ບົດ​ສະ​ຫລຸບ​ສື່ສິ່ງພິມປີໃໝ່ ປີ​ລະ​ກາ 2017

(vovworld) - ສານ​ໃນ​ຕົ້ນ​ປີ​ໃໝ່​ຂ​ອງ​ບັນ​ດາ​ການ​ນຳ​ຂັ້ນ​ສ​ູງ ຫວຽດ​ນາມ, ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃໝ່​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ໃນ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໄດ້​ຮັບ​ການ​ລົງ​ພິມ​​ຢ່າງຫຼວງຫຼາຍໃນ​ສື່ສິ່ງງ​ພິມ​ປີ​ໃໝ່ ປີ​ລະ​ກາ 2017. ຮີດ​ຄອງ​ປະ​ເພ​ນີ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ, ສະ​ພາບ​ການ​ທຸກໆ​ດ້ານ​ຂອງ​ປະ​ເທດ​ຊາດກໍ່​ໄດ້​ຮັບ​ການ​ສ່ອງ​ແສງ​ຢ່າງ​ຄົບ​ຖ້ວນໃນ​ສື່ສິ່ງ​ພິມ​ປີ​ໃໝ່​ນີ້.

        ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ຕັດ​ສິນ​ໃຈ​ກໍ່​ສ້າງ​ພັກ​ໃຫ້​ປອດ​ໄສ, ໝັ້ນ​ຄົງ​ເຂັ້ມ​ແຂງ ເພື່ອ​ນຳ​ພາ​ປະ​ເທດ​ຊາດ​ສືບ​ຕໍ່​ຍູ້​ແຮງ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ໃໝ່, ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ​ເຂັ້ມ​ແຂງ. ນັ້ນ​ແມ່ນ​ສານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ​ ​ທີ່ຝາກ​ເຖິງ​ປະ​ຊາ​ຊົນ​ໃນ​ການ​ຕອບ​ສຳ​ພາດ​ຕໍ່​ໜັງ​ສື​ພິມ​ ເຍີນ​ເຢີນ (ສຽງ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ) ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່​ປີ​ລະ​ກາ 2017. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເນັ້ນ​ໜ​ັກ​ວ່າ: ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃນ​ປີ 2016 ນັ້ນ​ແມ່​ນ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ແລະ ປັບ​ປຸງ​ບັນ​ດາ​ຕຳ​ແໜ່ງ​ການ​ນຳ​​ຂອງລ​ັດ​​ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ. ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລ້ວ, ທົ່ວ​ປວງ​ຊົນ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ, ແລະ ​ເຊື່ອ​ໝັ້ນຕໍ່​ການ​ຊ​ີ້​ນຳນຳ​ພາ​ຂອງ​ພັກ, ​ຕໍ່ກົງ​ຈັກ​ລັດ​ອາ​ຍຸ​ການ​ໃໝ່, ບໍ່ມີ​ເວ​ລາ​ໃດ​ທີ່ ຫວຽດ​ນາມ ສ້າງ​ໄດ້​ອິດ​ທິ​ພົນ​ຊື່​ສຽງ ແລະ ທີ່​ຕັ້ງ​ບົດ​ບາດ​ບົນ​ເວ​ທີ​ສາ​ກົນ​ຄື​ໃນ​ປະ​ຈຸ​ບັນ.

ບົດ​ສະ​ຫລຸບ​ສື່ສິ່ງພິມປີໃໝ່ ປີ​ລະ​ກາ 2017 - ảnh 1
ບັນ​ດາ​ສິ່ງ​ພິມ​ສະ​ບັບ​ປີ​ໃໝ່

        ໃນ​ຂະ​ນ​ະ​ນັ້ນ, ເມື່ອ​ຕອບ​ສຳ​ພາດ​​ຕໍ່ໜັງ​ສື​ພິມ ໄຊ​ງ່ອນ​ຢ໋າຍ​ຟ໋ອງ (ໄຊ​ງ່ອນ​ປົດ​ປ່ອຍ) ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍກວາງ ໃຫ້​ຮູ້​ວ່າ ປີ 2017, ຫວຽດ​ນາມ ສືບ​ຕໍ່​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ປະ​ຕິ​ບັດ 3 ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ່ງ​ແຍ້ງ, ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ຊຸກ​ຍູ້​ການ​ເຕີບ​ໂຕ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ໜ້າ​ທີ່​ສຳ​ຄັນ​ອື່ນ​ອີກ​​ທີ່ທ່ານ​ປະ​ທານ​ປະ​ເທດ ເຈີ່ນດ້າຍກວາງ ​ໄດ້​ຊີ້​ແຈ້ງນັ້ນ​ແມ່ນ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້ນ​ຄົງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ.

