ນ້ຳໃຈມິດຕະພາບຫວຽດນາມ-ລາວ ໃນໄລຍະໃໝ່

  ​( vovworld ) – ​​​​ວັນ​ທີ 18/7, ຫວຽດນາມ ​ແລະ ລາວ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງ​ເປັນ​ທາງ​ການ (18/7/1977-18/7/2012). ສົນທິສັນຍາ​ສະບັບ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ສອງ​ປະ​ເທດ ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ໂດຍ​ປະທານ​ໂຮ່ຈິ​ມິນ ​ແລະ ປະທານ​ໄກສອນ​ ພົມວິຫານ ​ໄດ້​​ເປັນ​ຜູ້​ກໍ່ຕັ້ງ. ນັບ​ແຕ່​ນັ້ນ​ເປັນຕົ້ນ​ມາ, ສາຍ​ພົວພັນຫວຽດນາມ-​ລາວ ​ໄດ້ກ້າວ​ເຂົ້າສູ່​ໄລຍະ​ໃໝ່: ຈາກ​ການ​ຮ່ວມ​ສຳພັນ​ສູ້​ຮົບ​ ຮ່ວມຂຸມຄອງ​ດຽວ​ກັນກາຍເປັນ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ທີ່ມີ​ຄວາມ​ເປັນ​ເອກະລາດ, ອະທິປະ​ໄຕ. ຕໍ່​ໄປ​​​ເຊີນ​​ແມ່ນບົດ​ຂຽນ​ຂອງ​ນັກ​ຂ່າວ​ Huong Giang ທີ່​ພາດ​ຫົວ​ເລື່ອງ​ວ່າ: ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ-​ລາວ ​ໃນ​ໄລຍະ​ໃໝ່.


ນ້ຳໃຈມິດຕະພາບຫວຽດນາມ-ລາວ ໃນໄລຍະໃໝ່ - ảnh 1

ປະທານ​ສະະພາ​ແຫ່ງ​ຊາດ Nguyen Sinh Hung ​ໃນ​ການ​ຢ້ຽມຢາມ​ລາວ 3-5/7/2012
(ພາບ:vnclp.gov.vn)

   “​ໃນ​ປະຫວັດສາດ​ແຫ່ງການ​ປະຕິວັດຂອງ​ໂລກ ​ໄດ້ມີ​ຫຼາຍແບບຢ່າງ​ດີ​ເດັ່ນ​ກ່ຽວ​ກັບ​ນ້ຳ​ໃຈ​ກຳມະ​ຊີບ​ສາກົນ, ​ແຕ່​ບໍ່​ມີ​ແຫ່ງ​ໃດ ​ແລະ ບໍ່​ມີ​ຍຸກ​ສະ​ໄໝ​ໃດ​ພັດ​ມີ​ຄວາມ​ສາມັກຄີຮ່ວມ​ສຳພັນ​ສູ້​ຮົບ​ພິ​ເສດ​ອັນ​ຍາວ​ນນານ ​ແລະ ຮອບດ້ານ​ຄື​ແນວ​ນັ້ນ“. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງປະທານ​ໄກສອນ​ ພົມວິຫານ ​ເມື່ອ​ເວົ້າ​​ເຖິງສາຍ​ພົວພັນຫວຽດນາມ-​ລາວ, ສາຍ​ພົວພັນ​ຖານ​ສະຫາຍ, ​​ເຄີຍໄດ້ຮ່ວມ​ທຸກ​ຮ່ວມສຸກ​ນຳ​ກັນ, ຍາດ​ໄດ້ໄຊຊະນະ​ເທື່ອ​ລະ​ກ້າວ ​ແລະ ​ກ້າວໄປ​ສູ່​ໄຊຊະນະ​ສຸດ​ທ້າຍ. ພາຍຫຼັງ​ຫວຽດນາມ​ ປະຕິບັດສຳ​ເລັດ​ພາລະ​ກຳ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະພາບ ​ແລະ ປະ​ເທດ ສປປ ລາວ​ໄດ້​ຮັບ​ການ​ສະຖາປະນາເມື່ອ​ປີ 1975, ການ​ພົວພັນ​ຫວຽດນາມ-​ລາວ ​ໄດ້​ຫັນ​ໄປ​ສູ່​ໄລຍະ​ໃໝ່. ນັ້ນ​ແມ່ນນ້ຳ​ໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງສອງ​ພັກ, ​ແລະ ສອງ​ລັດ ຊື່​ງສະ​ແດງ​ໃຫ້​ເຫັນ​ຢ່າງ​ມີ​ຊີວິດ​ຊີວາ ​ນັ້ນແມ່ນສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ-​ລາວ ​ໄດ້​ເຊັນກັນ​ເມື່ອ​ວັນ​ທີ 18/7/1977. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳວຽງ​ຈັນ, ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜື່ງວ່າ, ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ລາວ ​ແລະ ຫວຽດນາມ ​ແມ່ນ​ຄວາ​ມຜູກ​ພັນ​ແບບທຳ​ມະ​ຊາດ, ສັດຈະ​ວິພາກ, ​ແມ່ນ​ສາຍ​ພົວພັນ​ຮ່ວມເປັນ​ຮ່ວມ​ຕາຍ:

