ບັນດາຖ້ອຍທຳນອງຂອງ HRW ແມ່ນເສກສັນປັ້ນແຕ່ງກ່ຽວກັບສະພາບສິດທິມະນຸດຢູ່ ຫວຽດນາມ

(VOVWORLD) - ໃນຈຳນວນບັນດາອົງການທີ່ຂະໜານນາມເອງວ່າ ແມ່ນອົງການຂອບເຂດສາກົນ, Human Rights Watch (HRW) ພົ້ນເດັ່ນຂຶ້ນແມ່ນອົງການເຄີຍຍົກອອກບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ, ຕູ່ຫາກ່ຽວກັບສິດທິມະນຸດຢູ່ບັນດາປະເທດເປັນປະຈຳ, ໃນນັ້ນມີ ຫວຽດນາມ.

 ໂດຍມີນາມວ່າ ແມ່ນອົງການສິດທິມະນຸດ ແຕ່ການເຄື່ອນໄຫວຂອງ HRW ຍັງບໍ່ທັນຮັບໃຊ້ໃຫ້ແກ່ການພັດທະນາສິດທິມະນຸດຢູ່ບັນດາປະເທດ ຈັກບາດເທື່ອ, ນັບທັງຢູ່ ຫວຽດນາມ. ບົດຂຽນຂອງນັກຂ່າວ ທູຮວາ.

ບັນດາຖ້ອຍທຳນອງຂອງ HRW ແມ່ນເສກສັນປັ້ນແຕ່ງກ່ຽວກັບສະພາບສິດທິມະນຸດຢູ່ ຫວຽດນາມ - ảnh 1  ທ່ານນາງ Caitlin Wiesen, ຜູ້ອຳນວຍການແຫ່ງຊາດຂອງ UNDP ປະຈຳ ຫວຽດນາມ (ພາບ: (cand.com.vn)

       ອົງການຕິດຕາມກວດກາສິດທິມະນຸດ (Human Rights Watch - HRW), ໃນບົດລາຍງານທົ່ວໂລກ 2019 ປະກາດໃນກາງເດືອນ ມັງກອນ 2019 ໄດ້ຖືວ່າ: ສະພາບການສິດທິມະນຸດຢູ່ ຫວຽດນາມ ຖືກ “ຫລຸດລະດັບຢ່າງຮ້າຍແຮງ”; ຫວຽດນາມ “ລ່ວງລະເມີດບັນດາສິດພົນລະເມືອງ ແລະ ການເມືອງໂດຍພື້ນຖານຄື ສິດເສລີໃນການສະແດງທັດສະນະ, ສິດເສລີທາງສື່ມວນຊົນ ແລະ ການສຳພັດກັບຂໍ້ມູນຂ່າວສານ, ສິດເສລີໃນການສ້າງຕັ້ງສະມາຄົມ ແລະ ໂຮມປະຊຸມ, ສິດເສລີໃນການເຄື່ອນໄຫວສາສະໜາ”.

ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງກ່ຽວກັບສະພາບການສິດທິມະນຸດ ຫວຽດນາມ

