ບັນ​ດາກອງ​ປະ​ຊຸມ​ໃຫ​ຍ່​ອົງ​ຄະ​ນະ​ພັກ​ຂຶ້ນ​ກັບ​ສູນ​ກາງ​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

(VOVWORLD) -ອົງຄະນະພັກຂຶ້ນກັບສູນກາງພັກກອມມູນິດຫວຽດນາມ ທັງໝົດ ຫາກໍ່ສຳເລັດການຈັດຕັ້ງກອງປະຊຸມໃຫຍ່ຂອງຕົນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ອາຍຸການ 2020 2025. ບັນດາກອງປະຊຸມໃຫຍ່ ໄດ້ດຳເນີນໄປໃນບັນຍາກາດປະຊາທິປະໄຕ, ກົງໄປກົງມາ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງຕ່າງໆນັ້ນ ລ້ວນແຕ່ເສີມຂະຫຍາຍສິດ ແລະ ຄວາມຮັບຜິດຊອບຂອງຕົນເປັນຢ່າງດີ ສຳລັບການຄັດເລືອກເອົາບຸກຄະລາກອນ ແລະ ເຂົ້າຮ່ວມການປະກອບຄຳເຫັນຕັດສິນບັນດາບັນຫາສຳຄັນເພື່ອໃຫ້ມະຕິຂອງບັນດາອົງຄະນະພັກມີຄຸນນະພາບ, ມີລັກສະນະເປັນໄປໄດ້ໃນລະດັບສູງ. ຄຸນນະພາບບຸກຄະລາກອນທີ່ເຂົ້າຮ່ວມຄະນະບໍລິຫານງານບັນດາອົງຄະນະພັກກໍ່ໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ.

ບັນ​ດາກອງ​ປະ​ຊຸມ​ໃຫ​ຍ່​ອົງ​ຄະ​ນະ​ພັກ​ຂຶ້ນ​ກັບ​ສູນ​ກາງ​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ - ảnh 1ຄະນະບໍລິຫານງານອົງຄະນະພັກແຂວງບັກນິງຊຸດທີ 20 ອາຍຸການ 2020 - 2025

ເມື່ອໄດ້ຮັບຂ່າວກ່ຽວກັບໝາກຜົນບັນດາກອງປະຊຸມໃຫຍ່ອົງຄະນະພັກຂຶ້ນກັບສູນກາງ, ມີນັກຊ່ຽວຊານດ້ານການກໍ່ສ້າງພັກ, ສະມາຊິກພັກ ແລະ ປະຊາຊົນຫລາຍຄົນ ລ້ວນແຕ່ຕີລາຄາວ່າ ບັນດາກອງປະຊຸມໃຫຍ່ອົງຄະນະພັກ ລ້ວນແຕ່ສຳເລັດຜົນໃນຫລາຍແງ່ມູມ, ຖືກຕາມກົດລະບຽບຂອງພັກ ແລະ ຄຳສັ່ງເລກທີ 35 ຂອງກົມການເມືອງ ວ່າດ້ວຍກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຂອງພັກ.

ບັນດາເນື້ອໃນໃຫຍ່ຂອງກອງປະຊຸມໃຫຍ່ ລ້ວນແຕ່ໄດ້ນຳມາປຶກສາຫາລື ແລະ ຕັດສິນຢ່າງລະອຽດ ພິເສດແມ່ນເອກະສານການເມືອງຂອງກອງປະຊຸມໃຫຍ່ ແລະ ວຽກງານບຸກຄະລາກອນແມ່ນບັນລຸຜົນສຳເລັດຢ່າງພົ້ນເດັ່ນ. ສຳລັບເອກະສານການເມືອງກອງປະຊຸມໃຫຍ່, ນອກຈາກບັນດາຈຸດລວມຂອງທົ່ວພັກແລ້ວ, ເອກະສານການເມືອງຂອງບັນດາອົງຄະນະພັກແຂວງ, ນະຄອນ ແມ່ນໄດ້ອີງໃສ່ເງື່ອນໄຂຂອງແຕ່ລະທ້ອງຖິ່ນ, ມີຄວາມແຕກຕ່າງກັນ ຊ້ຳບໍ່ໜຳ ຍັງມີລັກສະນະພິເສດສະເພາະຂອງແຕ່ລະທ້ອງຖິ່ນອີກດ້ວຍ, ນັ້ນເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່, ການຄົ້ນຄ້ວາຢ່າງລະອຽດ, ກຳແຫນ້ນສະພາບການເພື່ອນຳເອົາເຂົ້າໃນຮ່າງເອກະສານການເມືອງ.

