກ່ຽວກັບເປົ້າໝາຍ, ໜ້າທີ່, ວິທີການຫຼັກແຫຼ່ງ ເພື່ອປະຕິບັດໜ້າທີ່ທາງການເມືອງທີ່ສຳຄັນ ໂດຍພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ເປັນຕົ້ນແມ່ນແຜນການພັດທະນາເສດຖະກິດ ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2022. ຂ້າພະເຈົ້າສະເໜີໃຫ້ສຸມໃສ່ບັນດາບັນຫາທີ່ມີລັກສະນະລະຫວ່າງຂະແໜງ, ລະຫວ່າງເຂດ, ເພີ່ມທະວີການສົມທົບເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຍົກສູງປະສິດທິຜົນໃນການຈັດແບ່ງ ແລະ ນຳໃຊ້ແຫຼ່ງກຳລັງ, ສຸມໃສ່ປຶກສາຫາລືກ່ຽວກັບວິທີການຊີ້ນຳ, ຈັດຕັ້ງປະຕິບັດ, ເຮັດແນວໃດຈຶ່ງສ້າງບາດກ້າວບຸກທະລຸ ແລະ ປະສິດທິຜົນໃນການປະຕິບັດໜ້າທີ່ດ້ານການເມືອງສຳຄັນຂອງປີ 2022.

ກ່ຽວກັບໜ້າທີ່ຈຸດສຸມທີ່ກ່ຽວຂ້ອງເຖິງເສດຖະກິດ, ລັດຖະບານໄດ້ກຳນົດໄວ້ວ່າຕ້ອງຍາດແຍ່ງເອົາທຸກກາລະໂອກາດເພື່ອຊຸກຍູ້ວິວັດການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມໃນທົ່ວປະເທດ, ໃນແຕ່ລະຂະແໜງການ, ຂົງເຂດ, ທ້ອງຖິ່ນ ແລະ ຮັກສາກຳລັງໜູນ ການເຕີບໂຕ ໃນໄລຍະຍາວ, ໝູນໃຊ້ກຳລັງໜູນເຕີບໂຕໃໝ່ ແລະ ຍືນຍົງ. ລະອຽດແມ່ນ, ສຸມໃສ່ປະຕິບັດ 3 ໜ້າທີ່ຈຸດສຸມ ແມ່ນ ຟື້ນຟູ, ຊຸກຍູ້ການຜະລິດດຳເນີນທຸລະກິດ; ຍູ້ໄວການສົ່ງອອກ, ຍູ້ແຮງຄວາມຄືບໜ້າໃນການປ່ອຍເງິນລົງທຶນສາທາລະນະ ແລະ ລະດົມແຫຼ່ງກຳລັງຮ່ວມມືພາກລັດ - ເອກະຊົນ ເພື່ອ ພັດທະນາລະບົບໂຄງປະກອບພື້ນຖານໂຄງລ່າງ, ເປັນຕົ້ນແມ່ນ ພື້ນຖານໂຄງລ່າງຍຸດທະສາດ. ພ້ອມນັ້ນແມ່ນ, ຢຶດໝັ້ນຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຍົກສູງລັກສະນະເປັນເຈົ້າຕົນເອງ, ຄວາມສາມາດໃນການຮັບມື, ປັບຕົວຂອງພື້ນຖານເສດຖະກິດ.

ໝວດວິທີການແກ້ໄຂຕໍ່ໄປນັ້ນແມ່ນ ພັດທະນາລະບົບໂຄງປະກອບພື້ນຖານໂຄງລ່າງຢ່າງຄົບຊຸດ ແລະ ທັນສະໄໝ ໂດຍໄວ, ຍູ້ໄວຄວາມຄືບໜ້າໃນການສ້າງໂຄງການພື້ນຖານໂຄງລ່າງຈຸດສຸມ, ເພີ່ມທະວີການເຊື່ອມຕໍ່ເຂດ, ລະຫວ່າງເຂດ, ພາກພື້ນ, ສາກົນ, ເປັນຕົ້ນແມ່ນໂຄງການພື້ນຖານໂຄງລ່າງຄົມມະນາຄົມ ສຳຄັນຄື: ໂຄງການກໍ່ສ້າງສາຍທາງບົກບາງຕອນໃນເສັ້ນສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນອອກ, ໂຄງການກໍ່ສ້າງທ່າອາກາດສະຍານສາກົນ ລອງແທງ…

