ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ເດີນ​ທາງ​ໄປ​ຢ້ຽມ​ຢາມ ເອີ​ຣົບ ຊອກ​ຫາ​ການ​ຊ່ວຍ​ເຫຼືອ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ

(VOVWORLD) - ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ພວມເດີນທາງໄປຢ້ຽມຢາມບັນດາປະເທດ ເອີຣົບ ເພື່ອແນໃສ່ຊອກຫາການຊ່ວຍເຫຼືອຂອງບັນດາປະເທດເຫຼົ່ານັ້ນໃນການປະທະກັນທາງການທະຫານກັບ ລັດເຊຍ. ຢູແກຼນ ກັບການນຳບັນດາປະເທດ ອີຕາລີ, ເຢຍລະມັນ, ຝລັ່ງ ແລະ ອັງກິດ ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຊ່ວຍເຫຼືອດ້ານການເງິນ, ການປ້ອງກັນຊາດ ຫຼາຍສະບັບ ເພື່ອເພີ່ມກຳລັງຄວາມສາມາດໃນການຮັບມືກັບວິກິດການຂອງ Kiev.

ນັບແຕ່ຕົ້ນເດືອນນີ້, ການນຳ ຢູແກຼນ ໄດ້ເດີນທາງໄປຢ້ຽມຢາມຫຼາຍປະເທດ ເອີຣົບ ຄື: ແຟງລັງ, ໂຮນລັງ ແລະ ຫຼ້າສຸດແມ່ນ ອີຕາລີ, ຝລັ່ງ, ເຢຍລະມັນ ແລະ ອັງກິດ ໃນສະພາບການ Kiev ກະກຽມຕ່າວໄປບຸກໂຈມຕີ ລັດເຊຍ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ເດີນ​ທາງ​ໄປ​ຢ້ຽມ​ຢາມ ເອີ​ຣົບ ຊອກ​ຫາ​ການ​ຊ່ວຍ​ເຫຼືອ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ - ảnh 1 ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  (ພາບປະກອບ: TTXVN)

ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອດ້ານການທະຫານ ແລະ ການເງິນ

        ໃນການຢ້ຽມຢາມປະເທດ ທໍາອິດ ແມ່ນ ອີຕາລີ ໃນວັນເສົາ ຜ່ານມາ (ວັນທີ 13 ພຶດສະພາ) ນະຄອນຫຼວງ Rome, ທ່ານປະທານາທິບໍດີ Zelensky ໄດ້ເຂົ້າຢ້ຽມຂ່ຳນັບສັນທະປະປາ Francis, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວມະນຸດສະທຳ. ທ່ານປະທານາທິບໍດີ ຢູແກຼນ ກໍຮຽກຮ້ອງໃຫ້ສັນທະປະປາ Francis ເຂົ້າຮ່ວມແຜນການສັນຕິພາບ 10 ປະການຂອງ Kiev ເພື່ອແນໃສ່ຢຸດຕິການປະທະກັນກັບ ລັດເຊຍ.

        ກ່ອນທີ່ຈະເຂົ້າຢ້ຽມຂ່ຳນັບສັນທະປະປາ, ທ່ານ Zelensky ໄດ້ພົບປະກັບທ່ານນາງ ນາຍົກລັດຖະມົນນຕີ ອີຕາລີ Giorgia Meloni, ຜູ້ທີ່ໃຫ້ຄຳໝັ້ນສັນຍາສືບຕໍ່ໃຫ້ການໜູນຊ່ວຍດ້ານການທະຫານ ແລະ ການເງິນ ໃຫ້ແກ່ ຢູແກຼນ. ໃນໄລຍະຜ່ານມາ, ປະເທດນີ້ ກໍ່ໄດ້ສະໜອງບ້ວງເງິນຊ່ວຍເຫຼືອ ແລະ ອາວຸດ ເພື່ອຊ່ວຍເຫຼືອ ຢູແກຼນ. ຕົ້ນປີນີ້, ອີຕາລີ ກໍເຫັນດີສົ່ງບັນດາລະບົບລູກສອນໄຟປ້ອງກັນອາກາດ ເຊິ່ງປະເທດນີ້ ກັບ ຝລັ່ງ ພັດທະນາ ໄປໃຫ້ແກ່ Kiev.

