ທົບທວນຄືນຫນັງສືພິມສະບັບບຸນປີໃໝ່ປະຈຳຊາດປີວອກ 2016

(vovworld)- ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຖືກລົງ​ພິ​ມ​ຢ່າງ​ຫລວງ​ຫລາຍ​ໃນ​ບັນ​ດາ​ຫນັງ​ສື​ພິມ​ສະບັບ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ວອກ 2016. ບັນ​ຍາ​ກາດ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ມີ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ປະ​ເພ​ນີ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຂອງ​ຊາວ​ຫວຽດ​ນາມ, ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ ກໍ​ແມ່ນ​ຫົວ​ຂໍ້​ຕ່າງໆ​ທີ່​ລົງ​ພິມໃນ​ບັນ​ດາ​ຫນັງ​ສື​ພິມ​ສະບັບບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ປີນີ້.

ທົບທວນຄືນຫນັງສືພິມສະບັບບຸນປີໃໝ່ປະຈຳຊາດປີວອກ 2016 - ảnh 1
ຫ້ອງວາງ​ສະ​ແດງ​ບັນ​ດາ​ຫນັງ​ສື​ພິມສະບັບບຸນປີໃໝ່ປະຈຳຊາດ
ພາບ:internet

        ​ດ້ວຍ​ຫົວ​ຂໍ້ “ເພີ່ມ​ທະ​ວີ​ການກໍ່​ສ້າງ​ພັກ​ໃຫ້​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ເສີມ​ຂະ​ກຳ​ລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ; ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ຢ່າງ​ຮອບ​ດ້ານ, ຄົບ​ຊຸດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ຄົງ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ສູ້​ຊົນ​ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ພື້ນ​ຖານ”, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ດຳ​ເນີນ​ໄປ​ແຕ່​ວັນ​ທີ 20-28/1/2016. ຫນັງ​ສື​ພິມ​ຂ່າວ​ຄາວ ຂອງ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ໄດ້​ລົງ​ພິມ​ບົດ​ຂຽນ “ສ້າງ​ສາ​ປະ​ເທດ​ຊາດ​​ໃຫ້ວັດ​ທະ​ນາ​ຖາ​ວອນ, ສັນ​ຕິ​ສຸກ” ແນະ​ນຳ​ບົດ​ລາຍ​ງານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ບົດ​ລາຍ​ງານ​​ຢືນ​ຢັນ​ວ່າ: ຫວຽດ​ນາມ ສືບ​ຕໍ່ກ້າວ​ຂຶ້ນ​ບົນ​ເສັ້ນ​ທາງ​ປ່ຽນ​ໃຫມ່ຢ່າງ​ໝັ້ນ​ຄົງ, ຫວຽດ​ນາມ ສູ້​ຊົນ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ໄວ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ຄົງ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຕ່າງ​ປະ​ເທດ, ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ; ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ; ກໍ່​ສ້າງ​ພັກ​ໃຫ້​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ.

