ທະເລຕາເວັນອອກປີ2016ພາຍຫຼັງການຕັດສິນຂອງ PCA

(vovworld) – ທະ​ເລ​ຕາ​ເວັນ​ອອກ​ສືບ​ຕໍ່​ແມ່ນ​ຫົວ​ເລື່ອງ​ທີ່​ເຄັ່ງຮ້ອນ​ໃນ​ການ​ປຶກສາ​ຫາລື​ຢູ່​ພາກ​ພື້ນ, ທັງ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະ​ຊາ​ຄົມ​ສາກົນ​ໃນ​ປີ 2016, ພິ​ເສດ​ແມ່ນ​ພາຍຫຼັງ​ສານ​ອະນຸຍາ​ໂຕຕຸລາການ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມ​ສ່ວນ​ເພີ່ມ​ເຕີມ​ທີ 7 ຂອງ​ສົນທິສັນຍາ ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ອອກ​ຄຳ​ຕັດສິນ​ກ່ຽວ​ກັບ​ກໍລະນີ​ຟ້ອງ​ຮ້ອງ​ລະຫວ່າງ ຟີ​ລິບ​ປິນ ​ແລະ ຈີນ ​ເຊິ່ງກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ການ​ຕັດສິນ​ມີ​ຄວາມ​ໝາຍ​ດ້ານ​ກົດໝາຍ ​ແລະ ການ​ເມືອງ​ອັນ​ໃຫຍ່​ຫຼວງ, ​ເພາະວ່າ​​​​ເອກະສານໄດ້​ຮັບ​ການຮັບຮອງ​ເອົາເປັນ​ຄັ້ງ​ທຳ​ອິດ​ຈາກ​ສານ​ສາກົນ, ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃໝ່​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ຄວາມ​ເຄົາລົບ​ກົດໝາຍ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

ທະເລຕາເວັນອອກປີ2016ພາຍຫຼັງການຕັດສິນຂອງ PCA - ảnh 1
ການ​ຕັດສິນ​ຂອງ ສານ​ອະນຸຍາ​ໂຕຕຸລາການ (PCA) 

ໃນ​​ເອກະສານ​ຕັດສິນທີ່​ມີ​ຄວາມ​ຍາວ​ເກືອບ 500 ໜ້າ, ສານ​ອະນຸຍາ​ໂຕ ຕຸລາການ​ໄດ້​ປະກາດວ່າ, ​ຄຳ​ຮຽກ​ສິດ “​ເສັ້ນ​ລີ​້ນງົວ“ຂອງ​ຈີນ​ແມ່ນບໍ່​ມີ​ພື້ນຖານ​ນິຕິ​ກຳ ​ແລະ ປະຕິ​ເສດ “ອະທິປະ​ໄຕ​ປະຫວັດສາດ“ ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນຫາ​ສຳຄັນ​ແມ່ນ​ຄຳ​ຕັດສິນ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ, ບັນດາ​ເກາະ​ທຽ​ມ​ເຊິ່ງ ຈີນ ພວມ​ປ້ານ​, ກໍ່ສ້າງ​ຢູ່​ດອນ​ຫີນນັ້ນ​ ບໍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ (EEZ) 200 ​ໄມ​ທະ​ເລ ​ແລະ ​ເຂດ​ນ່ານນ້ຳ 12 ​ໄມ​ທະ​ເລ.