ສາດສະດາຈານ, ປອ ຟານຊວນເຊີນ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ມີຂໍ້ສັງເກດກ່ຽວກັບບັນດາການປ່ຽນແປງໃຫມ່ ແລະ ຜົນສຳເລັດຈາກບັນດາກອງປະຊຸມໃຫຍ່ອົງຄະນະພັກທີ່ດຳເນີນໃນໄລຍະຜ່ານມາວ່າ:

“ບັນດາກອງປະຊຸມໃຫຍ່ອົງຄະນະພັກ ລ້ວນແຕ່ມີການຄົ້ນຄ້ວາ ແລະ ກຳແຫນ້ນສະພາບການຂອງທ້ອງຖິ່ນ ເພື່ອນຳເອົາເຂົ້າໃນຮ່າງເອກະສານການເມືອງ ຕາມຂັ້ນຕອນເຄັ່ງຄັດ ຈາກຂັ້ນລຸ່ມຕະຫລອດຮອດຂັ້ນເທິງ, ມີຄຳເຫັນປະກອບຂອງປະຊາຊົນ, ບັນດາອົງການຈັດຕັ້ງມະຫາຊົນ. ບັນດາຮ່າງເອກະສານການເມືອງໄດ້ສະແດງໃຫ້ເຫັນຄວາມແຕກຕ່າງກັນ, ມີຄຸນນະພາບ, ບັນດາເອກະສານລ້ວນແຕ່ມີຄວາມເປັນໄປໄດ້ສູງ.”

           ໂດຍໄດ້ດຳເນີນໄປໃນສະພາບໂລກລະບາດໂຄວິດ 19 ມີການຜັນແປໄປຢ່າງສັບສົນ, ໄພນ້ຳຖ້ວມ, ຝົນຕົກຫນັກໄດ້ກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງຢູ່ບັນດາແຂວງ ພາກກາງຫວຽດນາມ, ບາງກອງປະຊຸມໃຫຍ່ໄດ້ຫລຸດເວລາລົງເພື່ອສະຫລະເວລາໃຫ້ແກ່ວຽກງານປ້ອງກັນ, ຕ້ານໄພທຳມະຊາດ ແຕ່ກອງປະຊຸມໃຫຍ່ອົງຄະນະພັກທັງໝົດນັ້ນ ລ້ວນແຕ່ໄດ້ປະຕິບັດຖືກຕາມຄວາມຄືບໜ້າທີ່ໄດ້ວາງອອກ, ເອົາໃຈໃສ່ເຖິງຄຸນນະພາບ, ປະສິດທິຜົນ, ສະຫງ່າຜ່າເຜີຍ ແລະ ປະຢັດ. ກອງປະຊຸມໃຫຍ່ແມ່ນບ່ອນເຕົ້າໂຮມສະຕິປັນຍາຂອງພະນັກງານ, ສະມາຊິກພັກ. ຮອງສາດສະດາຈານ, ປອ ຫງວຽນມີງຕວ໊ນ ສັງກັດສະຖາບັນກໍ່ສ້າງພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຖືວ່າ:

