ທະເລຕາເວັນອອກ ສືບຕໍ່ແມ່ນເນື້ອໃນບຸລິມະສິດຢູ່ເວທີປາໄສ ອາຊຽນ

(VOVWORLD) -ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 10 ປະເທດ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ ຫາກໍ່ສິ້ນສຸດລົງໃນວັນທີ 18 ມັງກອນ. 

ໄປຄຽງຄູ່ກັບບັນດາເນື້ອໃນຄື: ວິວັດທະນາການສ້າງປະຊາຄົມ, ຊຸກຍູ້ການຮ່ວມສຳພັນເສດຖະກິດ, ເປີດກ້ວາງການພົວພັນຕ່າງປະເທດ…ຮັກສາຄວາມໝັ້ນຄົງຢູ່ທະເລຕາເວັນອອກ ກໍ່ແມ່ນເນື້ອໃນໄດ້ນຳມາປຶກສາຫາລື, ຖືນີ້ ແມ່ນຈຸດສຸມການຮ່ວມມືຂອງ ອາຊຽນ ໃນປີ 2019 ນີ້.

ທະເລຕາເວັນອອກ ສືບຕໍ່ແມ່ນເນື້ອໃນບຸລິມະສິດຢູ່ເວທີປາໄສ ອາຊຽນ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ເຂົ້າຮ່ວມກອງປະຊຸມ AMM Retreat 2019 ພາບ:TTXVN

        ໃນໄລຍະຜ່ານມາ, ສະພາບການຕົວຈິງຢູ່ທະເລຕາເວັນອອກຍັງຄົງຜັນແປ່ຢ່າງສັບສົນ, ການເຄື່ອນໄຫວດ້ານການທະຫານສືບຕໍ່ເພີ່ມຂຶ້ນ. ທີ່ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ດຳເນີນໃນລະຫວ່າງວັນທີ 18 – 19 ມັງກອນ ຢູ່ ຊຽງໃໝ່, ໄທ ຜ່ານມາ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການເຄື່ອນໄຫວບູລະນະຖົມດິນເປັນເກາະ, ບູລະນະ ແລະ ບັນດາການເຄື່ອນໄຫວທີ່ເຮັດໃຫ້ເສຍຄວາມໄວ້ເນື້ອເຊື່ອໃຈ, ເພີ່ມຄວາມເຄັ່ງຕຶງ, ກໍ່ຄວາມເສຍຫາຍຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

ທະເລຕາເວັນອອກ, ຄວາມສົນໃຈລວມຂອງບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນ

       ປີ 2018 ແມ່ນປີທີ່ໄດ້ເຫັນປະຈັກຕາການເພີ່ມທະວີດ້ານການທະຫານຂອງ ຈີນ ຢູ່ທະເລຕາເວັນອອກ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ບັນດາປະເທດຕາເວັນຕົກເພີ່ມທະວີການມີໜ້າຢູ່ທະເລຕາເວັນອອກ. ບັນດາການເຄື່ອນໄຫວຊ້ອມຮົບ 2 ຝ່າຍຂອງກ່ຳປັ່ນສູ້ຮົບ ອັງກິດ, ຝຣັ່ງ, ຍີ່ປຸ່ນ ແລະ ອົດສະຕາລີ ຢູ່ເຂດທະເລນີ້ ໄດ້ດຳເນີນໄປນັບມື້ນັບເພີ່ມຂຶ້ນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ໃຫ້ຂໍ້ສັງເກດກ່ຽວກັບສະພາບການຢູ່ທະເລຕາເວັນອອກວ່າ:

