ຕ້ານກໍ່ການຮ້າຍ - ໜ້າທີ່ຂອງໝົດທຸກຄົນ

ໃນ​ສ​ະ​ພາບ​ທີ່​ລັດ​ທິກໍ່​ການ​ຮ້າຍສາ​ມາດ​ແຜ່​ລາມ​ອອກກວ້າງ​ຂວາງນັ້ນ, ໃນ​ຊຸມມື້​ທີ່​ຜ່ານ​ມາ, ຫຼາຍ​ປະ​ເທດພ້ອມ​ດ້ວຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ມີ​ບັນ​ດາ​ການ​ກະ​ທຳ​ແນ​ໃສ່​ສະ​ກັດ​ກັ້ນ​ໄພ​ອັນ​ຕະ​ລາຍນີ້. ແຕ່​ການ​ສູ້​ຮົບ​ຕ້ານກໍ່​ການ​ຮ້າຍຕ້ອງ​ໃຊ້​ເວ​ລາ​ຍາວ​ນານ ແລະ ຈຳ​ເປັນ​ຕ້ອງ​ການ​ສົມ​ທົບ​ກັນ​ລະ​ຫວ່າງ​ທຸກ​ຝ່າຍ.

 

ຕ້ານກໍ່ການຮ້າຍ - ໜ້າທີ່ຂອງໝົດທຸກຄົນ - ảnh 1
ກະ​ສັດ​ອົງ​ໃໝ່​ຂອງ​ປະ​ເທດຊາ​ອຸ​ດິ​ອາ​ຣາ​ເບັຍ Salman Bin Abdulaziz Al Saud ທີ່ກອງ​ປະ​ຊຸມ​ສາ​ກົນກ່ຽວ​ກັບ​ການ ຕ້ານກໍ່​ການ​ຮ້າຍ​​ຖືກ​ຈັດ​ຂຶ້ນຢູ່
Mecca ຂອງ ຊາ​ອຸ​ດິ​ອາ​ຣາ​ເບັຍ    (ພາບ: Reuters)

    ໃນ 2-3 ມື້​ທີ່​ຜ່ານ​ມາ, ກອງ​ປະ​ຊຸມ​ສາ​ກົນກ່ຽວ​ກັບ​ການ ຕ້ານກໍ່​ການ​ຮ້າຍ​ໄດ້​ຖືກ​ຈັດ​ຂຶ້ນ 2 ຄັ້ງ​ຢູ່​ອາ​ເມ​ລິ​ກາ ແລະ ຊາ​ອຸ​ດິ​ອາ​ຣາ​ເບັຍ ແນ​ໃສ່​ຊອກ​ຫາ​ສຽງ​ເວົ້າ​ລ​ວມ​ຂອງ​ປະ​ຊາ​ຄົມ​ໂລກ​ໃນ​ການ ການ​ສູ້​ຮົບ​ຕ້ານກໍ່​ການ​ຮ້າຍ. ພ້ອມ​ກັບ​ບັນ​ດາ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ມີຫຼາຍ​ປະ​ເທດ​ຍັງ​ປະ​ກາດ​ແຜນ​ການ​ສະ​ເພາະ​ຂອງ​ຕົນ​ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ອອກ​ສູ່​ວົງ​ກວ້​າງຂອງ ລັດ​ທິກໍ່​ການ​ຮ້າຍ​ຢູ່​ປະ​ເທດ​ຕົນ​ເອງ.

     ຈາກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ສາ​ກົນ​ຕະຫຼອດ​ຮອດ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ແຕ່​ລ​ະ​ປະ​ເທດ.