        “ສະຕິຄວາມຮັບຜິດຊອບຂອງສະມາຊິກພັກ ໃນການເຂົ້າຮ່ວມກອງປະຊຸມໃຫຍ່ ແລະຜູ້ເປັນການນຳ ລ້ວນແຕ່ມີການຫັນປ່ຽນ ສະນັ້ນ ອາຍຸການນີ້ ການກໍ່ສ້າງເອກະສານການເມືອງຂອງອົງຄະນະພັກຂຶ້ນກັບສູນກາງ ແລະ ການປະກອບຄຳເຫັນໃສ່ເອກະສານການເມືອງສູນກາງແມ່ນ ມີຄຸນນະພາບ. ກ່ຽວກັບບຸກຄະລາກອນ ແມ່ນຮັບປະກັນຫລັກການປະຊາທິປະໄຕ ແລະ ພາວະວິໄສ, ມີຄຸນນະພາບ, ຮັບປະກັນໂຄງປະກອບ, ຄຸນນະພາບໃນຄະນະບໍລິຫານງານ ຈາກນັ້ນ ນຳມາເຊິ່ງພະລັງຊີວິດໃຫມ່ສ້າງຄວາມປິຕິຊົມຊື່ນໃນໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ.”

ກອງປະຊຸມໃຫຍ່ອົງຄະນະພັກຂຶ້ນກັບສູນກາງ ໄດ້ສຸມໃສ່ເຮັດແຈ້ງບົດບາດການຊີ້ນຳນຳພາຂອງພັກ ແລະ ເອົາໃຈໃສ່ເຖິງການປຶກສາຫາລືກ່ຽວກັບວຽກງານກໍ່ສ້າງພັກຫລາຍກວ່າ. ອັດຕາສ່ວນບັດເລືອກຕັ້ງບັນດາຕຳແຫນ່ງຫລັກແຫລ່ງແມ່ນບັນລຸລະດັບສູງທີ່ສຸດ. ໃນນັ້ນ ເລຂາຄະນະພັກແຂວງ ເພດຍິງມີ 9 ຄົນ, ບັນລຸ 13,85%, ມີເລຂາພັກ 28 ຄົນ ອາຍຸກວ່າ 50 ປີ, ບັນລຸ 43% ແລະ ມີ ເລຂາພັກແຂວງ 27 ຄົນບໍ່ແມ່ນຊາວທ້ອງຖິ່ນ. ມີ ເລຂາພັກ 22 ຄົນເປັນຄັ້ງທຳອິດໄດ້ຮັບການເລືອກຕັ້ງ, 41 ຄົນໄດ້ເລືອກຕັ້ງຄືນໃຫມ່. 29 ຄົນແມ່ນກຳມະການຄະນະບໍລິຫານງານສູນກາງຊຸດທີ XII, 12 ຄົນ ແມ່ນກຳມະການສຳຮອງຄະນະບໍລິຫານງານສູນກາງຊຸດທີ XII.

ເລື່ອງມີພະນັກງານຫນຸ່ມຫລາຍຄົນເຂົ້າຮ່ວມຄະນະບໍລິຫານງານ, ຄະນະປະຈຳ ແລະ ມີເລຂາພັກແຂວງຫລາຍຄົນ ອາຍຸຕ່ຳກວ່າ 50 ປີ, ພະນັກງານທັງໝົດ 22 ຄົນທີ່ສູນກາງຍົກຍ້າຍ, ແນະນຳ ລ້ວນແຕ່ໄດ້ຮັບການເລືອກຕັ້ງດ້ວຍຄວາມໄວ້ວາງໃຈສູງ ເປັນການສະແດງໃຫ້ເຫັນນະໂຍບາຍ, ແຜນນະໂຍບາຍກ່ຽວກັບພະນັກງານຂອງພັກ ແມ່ນຮັດກຸມ ແລະ ເປັນລະບົບທີ່ສຸດ. ການຕີລາຄາຂອງສູນກາງ ແມ່ນສອດຄ່ອງ, ໃກ້ຊິດຕິດແທດກັບກຳລັງຄວາມສາມາດຕົວຈິງຂອງພະນັກງານ ແລະ ການຈັດຕັ້ງພັກ, ສະມາຊິກພັກ ແລະ ປະຊາຊົນຢູ່ບັນດາທ້ອງຖິ່ນ ລ້ວນແຕ່ສະຫນັບສະຫນູນບັນດາພະນັກງານໄດ້ຮັບການຍົກຍ້າຍ. ທ່ານນາງ ບຸ່ຍທິອານ, ອະດີດສະມາຊິກສະພາແຫ່ງຊາດ ຖືວ່າ:

“ໝາກຜົນກອງປະຊຸມໃຫຍ່ອົງຄະນະພັກແຂວງ, ນະຄອນ ດຳເນີນໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນຄຸນນະພາບຂອງຖັນແຖວພະນັກງານຄະນະພັກແມ່ນສູງທີ່ສຸດ, ໂຄງປະກອບມີການປ່ຽນແປງ, ອັດຕາສ່ວນແມ່ຍິງເຂົ້າຮ່ວມຄະນະພັກແມ່ນສູງກວ່າ, ມີບາງແຂວງ ອັດຕາສ່ວນກວມເອົາເຖິງ 30%, ມີແມ່ຍິງເປັນເລຂາພັກແຂວງ ແຕ່ອາຍຸຍັງຫນຸ່ມ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ແມ່ຍິງມີຄວາມມານະພະຍາຍາມສູ້ຊົນ ແຕ່ຄຽງຄູ່ກັນນັ້ນ ແມ່ນນະໂຍບາຍພະນັກງານຂອງພັກ ໄດ້ສ້າງກາລະໂອກາດໃຫ້ແມ່ຍິງ.”

ສາຍເຫດທີ່ພາໄປເຖິງຜົນສຳເລັດຂອງກອງປະຊຸມໃຫຍ່ບັນດາອົງຄະນະພັກຂຶ້ນກັບສູນກາງ ກ່ອນອື່ນໝົດຍ້ອນມີການຊີ້ນຳນຳພາຢ່າງໃກ້ຊິດ, ທັນການ, ຮັດກຸມ ສະເໝີຕົ້ນສະເຫມີປາຍຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງ ຄະນະເລຂາສູນກາງພັກກອມມູນິດຫວຽດນາມ. ພ້ອມກັນນັ້ນ ແມ່ນຄວາມຕັດສິນໃຈສູງ ແລະ ຄວາມມານະພະຍາຍາມຂອງຄະນະພັກ ຄະນະປະຈຳຄະນະພັກບັນດາທ້ອງຖິ່ນ ໃນການກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່. ລະບົບບັນດາເອກະສານຊີ້ນຳ, ແນະນຳ ວຽກງານກອງປະຊຸມໃຫຍ່ ໄດ້ປະກາດໃຊ້ຢ່າງທັນການ, ຄົບຊຸດ, ເໝາະສົມ ແລະ ໃກ້ຊິດຕິດແທດກັບສະພາບຕົວຈິງ ອັນໄດ້ປະກອບສ່ວນຊ່ວຍໃຫ້ບັນດາທ້ອງຖິ່ນຜັນຂະຫຍາຍການປະຕິບັດຢ່າງງ່າຍດາຍ. ເລື່ອງເປັນຄັ້ງທຳອິດ ທີ່ກົມການເມືອງປະກາດໃຊ້ມາດຕະຖານກ່ຽວກັບຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ປະກອບສ່ວນສຳຄັນໃນການຄັດເລືອກ, ເລືອກຕັ້ງ ແລະ ຍົກສູງຄຸນນະພາບຂອງຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ບັນດາຜົນສຳເລັດໃນຫລາຍດ້ານ ຈາກກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນທີ່ຂຶ້ນກັບສູນກາງ ຈະແມ່ນປະຖົມປັດໄຈເພື່ອຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ສຳເລັດຜົນ, ຮັບປະກັນຖືກຕາມທິດນຳທີ່ວ່າ: ສາມັກຄີ -ປະຊາທິປະໄຕ -ລະບຽບວິໄນ -ປະດິດຄິດສ້າງ -ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