ການ​ຕັດສິນ​ຂອງ ສານ​ອະນຸຍາ​ໂຕຕຸລາການ (PCA) ​ແມ່ນ​ການ​ຕັດສິນ​ສາກົນ​ທຳ​ອິດ, ​ເປັນ​ທາງ​ການ ​ແລະ ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ ສະຫະ​ປະຊາ​ຊາດ. ບັນດາ​ນັກ​ຊ່ຽວຊານ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ກໍ່​ຄື​ນັກ​ຊ່ຽວຊານ​ກ່ຽວ​ກັບ​ການ​ພົວພັນ​ກັບ​ສາກົນ​ຕີ​ລາຄາ​ວ່າ, ​ເລື່ອງ​ຕັດສິນຈະ​ໄດ້​ຮັບ​ການ​ປະຕິບັດ​ຫຼື​ບໍ່ນັ້ນ ຈະບໍ່​​ເປັນ​ເລື່ອງສຳຄັນ​​​ເທົ່າ​ກັບ​ເລື່ອງຄຳປະກາດ​ອະ​ທິປະ​ໄຕ​ຂອງ ​ຈີນ ສຳລັບ​ທະ​ເລ​ຕາ​ເວັນ​ອອກ​ເກືອບ​ທັງ​ໝົດ​ ໃນ​ຂອບ​ເຂດ​ຂອງອັນທີ່​ເອີ້ນ​ວ່າ “​ເສັ້ນ 9 ຕອນ“ ​ເຊິ່ງ ຈີນ​ໄດ້​ປະກາດ​ໂດຍ​ບໍ່​ມີ​ຫຼັກ​ຖານ​ເມື່ອ​ປີ 1947, ​ແມ່ນ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ຢ່າງ​ສິ້ນ​ເຊີງ. PCA ອາດ​ຈະ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ຍາວ.

ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ສາກົນ

ພາຍຫຼັງການ​ຕັດສິນ​ຂອງ ສານ​ອະນຸຍາ​ໂຕ ຕຸລາການ, ມີ​ຫຼາຍ​ປະ​ເທດ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ​ ໄດ້​ອອກສຽງ​ຮຽກຮ້ອງ​​ຝ່າຍຕ່າງໆ​ປະຕິບັດຄຳ​ຕັດສິນ​ດັ່ງກ່າວ. ປະ​ເທດ​ຕ່າງໆ​ໄດ້​ເນັ້ນ​ໜັກ​ເຖິງ​ຄຸນຄ່າ​ດ້ານ​ນິຕິ​ກຳ, ສະໜັບສະ​ໜູນ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ​ການບິນ ກໍ່​ຄື​ດ້ານ​ການ​ຄ້າທີ່​ບໍ່​ຖືກ​ກີດຂວາງ, ​ໂດຍ​ອີງ​ຕາມ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ ​ເຊິ່ງຖືກ​ສ່ອງ​ແສງ​ພິ​ເສດ​ໃນ​ສົນທິສັນຍາ​ກົດ ໝາຍ​ວ່າ​ດ້ວຍ​ທະ​ເລຂອງ ສະຫະ​ປະຊາ​ຊາດປີ 1982. ປະຊາ​ຄົມ​ສາກົນ​ຖື​ວ່າ: ບັນດາ​ປະ​ເທດ​ຄວນ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ, ​ຫາກ​ບໍ່​ໄດ້​ນຳ​ໃຊ້ ຫຼື ື​ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ບໍ່​ປະ​ໃຫ້​ເກີດ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ພາ​ໃຫ້​ສະພາບ​ສັບສົນ​ຂຶ້ນ​ຕື່ມ, ສົ່ງ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ຄວາມ​ວັດທະນາ​ຖາວອນ ​ແລະ ການ​ພັດທະນາ. ປະຊາຄົມ​ສາກົນຊຸກ​ຍູ້​ທຸກ​ຝ່າຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ສູງ​ສຸດ​ສຳລັບ UNCLOS, ​ເຊິ່ງ​ແມ່ນ​ສົນທິສັນຍາ​ທີ່​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດ້ານ​ນິຕິ​ກຳ​ສາກົນ​ໃຫ້​ແກ່​ເຂດ​ທະ​ເລ ​ແລະ ມະຫາ​ສະໝຸດ, ສະໜັບສະໜູນ​ເລື່ອງ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໂດຍ​ອີງ​ຕາມ​ກົດໝາຍ, ຮັກສາ ​ແລະ ປົກ​ປ້ອງ​ບັນດາ​ສິດ ​ແລະ ສິດ​ພິ​ເສດ​ຂອງ​ທຸກ​ປະ​ເທດ. 