     ທີ່ກອງ​ປະ​ຊຸ​ມ​ສາ​ກົນ​ດ້ວຍ​ຫົວ​ຂໍ້ : “ ອິດ​ສະ​ລາມບັ້ນ​ຮົບ ຕ້ານກໍ່​ການ​ຮ້າຍ ” ພວມ​ຖືກ​ດຳ​ເນີນ​ຢູ່​ເຂດເທວະ​ສະ​ຖານ Mecca ຂອງ ຊາ​ອຸ​ດິ​ອາ​ຣາ​ເບັຍ, ກະ​ສັດ​ອົງ​ໃໝ່​ຂອງ​ປະ​ເທດນີ້ Salman Bin Abdulaziz Al Saud ໄດ້​ສົ່ງ​ສານ​ໄປ​ທົ່ວ​ໂລກ​ໂດຍ​ໃຫ້​ຮູ້​ວ່າ : “ ຕ້ອງ​ປົກ​ປັກ​ຮັກ​ສາ​ຮູບ​ພາບ​ຂອງ​ຊາວມ​ຸດ​ສະ​ລິມ​ໃນ​ທົ່ວ​ໂລກ​ໃຫ້ຫຼຸດ​ພົ້ນ​ອອກ​ຈາກ​ການມ້າງ​ເພ​ທຳ​ລາຍຂອງ ລັດ​ທິກໍ່​ການ​ຮ້າຍ ”. ໃນ​ເວ​ລາ​ດຳ​ເນີນກອງ​ປະ​ຊຸມ​ເປັນ​ເວ​ລາ 4 ວັນ, ຜູ້​ແທນ 700 ຄົນ​ຊຶ່ງ​ເປັນ​ບັນ​ດາ​ເຈົ້າ​ໜ້າ​ທີ່, ນັກ​ຮຽນ​ຮູ້​ບັນ​ດາ​ປະ​ເທດ​ອິດ​ສະ​ລາມ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ສາຍ​ເຫດ​ຂອງ ລັດ​ທິກໍ່​ການ​ຮ້າຍ, ເພື່ອ​ຈາກນັ້ນ​ຈະ​ວາງ​ອອກ​ແຜນ​ການ ຕ້ານກໍ່​ການ​ຮ້າຍ​ຢ່າງ​ຮອບ​ດ້ານ. ກອງ​ປະ​ຊຸມກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ ແລະ ນັກ​ຮຽນ​ຮູ້​ຊາວ​ມຸດ​ສະ​ລິມ​ພິ​ຈາ​ລະ​ນາ​ບັນ​ດາ​ສາຍ​ເຫດ​ທາງ​ສາ​ສະ​ໜາ​ຂອງ ລັດ​ທິກໍ່​ການ​ຮ້າຍ​ກໍ​ຄື​ບັນ​ດາ​ສາຍ​ເຫດ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ ແລະ ສື່​ສານ…ຂອງ ລັດ​ທິກໍ່​ການ​ຮ້າຍ​ທີ່​ພວມ​ຄຸກ​ຄາມ​ໃນ​ໂລກ​ປະ​ຈຸ​ບັນ.

   ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ດັ່ງ​ກ່າວ, ຢູ່​ອາ​ເມ​ລິ​ກາ ກໍ​ໄດ້​ໄຂ​ກອງ​ປະ​ຊຸມ​ສຸດຍອດ​ສາ​ກົນ​ກ່ຽວ​ກັບ ຕ້ານກໍ່​ການ​ຮ້າຍ ແລະ ລັດ​ທິ​ຫົວ​ຮຸນ​ແຮງ ແຕ່​ວັນ​ທີ 18-20/2 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າກວ່າ 60 ປະ​ເທດ.

   ພ້ອມ​ກັບ 2 ກອງ​ປະ​ຊຸມ​ທີ່​ມີ​ລະ​ດັບ​ສາ​ກົນ​ດັ່ງ​ກ່າວ, ໃນ​ຊຸມມື້​ທີ່​ຜ່ານ​ມາ, ແຕ່​ລະ​ປະ​ເທດ​ໄດ້​ປະ​ກາດ​ບັນ​ດາ​ການ​ກະ​ທຳ​ເພື່ອ​ຕ້ານ ລັດ​ອິດ​ສະ​ລາມ​ຂະ​ໜານ​ນາມ​ເອງ IS . 2-3 ມື້ ພາຍຫຼັງ​ໄດ້​ຮັບ​ໜ້າ​ທີ່, ວ​ັນ​ທີ 23/2, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຊາດ​ຄົນ​ໃໝ່​ຂອງ​ອາ​ເມ​ລິ​ກາ Ashton Carter ໄດ້​ຢັ້ງ​ຢື​ນ​ຢ່າງແນ່ນອນ​ວ່າ ຈະ​ຕີ​ປະ​ລາ​ໄຊ​ພວກ ລັດ​ອິດ​ສະ​ລາມ​ຂະ​ໜານ​ນາມ​ເອງ IS​ ຢູ່​ທີ່ກອງ​ປະ​ຊຸມ​ກັບ​ບັນ​ດາ​ນາຍ​ທະ​ຫານ ແລະ ນັກ​ການ​ທູດ​ແຖວ​ໜ້າ​ຢູ່​ຄູ​ເວດ​ເພື່ອ​ພິ​ຈາ​ລະ​ນາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຮົບ​ຕ້ານ ​ກຳ​ລັງລັດ​ອິດ​ສະ​ລາມ​ຂະ​ໜານ​ນາມ​ເອງ IS. ຝະ​ລັ່ງ​ຖະ​ແຫຼງ​ໄດ້​ຈັດ​ສົ່ງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ Charles de gaulle ໄປ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຕ້ານລັດ​ອິດ​ສະ​ລາມ​ຂະ​ໜານ​ນາມ​ເອງ IS ຢູ່​ອີ​ຣັກ. ສ່ວນ​ຢູ່​ແບນ​ຊິກ, ປະ​ເທດນີ້​ກໍ​ໄດ້​ປະ​ກາດ​ແຜນ​ການ ຕ້ານກໍ່​ການ​ຮ້າຍ ແລະ ພວມ​ມຸດ​ສະ​ລິມ​ຫົວ​ຮຸນ​ແຮງ​ດ້ວຍ 12 ມາດ​ຕະ​ການ.