        ກ່ອນ​ທີ່​ກ້າວ​ເຂົ້າ​ສູ່ປີ​ໃໝ່, ເມື່ອ​ຕອບ​ສຳ​ພາດ​ຕໍ່​ໜັງ​ສື​ພິມ ຕ໋ວຍ​ເຈ໋ (ແປ​ວ່າ ໄວ​ໜຸ່ມ, ສຽງ​ຂອງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ຫາ​ເລີ່ມ​ທຸ​ລະ​ກິດ, ສ້າງ​​ເປັນ​ລະ​ບົບ​ຊີ​ວະພາບ​ເລີ່ມ​ທຸ​ລະ​ກິດ, ນັ້ນ​ແມ່ນ​ລະ​ບອບ, ນະ​ໂຍ​ບາຍ, ສະ​ພາບ​ແວດ​ລ້ອມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ ລັດ​ຖະ​ບານ​ຈະ​ສືບ​ຕໍ່​ປະ​ກາດ​ໃຊ້ຫຼາຍ​ນະ​ໂຍ​ບາຍ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ ແລະ ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ເຖິງ​ປີ 2020, ຫວຽດ​ນາມ ຈະ​ມີ​ວິ​ສາ​ຫະ​ກິດ​ 1 ລ້ານກ່​ວາ​ແຫ່ງ.

        ບັນ​ດາ​ສື່​ສິ່ງ​ພິມ​ປ​ີ​ໃໝ່ ປີ​ລະ​ກາ 2017 ຂອງພັກ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ສັງ​ຄົມ ດ້ວຍ​​ສື່ສິ່ງ​ພິມ​ນັບ​ພັນໆ​ສະ​ບັບ​ໄດ້​​ມີຫຼ​າຍ​​ບົດ​ທີ່​ໄຈ້​ແຍກ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2016 ແລະ ຄາດ​ວ່າ​ແງ່​ຫວັງ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2017. ບົດ​ຂຽນ “ຮັກ​ສາ​​ເສດ​ຖະ​ກິດມະ​ຫາ​ພາກ, ສ້າງກ​ຳ​ລັງ​ໜູນ​ໃໝ່” ຂອງ​ໜັງ​ສື​ພິມ ໄ​ຊ​ງ່ອນຢ໋າຍ​ຟ໋ອງ ໃຫ້​ຮູ້​ວ່າ: ປີ 2016, ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ​ຂອງ ຫວຽດ​ນາມ ໄດ້​ເພີ່ມ​ຂຶ້ນ 6,21%, ເຖິງວ່າບໍ່​ບັນ​ລຸ​ໄດ້​ຄາດ​ໝາຍ​ທີ່​ວາງ​ອອກນັ້ນ​ແມ່ນ 6,7% ກໍ່​ຕາມ ແຕ່​ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລ​ກ ແລະ ພາຍ​ໃນ​ປະ​ເທດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ລະ​ດັບ​ການ​ເຕີບ​ໂຕ​ຄື​ແນວນັ້ນ​ແມ່ນ​ສູງ​ຢູ່. ປີ 2016, ສິ່ງ​ທີ່​ພົ້ນ​ເດັ່ນ​ແມ່ນ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​ຢູ່​ໃນ​ລະ​ດັບ​ຕ່ຳ (ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ CPI ເພີ່ມ​ຂຶ້ນ 4,74%), ການ​ແຮ​ເງິນ​ຕາ​ຕ່າງ​ປະ​ເທດ​ບັນ​ລຸ 41 ຕື້ USD, ເຊິ່ງ​ແມ່ນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​່​ກ່ອນ​ມາ, ການ​ສົ່ງ​ອອກ​ເກີນ​ດຸນ​ແມ່ນ 2,68 ຕື້ USD, ​ການດຶງ​ດູດ​ທຶນ​ຈາກ​ຕ່າງ​ປະ​ເທດ​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ດ້ວຍ​ຈຳ​ນວນ​ເງິນ 15,8 ຕື້ USD. ປີ 2017, ຫວຽດ​ນາມ ໄດ້​ວາງ​ຄາດ​ໝາຍ​​ລະ​ດັບ​ເຕີບ​ໂຕ GDP ​ແມ່ນ 6,7%, CPI 4%, ຍອດ​ວົງ​ເງິນກ​ານ​ສົ່ງ​ອອກ​ເພີ່ມ​ຂຶ້ນ 6 – 7%. ໃນ​ບົດ​ໜັງ​ສື​ພິມ “ກຳ​ລັງ​ແຮງ​ໃນ​ການ​ເຊື່ອມ​ໂຍງ” ຂອງ​ທ່ານ ຫວູ​ຄວານ, ອະ​ດີ​ດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທີ່ລົງ​ພິມ​ໃນ​ໜັງ​ສື​ພິມ ຕ໋ວຍ​ເຈ໋, ໄດ້​ເນັ້ນ​ໜັກ​​ວ່າວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອ​ເຊື່ອມ​ໂຍງ​ຢ່າງ​ສຳ​ເລັດ​ຜົນ.