        ປີ 2016 ແມ່ນ ຄົບ​ຮອດ 70 ປີ​ແຫ່ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ (6/1/1946-6/1/2016). 70 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແມ່ນ​ໄລ​ຍະ​ທາງ​ທີ​່​ເຕັມ​ໄປ​ດ້ວຍ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຍາມ​ໃດ​ກໍ​ເປັນ​ຕົວ​ແທນ​​ແຫ່ງ​​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ຂອງ​ຊາດ, ປ່ຽນ​ໃຫມ່ ແລະ ບູ​ລະ​ນະ​ຢ່າງບໍ່​ຢຸດຢັ້ງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ, ຂອງ​ຊາດ. ໃນ​ບົດ​ຕອບ​ສຳ​ພາດ​ຕໍ່​ຫນັງ​ສື​ພິມ​ຂ່າວ​ຄາວ ຂອງ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາ​ດ​ປີ​ໃຫມ່, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຢືນ​ຢັນວ່າ: ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ມີ​ການ​ປ່ຽນ​ໃຫມ່​ຫລາຍ​ຢ່າງ. ສະ​ພາ​ແຫ່ງ​ຊາດ​ໄດ້​ຍົກ​ອອກ​ຄຳ​ຕັດ​ສິນ​ຫລາຍ​ຢ່າງ​ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ເພີ່ມ​ທະ​ວີ​ວຽກ​ງານ​ຕິດ​ຕາມກວດ​ກາ​, ເຮັດ​ໃຫ້​ສະ​ພາ​ແຫ່ງ​ຊາດ​ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ​ກວ່າ. ປະ​ຊາ​ຊົນ​​ເຫັນ​ດີ​ເຫັນ​ພ້ອມ ແລະ ເຊື່ອ​ໝັ້ນ​ຕໍ່​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ແລະ ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ຈະ​ມາ​ເຖິງ ຕ້ອງ​ສືບ​ຕໍ່​ປ່ຽນ​ໃຫມ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຫລາຍກວ່າ​ອີກ.

        ດ້ວຍ​ຫົວ​ຂໍ້: “ຂີດ​ໝາຍ​ແຫ່ງ​ການ​ເຊື່ອມ​ໂຍງ, ຫນັງ​ສື​ພິມ​ໄຊ​ງ່ອນ​ປ​ົດ​ປ່ອຍ ໄດ້​ຢືນ​ຢັນວ່າ: ປີ 2015 ແມ່ນ​ປີທີ່​ຫວຽດ​ນາມ​ບັນ​ລຸ​​ໄດ້ຜົນ​ສຳ​ເລັດ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ, ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ພົ້ນ​ເດັ່ນ ແມ່ນ​ການ​ຢ້ຽມ​ຢາມສະ​ຫະ​ລັດ​ອາ​ເມ​ລິ​ກາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເມື່ອ​ເດືອນ 7/2015, ການ​ຢ້ຽມ​ຢາມ​ປະ​ເທດ​ເອີ​ລົບ ຈຳ​ນວນ​ຫນຶ່ງ​ ແລະ ເຂົ້າ​ຮ່ວມ ​ພິ​ທີ​ສວນ​ສະ​ຫນາມ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່​ຢູ່​ລັດ​ເຊຍ ຂອງ​ທ່ານ​ປະທານປະ​ເທດ ເຈືອງ​ເຕີນ​ຊາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄັ້ງ​ທີ 21 (COP 21) ຢູ່ ປາ​ຣີ ປະ​ເທດ​ຝ​ລັ່ງ. ບົດ​ຂຽນ​ໄດ້​ຖື​ວ່າ: ດ້ວຍ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ 185 ປະ​ເທດ​ໃນ​ໂລກ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ 26 ປະ​ເທດ, ໃນ​ນັ້ນ​ມີ 5 ປະ​ເທດ​ກຳ​ມະ​ການ​ປະ​ຈຳ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ຫວຽດ​ນາມ ໄດ້​ຮັບ​ເອົາ​​ຜົນງານ​ຫລາຍ​ຢ່າງ​ທີ່ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​ໃນ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຮອບ​ດ້ານ, ເລິກ​ເຊິ່ງກວ້າງ​ຂວາງ​ໃນ​​ຂົງ​ເຂດຕ່າງໆ. ກ່ຽວ​ກັບ​ເສດ​ຖະ​ກິດ, ຫວຽດ​ນາມ ໄດ້ສິ້ນ​ສຸດ​ການ​ເຈ​ລະ​ຈາ 4 ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ, ສະ​ຫະ​ພາບ ເອີ​ລົບ, ສ​ເກົາ​ຫລີ ແລະ​ບັນ​ດາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ (TPP), ຍົກ​ຍອດ​ຈຳ​ນວນ​ສັນ​ຍາ FTA ຊື່ງ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ​ຂຶ້ນ​ເຖິງ ຕົວ​ເລກ 14.

