ຕາເວັນອອກກາງ ປີ 2015: ເຕັມໄປດ້ວຍການຜັນປ່ຽນ

(vovworld)- ປີ 2015, ​ສະ​ພາບ​ການ​ຢູ່ ເຂດຕາ​ເວັນ​ອອກ​ກາງ ສືບ​ຕໍ່​​ມີ​ການ​ຜັນ​ປ່ຽນ​ສັບ​ສົນຫລາຍ​ຢ່າງ. ບັນ​ດາ​ການ​ຜັນ​ແປ​ຂອງ​ຂະ​ບວນ​ການ ລະ​ດູ​ບານ​ໃຫມ່ ອາ​ຣັບ ໄດ້ ແລະ ພວມ​ນັບ​ມື້​ນັບ​ທຳ​ລາຍ​ເຂດນີ້. ຕາ​ເວັນ​ອອກ​ກາງ​ປີ 2015 ໄດ້​ກາຍ​ເປັນ​ສະ​ຫນາມ​ຮົບ​ທີ່ນອງ​ເລືອດ, ​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບຂະ​ຫນາດ​ໃຫຍ່​ທີ່​ສຸດ​ໃນ​ປ​ະ​ຫວັດ​ສາດ ທັງ​​ເປັນ​ການປຸກ​ລຸກຂະ​ບວນ​ການ​ສົງ​ຄາມ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ​ທົ່ວ​ໂລກ

 

ຕາເວັນອອກກາງ ປີ 2015: ເຕັມໄປດ້ວຍການຜັນປ່ຽນ - ảnh 1
ພົນ​ທະ​ຫານ ອີ​ຣັກ ໃນ​ບັ້ນ​ຮົບ​ຍາດ​ຄືນ​ສິດ​ຄວບ​ຄຸມ​ໂຮງ​ງານ
ກັ່ນ​ນ້ຳ​ມັນ Baiji
ພາບ:TTXVN

        ສະ​ພາບ​ການ​ທາງ​ດ້ານ​ການ​ເມືອງ ສັງ​ຄົມ​ຂອງ​ບັນ​ດາ​ປະ​ເທດ ຕາ​ເວັນ​ອອກ​ກາງ ໃນ​ຊຸມ​ປີມໍ່ໆ​ມານີ້ ລ້ວນ​ແຕ່​ໄດ້​ເຕື້ອງ​ເຖິງໃນ​ບັນ​ດາ​ພາ​ຫະ​ນະ​ສື່ສານສາ​ກົນ ດ້ວຍ​​ຄຳວ່າ: “ການ​ໃຊ້​ຄວາມ​ຮຸນ​ແຮງ”, “​ການຂາດ​ສະ​ຖຽນ​ລະ​ພາບ”, “​ການແບ່ງ​ແຍກ” ແລະ “ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ຊີ​ວິດ​ອິນ​ຊີ”. ແຕ່​ໃນ​ປີ 2015, ສະ​ພາບ​ການ​ຢູ່ ຕາ​ເວັນ​ອອກ​ກາງ, ​ດ້​ວຍການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ຄວາ​ມ​ສັບ​ສົນ​ວ​ຸ້ນ​ວາຍ​ຢູ່​​ພາກ​ພື້ນນີ້ ໄດ້​ຜັນ​ແປ​ໄປ​​ຢ່າງ​ສັບ​ສົນກວ່າ, ກາຍ​ເປັນ​ເຂດ​ດິນ​ແດນ​​ແຫ່ງ​ການ​ກຳ​ເນີດ ແລະ ​ເສີມ​ຂະ​ຫຍາຍ​ລັດ​ທິກໍ່​ການ​ຮ້າຍ ດ້ວຍ​​ປະ​ກົດ​ຕົວ​ຂອງ​ອົງ​ການກໍ່​ການ​ຮ້າຍ​ລັດ​ອິດ​ສະ​ລາມ ອ້າງ​ຊື່​ເອງ IS. ບໍ່​ພຽງ​ແຕ່ກໍ່​ໂທດ​ກຳ ແລະ ແຜ່​ອຳ​ນາດ​ບາດ​ໃຫຍ່​ເຂດ​ດິນ​ແດນ​ທີ່ກວ້າງ​ໃຫຍ່​ຢູ່ ສອງ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນັ້ນ​ແມ່ນ ຊີ​ຣີ ແລະ ອີ​ຣັກ ເທົ່າ​ນັ້ນ, IS ຫາກຍັງ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ໄປຍັງ ຫລາຍ​ປະ​ເທດ​ໃນ​ພາກ​ພື້ນ​ອີກ​ດ້ວຍ ຄື: ລີ​ບີ, ອີ​ຢີບ, ເຢ​ແມນ, ຕູ​ນີ​ຊີ ແລະ ນັບ​ທັງ​ເອີ​ລົບ, ອັນ​ໄດ້ນາບ​ຂູ່​ເຖິງ​ຄວາມ​ສະ​ຫງົບ​ປອດ​ໄພ​ທົ່ວ​ໂລກ.