        ທະເລຕາເວັນອອກແມ່ນບັນຫາທີ່ມີຄວາມສົນໃຈຢ່າງໃຫຍ່ຫລວງ ບໍ່ພຽງແຕ່ບັນດາປະເທດພາຍໃນພາກພື້ນເທົ່ານັ້ນ ຫາກນັບທັງບັນດາປະເທດຢູ່ນອກພາກພື້ນອີກດ້ວຍ. ເພາະວ່າ, ຖ້າຫາກມີບໍ່ວ່າສິ່ງໃດເກີດຂຶ້ນຢູ່ທະເລຕາເວັນອອກ ຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມແຫ່ງສັນຕິພາບຄວາມໝັ້ນຄົງ, ຕໍ່ຄວາມເສລີໃນການເດີນເຮືອ, ຄວາມເສລີໃນການແລກປ່ຽນການຄ້າຢູ່ທະເລຕາເວັນອອກ. ປີ 2018, ເລື່ອງເປີດກ້ວາງ ແລະ ຫັນເປັນການທະຫານຢູ່ບັນດາເກາະຫີນ ໄດ້ເຮັດໃຫ້ບັນດາປະເທດມີຄວາມວິຕົກກັງວົນທີ່ສຸດ ກ່ຽວກັບເລື່ອງທະເລຕາເວັນອອກໃນອະນາຄົດອາດ ຈະເກີດການປະທະກັນ ແລະ ຂາດສະຖຽນລະພາບໄດ້ຢ່າງງ່າຍດາຍ ບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ ຫາກຍັງທັງ ອາຊີ - ປາຊີຟິກ ອີກດ້ວຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ເປັນຫຍັງບັນດາປະເທດຈົ່ງເອົາໃຈໃສ່ ແລະ ມີບັນດາການເຄື່ອນໄຫວດ້ານການທະຫານ ຫຼື ບັນດາການກະທຳຊ້ອມຮົບຢູ່ເຂດທະເລນີ້.

ອາຊຽນຮັກສາຄວາມສາມັກຄີ, ທັດສະນະລວມ

       ໃນສະພາບການນັ້ນ, ອາຊຽນ ໄດ້ເຫັນດີເປັນເອກະພາບຖືການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກແມ່ນເນື້ອໃນຈຸດສຸມຂອງບັນດາການເຄື່ອນໄຫວຮ່ວມມືໃນພາກພື້ນປີ 2019. ອາຊຽນ ໄດ້ຢັ້ງຢືນຄືນໃໝ່ຫຼັກໝັ້ນ, ຫຼັກການ, ການຮັກສາຄວາມສາມັກຄີ, ສຽງເວົ້າລວມ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ບົນພື້ນຖານບັນດາຫຼັກການທີ່ໄດ້ເຫັນດີເປັນເອກະພາບ, ໃນນັ້ນ ມີການລະງັບໃຈຕົນເອງ ແລະ ບໍ່ຫັນເປັນການເຄື່ອນໄຫວດ້ານການທະຫານ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ສູ້ຊົນບັນລຸໄດ້ກົດແຫ່ງການປະພຶດ COC ໃຫ້ສອດຄ່ອງກັບກົດໝາຍສາກົນ. ບັນດາສິ່ງດັ່ງກ່າວທັງໝົດນີ້ ໄດ້ລະບຸໃນຖະແຫຼງການຮ່ວມຂອງກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ ຊຽງໃໝ່, ໄທ, ທ່ານລັດຖະມົນຕີການຕ່າງປະເທດ ໄທ ດອນ ປຣະນັດວິໄນ ໃຫ້ຮູ້ວ່າ:

        ບັນດາລັດຖະມົນຕີປາດຖະໜາວ່າ ຈະມີບັນດາກອງປະຊຸມປຶກສາຫາລືໄດ້ຈັດຕັ້ງ ເພື່ອບັນລຸໄດ້ການກວດກາຄັ້ງທຳອິດຂອງຮ່າງເອກະສານເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ. ພາຍຫລັງບັນລຸໄດ້ການກວດກາຄັ້ງນີ້ແລ້ວ ຫວັງວ່າຈະບັນລຸໄດ້ຄວາມເຫັນດີເປັນເອກະພາບລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ສຸດທ້າຍແມ່ນສຳເລັດການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ.