ທົບທວນຄືນຫນັງສືພິມສະບັບບຸນປີໃໝ່ປະຈຳຊາດປີວອກ 2016 - ảnh 2
ພິ​ທີ​ໄຂວັນ​ບຸນຫນັງ​ສື​ພິມ​ສະບັບ​ບຸນປີ​ໃໝ່​ປະຈຳ​ຊາດ​​ປີ 2016​ຢູ່​ຮ່າ​ໂນ້ຍ
ພາບ:hanoi.gov.vn

        ຫນັງ​ສື​ພິມ​ສະບັບ​ບຸນປີ​ໃໝ່​ປະຈຳ​ຊາດ​​ປີ 2016 ໄດ້​ສະ​ຫງວນ​​ຂ່າວ, ບົດ​ສ່ວນ​ຫລາຍ ​ເພື່ອສ່ອງ​ແສງ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2015, ການຄາ​ດ​ຄະ​ເນ​ແງ່​ຫວັງ​ດ້ານເສດ​ຖະ​ກິດ​ສັງ​ຄົມ​ປີ 2016. ໃນ​ບົດ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ ຫນັງ​ສື​ພິມເສດ​ຖະ​ກິດຫວຽດ​ນາມ, ທ່ານ ເວືອງ​ດີງ​ເຫ້ວ, ຫົວ​ຫນ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ໃຫ້​ຮູ້​ວ່າ: ຈຸ​ດ​ພົ້ນ​ເດັ່ນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ປີ 2015 ແມ່ນ​ລະ​ດັບ​ຈະ​ເລີນ​ເຕີບ​ໂຕ​ເສດ​ຖະ​ກິດ (GDP) ບັນ​ລຸ​ເກືອບ 6,7%, ສູງກວ່າ​ເມື່ອ​ທຽບ​ໃສ່​ຄາດ​ໝາຍ​ວາງ​ອອກ ​ແມ່ນ 6,2%. ໃນ​ບົດ​ຂຽນ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ FDI, ຫນັງ​ສື​ພິມ​ເສດ​ຖະ​ກິດ​ຫວຽດ​ນາມ​ໃຫ້​ຮູ້​ວ່າ: FDI ປີ 2015 ບັນ​ລຸ​ລະ​ດັບ​​ຫນ້າ​ປະ​ທັບ​ໃຈ ດ້ວຍ​ມູນ​ຄ່າ​ແມ່ນ 14,5 ຕື້ USD, ເພີ່ມ​ຂຶ້ນ 17% ເມື່ອ​ທຽບ​ໃສ່​ປີ 2014 ແລະ ແມ່ນ​ລະ​ດັບ​ສູງ​ສຸດ​ໃນ​ໄລ​ຍະ 5 ປີ ຄື​ແຕ່​ປີ 2011-2015. ຫນັງ​ສື​ພີມ​ຂ່າ​ວ​ຄາວ​ຂອງ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ບັນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ ສັງ​ຄົມ​ໃນ​ປີ 2016 ນັ້ນແມ່ນ  GDP ເພີ່ມ​ຂຶ້ນ 6,7%, ຍອດ​ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້​ນ​ປະ​ມານ 10%, ​ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ​ຕ່ຳ​ກວ່າ 5%, ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ຕາມ​ມາດ​ຖານ​ໃຫມ່​​ແມ່ນ​ຫລຸດ​ລົງ 1,3% - 1,5%, ສະ​ເພາະ​ບັນ​ດາ​ເມືອງ​ທຸກ​ຍາກ​ຫລຸດ​ລົງ 4%.