ກ່ອນໜ້ານັ້ນ,ວັນທີ 4 ມັງກອນ ຢູ່ວາລະໄຂກອງປະຊຸມວິສາມັນ, ສະພາແຫ່ງຊາດຊຸດທີ XV, ລັດຖະບານໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດຮ່າງມະຕິວ່າດ້ວຍນະໂຍບາຍປີການເງິນ, ເງິນຕາ ເພື່ອໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ໂຄງການໄດ້ກຳນົດກອບບັນດາບັນຫາຈຸດສຸມ, ຕ້ອງສຸມໃສ່ແກ້ໄຂ. ຖ້າຫາກໄດ້ຮັບຮອງເອົາ, ໂຄງການຈະມີຄວາມໝາຍສຳຄັນພິເສດ ເພື່ອຮັບມືກັບໂລກລະບາດໂຄວິດ - 19, ແກ້ໄຂບັນດາຜົນເສຍຫາຍ, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ຟື້ນຟູຕະຫຼາດແຮງງານ, ແກ້ໄຂບັນດາບັນຫາໜູນຊ່ວຍສັງຄົມ, ສະຫວັດດີການສັງຄົມ. ທ່ານ ເຈິ່ນແອັງຕວັນ, ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

ຄັ້ງນີ້ລັດຖະບານໄດ້ຕັດສິນໃຈຢ່າງເດັດດ່ຽວເພື່ອຍົກອອກນະໂຍບາຍປີການເງິນໃນການເພື່ອພັດທະນາເສດຖະກິດທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19. ລັດຖະບານກໍ່ໄດ້ຍົກອອກຢ່າງລະອຽດກ່ຽວກັບ ບັນດາເປົ້າໝາຍທີ່ໄດ້ຮັບຜົນສະທ້ອນ ເຊິ່ງຕ້ອງການຮັບການໜູນຊ່ວຍຈາກນະໂຍບາຍປີການເງິນ ກໍ່ຄືນະໂຍບາຍເງິນຕາ, ນັ້ນແມ່ນການກໍ່ສ້າງ, ຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກຂັ້ນຮາກຖານ.

ແຜ່ຂະຫຍາຍຈິດໃຈເປັນເຈົ້າການ, ມີການກະທຳຢ່າງຂ້ຽວຂາດ ໄປຍັງບັນດາທ້ອງຖິ່ນ

ລັດຖະບານ ໄດ້ກຳນົດຫົວຂໍ້ບໍລິຫານຂອງປີ 2022 ແມ່ນ “ສາມັກຄີປະຕິບັດກົດລະບຽບວິໃນ, ເປັນເຈົ້າການຮັບມືຢ່າງປອດໄພມີປະສິດທິຜົນ, ຟື້ນຟູພັດທະນາ”. ບົນພື້ນຖານນັ້ນ, ລັດຖະບານໄດ້ວາງອອກ 82 ຄາດໝາຍລະອຽດໃຫ້ແກ່ບັນດາຂະແໜງການ, ຂົງເຂດ ໄປຄຽງຄູ່ກັບ 15 ຄາດໝາຍຫຼັກ ໂດຍສະພາແຫ່ງຊາດ ມອບໝາຍ. ພ້ອມກັນນັ້ນ, ຜັນຂະຫຍາຍ ຂໍ້ກຳນົດກ່ຽວກັບຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ສະເໝີຕົ້ນສະເໝີປາຍ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ສ້າງຄວາມສະດວກຢ່າງສຸດຂີດໃນການຈໍລະຈອນ ສິນຄ້າ, ແຮງງານກັບຄືນສູ່ເຮັດວຽກພາຍຫຼັງໂລກລະບາດໂຄວິດ - 19.

ບັນດາໝາກຜົນເຕີບໂຕທີ່ຕັ້ງໜ້າຂອງ ຫວຽດນາມ ທີ່ປະກົດຂຶ້ນໃນທ້າຍປີ 2021 ໄດ້ສະແດງໃຫ້ເຫັນວ່າ ລັດຖະບານ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ ແລະ ພ້ອມແລ້ວທີ່ຈະຜັນຂະຫຍາຍຫຼາຍການເຄື່ອນໄຫວປະຕິຮູບ, ຍູ້ແຮງການຟື້ນຟູເສດຖະກິດ. ເລື່ອງ ລັດຖະບານມີການກະທຳຢ່າງຮີບດ່ວນ, ຂ້ຽວຂາດນັບແຕ່ຊຸມວັນຕົ້ນປີ 2022 ເພື່ອຜັນຂະຫຍາຍການປະຕິບັດຄາດໝາຍເຊິ່ງສະພາແຫ່ງຊາດວາງອອກໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ນຳປະເທດຊາດ ພັດທະນາໃນສະພາບການຮັບມື ກັບໂລກລະບາດໂຄວິດ - 19 ຢ່າງມີໄຫວພິບ, ປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