ເຊິ່ງແມ່ນປະເທດສະມາຊິກຂອງ ອາຊຽນ ແລະ ກໍ່ເປັນປະເທດທີ່ມີຜົນສະທ້ອນໂດຍກົງນັບແຕ່ກ່ອນມາຮອດປັດຈຸບັນ, ຫວຽດນາມ ຍາມໃດກໍ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຕົນໃນບັນຫາທະເລຕາເວັນອອກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໃຫ້ຮູ້ຕື່ມອີກວ່າ:

ທັດສະນະຂອງ ຫວຽດນາມ ແມ່ນທະເລຕາເວັນອອກແມ່ນຄວາມສົນໃຈລວມ ແລະ ບໍ່ໄດ້ດຳເນີນບັນດາການເຄື່ອນໄຫວ ອາດຈະພາໃຫ້ເກີດກໍລະນີປະທະກັນ. ຫຼັກໝັ້ນຂອງ ຫວຽດນາມ ແມ່ນເຄົາລົບກົດໝາຍສາກົນ, ສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດປີ 1982…ພວກເຮົາຍັງຄົງສືບຕໍ່ຊຸກຍູ້, ຊົມເຊີຍທຸກຂໍ້ລິເລີ່ມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ກ່ຽວກັບທັດສະນະນັ້ນ, ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຕ້ອງມີບັນດາເນື້ອໃນທີ່ສອດຄ່ອງ, ປະກອບສ່ວນຢ່າງແທດຈິງເຂົ້າໃນການສ້າງພາກພື້ນໃຫ້ມີສັນຕິພາບ, ສະຖຽນລະພາບ, ເຄື່ອນໄຫວອີງຕາມກົດໝາຍແມ່ນຈຳເປັນທີ່ສຸດ. ທ່ານ ເລດີງຕີ໊ງ, ຮອງຫົວໜ້າສະຖາບັນທະເລຕາເວັນອອກ, ສັງກັດສະຖາບັນການຕ່າງປະເທດ ຫວຽດນາມ ຖືວ່າ:

UNCLOS ໄດ້ສະໜອງກົນໄກແກ້ໄຂການຂັດແຍ້ງ, ສ່ວນ COC ແມ່ນບໍ່ມີ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຖືວ່າ: ຄວາມປາດຖະໜາຂອງ ອາຊຽນ ໃນນັ້ນ ມີ ຫວຽດນາມ ມີຄວາມຕ້ອງການຢາກໃຫ້ບັນດາເນື້ອໃນຂອງ COC ຕ້ອງແທດຈິງ ແລະ ມີຄຸນຄ່າທາງດ້ານນິຕິທຳ. ກົດແຫ່ງການປະພຶດສະບັບນີ້ ແມ່ນສຳຄັນທີ່ສຸດ, ກົດໝາຍສາກົນກໍ່ໄດ້ສວມບົດບາດສຳຄັນສຳລັບພາກພື້ນນີ້, ແຕ່ຍັງຄົງຂາດບັນດາຂໍ້ຕົກລົງ, ບັນດາຄຳໝັ້ນສັນຍາຂອງປະເທດຕ່າງໆ ໃນການຜັນຂະຫຍາຍບັນດາຫຼັກການຂອງກົດໝາຍສາກົນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ສັນຕິພາບ, ສະຖຽນລະພາບລວມ.

ທ້າຍປີ 2018, ຈີນ ແລະ ອາຊຽນ ໄດ້ເຫັນດີເປັນເອກະພາບສ້າງຮ່າງເອກະສານເຈລະຈາ ແລະ ຄາດວ່າຈະສິ້ນສຸດບັນດາການເຈລະຈາກ່ຽວກັບ COC ໃນປີ 2021. ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງບັນດາຝ່າຍ, ຫວັງວ່າ ວິວັດທະນາການນີ້ ຈະສຳເລັດໂດຍໄວ./.

ຕອບກັບ

ຂ່າວ/ບົດ​ອື່ນ