ນຳການພົວພັນລະຫວ່າງຫວຽດນາມ - ຈີນ ຂຶ້ນສູ່ລະດັບສູງໃຫມ່

(VOVWORLD) - ວັນທີ 11 ພຶດສະພາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສປ ຈີນ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສການຮ່ວມມື “ຫນຶ່ງແລວທາງ ຫນຶ່ງເສັ້ນທາງ”. ການຢ້ຽມຢາມຈະດຳເນີນເປັນເວລາ 4 ວັນ (ຮອດວັນທີ 15/ພຶດສະພາ) ແມ່ນການຢ້ຽມຢາມທາງລັດຖະກິດ ຈີນ ເປັນຄັ້ງທຳອິດຂອງທ່ານ ເຈີນດ້າຍກວາງ ໃນຖານະເປັນປະທານປະເທດຫວຽດນາມ. ເນື່ອງໃນໂອກາດນີ້, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຫວຽດເກື່ອງ, ຮ່າທັງ ມີບົດຂຽນດ້ວຍຫົວຂໍ້ວ່າ: ນຳການພົວພັນລະຫວ່າງຫວຽດນາມ - ຈີນ ຂຶ້ນສູ່ລະດັບສູງໃຫມ່.
ນຳການພົວພັນລະຫວ່າງຫວຽດນາມ - ຈີນ ຂຶ້ນສູ່ລະດັບສູງໃຫມ່ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ 

ຫວຽດນາມ ແລະ ຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ມີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ເຖິງວ່າ ໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດ ມີການຜັນແປຫລາຍຢ່າງກໍຕາມ ແຕ່ການຮ່ວມມື ແລະ ນ້ຳໃຈມິດຕະພາບ ຍາມໃດກໍ່ແມ່ນເນື້ອໃນຈິດໃຈຕົ້ນຕໍໃນການພົວພັນລະຫວ່າງສອງປະເທດ.

ຮັກສາ, ພັດທະນານ້ຳໃຈມິດຕະພາບທີ່ເປັນມູນເຊື້ອ

        ປະຈຸບັນ ນັບທັງສອງປະເທດຫວຽດນາມ ແລະ ຈີນ ພວມຢູ່ໃນໄລຍະມີຄວາມສຳຄັນຍິ່ງ ເພື່ອພັດທະນາເສດຖະກິດສັງຄົມຢູ່ແຕ່ລະປະເທດ. ການພັດທະນາຂອງທັງສອງຝ່າຍລ້ວນແຕ່ແມ່ນກາລະໂອກາດໃຫ້ແຕ່ລະຝ່າຍ ພ້ອມກັນນັ້ນ ລະຫວ່າງສອງພັກ, ສອງລັດ ມີຜົນປະໂຫຍດລວມຫລາຍຢ່າງ. ໃນການຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ອນການຢ້ຽມຢາມຈີນຂອງທ່ານປະທານປະເທດ ເຈີນດ້າຍກວາງ, ທ່ານ ດັ້ງມີນຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ໄດ້ຢືນຢັນວ່າ:

        “ຂ້າພະເຈົ້າຖືວ່າ ນີ້ແມ່ນການກຳນົດທິດໃຫຍ່ໃຫ້ແກ່ການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະຜ່ານມາ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມຍາມໃດກໍຖືເປັນສຳຄັນການພັດທະນາການພົວພັນເປັນປົກກະຕິ, ມິດຕະພາບ, ຮ່ວມມືຍາວນານກັບພັກ, ລັດ ແລະ ປະຊາຊົນຈີນ, ປາດຖະຫນາຢາກພ້ອບກັບຈີນ ຊຸກຍູ້ການພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດຮອບດ້ານກວ່າອີກ, ແກ້ໄຂບັນດາຄວາມບໍ່ລົງລອຍກັນລະຫວ່າງສອງປະເທດໃຫ້ສົມເຫດສົມຜົນ. ນີ້ແມ່ນນະໂຍບາຍສະເຫມີຕົ້ນສະເຫມີປາຍ ແລະ ເປັນການໃຫ້ບຸລິມະສິດຕົ້ນຕໍໃນການພົວພັນການຕ່າງປະເທດຂອງຫວຽດນາມ ແລະ ຈີນ.”

        ໃນໄລຍະ 10 ປີຜ່ານມາ (2006 – 2016), ວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດ ເພີ່ມຂຶ້ນທົບ 10 ເທົ່າ, ແຕ່ 9,9 – 72 ຕື້ USD. ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ຂອງຫວຽດນາມ ໃນ 13 ປີລຽນຕິດ ແລະ ປີ 2016 ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ຂອງຈີນ ໃນອາຊຽນ. ການລົງທຶນຂອງຈີນ ຢູ່ຫວຽດນາມ ໃນໄລຍະມໍ່ໆມານີ້ ກໍ່ມີບາດກ້າວເຕີບໂຕກະໂດດຂັ້ນ. ບັນດາຂົງເຂດຮ່ວມມືອື່ນກໍ່ບັນລຸໄດ້ການເຕີບໂຕເປັນຫນ້າປະທັບໃຈ. ທ່ານ ດັ້ງມີນຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ໃຫ້ຮູ້ວ່າ:

        “ປີ 2016 ມີຊາວຈີນ 2,8 ລ້ານເທື່ອຄົນມາ ຫວຽດນາມ ແລະ ທ່າອ່ຽງນີ້ສືບຕໍ່ເພີ່ມຂຶ້ນໃນປີ 2017 ແລະ ກົງກັນຂ້າມ ປະຈຸບັນ ຫວຽດນາມ ພວມນຳຫນ້າໃນອາຊຽນ ກ່ຽວກັບຈຳນວນແຂກທ່ອງທ່ຽວໄປຢ້ຽມຢາມຈີນ, ບັນລຸເກືອບ 2 ລ້ານເທື່ອຄົນໃນປີ 2016. ສອງຝ່າຍ ກໍ່ຮ່ວມມືຢ່າງແຫນ້ນແຟ້ນໃນການຄຸ້ມຄອງເສັ້ນຊາຍແດນທາງບົກ, ຮັກສາ ແລະ ປ້ອງກັນຄວາມສະຫງົບ, ສະຖຽນລະພາບຢູ່ເຂດຊາຍແດນ, ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ມິດຕະພາບ.”

        ສຳລັບບັນຫາບົນທະເລ, ການນຳຂັ້ນສູງສອງປະເທດໄດ້ຮັກສາການແລກປ່ຽນຢ່າງກົງໄປກົງມາ, ເປັນປະຈຳ ກ່ຽວກັບບັນຫາບົນທະເລ. ສອງຝ່າຍເຫັນດີບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ແລະ ກົດໝາຍສາກົນ, ຢືດໝັ້ນຜ່ານການເຈລະຈາມິດຕະພາບເພື່ອຊອກຫາມາດຕະການພື້ນຖານ, ຍາວນານ ຊື່ງສອງຝ່າຍຮັບຮູ້ໄດ້ສຳລັບບັນຫາທະເລຕາເວັນອອກ. ປະຕິບັດ “ຖະແຫລງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ພ້ອມກັບ ອາຊຽນ ສ້າງ “ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ, ຄວບຄຸມບັນດາຄວາມບໍ່ລົງລອຍກັນບົນທະເລເປັນຢ່າງດີ, ຮັກສາ ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ

       ໃນສະພາວະການນັ້ນ, ທ່ານປະທານປະເທດ ເຈີນດ້າຍກວາງ ໄປຢ້ຽມຢາມຈີນ ແລະ ເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມື “ຂໍ້ລິເລີ່ມ ຫນຶ່ງແລວທາງ, ຫນຶ່ງເສັ້ນທາງ” ແມ່ນການເຄື່ອນໄຫວມີຄວາມໝາຍສຳຄັນ. ທ່ານ ດັ້ງມີນຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ເນັ້ນຫນັກວ່າ:

        “ຝ່າຍຈີນ ໃຫ້ຄຳໝັ້ນສັນຍາ “ຂໍ້ລິເລີ່ມ ຫນຶ່ງແລວທາງ, ຫນຶ່ງເສັ້ນທາງ” ໄດ້ຮັບການຜັນຂະຫຍາຍບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດ ສະຫະປະຊາຊາດ ແລະ ຕາມຫລັກການ “ພ້ອມກັນປຶກສາຫາລື, ພ້ອມກັນກະທຳ, ຕ່າງຝ່າຍຕ່າງຮັບຜົນປະໂຫຍດ”, ຊຸກຍູ້ການເຊື່ອມຕໍ່, ຫນູນຊ່ວຍກັນໃນການພັດທະນາ ແລະ ຊຸກຍູ້ການຮ່ວມມືສາກົນ ດ້ວຍເປົ້າໝາຍ “ພ້ອມກັນຮັບໄຊຊະນະ, ພ້ອມກັນພັດທະນາ, ພ້ອມກັນແມ່ນປະເທດມີຄວາມຈະເລີນຮຸ່ງເຮືອງ”, ຫວຽດນາມ ກໍມີຄວາມເອົາໃຈໃສ່ທີ່ສຸດ. ເລື່ອງປະທານປະເທດ ເຈີນດ້າຍກວາງ ໄປເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມືສາກົນ ກ່ຽວກັບ “ຂໍ້ລິເລີ່ມ ຫນຶ່ງແລວທາງ, ຫນຶ່ງເສັ້ນທາງ” ເປັນການສະແດງໃຫ້ເຫັນ ຫວຽດນາມ ສະຫນັບສະຫນູນຈີນ ຈັດຕັ້ງເວທີປາໄສນີ້ຈະປະສົບຜົນສຳເລັດ.”

        ທ່ານປະທານປະເທດ ເຈີນດ້າຍກວາງ ໄປຢ້ຽມຢາມຈີນ ແລະ ເຂົ້າຮ່ວມເວທີປາໄສ ເພື່ອແນໃສ່ ຮັກສາທ່າພັດທະນາການພົວພັນລະຫວ່າງສອງພັກ, ສອງລັດ, ເພີ່ມທະວີການພົວພັນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນຳຂັ້ນສູງສອງປະເທດ. ຜ່ານນັ້ນ ສົ່ງສານທີ່ວ່າ: ຫວຽດນາມ ພ້ອມແລ້ວທີ່ຈະ ຮ່ວມມືກັບ ຈີນ ແລະ ບັນດາປະເທດສ້າງ, ປະຕິບັດບັນດາໂຄງການເພື່ອຈຸດປະສົງສັນຕິພາບ, ພັດທະນາ ແລະ ວັດທະນາຖາວອນ, ບົນພື້ນຖານບັນດາຫລັກການເຄົາລົບເຊິ່ງກັນ ແລະ ກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດເຂົ້າຮ່ວມ. 

ຕອບກັບ

ຂ່າວ/ບົດ​ອື່ນ