        ມາຮອດ Berlin ໃນວັນອາທິດ (ວັນທີ 14 ພຶດສະພາ), ທ່ານປະທານາທິບໍດີ Zelensky  ໄດ້ມີການພົບປະສົນທະນາສະເພາະກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ຄູ່ຕຳແໜ່ງ Frank Walter Steinmeier. ສອງຝ່າຍໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ Berlin ໃຫ້ຄຳໝັ້ນສັນຍາຈະໃຫ້ການຊ່ວຍເຫຼືອດ້ານການທະຫານຮອບໃໝ່ໃຫ້ແກ່ Kiev ດ້ວຍມູນຄ່າ 3 ຕື້ USD, ອັນໄດ້ຍົກຈຳນວນເງິນຊ່ວຍເຫຼືອ Kiev ລວມເປັນ 17 ຕື້ USD ນັບແຕ່ເມື່ອການປະທະກັນເກີດຂຶ້ນໃນທ້າຍເດືອນ ກຸມພາ 2022. ຕາມທ່ານປະທານາທິບໍດີ Zelensky ແລ້ວ, ຂໍ້ຕົກລົງຂອງ Berlin ແມ່ນການຊ່ວຍເຫຼືອ Kiev ຫຼາຍທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ. ກ່ອນໜ້ານັ້ນ, ຖັດຈາກ ອາເມລິກາ ແລ້ວ, ເຢຍລະມັນ ກໍ່ແມ່ນປະເທດສະໜອງອາວຸດ ປະເພດໃຫຍ່ ໃຫ້ແກ່ Kiev ຫຼາຍທີ່ສຸດ, ເຊິ່ງລວມມີ ລົດຖັງປະເພດຕ່າງໆ, ລູກສອນໄຟ ແລະ ລະບົບຕ້ານລູກສອນໄຟ. ນອກຈາກນັ້ນ, Berlin ຍັງສະໜອງບ້ວງເງິນຊ່ວຍເຫຼືອ, ການຊ່ວຍເຫຼືອມະນຸດສະທຳ, ການຊ່ວຍເຫຼືອແບບສຸກເສີນ  ແລະ ກໍ່ສ້າງພື້ນຖານໂຄງລ່າງພົນລະເຮືອນທີ່ຖືກມ້າງທຳລາຍໃຫ້ແກ່ Kiev ຄືນໃໝ່ອີກດ້ວຍ. ໄລ່ມາຮອດປັດຈຸບັນ, ເຢຍລະມັນ ໄດ້ຮັບຄົນລີ້ໄພຈາກ ຢູແກຼນ ກວ່າ 1 ລ້ານຄົນ.

ໃນວັນອາທິດຜ່ານມາ, ທ່ານປະທານາທິບໍດີ Zelensky ກໍໄດ້ເດີນທາງໄປຍັງ ປາຣີ. ພາຍຫຼັງການຮັບປະທານອາຫານຄ່ຳກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ປາຣີ ໄດ້ອອກຖະແຫຼງການ ຈະສືບຕໍ່ໃຫ້ການຊ່ວຍເຫຼືອດ້ານການທະຫານ ແລະ ມະນຸດສະທຳໃຫ້ແກ່ ຢູແກຼນ, ສະໜອງ ລົດຖັງ, ລົດຫຸ້ມເກາະນັບສິບຄັນ ແລະ ຝຶກອົບຮົມໃຫ້ນາຍທະຫານຮູ້ນຳໃຊ້ບັນດາຍານພາຫະນະສູ້ຮົບດັ່ງກ່າວ “ຈົນຮອດເມື່ອໃດທີ່ Kiev ຍັງມີຄວາມຈຳເປັນ.”

        ພາຍຫຼັງບັນລຸໄດ້ບັນດາຄຳໝັ້ນສັນຍາຢ່າງແຮງດັ່ງກ່າວ, ວັນຈັນ (ວັນທີ 15 ພຶດສະພາ) ທ່ານປະທານາທິບໍດີ Zelensky ສືບຕໍ່ເດີນທາງໄປຍັງ ອັງກິດ ເພື່ອພົບປະກັບທ່ານນາຍົກລັດຖະມົນຕີ Rishi Sunnak. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ອັງກິດ ຖະແຫຼງວ່າ ລອນດອນ ຈະສະໜອງລູກສອນໄຟປ້ອງກັນອາກາດ ໃຫ້ Kiev ຕື່ມອີກນັບຮ້ອຍລູກ ແລະ ເຮືອບິນບໍ່ມີຄົນຂັບໄລຍະໄກນັບຮ້ອຍລຳ. ອັງກິດ ໃຫ້ຮູ້ວ່າ ຈະສົມທົບກັບບັນດາປະເທດພັນທະມິດອື່ນ ເພື່ອແນໃສ່ຮັບປະກັນແຫຼ່ງສະໜອງເຮືອບິນອາຍພົ່ນ F- 16.