ສະ​ພາບ​ຄວາມວຸ້​ນ​ວາຍ

       ຊີ​ຣີ ຊື່ງ​ແມ່ນ​ປະ​ເທດ​ຖືກ​ເຕື້ອງ​ເຖິງ​ຫລາຍ​ສຸດ ແລະ ກໍ​ແມ່ນ​ປະ​ເທດ​ຖືກ​ຜົ​ນ​ສະ​ທ້ອນ​ຢ່າງ​ຫນັກ​ຫນ່ວງ​ທີ່​ສຸດ​ຢູ່ ຕາ​ເວັນ​ອອ​ກ​ກາງ​ໃນ​ປີ​ຜ່ານ​ມາ. ຕາມ​ການ​ສະ​ຖິ​ຕິ​ຂອງ​ອົງ​ການ​ສິດ​ທິ​ມະ​ນຸດ​​ສາ​ກົນ, ພາຍ​ຫລັງ 5 ປີ ​ທີ່​ເກີດເສີກ​ກາງ​ເມືອງ ​ຢູ່ຊີ​ຣີ ໄດ້​ເຮັດ​ໃຫ້ 250.000 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ນັບ​ລ້ານ​ຄົນ​ຕ້ອງ​ຫນີ​​ອອກ​ຈາກ​ບ້ານ​ເກີດ​ເມືອງນອນ. ປີ 2015 ຊີ​ຣີ ຍັງ​ແມ່ນ​ສະ​ຫນາມ​ຮົບ​​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ ແລະ IS. ຫລາຍ​ປະ​ເທດ​ຢູ່ນອກ​ພາກ​ພື້ນ ໄດ້​ແຊກ​ແຊງ​ໂດຍ​ກົງ​ເຂົ້າ​ເສີກ​ກາງ​ເມືອງ, ໃນ​ນັ້ນ ພົ້ນ​ເດັ່ນ ແມ່ນ​ພັນ​ທະ​ມິດ​ຕ້ານ IS ໂດຍ ອາ​ເມ​ລິ​ກາ ນຳ​ຫນ້າ ແລະ ການ​ແຊກ​ແຊງ​ຂອງ​ລັດ​ເຊຍ. ປະ​ສິດ​ທິ​ຜົນ​ຂອງບັ້ນ​ຮົບ​ດັບ​ສູນ IS ບໍ່​ທັນ​ບັນ​ລຸ​ປະ​ສິດ​ທິ​ຜົນ​ຄື​ດັ່ງ​ຄວາມ​ຫວັງ ແຕ່​ບັນ​ດາ​ຜົນ​ເສຍ​ຫາຍ​ທີ່​ໄດ້​ຮັບ​ຈາກ​ການ​ແຊກ​ແຊງນີ້​ພັດ​ໃຫຍ່​ຫລວງກວ່າ.