        ປີ 2017, ເປັນ​ຄັ້ງ​ທີ​ສອງ​ທີ່ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖ​ະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC). ບັນ​ດາ​ສື່ສິ່ງ​ພິມໄດ້​ສ່ອງ​ແສງ​ກ່ຽວ​ກັບ​ເຫດ​ການ​ສຳ​ຄັນ​ນີ້ຢ່າງຫຼວງຫຼາຍ. ບັນ​ດາ​ບົດ​ຂຽນ​ໃຫ້​ຮູ້​ວ່າ ສັບ​ປະ​ດາ​ຂັ້ນ​ສູງ ເວ​ທີ​ປ​າ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ ປີ 2017 (APEC 2017) ຈະ​ໄດ້​ຮັບ​ກາ​ນ​ຈັດ​ຕັ້ງ​ຢູ່ ດ່າ​ນັ້ງ, ຫວຽດ​ນາມ ໃນ​ເດືອນ 11/2017 ດ້ວຍ​ຈຸດ​ສຸມ​ແມ່ນກອງ​ປະ​ຊຸມ​ສຸດຍອດ APEC.

        ຮີດ​ຄອງ​ປະ​ເພ​ນີ​ຕ້ອນ​ຮັບ​ບຸນ​ເຕັດ​ຂອງຊາວ ຫວຽດ, ບັນ​ດາ​ງານ​ບຸນ​​ຍາມລະ​ດູ​ບານ​ໃໝ່, ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃໝ່​ຂອງ​ຊາວ ຫວຽດ​ນາມ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດກໍ່​ໄດ້​ລົງ​ພິມ​​ໃນ​ສື່ສິ່ງ​ພິມ​ສະ​ບັບ​ປີ​ໃໝ່. ພາຍ​ໃຕ້​ຫົວ​ຂໍ້​ວ່າ “ເຂົ້າ​ໜົມ ພະ​ລາດ​ຊະ​ວັງ” ທີ່​ລົງ​ພິມ​ໃນ​ໜັງ​ສື​ພິມ ແທງ​ນຽນ ໄດ້​ຊ່ວຍ​ໃຫ້​ຜູ້​ອ່ານ​ຄົ້ນ​ຫາ​ວິ​ທີ​ເຮັດ​ເຂົ້າ​ໜົມຊະ​ນິດ​ຕ່າງໆ​ຍາມ​ບຸນ​ເຕັດ​ຂອງ​ສະ​ໄໝລາ​ຊະ​ວົງ ຫງວຽນ (1802 – 1945). ບົດ​ສາ​ລະ​ຄະ​ນະ “ນັ້​ນ​ຈຶ່ງ​ແມ່ນ​ບຸນ​ເຕັດ​ຢູ່​ເຫ້ວ” ລົງ​ພິມ​ໃນ​ໜັງ​ສື​ພິມ ຕ໋ວຍ​ເຈ໋ ໄດ້​ເປີດ​ເຜີຍ​ວ່າ ປະ​ຊາ​ຊົນ​ຢູ່​ກຸງ​ເກົ່າ​ເຫ້ວ ​ນິ​ຍົມ​ຊົມດວ​ງ​​ພະ​ຈັນ​ວັນ​ເພງ​ເດືອນ​ຈຽງ (ເດືອນ​ທຳ​ອິດ​ໃນ​ປີ). ປະ​ຊາ​ຊົນ​ເຫ້ວ​ເຄ​ີຍ​ພາ​ກັນ​ຂຶ້ນ​ນົນ​ພ​ູ ທຽນ​ອານ ຫຼື ນົນ​ພູ ວ້ອງແກງເພື່ອ​ຊົມ​ດວງ​ເດືອນ ແລະ ລະຫຼິ້ນ.