ສຽງ​ທ່ານ​ຈູມ​ມາລີ


ນ້ຳໃຈມິດຕະພາບຫວຽດນາມ-ລາວ ໃນໄລຍະໃໝ່ - ảnh 2

ຮັດ​ແໜ້ນການ​ພົວພັນ​ລະຫວ່າງ​ຫວຽດນາມ-​ລາວ
(ພາບ: congan.com.vn)

   ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ສອງ​ຝ່າຍ​ໄດ້​ເຊັນ​ກັນ ເມື່ອ​ປີ 1977 ຊື່​ງ​ແມ່ນ​ຈຸດ​ເວລາ​ທີ່​ການ​ປະຕິວັດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ພວມ​ເກີດ​ຂຶ້ນ​ຢ່າງ​ແຮງຢູ່​ໃນ​ໂລກ. ຫວຽດນາມ ​ແລະ ລາວ ​ໃຫ້​ຄຳໝັ້ນສັນຍາ​ຈະ​ຮ່ວມ​ມື​ກັນ​ຢ່າງຮອບດ້ານ ​ເພື່ອ​ພ້ອມ​ກັນ​ພັດທະນາ, ພ້ອມ​ກັນ​ສ້າງ​ຊີວິດ​​ໃຫ້ຈະ​ເລີ​ນຮຸ່ງ​ເຮືອງ. ສົນທິສັນຍາ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ສອງ​ປະ​ເທດ​ເປີດ​ກ້ວາງ​ສາຍ​ພົວພັນ​ໃນ​ທຸກໆ​ຂົງ​ເຂດ, ນັບ​ທັງດ້ານ​ການ​ເມືອງ, ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນຄວາມ​ສະຫງົບ, ການ​ຕ່າງປະ​ເທດ ຕະຫຼອດ​ຮອດ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ-​ບຳລຸງ​ສ້າງ ​ແລະ ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ບົດຮຽນ, ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຕ່າງໆ ​ເປັນ​ປະຈຳ ​ໃນ​ຂອບ​ເຂດ​ສະຫະ​ປະຊາ​ຊາດ, ອາ​ຊຽນ ກໍ່​ຄື​ໃນ​ຂອບ​ເຂດສາມ​ປະ​ເທດ​ຫວຽດນາມ-​ລາວ ​ແລະ ກຳປູ​ເຈຍ. ​ໃນ 35 ປີຜ່ານມາ, ຍາມ​ໃດ, ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ກໍ່ມີ​ທີ່​ຕັ້ງ​ສຳຄັນ​ອັນ​ດັບ 1, ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​​ເປັນ​ກຳລັງ​ໜູນ​ຊຸກຍູ້​ການ​ພັດທະນາ​ຂອງ​ບັນດາ​ການ​ພົວພັນ​ຮ່ວມ​ມື​ອື່ນໆ. ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງ​ລຽນຕິດ ກ່ຽວ​ກັບ​ວົງ​ເງິນ​ການ​ຄ້າ​ເທົ່າ​ນັ້ນ, ຫວຽດນາມ ​ແລະ ລາວ​ ຍັງ​ມີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ​ໃນ​ຂົງ​ເຂ​ການ​ລົງທຶນ​ອີກ​ດ້ວຍ. ຮອດ​ທ້າຍ​ເດືອນ 5/2012, ຫວຽດນາມ ​ແມ່ນ 1 ​ໃນ 3 ປະ​ເທດນຳ​ໜ້າ​ໃນຈຳນວນ 52 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່ລົງທຶນ​ເຂົ້າລາວ ດ້ວຍ​ຍອດ​ຈຳນວນ​ທຶນ​ແມ່ນ 3, 45 ຕື້​ໂດ​ລາ​ສະຫະລັດ. ທ່ານ Ta Minh Chau ​ເອກ​ອັກຄະ​ລັດຖະທູດ​ຫວຽ​ດນາມ ປະຈຳ ລາວ ​ໃຫ້​ຮູ້​ວ່າ:

ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ ​ໄດ້​ສຸມ​ໃສ່​ບັນດາ​ຂົງ​ເຂດ​ຊື່​ງລາວ ມີ​ທ່າ​ແຮງ​ຄື: ກະສິກຳ-​ປ່າ​ໄມ້,, ພົ້ນ​ເດັ່ນ​ແມ່ນ​ອຸດສາຫະກຳ​ປຸ້ງ​ແຕ່ງ​ໄມ້. ດ້ານ​ອື່ນ​ອີກ, ຂົງ​ເຂດ​ການ​ເງິນ-​ທະນາຄານ​ກໍ່​ມີ​ການ​ພັດທະນາ​ດີ​ພໍ​ສົມຄວນ ດ້ວຍ​ການ​ມີໜ້າ​ຂອງ​ທະນາຄານ​ໃຫ່ຍ 3 ​ແຫ່ງ​ຂອງ​ຫວຽດນາມ ຢູ່​ລາວ. ​ເຖິງ​ວ່າການ​ຮ່ວມ​ມື​ດ້ານ​ໄປສະນີ​ໂທລະ​ຄົມມະນາຄົມຊັກ​ຊ້າ​ກ່ວາ​ໝູ່​ກໍ່ຕາມ ແຕ່​ຍັງ​ມີ​ຈຸດຢືນ​ອັນ​ແນ່ນອນ​ຢູ່​ລາວ ຊື່​ງພົ້ນ​ເດັ່ນ​ແມ່ນ​ວິ​ສາ​ຫະກິດ​ໂທລະ​ຄົມມະນາຄົມ Viettel. ຄຽງ​ຄູ່​ກັນນັ້ນ​ແມ່ນ​ບັນດາ​ຂົງ​ເຂດຮ່ວມ​ມື​ອື່ນໆຄື: ​ໄຟຟ້າ​ນ້ຳຕົກ, ຂຸດຄົ້ນ​ແຮ່​ທາດ, ການ​ບໍລິການ….

 

ນ້ຳໃຈມິດຕະພາບຫວຽດນາມ-ລາວ ໃນໄລຍະໃໝ່ - ảnh 3

Unitel ​ແມ່ນ​ເຄື່ອງໝາຍ​ການ​ຄ້າ​ຂອງ Viettel ຢູ່​ລາວ

(ພາບ:viettel.com.vn)

   ​ໄປ​ຄຽງ​ຄູ່​ກັບ​ຂົງ​ເຂດ​ເສດຖະກິດ, ການ​ຮ່ວມ​ມື​ດ້ານ​ການ​ສຶກສາ-​ບຳລຸງ​ສ້າງ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຍູ້​ແຮງ​ຈາກ​ສອງ​ປະ​ເທດ​ດ້ວຍ​ຈິດ​ໃຈ ຊ່ວຍ​ເພື່ອນ​ແມ່ນ​ຊ່ວຍ​ຕົນ​ເອງ. ​ໃນ 10 ປີ​ມາ​ນີ້, ຜ່ານ​ອະນຸ​ສັນຍາ​ລະຫວ່າງ​ສອງ​ລັດຖະບານ, ຫວຽດນາມ ​ໄດ້​ຊ່ວຍ​ລາວ ບຳລຸງ​ສ້າງ​ບຸກຄະລາ​ກອນ​ກ່ວາ 12.000 ຄົນ​​ໃນ​ຫຼາຍ​ລະດັບ, ຂະ​ແໜງ​ວິຊາ​ຊີບ ​ແລະ ພະນັກງານ​ຄຸ້ມ​ຄອງ​ໃນ​ຫຼາຍ​ຂົງ​ເຂດ.

   ປີ  2012 ​ແມ່ນ​ປີ​ພິ​ເສດ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ລາວ, ​ເປັນ​ຂີດ​ໝາຍ 50 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​. ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ໄດ້, ພວມ ​ແລະ ຈະ​​ຈັດຕັ້ງຂຶ້ນ​ຢູ່​ສອງ​ປະ​ເທດ. ​ໃນ​​ການ​ພົບ​ປະ​ຂັ້ນສູງຄັ້ງຕ່າງໆ, ສອງ​ຝ່າຍ​ລ້ວນ​ແຕ່​ຢືນຢັນ​ຈະ​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ແກ່​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງຫວຽດນາມ-​ລາວ, ຖື​ວ່າ, ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳຄ່າ​ທີ່​ຄວນ​ປົກ​ປັກ​ຮັກສາ ​ແລະ ຖ່າຍ​ທອດ​ໃຫ້​ລຸ້ນຫຼັງ. ທີ່​ກອງ​ປະຊຸມ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ-​ລາວ ຈັດ​ຂຶ້ນ​ຢູ່​ແຂວງ​ເຊີນ​ລາ ຂອງ​ຫວຽດນາມ ​ເມື່ອ​ເດືອນ 4/2012 ທີ່​ຜ່ານ​ມາ, ທ່ານ​ນາງ ປານີ ຢາ​ທໍ່​ຕູ້, ປະທານ​ສະພາ​​ແຫ່ງ​ຊາດ​ລາວ ​​ໄດ້ເນັ້ນໜັກ​ວ່າ:

ສຽງ​ທ່ານ​ນາງປານີ ຢາ​ທໍ່​ຕູ້

   ​ເຮັດ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ-​ລາວ​ ນັບ​ມື້​ນັບ​ເລິກ​ເຊິ່ງຂຶ້ນ​ຕື່ມ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວຮ່ວມ​ມື​ລະອຽດ ​ແລະ ​ແທດ​ຈິງ-​ນັ້ນ​ແມ່ນ​ວິທີ​ຊື່​ງສອງ​ພັກ​ໄດ້​ເລືອກ​ເຟັ້ນ​ໃນ 50 ປີຜ່ານມາ ນັບ​ແຕ່​​ໄດ້ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ ​ ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​.

 

ຕອບກັບ

ຂ່າວ/ບົດ​ອື່ນ