        ການ​ແຊກ​ແຊງ​ຂອງ​ລັດ​ເຊຍ ເຂົ້າ​ຊີ​ຣ​ີ ແມ່ນ​ເລີ່ມ​ຕົ້ນ​ແຕ່​ວັນ​ທີ 30/9 ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ຜັນ​ແປ​ເປັນ​ຫນ້າ​ສົນ​ໃນ​ທີ່​ສຸດ. ເຫດ​ການນີ້ ເຮັດ​ໃຫ້​ເກີດ​ການ​ແກ້​ແຄ້ນ​ຄັ້ງ​ຕ່າງໆ​ທີ່​ຮ້າຍ​ແຮງ​ ກໍ່​ຄວາມສົນ​ໃຈ​ໃຫ້​ຫາງ​ສ​ຽງ​ໃນ​ພາກ​ພື້ນ ແລະ ໂລກ​ຄື: ກໍ​ລະ​ນີ IS ຍິງ​ເຮືອ​ບິນ​ໂດຍ​ສານ​ຂອງ​ລັດ​ເຊຍ ຕົກ​ຢູ່​ແຫລມ Sinai ປະ​ເທດ ອີ​ຢີບ ເມື່ອ​ວັນ​ທີ 31/10 ເຮັດ​ໃຫ້ 224 ຄົນ​ຖືກ​ເສຍ​ຊີ​ວິດ ຫລື ກໍ​ລະ​ນີ ຕວກ​ກີ ຍິງ​ເຮືອ​ບິນ​ສູ້​ຮົບ Su 24 ຂອງ​ລັດ​ເຊຍ ຕົກ ເມື່ອ​ເດືອນ 11 ພາ​ໄປ​ເຖິງວິ​ກິດ​ການທີ່​ຮ້າຍ​ແຮງ​ຊື່ງບໍ່​ເຄີຍ​ມີ​ມາ​ກ່ອນ​ໃນການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ລັດ​ເຊຍ ແລະ ຕວກ​ກີ ​. ສຳ​ລັບ ຝ​ລັ່ງ, ຊື່ງ​ແມ່ນ​ປະ​ເທດ​ເຂົ້າ​ຮ່ວມ​ພັນ​ທະ​ມິດ​ຕ້ານ IS ໂດຍ ອ​າ​ເມ​ລິ​ກາ ນຳ​ຫນ້າ ກໍ​ຖືກ​ການ​ບຸກ​ໂຈມ​ຕ​ີ​ກໍ່​ການ​ຮ້າຍ​ຢ່າງ​ນອງ​ເລືອດ​ຢູ່​ນະ​ຄອນ​ຫລວງ ປາ​ຣີ ເຮັດ​ໃຫ້ ມີຜູ້​ເສຍ​ຊີ​ວິດ 129 ຄົນ ແລະ ກວ່າ 350 ຄົນ​ຖືກ​ບາດ​ເຈັບ ນັ້ນ​ແມ່ນ​ຜົນ​ຮ້າຍ​ສຳ​ລັບ ຝ​ລັ່ງ ເວົ້າ​ສະ​ເພາະ ແລະ ເອີ​ລົບ ເວົ້າ​ລວມ ເມື່ອ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຕາ​ເວັນ​ອອກ​ກາງ. ນອກນັ້ນ ການ​ແຊກ​ແຊງ​ເຂົ້າ​ຕາ​ເວັນ​ອອກ​ກາງ ກໍ​ເຮັດ​ໃຫ້​​ເກີດສະ​ພາບ​ການ​ຊາວ​ອົບ​ພະ​ຍົບ​​ເປັນ​ຈຳ​ນວນ​ຫລວງ​ຫລາຍ ຫລັ່ງ​ໄຫລ​ເຂົ້າ ເອີ​ລົບ​.