        ຮີດ​ຄອງ​ປະ​ເພ​ນີ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ, ບັນ​ດາ​ງານ​ບຸນ​ໃນ​ລະ​ດູ​ບານ​ໃຫມ່, ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ​ຂອງ​ຊາວ​ຫວຽດ​ນາມ ຢູ່ ພາຍ​ໃນ ແລະ ຕ່າງ​ປະ​ເທດ ກໍ​ແມ່ນ​ບັນ​ດາ​ຫົ​ວ​ຂໍ້​ພົ້ນ​ເດັ່ນ​ທີ່​ໄດ້​ລົງ​ພິມ​ໃນ​ບັນ​ດາ​ຫນັງ​ສື​ພິມ​ສະບັບ​ບຸນປີ​ໃໝ່​ປະຈຳ​ຊາດ. ຫວຽດ​ນາມ ມີ 54 ຊົນ​ເຜົ່າ, ແຕ່​ລະ​ຊົນ​ເຜົ່າ​ລ້ວນ​ແຕ່​ມີ​ວິ​ທີ​ຕ້ອນ​ຮັບ​ບຸນ​ເຕັດ​ທີ່​ແຕກ​ຕ່າງ​ກັນ, ແຕ່​ພ້ອມ​ກັນ​ຕ້ອ​ນ​ຮັບ​ບຸນ​ປີ​ໃຫມ່​​ຕາມ​ຈັນ​ທະ​ປະ​ຕິ​ທິນ ຫລື ເອີ້ນ​ວ່າ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ. ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່ ແມ່ນ​ຈຸດ​ເວ​ລາ​ທີ່​ສັກ​ກະ​ລະ​ບູ​ຊາ. ຄອບ​ຄົວ​ໃດ​ກໍ​ມີ​ຄາບ​ເຂົ້າ​ບູ​ຊາ​ປູ​ຍ່າ​ຕ່າ​ຍາຍ​ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່, ທຸກ​ຄົນ​ໃນ​ຄອບ​ຄົວ​ໄດ້​ພົບ​ກັນ ພ້ອມ​ກັນ​ອວຍ​ພອນ​ປີ​ໃຫມ່. ພາຍ​ຫລັງ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່, ທຸກ​ຄົນ​ເຄີຍ​ພ້ອມ​ກັນ​ໄປ​ວັດ​ວາ​ອາ​ຮາມ​ເພື່ອ​ພາ​ວະ​ນາ​ຂໍ​ໃຫ້ປີ​ໃຫມ່​ມີ​ໂຊກ​ມີ​ໄຊ, ມີສຸ​ຂະ​ພາບ​ເຂັ້ມແຂງ​, ມີ​ຄວາມ​ຜາ​ສຸກ ແລະ ວັດ​ທະ​ນາ​ຖາ​ວອນ.

        ຫນັງ​ສື​ພິມຂອງວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ ໄດ້​ລົງ​ພິມ​ບົດ​ຂຽນເວົ້າ​ເຖິງ​ຊີ​ວິດ​ມີ​ຄວາມສັນ​ຕິ​ສຸກຂອງ​ຄອບ​ຄົວ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຊານ​ນະ​ຄອນ ປາ​ຣີ ປະ​ເທດ ຝ​ລັ່ງ. ຄອບ​ຄົວ​ເອື້ອຍ ທູ້ຍ​ເຟືອງ ແລະ ອ້າຍ Gilles ເຈີນ ຍາມ​ໃດ​ກໍ​ຮັກ​ສ​າ​ສີ​ສັນ​ຫວຽດ​ນາມ, ອ່​ວາຍ​ເມືອ​ຫາ​ປະ​ເທດ​ຊາດ ແລະ ຫວັງ​ວ່າ ລູກ​ເຕົ້າ​ຂອງ​ຕົນ​ຍາມ​ໃດ​ກ​ໍ​ຮັກ​ສາ​ກົກ​ເຄົ້າ​ເຫງົ້າ​ກ​ໍ​ຂອງ​ຕົນ​ໄວ້. ຫນັງ​ສື​ພິມ​ໄວ​ຫນຸ່ມ ໄດ້​ລົງ​ພິມ​ບົດ​ຂຽນ​ເວົ້າ​ເຖິງ​ຄວາມ​ຮູ້​ສຶກ, ອາ​ລົມ​ຈິດ​ຂອງ ນັກ​ອອກ​ແບບ​ອາ​ພອນ​ສະ​ໄຫມ ມາ​ຈາກ ອີ​ຕາ​ລີ Ricardo Bianco Lervin ແລະ Diego Cortizas del Valle ມາ​ຈາກ ແອດ​ສະ​ປາຍ ເມື່ອ​ເຂົາ​ເຈົ້າ​ເລືອກ​ເຟັ້ນ​ຫວຽດ​ນາມ ແມ່ນ​ບ່ອນ​ດຳ​ລົງ​ຊີ​ວິດ, ສ້າງ​ອາ​ຊີບ ແລະ ຖື​ຫວຽດ​ນາມ ຄື​ດັ່ງ​ບ້ານ​ເກີ​ດ​ເມືອງນອນ​ແຫ່ງ​ທີ່​ສອງ​ຂອງ​ເຂົາ​ເຈົ້າ.

