ຕີລາຄາ ແລະ ຄາດຄະເນໂດຍມີພື້ນຖານພຶດຕິກຳຕົວຈິງແລະວິທະຍາສາດກ່ຽວກັບສະພາບເສດຖະກິດ, ສັງຄົມ

(VOVWORLD) -ສູນກາງຕ້ອງຄົ້ນຄວ້າ, ໄຈ້ແຍກຢ່າງລະອຽດ, ຄາດຄະເນຢ່າງມີພື້ນຖານວິທະຍາສາດກ່ຽວກັບສະພາບການໃນຊຸມເດືອນທ້າຍປີ 2020 ແລະ ບັນດາປີ 2021, 2022

ຕີລາຄາ ແລະ ຄາດຄະເນໂດຍມີພື້ນຖານພຶດຕິກຳຕົວຈິງແລະວິທະຍາສາດກ່ຽວກັບສະພາບເສດຖະກິດ, ສັງຄົມ - ảnh 1 ການນຳພັກ, ລັດ, ສະພາແຫ່ງຊາດ... ເຂົ້າຮ່ວມກອງປະຊຸມ

(ພາບ: nhandan.com.vn)

ວັນທີ 05 ຕຸລາ, ກ່າວຄຳເຫັນໄຂກອງປະຊຸມຄັ້ງທີ 13, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12, ທ່ານເລຂາທິການໃຫຍ່, ປະທານປະເທດຫຽດນາມ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງໃຫ້ສູນກາງຈົ່ງສຸມໃສ່ຄົ້ນຄວ້າ, ປຶກສາຫາລືກ່ຽວກັບສະພາບການເສດຖະກິດສັງຄົມປີ 2020 – 2021 ແລະ ສືບຕໍ່ສ້າງຮ່າງບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ໃຫ້ສຳເລັດ, ພິເສດແມ່ນກະກຽມວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນອາຍຸການໃໝ່ໃຫ້້ເປັນຢ່າງດີ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຍົກອອກຫຼາຍເນື້ອໃນສຳຄັນໃນການຄົ້ນຄວ້າ, ປຶກສາຫາລືກ່ຽວກັບສະພາບການເສດຖະກິດ, ສັງຄົມປີ 2020 – 2021.

        ກ່ຽວກັບສະພາບເສດຖະກິດ, ສັງຄົມປີ 2020 – 2021, ເລື່ອງສູນກາງພັກພິຈາລະນາ, ປະກອບຄຳເຫັນຊີ້ນຳກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດ, ສັງຄົມ, ລາຍຮັບ, ລາຍຈ່າຍຂອງລັດໃນຄັ້ງນີ້ ຖືກວາງອອກໃນສະພາບຢູ່ພາກພື້ນ ແລະ ໃນໂລກມີການຜັນແປອັນໃຫຍ່ຫຼວງຫຼາຍຢ່າງ, ກະທັນຫັນ, ວ່ອງໄວ, ສັບສົນທີ່ສຸດ, ເຊິ່ງຍັງບໍ່ທັນສາມາດຄາດຄະເນລ່ວງໜ້າໄດ້ໝົດ ເມື່ອສ້າງແຜນການພັດທະນາຂອງປີ. ການເກີດ, ແຜ່ລະບາດຂອງໂລກລະບາດໂຄວິດ-19 ຍັງບໍ່ທັນຮູ້ວ່າຈະສິ້ນສຸດລົງໃນເມື່ອໃດເຊິ່ງໄດ້ ແລະ ພວມເຮັດໃຫ້ທ່າອ່ຽງຊຸດໂຊມຮ້າຍແຮງຂຶ້ນຕື່ມ, ວິກິດການທາງດ້ານເສດຖະກິດທົ່ວໂລກໄດ້ຮັບການກ່າວເຕືອນນັບແຕ່ກ່ອນແລ້ວ, ເຊິ່ງອາດຈະພາໄປເຖິງວິກິດການທີ່ຮ້າຍແຮງທີ່ສຸດນັບແຕ່ພາຍຫຼັງວິກິດການ 1929 – 1933 ມາຮອດປະຈຸບັນ; ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງພື້ນຖານເສດຖະກິດທີ່ໄດ້ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງຂອງຫວຽດນາມ. ໃນຂະນະນັ້ນ, ປີ 2020 ມີຄວາມໝາຍສຳຄັນທີ່ສຸດ, ໂດຍແມ່ນປີສຸດທ້າຍຂອງແຜນການ 5 ປີໄລຍະ 2016 – 2020 ແລະ ປີ 2021 ແມ່ນປີເປີດສາກແຜນການ 5 ປີໄລຍະ 2021 – 2025, ຍຸດທະສາດ 10 ປີໄລຍະ 2021 – 2030, ວິໄສທັດຮອດປີ 2045. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫວຽນຝູຈ້ອງ, ຊີ້ແຈ້ງວ່າ:

        “ເລື່ອງຕີລາຄາສະພາບການເສດຖະກິດ-ສັງຄົມຂອງປະເທດຊາດນັບແຕ່ຕົ້ນປີມາຮອດປະຈຸບັນ ແລະ ຄາດຄະເນທັງປີ 2020 ຢ່າງຖືກຕ້ອງ ຈະແມ່ນພື້ນຖານທີ່ສຳຄັນເພື່ອສືບຕໍ່ອັບເດດ, ຕີລາຄາຢ່າງພາວະວິໄສ, ຮອບດ້ານ ແລະ ສ້າງຄວາມເຫັນດີເຫັນພ້ອມສູງໃນທົ່ວພັກ, ທົ່ວປວງຊົນ ແລະ ໝາກຜົນຂອງການປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມໂດຍກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ບັນດາມະຕິສູນກາງພັກໄດ້ວາງອອກ; ເປັນພື້ນຖານໃຫ້ແກ່ການສ້າງ ແລະ ຜັນຂະຫຍາຍແຜນການພັດທະນາເສດຖະກິດ, ສັງຄົມປີ 2021 ຢ່າງມີໄຊ; ສ້າງທ່ວງທ່າ ແລະ ປະກອບສ່ວນສຳຄັນເບື້ອງຕົ້ນໃຫ້ແກ່ການປະຕິບັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ, ສັງຄົມ 5 ປີໄລຍະ 2021 – 2025 ແລະ ຍຸດທະສາດພັດທະນາເສດຖະກິດ, ສັງຄົມ 10 ປີໄລຍະ 2021 – 2030 ຢ່າງມີໄຊ”.

ຕີລາຄາ ແລະ ຄາດຄະເນໂດຍມີພື້ນຖານພຶດຕິກຳຕົວຈິງແລະວິທະຍາສາດກ່ຽວກັບສະພາບເສດຖະກິດ, ສັງຄົມ - ảnh 2 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

(ພາບ: nhandan.com.vn)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີໃຫ້ສູນກາງພັກ ສະຫງວນເວລາເພື່ອຄົ້ນຄວ້າ, ປຶກສາຫາລື, ຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງຫວຽດນາມ ນັບແຕ່ຕົ້ນປີມາຮອດປະຈຸບັນ ແລະ ຄາດຄະເນທັງປີ 2020; ຍົກອອກບັນດາໝາກຜົນ, ຜົນງານຕັ້ງໜ້າທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ອ່ອນດ້ອຍທີ່ຍັງຄົງຕົວ, ສາຍເຫດ ແລະ ບົດຮຽນ. ສຸມໃສ່ໄຈ້ແຍກຢ່າງເລິກເຊິ່ງ, ຕີລາຄາຢ່າງຖືກຕ້ອງ, ສ້າງຄວາມເຫັນດີເຫັນພ້ອມສູງໃນການໃຫ້ຂໍ້ສັງເກດກ່ຽວກັບຜົນກະທົບຫຍໍ້ທໍ້ຈາກໂລກລະບາດໂຄວິດ-19, ສະພາບຊຸດໂຊມທາງດ້ານເສດຖະກິດທົ່ວໂລກ ແລະ ບັນດາການຜັນແປອັນໃຫຍ່ຫຼວງຂອງຕະຫຼາດໂລກທີ່ມີຕໍ່ການປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ- ສັງຄົມທີ່ໄດ້ວາງອອກ; ຄວາມຈຳເປັນ, ລັກສະນະຖືກຕ້ອງຂອງບັນດານະໂຍບາຍ, ມາດຕະການເຊິ່ງຫວຽດນາມ ໄດ້ນຳໃຊ້ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນໂລກລະບາດ ແລະ ໄພແຫ້ງແລ້ງທີ່ເກີດຂຶ້ນຈາກໄພທຳມະຊາດ ເພື່ອແນໃສ່ຮັກສາການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ແກ່ຜູ້ອອກແຮງງານ, ຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ, ສະກັດກັ້ນສະພາບຊຸດໂຊມໃນລະດັບຕ່ຳສຸດ ແລະ ຟື້ນຟູທ່າເຕີບໂຕເທື່ອລະກ້າວ, ຮັບປະກັນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຍົກສູງຄຸນນະພາບການເຕີບໂຕ, ລັກສະນະຍືນຍົງໃນການພັດທະນາເສດຖະກິດ-ສັງຄົມ; ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ຮັກສາການເມືອງໃຫ້ມີສະຖຽນລະພາບ, ສະພາບແວດລ້ອມແຫ່ງສັນຕິພາບ, ມີຄວາມສະດວກເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ຊີ້ແຈ້ງວ່າ:

        “ເອົາໃຈໃສ່ໄຈ້ແຍກ, ຕີລາຄາຢ່າງພາວະວິໄສ, ຮອບດ້ານ, ເລິກເຊິ່ງບັນດາສາຍເຫດ ແລະ ບົດຮຽນຜົນສຳເລັດ ກໍຄືການທີ່ຍັງບໍ່ທັນບັນລຸຜົນສຳເລັດໃນວຽກງານຊີ້ນຳນຳພາການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ການພັດທະນາເສດຖະກິດ- ສັງຄົມໃນສະພາບການໃໝ່. ຕົວຢ່າງຄື, ກ່ຽວກັບຜົນສຳເລັດ, ແມ່ນແລ້ວບໍ່ນັ້ນແມ່ນຍ້ອນມີການຊີ້ນຳຢ່າງມີໄຫວພິບ, ທັນການຂອງອົງຄະນະພັກທຸກຂັ້ນ; ການຊີ້ນຳ, ການບໍລິຫານຢ່າງຖືກຕ້ອງ, ຂ້ຽວຂາດຂອງລັດຖະບານ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ; ການສົມທົບກັນ, ສະໜັບສະໜູນຢ່າງແຮງຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ; ພິເສດແມ່ນການເຂົ້າຮ່ວມຢ່າງຄົບຊຸດດ້ວຍຄວາມຕັດສິນໃຈສູງຂອງທັງລະບົບການເມືອງ ແລະ ຄວາມມານະພະຍາຍາມສູ້ຊົນ, ການເຂົ້າຮ່ວມ, ສະໜັບສະໜູນຢ່າງຕັ້ງໜ້າ ດ້ວຍຈິດໃຈທີ່ມີຄວາມຮັບຜິດຊອບ, ມີຄວາມສາມັກຄີ, ອຸ້ມຊູຊ່ວຍເຫລືອຊຶ່ງກັນແລະກັນຂອງທົ່ວປວງຊົນ, ທົ່ວກອງທັບ”.

        ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລ້ວ, ສູນກາງຕ້ອງຄົ້ນຄວ້າ, ໄຈ້ແຍກຢ່າງລະອຽດ, ຄາດຄະເນຢ່າງມີພື້ນຖານວິທະຍາສາດກ່ຽວກັບສະພາບການໃນຊຸມເດືອນທ້າຍປີ 2020 ແລະ ບັນດາປີ 2021, 2022, ພິເສດແມ່ນທ່າອ່ຽງການຜັນແປຂອງໂລກລະບາດ, ການຜັນແປຂອງສະພາບການໂລກ ແລະ ບັນດາປະເທດໃນທຸກຂົງເຂດ. ບົນພື້ນຖານນັ້ນ, ຈົ່ງຕີລາຄາຢ່າງຖືກຕ້ອງໝາກຜົນການປະຕິບັດບັນດາເປົ້າໝາຍ, ຄາດໝາຍຕົ້ນຕໍໃນປີ 2020 ເພື່ອໃຫ້ມີບັນດາວິທີການຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໃຫ້ຕິດພັນ ເໝາະສົມກັບສະພາບຕົວຈິງ; ເປັນເອກະພາບການໃຫ້ຂໍ້ສັງເກດ, ຕີລາຄາກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ 5 ປີໄລຍະ 2016 – 2020, ເຫັນໄດ້ບັນດາໝາກຜົນ, ຜົນງານເຊິ່ງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ໄດ້ມານະພະຍາຍາມສູ້ຊົນປະຕິບັດໃຫ້ບັນລຸຜົນສຳເລັດ ແລະ ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ຕ້ອງຜ່ານຜ່າ. ພ້ອມກັນນັ້ນ, ວາງອອກບັນດາເປົ້າໝາຍສັງລວມ, ບາງຄາດໝາຍ, ມາດຕະຖານຕົ້ນຕໍ ແລະ ບັນດາໜ້າທີ່, ມາດຕະການແກ້ໄຂສຳຄັນ ຄວນສຸມໃສ່ໃຫ້ບຸລິມະສິດການຊີ້ນຳນຳພາໃນການພັດທະນາເສດຖະກິດ-ສັງຄົມປີ 2021 ແລະ ໃນຊຸມປີຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