​ໃນ​ຂະນະ​ນັ້ນ, ສະພາບ​ການ​ຢູ່​ບັນດາ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກກາງ​ໃນ​ປີ 2015 ຜ່ານ​ມາ ກໍ່​ບໍ່​ໄດ້ດີ​ປານ​ໃດ. ການ​ຕໍ່​ສູ້​ຍາດ​ເອົາ​ສິດ​ອຳນາດ​ຂອງຝ່າຍ​ຕ່າງໆ​ຢູ່​ປະ​ເທດ​ເຫຼົ່າ​ນີ້​ພາຍຫຼັງ​ລະດູບານ​ໃໝ່ ອາຣັບສືບ​ຕໍ່​ເປັນ​ສິ່ງ​ກີດ​ຂວາງ​ວິວັດທະນາ​ການ​ມຸ່ງ​ໄປ​ເຖິງ​​ສະຖຽນ​ລະ​ພາບ​ຢູ່ ​ລີ​ບີ. ສິ່ງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ ນັ້ນ​ແມ່ນ​ການຄົງ​ຕົວຂອງ​ສອງ​ລັດຖະບານ ​ແລະ ສອງ​ສະພາ​ແຫ່ງ​ຊາດຂອງ​ສອງ​ຝ່າຍ​ທີ່​ກົງກັນຂ້າມ​ໃນ​ການ​ປະ​ທະ​ກັນ. ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ມານະ​ພະຍາຍາມ​​ໄກ່​ເກ່ຍ​ສອງ​ສາກົນ, ບັນດາ​ຝ່າຍ​​ປະ​ທະ​ກັນ​ເພື່ອຍາ​ດ​ເອົາສິດ​ອຳນາດ​ຢູ່​ ລີ​ບີ ​ກໍ່ບໍ່​ທັນ​ບັນລຸ​ໄດ້ຂໍ້​ຕົກລົງ​ສັນຕິພາບ ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ໃໝ່, ​ໄກ່​ເກ່ຍປອງ​ດອງ​ຊາດ ​ແລະ ຢຸດ​ຕິ​ການ​ຮົບ​ເທື່ອ. ຢູ່ ອີ​ເອ​ແມນ, ​ເສິກ​ກາງ​ເມືອງ​ພວມ​ຜັນ​ແປ​ໄປ​ຢ່າ​ງສັບສົນ. ສົງຄາມ​ໃນ​ປີ 2015 ​ໄດ້​ເຮັດ​ໃຫ້ 28.000 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ສາມັນ​ຊົນ. ສິ່ງ​ທີ່​ໜ້າ​ເວົ້າ​ເຖິງ​ນັ້ນ​ແມ່ນ, ​ເສິກ​ກາງ​ເມືອງ​ພວມ​ກໍ່​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ນິກາຍ​ອິດສະ​ລາມ ໃນ​ພາກ​ພື້ນ ​ແມ່ນ​ Shiite ​ແລະ Sunny ​. ວິວັດທະນາ​ການ​ສັນຕິພາບ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ຍັງ​ບໍ່​ທັນ​ແກ້​ໄຂ​ໄດ້. ​ເຖິງ​ວ່າ​​ຄວາມ​ມານະ​ພະຍາຍາມເຮັດ​​ໃຫ້​ປະຊາ​ຄົມ​ສາກົນ​ຮັບຮອງ​​​ ປາ​ແລດ​ສະຕີ​ນ ເປັນ​ລັດ​ເອກະລາດ​ໄດ້​ປະກົດ​ຜົນ​ເປັນ​ຈິງ​ແລ້ວ​ກໍ່ຕາມ, ​ແຕ່​ຄວາມ​ມານະ​ພະຍາຍາມ​ນັ້ນ​ພັດ​ບໍ່​ໄດ້​ຮັບ​ຄວາມ​ຮັບ​ຮອງ​ຈາກ​ອິດສະຣາ​ແອນ​​ເທື່ອ, ອັນ ​ໄດ້​ພາ​ໃຫ້​ເຂດ​ ກາ​ຊາ​ບໍ່​ທັນ​ມີ​ສັນຕິພາບ​. ຄວາມ​ເສຍ​ຫວັງ​ຂອງ​ປະຊາຊົນ ປາ​ແລດ​ສະຕີ​ນນັບ​ມື້​ນັບ​ເພີ່ມ​ຂຶ້ນ, ກາຍ​ເປັນ​ການ​ປະ​ທະ​ກັນ​ລະຫວ່າງ​ກອງທັບ​ ອິດສະ​ລາ​ແອນ ​ແລະ ປະຊາຊົນ ປາ​ແລດ​ສະຕີ​ນ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ນັບ​ສິບ​ຄົນ. ສິ່ງ​ດັ່ງກ່າວ​ໄດ້​ທັບ​ມ້າງ​ຄວາມ​ຫວັງ​​ຢາກ​ເຊື່ອມ​ຕໍ່​ການ​ເຈລະຈາ​ໂດຍ​ສັນຕິ​ລະຫວ່າງ​ສອງ​ຝ່າຍ​ໂດຍ​ໄວ