ອາດ​​ເວົ້າ​ໄດ້​ວ່າ, ພາຍຫຼັງ​ຄຳ​ຕັດ​ສິນຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ, ບັນ​ຫ​າ​ທະ​ເລ​ຕາ​ເວັນ​ອອກ ບໍ່​ພຽງ​ແຕ່​ແມ່ນ​ກາຍ​ຄວາ​ມ​ສົນ​ໃຈ​ຂອງ​ບັນ​ດາ​ປະ​ເທດ​​ທີ່​ມີ​ຖະ​ແຫຼງ​ປະ​ກາດ​ອະ​ທິ​ປະ​ໄຕ ແລະ ກາຍ​ເປັນ​ຄວາ​ມ​ສົນ​ໃຈ​​ຂອງ​ບັນ​ດາ​ປະ​ເທດນອກ​ພາກ​ພື້ນ​ອີກ​ດ້ວຍ, ຊ້ຳ​ບໍ່​ໜຳ, ​ມັນໄດ້​ກາຍ​ເປັນ​ໜຶ່​ງ​ໃນ​ບັນ​ດາ​ບັນ​ຫາ​ແກ່ງ​ແຍ້ງດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ຢູ່ ອາ​ຊີ - ປາ​ຊີ​ຟິກ. ບັນ​​ຫາ​ທະ​ເລ​ຕາ​ເວັນ​ອອກ ຍັງ​​ປະ​ກົດອອກ ແລະ ກາຍ​ເປັນ​ຫົວ​ຂໍ້​ສຳ​ຄັນ​ໃນການ​ປຶກ​ສາ​ຫາ​ລື​ຂອງ​ເວ​ທີ​ປາ​ໄສ, ບັນ​ດາ​ກົນ​ໄກ​ຮ່ວມ​ມືຫຼາຍຝ່າຍ​ຄື G7, APEC…ອີກ​ດ້ວຍ​

ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ຢູ່​ພາກ​ພື້ນ

        ຄຳ​ຕັດ​ສິນ​ຂອງ PCA ໄດ້​ພາ​ໄປ​ເຖິງ​ການດັດ​ປັບ​​ນະ​ໂຍ​ບາຍ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່. ​​ໃນເຄິ່ງ​ທ້າຍ​ປີ 2016, ​ໂລກໄດ້​ເຫັນ​ປະ​ຈັກ​ຕາ​​ບັນ​ດາການ​ຊ້ອມ​ຮົບ​ຢ່າງ​ຕໍ່​ເນື່ອງ​ຢູ່​ພາກ​ພື້ນນີ້. ເຖິງວ່າ, ຖືກ​ປະ​ຊາ​ຄົມ​ສາ​ກົນ​ຕຳ​​ຫນິ​ຕິ​ຕຽນກໍ່​ຕາມແຕ່ ຈີນ ຍັງ​​ຄົງຖະ​ແຫຼງບໍ່​ຢຸດ​ຕິ​ການ​​ກໍ່ສ້າງ​ເກາະ​ທຽມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ດຳ​ເນີນ​ບັນ​ດາ​ການ​ສ້ອມ​ຮົບ, ພິ​ເສດ​ແມ່ນ​ການ​​ຊ້ອມ​ຮົບ “ລາດ​ຕາ​ເວນ​ສູ້​ຮົບ” ໃນ​ເຂດ​ນ່ານ​ຟ້າ​​ໝູ່​ເກາະ ເຈື່ອງ​ຊາ ແລະ ຫາດ Scarborough, ສະ​ຖານ​ທີ່ 2 ແຫ່ງ​ດັ່ງ​ກ່າວໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ​ທີ່ໄດ້​​ປະ​ຕິ​ເສດ​ອັນ​ທີ່​ໄດ້​ເອີ້ນ​ວ່າ “ອະ​ທ​ິ​ປະ​ໄ​ຕ​ປະ​ຫ​ວັດ​ສາດ​” ຂອງ​ຈີນ. ໃນ​ຂະ​ນະ​ນັ້ນ, ອາ​ເມ​ລິ​ກາ ກໍ່​ໄດ້​ຜັນ​ຂະ​ຫຍາຍ​ກຳ​ລັງ​ຢ່າງຫຼວງຫຼາຍ​ໄປ​ເຖິງ​ທະ​ເລ​ຕາ​ເວັນ​ອອກ ເຊິ່ງ​ລວມ​ມີທັງກ່ຳ​ປັ່ນ​ສະ​ໜາມ​ບິນ, ກ່ຳ​ປັ່ນ​ສູ້​ຮົບພ້ອມ​ກັບ​ກຳ​ລັງ​ທະ​ຫານ​ເຮືອ, ກອງ​ທັບ​ອາ​ກາດ, ສົມ​ທົບ​ກັນ​ສ້ອມ​ຮົບ​ກັບ ຍີ່​ປຸ່ນ, ອິ​ນ​ເດຍ ແລະ ບັນ​ດາ​ສຳ​ພັນ​ທະ​ມິດ. ບັນ​ດາ​ກ່ຳ​ປັ່ນສູ້​ຮົບຂອງ​ ອາ​ເມ​ລິ​ກາ ໄດ​້​ລາດ​ຕາ​ເວນ, ຕິດ​ຕາມກວດ​ກາ​ບັນ​ດາ​ເກາະເຊິ່ງ ຈີນ ຢຶດ​ຄອງ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ທະ​ເລ​ຕ​າ​ເວັນ​ອອກເປັນ​ປະ​ຈຳ. ວົງ​ການ​ຜູ້​ສັງ​ເກດ​ການ​​ໃຫ້​ຂໍ້​ສັງ​ເກດວ່າ ປີ 2016, ທະ​ເລ​ຕາ​ເວັ​ນ​ອອກ​ແມ່ນ​ບ່ອນ​ທີ່​ບັນ​ດາ​ປະ​ເທດ​ໄດ້​ເຕົ້າ​ໂຮມ​ກຳ​ລັງ​ປະ​ກອບ​ອາ​ວຸດຫຼາຍ​ທີ່​ສຸດ​ນັບ​ແຕ່​ພາຍຫຼັງ​ສົງ​ຄາມ​ຢູ່ ຫວຽດ​ນາມ ເມື່ອ​ປີ 1975.

        ຄວາມ​ຈິງ​ແລ້ວ, ຍັງ​​ຕ້ອງ​ການ​ມີ​ເວ​ລາຫຼາຍ​ຢູ່​ພາຍຫຼັງ​ຄຳ​ຕັດ​ສິນ​ຂອງ PCA ເພື່ອ​​​ໃຫ້​ສະ​ພາບ​ການ​​ໃນ​ພາກ​ພື້ນ​ມີ​​ສະ​ຖຽນ​ລະ​ພາບ​ຄືນ​ໃໝ່. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຄຳ​ຕັດ​ສິນ​ໄດ້​ສ້າງ​ໂອ​ກາດ​ເພື່ອ​ໃຫ້​ຝ່າຍ​ຕ່າງໆ​ໄດ້​ກັບ​ຄືນ​ສ​ູ່​ການ​ເຈ​ລະ​ຈາ, ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ. ການຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໄດ້​ມີ​ບົດ​ບາດ​ສຳ​ຄັນ​ສຳ​ລັບ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ໃນ​ນັ້ນ​ບໍ່​ສະ​ເພາະ​ແຕ່​ຂອງ​ປະ​ເທດ​ໃດ​ໜຶ່ງ. ເລື່ອງ​ຮັບ​ປະ​ກັນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ໄດ້​ຮັບ​ຄວາມ​ເຄົາ​ລົບ ແມ່ນ​ຜົນ​ປະ​ໂຫຍດ​ຂອງ​ທຸກໆ​ຝ່າຍ. ຄຳ​ຕັດ​ສິນ​ສາ​ມາດ​ສະ​ໜອງ​ພື້ນ​ຖານ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍາວ​ນານ ແລະ ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໄດ້.


ຂ່າວ/ບົດ​ອື່ນ