        ຕໍ່ໜ້າການກະທຳດັ່ງກ່າວ, ວັນທີ 15 ພຶດສະພາ, ໂຄສົກຂອງທ່ານປະທານາທິບໍດີ ລັດເຊຍ, ທ່ານ Dmitry Peskov  ເນັ້ນໜັກວ່າ ເລື່ອງ ລອນດອນ ໃຫ້ການໜູນຊ່ວຍດ້ານການທະຫານໃຫ້ແກ່ Kiev ຈະສົ່ງຜົນກະທົບຕໍ່ ມົດສະກູ ກໍຄື ບໍ່ສາມາດປ່ຽນແປງສະພາບການປະທະກັນໄດ້.

         ຊອກຫາການສະໜັບສະໜູນ ຖານະເປັນສະມາຊິກສະຫະພາບເອີຣົບ

        ນອກຈາກການຊອກຫາການຊ່ວຍເຫຼືອດ້ານການທະຫານ ແລະ ການເງິນແລ້ວ, ໃນການເດີນທາງໄປຢ້ຽມຢາມບັນດາປະເທດ ເອີຣົບ ຄັ້ງນີ້, ທ່ານປະທານາທິບໍດີ ຢູແກຼນ ກໍໄດ້ຮັບຄຳໝັ້ນສັນຍາຈາກການນຳບັນດາປະເທດພັນທະມິດຫຼັກແຫຼ່ງຂອງ ຢູແກຼນ ຢູ່ ເອີຣົບ ວ່າ ຈະສະໜັບສະໜູນປະເທດນີ້ເຂົ້າເປັນສະມາຊິກ ອີຢູ ໂດຍໄວ. ທ່ານປະທານາທິບໍດີ ເຢຍລະມັນ Olaf Scholz ໃຫ້ຄຳໝັ້ນສັນຍາວ່າ ຈະສະໜັບສະໜູນ ຢູແກຼນ ຢ່າງຮອບດ້ານ ໃນວິວັດທະນາການເຂົ້າເປັນສະມາຊິກ ອີຢູ. ຕາມການນຳ ເຢຍລະມັນ ແລ້ວ, ຢູແກຼນ ແມ່ນສ່ວນໜຶ່ງຂອງຄອບຄົວ ເອີຣົບ. ເຢຍລະມັນ ຈະໃຫ້ການສະໜັບສະໜູນ ຢູແກຼນ ຢ່າງຮອບດ້ານໃນວິວັດທະນາການນີ້.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ອີຕາລີ, ທ່ານນາງ Giorgia Meloni ໃຫ້ຄຳໝັ້ນສັນຍາສະໜັບສະໜູນຄວາມປາດຖະໜາຢາກເຂົ້າຮ່ວມ ອີຢູ ຂອງ ຢູແກຼນ ແລະ ໃສ່ໃຈວ່າ ຢູແກຼນ ພວມດຳເນີນການປະຕິຮູບນະໂຍບາຍທີ່ຈຳເປັນ ໂດຍບໍ່ຫົວຊາຕໍ່ການປະທະກັນ. ທ່ານນາງນາຍົກລັດຖະມົນຕີ Meloni ຖະແຫຼງວ່າ ອີຕາລີ ຈະສະໜັບສະໜູນ ຢູແກຼນ “ໃນທຸກຈຸດເວລາທີ່ຈຳເປັນ ແລະ ຫຼາຍກວ່ານັ້ນອີກ”.

        ການເດີນທາງໄປຢ້ຽມຢາມຫຼາຍປະເທດພັນທະມິດ ເອີຣົບ ຂອງທ່ານປະທານາທິບໍດີ ຢູແກຼນ Zelensky ໄດ້ຕີລາຄາວ່າ ປະສົບຜົນສຳເລັດຢ່າງຈົບງາມ, Kiev ບັນລຸໄດ້ການສະໜັບສະໜູນທັງດ້ານການທະຫານ, ການເງິນ ແລະ ການສະໜັບສະໜູນໃຫ້ເຂົ້າຮ່ວມສະຫະພາບເອີຣົບ./.  

ຕອບກັບ

ຂ່າວ/ບົດ​ອື່ນ