ນອກນັ້ນ ບັນ​ດາ​ຫນັງ​ສື​ພິມສະບັບ​ບຸນປີ​ໃໝ່​ປະຈຳ​ຊາດ​ ກໍ​ໄດ້​ລົງ​ພິມ​ຂ່າວ, ບົດ​ຕ່າງໆ​ທີ່​ສ​ອ່ງ​ແສງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ​, ລັດ ໃນ​ການ​ເບິ່ງ​ແຍງ​ບຸນ​ເຕັດ​ໃຫ້​ຜູ້​ທຸກ​ຍາກ, ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ອາ​ລົມ​ຈິດ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ​ທີ່​ມີ​ຕໍ່​ພະ​ນັກ​ງານ, ນັກ​ຮົບ​ພວມ​ປະ​ຕິ​ບັດ​ງານ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ຫ່າງ​ໄກ. ບັນ​ດາ​ຫນັງ​ສື​ພິ​ມ​ວັດ​ທະ​ນະ​ທຳ​ໄດ້​ລົ​ງ​ພິມ​ບົດ​, ເລື່ອງ​ນິ​ທານ​ພື້ນ​ເມືອງ​ຕ່າງໆ​ເວົ້າ​ເຖິງ​ໂຕ​ລິງ ກໍ​ຄື​ຄຳ​ກາບກອນ, ຄວາມ​ມຸ່ງ​ມາດ​ປ​າດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ໃນ​ຕົ້ນ​ປີ​ໃຫມ່….

        ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ແຕ່​ລະ​ປີ, ຢູ່ທ້ອງ​ຖິ່ນ​ແຕ່​ລະ​ແຫ່ງ​ຂອງ​ຫວຽດ​ນາມ ລ້ວນ​ແຕ່​ຈັດ​ຕັ້ງ​ວັນ​ບຸນ​ຫນັງ​ສື​ພິມ​ສະບັບ​ບຸນ​​ປີ​ໃໝ່​ປະຈຳ​ຊາດ, ອັນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຫນັງ​ສື​ພິມສະບັບ​ບຸນ​​ປີ​ໃໝ່​ປະຈຳ​ຊາດຍາມ​ໃດ​ກໍ​ແມ່ນ​ອາ​ຫານ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ ເມື່ອ​ລະ​ດູ​ບານ​ໃຫມ່ ບຸນ​ເຕັດ​ວຽນ​ມາ, ແມ່ນ​ອາ​ຫານ​ພິ​ເສດ​ສະ​ເພາະ​ຂອງ​ຫນັງ​ສື​ພິມ​ຫວຽດ​ນາມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ທີ່​ອຸ​ດົມ​ສົມ​ບູນ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