        ຈຸດ​ພົ້ນ​ເດັ່ນ​ທີ່​ຫາ​ຍາກ

        ​ໃນ​ສະພາບ​ຢູ່​ຕາ​ເວັນ​ອອກ​ກາງ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼາຍ​ຢ່າງ​ນັ້ນ, ​ພັດປະກົດ​​ມີ​ຈຸດ​ທີ່​ພົ້ນ​ເດັ່ນນັ້ນ​ແມ່ນ, ​ເລື່ອງ ອີຣານບັນລຸ​ໄດ້​ຂໍ້​ຕົກລົງ​ນິວຄະ​ເລຍ​ປະຫວັດສາດ​ກັບ​ກຸ່ມ P5+1, ​ແກ້​ໄຂ​ການ​ປະ​ທະ​ກັນລະຫວ່າງ ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ ກັບປະ​ເທດ​ອິດສະ​ລາມ ອີຣານ ​ທີ່​ແກ່ຍາວ​ນັບ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​. ການ​ຮ່ວມ​ມື​ລະຫວ່າງ ອີຣານ ​ແລະ ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ເປີດ​ແງ່​ຫວັງ​ໃຫ້​ແກ່​ການ​ແກ້​ໄຂ​ຫຼາຍ​ບັນຫາ​ຢູ່​ພາກ​ພື້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ນັກ​​ໄຈ້​ແຍກ​ຍັງ​ຄົງ​ຊີ້​ອອກ​ບັນດາ​ຄວາມ​ວິຕົກ​ກັງວົນ​ໃໝ່, ບາງ​ເທື່ອ​ບົດບາດ​ຂອງ​ ອີຣານ​ເອງ ​ໄດ້​ປະກອບສ່ວນ​ເພີ່ມ​ຄວາມ​ວິຕົກ​ກັງວົນ​ໃຫ້​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ພາກ​ພື້ນ, ຍູ້​ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ອອກ​ຈາກ​ເປົ້າ​ໝາຍ.

        ຜ່ານ​ການ​ຜັນ​ແປ​ມາ​ເປັນ​ເວລາ 1 ປີ ດ້ວຍ​ການ​ແຊກ​ແຊງ​ຈາກ​ພາຍ​ນອກ, ພ້ອມ​ກັບ​ຜົນ​ສະທ້ອນ​ຕ່າງໆ, ບໍ່​ມີ​ໃຜ​ສາມາດ​ຄາດ​ຄະ​ເນ​ອະນາຄົດ​ໃຫ້​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​​ໃນ​ຊຸມ​ວັນ​ຈະ​ມາ​ເຖິງໄດ້. ສິ່ງ​ທີ່​ແນ່ນອນ​ນັ້ນ​ແມ່ນ, ພາກ​ພື້ນ​ນີ້​ຍັງ​ຄົງ​ສືບ​ຕໍ່​ວິວັດທະນາ​ການ​ທີ່​ຫຍຸ້ງຍາກ ​ເພື່ອ​ສາມາດ​ຍາດໄດ້​ສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