ບົດສຳພາດທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ກ່ຽວກັບກິດຈະກຳຫໍສະພາແຫ່ງຊາດລາວ ຫຼັງໃໝ່

(VOVWORLD) - ກິດຈະກຳຫໍສະພາແຫ່ງຊາດລາວ ຫຼັງໃໝ່ ແມ່ນການສືບຕໍ່ມູນເຊື້ອສາມັກຄີ ມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ ໃນໄລຍະໃໝ່, ໄລຍະສ້າງສາ ແລະ ພັດທະນາຂອງທັງສອງປະເທດ. ນີ້ແມ່ນຂອງຂວັນຂອງພັກ, ລັດ ແລະ ປຊຊ ຫວຽດນາມ ສະຫງວນໃຫ້ແກ່ພັກ, ລັດ ແລະ ປຊຊ ລາວ.

 ກິດຈະກຳຫໍສະພາແຫ່ງຊາດ ລາວ ຫຼັງໃໝ່  ໂດຍກະຊວງກໍ່ສ້າງ ຫວຽດນາມ ເປັນເຈົ້າຂອງລົງທຶນໂຄງການ, ແມ່ທັບນ້ອຍ 11 - ກະຊວງປ້ອງກັນປະເທດ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ. ໃນຂອບເຂດການຢ້ຽມຢາມລາວ ແຕ່ວັນທີ 9-10 ສິງຫາປີ 2021, ປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ໄດ້ມອບກິດຈະກຳດັ່ງກ່າວ. ຕໍ່ໄປນີ້ ແມ່ນເນື້ອໃນບົດສຳພາດຂອງທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳລາວ ກ່ຽວກັບຄວາມໝາຍ, ຄວາມມານະພະຍາຍາມ ແລະ ການປະສານສົມທົບລະຫວ່າງສອງຝ່າຍ ໃນໄລຍະລົງມືກໍ່ສ້າງກິດຈະກຳຫໍສະພາແຫ່ງຊາດລາວ ຫລັງໃໝ່.

ບົດສຳພາດທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ກ່ຽວກັບກິດຈະກຳຫໍສະພາແຫ່ງຊາດລາວ ຫຼັງໃໝ່ - ảnh 1(ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ)

ນັກຂ່າວ: ຂໍຮຽນທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ກິດຈະກຳຫໍສະພາແຫ່ງຊາດລາວ ຫຼັງໃໝ່ ໄດ້ນຳເຂົ້າເຄື່ອນໄຫວ ແລະ ຮັບໃຊ້ກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດລາວ ຊຸດທີ 9, ຂໍໃຫ້ທ່ານຕີລາຄາກ່ຽວກັບຄວາມໝາຍຂອງກິດຈະກຳດັ່ງກ່າວ?

ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ: ໂຄງການນີ້ແມ່ນຂອງຂວັນອັນລຳຄ່າທີ່ສຸດຂອງພັກ, ລັດ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ມອບໃຫ້ແກ່ພັກ, ລັດ, ປະຊາຊົນ ລາວ ພວກຂ້າພະເຈົ້າ ເປັນໂຄງການທີ່ມີຄວາມໝາຍສຳຄັນ ເປັນສັນຍາລັກ, ຕົວແບບໃຫ້ຄວາມສາມັກຄີພິເສດ ທີ່ມີຊີວິດຊີວາລະຫວ່າງ ລາວ - ຫວຽດນາມ, ຫວຽດນາມ - ລາວ ບົນຈິດໃຈເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍ່ແບ່ງກັນ. ອັນພິເສດທີ່ສຸດແມ່ນວ່າ ທາງ ຫວຽດນາມ ເອງ ກໍ່ມີຄວາມຫຍຸ້ງຍາກຫຼາຍດ້ານ ແຕ່ດ້ວຍ ມິດຈິດມິດໃຈ ຖານອ້າຍນ້ອງ ສະຫາຍນ້ຳກັນ ຈຶ່ງໄດ້ ວິແບ່ງທຶນຮອນຊ່ວຍພັກ, ລັດ, ປະຊາຊົນລາວ ພວກຂ້າພະເຈົ້າ ເພື່ອປຸກສ້າງ ຫໍສະພາແຫ່ງຊາດຫຼັງໃໝ່ ດ້ວຍມູນຄ່າປະມານ 111,7 ລ້ານ USD ທີ່ເປັນຕຶກທີ່ມີມູນຄ່າສູງ ດ້ວຍກອງຮ້ອຍແມ່ທັບນ້ອຍ 11 ເປັນຜູ້ກໍ່ສ້າງນັບແຕ່ເດືອນກໍລະກົດ 2018 ມາເຖິງປັດຈຸບັນນີ້. ການກໍ່ສ້າງໂຄງການແຫ່ງນີ້ ກໍ່ມີຄວາມໝາຍສຳຄັນຢ່າງຍິງ ແລະ ກໍ່ດຳເນີນໃນສະພາບທີ່ທັງສອງປະເທດພວມກັ່ນ ການແຜ່ລະບາດຂອງໂລກລະບາດໂຄວິດ - 19 ແຕ່ເຖິງຢ່າງໃດກໍຕາມ, ດ້ວຍຄວາມເອົາໃຈໃສ່ຂອງສອງຝ່າຍຈຶ່ງເຮັດໃຫ້ຫໍສະພາແຫ່ງຊາດຫຼັງນີ້ ເຖິງວ່າບໍ່ທັນສຳເລັດສົມບູນ ແຕ່ກໍ່ສາມາດນຳເຂົ້ານຳໃຊ້ເຂົ້າໃນການຈັດຕັ້ງກອງປະຊຸມຄັ້ງປະຖົມມະລຶກ ຂອງ ສະພາແຫ່ງຊາດຊຸດທີ IX ໃນເດືອນ ມີນາ ຜ່ານມາ, ດ້ວຍຄວາມສຳເລັດອັນຈົບງາມທຸກປະກາດນີ້ກໍ່ເປັນໜຶ່ງໃນຕົວແບບທີ່ຫາຍາກ ໃນສາຍພົວພັນທີ່ພິເສດ ລະຫວ່າງ ສອງພັກ, ສອງລັດ, ປະຊາຊົນສອງ ຊາດ ລາວ ຫວຽດນາມ ພວກເຮົາ.
 ນັກຂ່າວ: ກິດຈະກຳຫໍສະພາແຫ່ງຊາດລາວ ຫຼັງໃໝ່ ແມ່ນກິດຈະກຳພິເສດ, ໄດ້ຜັນຂະຫຍາຍການກໍ່ສ້າງໃນສະພາບການພິເສດ ເຊັ່ນດຽວກັນ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ໄດ້ຕີລາຄາຄືແນວໃດ ກ່ຽວກັບຄວາມມານະພະຍາຍາມຂອງຖັນແຖວພະນັກງານ, ກຳມະກອນເຮັດວຽກໃນສະຖານທີ່ກໍ່ສ້າງ ໃນສະພາບເກີດໂລກລະບາດໂຄວິດ 19 - ຂໍຮຽນທ່ານ?

ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ: ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ໄດ້ດຳເນີນການກໍ່ສ້າງ ໃນສະພາບການທີ່ເກືອບທຸກປະເທດໃນໂລກ ແລະ ປະເຊີນໜ້າກັບການແຜ່ລະບາດຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ເຊິ່ງ ສປປ.ລາວ ເອງ ແລະ ສສ.ຫວຽດນາມ ກໍ່ໄດ້ຮັບຜົນກະທົບຈາກສະພາບການດັ່ງກ່າວນັ້ນ ຍັງຫຼີກລ້ຽງບໍ່ໄດ້. ແຕ່ສອງປະເທດກໍ່ໄດ້ດຳເນີນ ນະໂຍບາຍ, ໃນມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ, ແກ້ໄຂການລຳບາກສະພາບດັ່ງກ່າວນັ້ນ ຢ່າງເຂັ້ມງວດ ເຊິ່ງ ໄດ້ສົ່ງຜົນກະທົບແນ່ນອນວ່າ ການລຳບາກຂອງໂລກລະບາດໂຄວິດ - 19ນີ້ ໄດ້ສົ່ງຜົນກະທົບໂດຍກົງຕໍ່ ການດຳເນີນໂຄງການກໍ່ສ້າງຂອງຫໍສະພາແຫ່ງຊາດ ລາວ ຫຼັງໃໝ່ ແຕ່ເຫັນຄວາມສຳຄັນ ແລະ ຄວາມຈຳເປັນການຕັດສິນໃຈຢ່າງເດັດດ່ຽວ ຂອງການນຳຂັ້ນສູງ ຂອງສອງປະເທດບວກກັບນ້ຳໃຈສາມັກຄີຮັກແພງ, ສະໜິດສະໜົມແບບພິເສດ ຂອງສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ ຫວຽດນາມ ອ້າຍນ້ອງພວກເຮົາແລ້ວ ຈຶ່ງເຮັດໃຫ້ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ນີ້ ໄດ້ຮັບການດຳເນີນກໍ່ສ້າງຢ່າງຕໍ່ເນື່ອງ ໂດຍການໃຊ້ກົນໄກພິເສດຄຽງຄູ່ກັບມາດຕະການຄວບຄຸມຕ້ານ ແລະ ສະກັດກັ້ນຂອງໂລກລະບາດໂຄວິດ - 19ເຮັດໃຫ້ໂຄງການຂອງພວກເຮົາສາມາດດຳເນີນໄປດ້ວຍຄວາມສຳເລັດຕາມແຜນການກຳນົດໄວໃນແຕ່ລະໄລຍະ

ນັກຂ່າວ: ກິດຈະກຳຫໍສະພາແຫ່ງຊາດລາວ ຫຼັງໃໝ່ ແມ່ນບ່ອນເຮັດວຽກຂອງອົງການຕຸລາການສູງສຸດຂອງ ປຊຊ, ແມ່ນແຫ່ງດຳເນີນບັນດາເຫດການສຳຄັນຢູ່ພາຍໃນ ແລະ ຕ່າງປະເທດ. ຂໍໃຫ້ທ່ານປະທານສະພາແຫ່ງຊາດ ຈົ່ງຕີລາຄາກ່ຽວກັບດ້ານຄຸນນະພາບເຕັກນິກ ກໍ່ຄືລັກສະນະວິຈິດສິນ ຂອງກິດຈະກຳທີ່ມີຄວາມໝາຍເປັນສັນຍາລັກພິເສດຂອງວັດທະນະທຳລາວ ແຫ່ງນີ້?

ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ: ຂ້າພະເຈົ້າຕີລາຄາວ່າ ຫໍສະພາແຫ່ງຊາດລາວ ຫຼັງນີ້ ມີຄວາມໂອ້ໂຖງ ມີຄວາມສະຫງ່າ, ມີຄຸນນະພາບທາງດ້ານສິລະປະກຳ ສະຖາປັດຕະຍະກຳ ແລະ ມີຄວາມສວຍສົດງົດງາມ ທີ່ໂດດເດັ່ນ ຕາມຕາດຕະຖານເຕັກນິກທີ່ທັນສະໄໝ ແລະ ການອອກແບບ ແລະ ການກໍ່ສ້າງ, ມີຄວາມງົດງາມດ້ວຍເອກະລັກວັດທະນະທຳ ແລະ ສະຖາປັດຕະຍະກຳແບບ ລາວ ແທ້ໆ ສາມາດເວົ້າໄດ້ວ່າ ຫໍສະພາແຫ່ງຊາດ ລາວຫຼັງໃໝ່ແຫ່ງນີ້ ຈະເປັນສະຖານທີ່ເຮັດວຽກ ທີ່ມີເງື່ອນໄຂອຳນວຍຄວາມສະດວກທັນສະໄໝທີ່ສຸດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ກໍ່ຄືພະນັກງານທັງໝົດ ຂອງສະພາແຫ່ງຊາດລາວ, ແຕ່ການປະຕິບັດໜ້າທີ່ການເມືອງ ຂອງຕົນເປັນຕົ້ນແມ່ນ: ການດຳເນີນກອງປະຊຸມ ສະໄໝສາມັນຂອງ ສະພາແຫ່ງຊາດ, ການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດທີ່ມາຢ້ຽມຢາມ ສະພາແຫ່ງຊາດ ຄືລາວ ພວກຂ້າພະເຈົ້າ. ນອກຈາກນີ້ ຫໍສະພາແຫ່ງຊາດ ຫຼັງນີ້ ແມ່ນວ່າ ຍັງເປັນສຖານທີ່ທີ່ສຳຄັນ ໃຫ້ແກ່ນັກທ່ອງທ່ຽວ ກໍ່ຄືປະຊາຊົນ ລາວ ມາສຶກສາເຂົ້າຢ້ຽມຊົມ ໂດຍສະເພາະແມ່ນແກ່ຄົນລຸ້ນໜຸ່ມກໍ່ຈະແມ່ນນັກຮຽນນັກສຶກສາຂອງລາວ ກໍ່ຄືຄັນວ່າມີຄວາມຈຳເປັນ ນັກທ່ອງທ່ຽວຫວຽດນາມ ມາຖ່ຽວກໍ່ຍິນດີຕ້ອນຮັບ ມາຖ່ຽວໄດ້ ເປັນຕົ້ນແມ່ນນັກທ່ອງຖ່ຽວຈາກ ຫວຽດນາມ, ນັກຮຽນ, ນັກສຶກສາ ຈາກ ຫວຽດນາມ ຫຼືປະເທດອື່ນໆ ມີຄວາມສົນໃຈກໍ່ຍິນດີຕ້ອນຮັບທັງໝົດ ມາທ່ຽວມາຊົມ ແລະ ເຮົາກໍ່ມີແຜນເວົ້າວ່າ ຫໍມູນເຊື້ອ, ຫໍສະໝຸດ ແລະ ຮູບພາບບອກຄວາມເປັນມາຂອງສະພາແຫ່ງຊາດ ລາວ ແລະ ການຮ່ວມມືລະຫວ່າງ ສະພາແຫ່ງຊາດ ລາວ ກັບ ສສ. ຫວຽດນາມ ກໍ່ຄື ລາວ - ຫວຽດນາມ ໂດຍລວມ ກໍ່ຈະມີຫ້ອງຈັດບ່ອນໄວ້ເຄື່ອງ ເພື່ອໃຫ້ທຸກຄົນໄດ້ຊົມໄດ້ເບິ່ງ, ພ້ອມເປັນຕຶກທີ່ສວຍສົດງົດງາມຫຼາຍ ກໍ່ຖືວ່າ ຢູ່ໃນນະຄອນຫຼວງວຽງຈັນ ເວົ້າສະເພາະ ກໍ່ບໍ່ທັນມີຕຶກໃດທີ່ງົດງາມຄືນແນວນີ້, ທັນສະໄໝ ຄືແນວນີ້ ຖືວ່ານີ້ກໍ່ເປັນມິດຈິດມິດໃຈທີ່ຫາຍາກຂອງພັກ, ລັດ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ມອບເປັນຂອງຂວັນໃຫ້ແກ່ພັກ, ລັດ, ປະຊາຊົນ ລາວພວກຂ້າພະເຈົ້າທີ່ມິດຈິດມິດໃຈ ທີ່ຈິງໃຈແທ້ໆ.

    ໃນໂອກາດສຸດທ້າຍກໍ່ຂໍອວຍພອນໃຫ້ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ -ຫວຽດນາມ, ຫວຽດນາມ - ລາວ ຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ. ຂໍຂອບໃຈຫຼາຍໆ.

ນັກຂ່າວ: ຂໍຂອບໃຈນຳ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ທີ່ໄດ້ສະຫຼະເວລາອັນມີຄ່າ ເພື່ອໃຫ້ການສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