    ໄພ​ອັນ​ຕະ​ລາຍ​ກໍ່​ການ​ຮ້າຍ ປະ​ກົດ​ຕົວ, ການ​ສົມ​ທົບ​ຍັງ​ບໍ່​ທັນ​ເປັນ​ເອ​ກະ​ພາບ

      ພ້ອມ​ກັບ​ໄພ​ອັນ​ຕະ​ລາຍກໍ່​ການ​ຮ້າຍພວມ​ປະ​ກົດ​ຕົວ, ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃນ​ການ​ສົມ​ທົບ​ກັນ​ເພື່ອ​ກະ​ທຳ​ລະ​ຫວ່າງ​ປະ​ເທດ​ຕ່າງໆ ກໍ​ແມ່ນ​ບັນ​ຫາ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ພິ​ເສດ​ໃນ​ມໍ່​ມານີ້, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຊາດ​ອີ​ຣັກ Obeidi ໄດ້​ຕຳ​ໜິ​ຕິ​ຕຽນ​ອາ​ເມ​ລິ​ກາ ເພາະ​ໄດ້​ປະ​ກາດ​ຕາ​ຕະ​ລາງ​ເວ​ລາ​ດຳ​ເນີນບັ້ນ​ການ​ທະ​ຫານ ແນ​ໃສ່​ຢຶດ​ຄອງ​ນະ​ຄອນ ໂມ​ຊູນ​ຈາກ​ກຳ​ມື​ຂອງ ລັດ​ອິດ​ສະ​ລາມ​ຂະ​ໜານ​ນາມ​ເອງ IS ຄືນ​ໃໝ່. ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຊາດ​ອີ​ຣັກ Obeidi ຢືນ​ຢັນ​ວ່າ ດ້ວຍບັ້ນ​ການ​ທະ​ຫານ​ເຊັ່ນ​ນັ້ນ, ວົງ​ການ​ຜູ້​ບັນ​ຊາ​ການ​ທະ​ຫານບໍ່​ໄດ້​ເປີດ​ເຜີຍ​ຄວ​າມ​ລັບ. ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຊາດ​ອີ​ຣັກ Obeidi ໄດ້​ຕີ​ລາ​ຄາ​ວ່າ ນີ້​ແມ່ນ​ການ​ສູ້​ຮົບ​ໃນ​ນະ​ຄອນ, ແຫ່ງ​ທີ່​ມີ​ສາ​ມັນ​ຊົນ​ດຳ​ລົງ​ຊີ​ວິດ​ຢ່າງຫຼວງຫຼາຍ, ດັ່ງ​ນັ້ນ ຈຳ​ເປັນ​ຕ້ອງ​ມີ​ຄວາມ​ແມ່ນ​ຍຳ​ສູງ ແລະ ມາ​ນະ​ອົດ​ທົນ​ເມື່ອ​ຂຶ້ນ​ແຜນ​ການ​ຮົບ.

    ບໍ່​ອາດ​ປະ​ຕິ​ເສດ​ບັນ​ດາ​ໝາກ​ຜົນ​ທີ່​ປະ​ຊາ​ຄົມ​ໂລກ​ບັນ​ລຸ​ມາ​ໄດ້​ໃນ​ການ​ສູ້​ຮົບ ຕ້ານກໍ່​ການ​ຮ້າຍ​ໄລ​ຍະ​ທີ່​ຜ່ານ​ມາ. ແຕ່​ເພື່ອ​ໃຫ້ ການ​ສູ້​ຮົບ ຕ້ານກໍ່​ການ​ຮ້າຍ​ບັນ​ລຸ​ປະ​ສິດ​ທິ​ຜົນ, ບັນ​ດາ​ປະ​ເທດ ແລະ ​ປະ​ຊາ​ຄົມ​ໂລກຄວນ​ມາ​ນະ​ພະ​ຍາ​ຍາມ ແລະ ມີ​ການ​ສົມ​ທົບ​ກະ​ທຳ​ໃນຫຼາຍ​ດ້ານ, ຊຶ່ງບໍ່​ພຽງ​ແຕ່​ດ້ານ​ການ​ທະ​ຫານ​ເທົ່າ​ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