        ໃນ​ຂົງ​ເຂດ​ກິ​ລາ, ບັນ​ດາ​ໜັງ​ສື​ພິມ​ກິ​ລາ​ຍາມ​ບຸນ​ເຕັດ​ໄດ້​ໃຫ້​ຂ່າວ​ຢ່າງຫຼວງຫຼາຍ​ກ່ຽວ​ກັບ​ຜົນ​ງານ​ຂອງ​ກິ​ລາ ຫວຽດ​ນາມ. ເຫດ​ການ​​ພົ້ນ​ເດັ່ນ​ໃນ​ປີ 2016 ນັ້ນແມ່ນ ເປັນ​ຄັ້ງ​ທຳ​ອິດທີ່ ຫວຽດ​ນາມ ​ຄ​້​ວາ​ໄດ້ຫຼຽນ​ຄຳ ພ້ອມ​ກັ​ບ​​ສະ​ຖິ​ຕິ​ໃນ​ການ​ແຂ່ງ​ຂັນ Olympic ແລະ Paralympic ໂດຍ​ນັກ​ຍິງ​ປືນ ຮ່​ວາງ​ຊວນ​ວີງ ແລະ ນັກ​ກິ​ລ​າ​ຍົກ​ນ້ຳ​ໜັກ ເລ​ວັນ​ກົງ ຍາດ​ມາ​ໄດ້. ເປັນ​ຄັ້ງ​ທຳ​ອິດ, ນັກ​ກິ​ລາ​ລອຍ​ນ້ຳ ຫງວຽນ​ທິ​ແອ໋ງວ​ຽນ ຄ​້​ວາ​ໄດ້ຫຼຽນ​ຄຳ ອາ​ຊີ. ທິມ​ຊາດ Fusal ແລະ ທິມ​ຊາດ U19 ​ຍາດ​ໄດ້​ສິ​ດ​ເຂົ້າ​ຮ່ວມ World Cup.

        ບັນ​ດາ​ສື່​ສິ່ງ​ພິມ​ປີ​ໃໝ່​ຍັງ​ມີຫຼາຍ​ຂ່າວ, ບົດ​ເວົ້າ​ເຖິງ​ຄວາມ​ເອົ​າ​ໃຈ​ໃສ່​ຂອງ​ພັກ, ລັດ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​​ເຖິງ​ປະ​ຊາ​ຊົນ​ທຸກ​ຍາກ, ຄອບ​ຄົວ​ນະ​ໂຍ​ບາຍ ແລະ ບັນ​ດາ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ, ນັກ​ຮົບ​ຢູ່​ໝູ່​ເກາະ​ທີ່​ຫ່າງ​ໄກ​ໃນ​ໂອ​ກາດ​ບຸນ​ເຕັດ, ພ້ອມ​ທັງ​ໄດ້​ເວົ້າ​ເຖິງ​ການ​ຄ​າ​ດ​ຄະ​ເນ​, ຄວາມ​ມຸ່ງ​ຫວັງ​ຂອງ​ຜູ້​ຕາງ​ໜ້​າ​ປະ​ຊາ​ຊ​ົນ​ທຸກ​ຊັ້ນ​ຄົນ​ເມື່ອ​ລະ​ດູ​ບານ​ໃໝ່​ວຽນ​ມາ.

        ປ​ີ​ໃໝ່​ປີ​ລະ​ກາ 2017, ບັນ​ດາ​ສື່​ສິ່ງ​ພິມ​ປີ​ໃໝ່​ໄດ້​ມີຫຼາຍ​ບົດ​ກ່ຽວ​ກັບ​ສັດ​ລ້ຽງ​ທີ່​​ມີ​ຄວາມ​ຕິດ​ພັນ​ກັບ​ຊີ​ວິດ​​ຂອງ​ມະ​ນຸດ. ໂຕ​ໄກ່ ໃນ​ເລື່ອງ​ນິ​ທານ​ເຄີຍ​ເປັນ​ສັນ​ຍາ​ລັກ​ອັນ​ດີ​ງາມ​ກ່ຽວ​ກັບ​ຊີ​ວິດ​ຂອງ​ມະ​ນຸດ. ບົດ​ຂຽນ “ບູ​ຊາ​ໂຕ​ໄກ່​ຜູ້” ຂອງ​ໜັງ​ສື​ພິມ ຕ໋ວຍ​ແຈ໋ ໃຫ້​ຮູ້​ວ່າ: ໃນ​ພາ​ເຂົ້າ​ບູ​ຊາ​ ຍາມ​ບຸນ​ເຕັດ​ຂອງ ຫວຽດ​ນາມ ໂຕ​ໄກ່​ຜູ້​ແມ່ນຂາດບໍ່​ໄດ້ ແລະ ໂຕ​ໄກ່​ຜູ້​ຖືກວາງ​ຢູ່​ໃຈ​ກາງ​ພາ​ເຂົ້າ​ບູ​ຊາ​ຍາມ​ບຸນ​ເຕັດ.

        ສື່ສິ່ງ​ພິມ​ປ​ີ​ໃໝ່, ປີ​ລະ​ກາ 2017 ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ, ດຶງ​ດູດ​ໃຈ, ແມ່ນ​ອາ​ຫານ​ດ້ານ​ຈິ​ດ​ໃຈ​ທີ່​ຂາດບໍ່​ໄດ້​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ​ແຕ່​ລະ​ຄົນ ເມື່ອ​​ບຸນ​ເຕັດ​ວຽນ​ມາ.


ຂ່າວ/ບົດ​ອື່ນ