        “ບົດລາຍງານສິດທິມະນຸດທົ່ວໂລກ 2019” ຂອງ HRW, ແທ້ຈິ່ງບໍ່ແມ່ນເພື່ອການພັດທະນາສິດທິມະນຸດຢູ່ ຫວຽດນາມ. ແຕ່ດົນມາແລ້ວ, ບັນດາຄວາມກ້າວໜ້າກ່ຽວກັບສິດທິມະນຸດຂອງ ຫວຽດນາມ ໄດ້ຮັບການຮັບຮູ້, ຕີລາຄາຢ່າງລະອຽດຈາກບັນດາອົງການຈັດຕັ້ງສາກົນ, ບັນດາອົງການຂຶ້ນກັບສະຫະປະຊາຊາດ. ສານສະບັບໃໝ່ສຸດ ໂດຍໂຄງການພັດທະນາສະຫະປະຊາຊາດ (UNDP) ຍົກອອກມາເມື່ອເດືອນ ຕຸລາ ປີ 2018 ຖືວ່າ: “ຫວຽດນາມ ພວມມີຄວາມກ້າວໜ້າຫລາຍຢ່າງກ່ຽວກັບການພັດທະນາມະນຸດ ແລະ ຫລຸດຜ່ອນຄວາມທຸກຍາກຫລາຍສົ້ນ, ເຖິງວ່າ ຍັງປະສົບກັບສິ່ງທ້າທາຍໃນການຫລຸດຜ່ອນຄວາມແຕກໂຕນກັນລະຫວ່າງບັນດາເຂດ, ພາກ ແລະ ກຸ່ມຊຸມຊົນ, ຮັດແຄບຄວາມແຕກໂຕນກັນລະຫວ່າງຍິງ - ຊາຍ, ກໍ່ຄືແກ້ໄຂບັນດາບັນຫາສິ່ງແວດລ້ອມທີ່ກ່ຽວຂ້ອງເຖິງການປ່ອຍອາຍ carbon dioxide ແລະ ຊີວະນາໆພັນ”. ທ່ານນາງ Caitlin Wiesen, ຜູ້ອຳນວຍການແຫ່ງຊາດຂອງ UNDP ປະຈຳ ຫວຽດນາມ, ກໍ່ແບ່ງປັນວ່າ: “ຫວຽດນາມ ອາດຈະມີຄວາມເອກອ້າງທະນົງໃຈກ່ຽວກັບຄວາມກ້າວໜ້າທີ່ບັນລຸໄດ້ໃນການຫລຸດຜ່ອນຄວາມທຸກຍາກຫລາຍສົ້ນ, ເຊິ່ງໄດ້ຊ່ວຍໃຫ້ປະຊາຊົນ 6 ລ້ານຄົນຫລຸດພົ້ນອອກຈາກຄວາມທຸກຍາກໃນເວລາ 4 ປີ, ແຕ່ປີ 2012 – 2016, ຕາມມາດຕະຖານຄວາມທຸກຍາກຫລາຍສົ້ນແຫ່ງຊາດ”. ທ່ານນາງຖືວ່າ: ໃນດັດຊະນີການພັດທະນາມະນຸດ, ຫວຽດນາມ ໄດ້ປະຕິບັດເປັນຢ່າງດີໃນຂົງເຂດສາທາລະນະສຸກ ແລະ ການສຶກສາ. ຕາມນັ້ນແລ້ວ ອາຍຸຍືນຂອງຊາວ ຫວຽດນາມ ໄດ້ຕັ້ງຄວາມຫວັງວ່າ ແມ່ນ 76,5 ປີ, ຢືນອັນດັບທີ 2 ຢູ່ພາກພື້ນ ອາຊີ ແລະ ປາຊີຟິກ, ຖັດຈາກ ສ.ເກົາຫຼີ. ເວລາສະເລ່ຍໃນການໄປໄປໂຮງຮຽນຂອງຊາວ ຫວຽດນາມ ແມ່ນ 8,2 ປີ - ສູງກ່ວາລະດັບສະເລ່ຍຂອງພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ.

        ຍົກຕົວຢ່າງກ່ຽວກັບບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບປະກັນສິດທິມະນຸດໃຫ້ທຸກເປົ້າໝາຍສັງຄົມ, ທ່ານນາງ Caitlin Wiesen ຕີລາຄາສູງເລື່ອງ ຫວຽດນາມ ມີກົນໄກຈະແຈ້ງ ແລະ ສະເໝີຕົ້ນສະເໝີປາຍໃນການຜັນຂະຫຍາຍບັນດາຂໍ້ສະເໜີແນະຕາມກົນໄກການກວດກາປະຈຳໄລຍະ (UPR), ຫຼື ເລື່ອງ ຫວຽດນາມ ໃຫ້ສັດຕະຍາບັນບັນດາສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບສິດທິມະນຸດ, ໃນນັ້ນ ມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບສິດຂອງຄົນພິການປີ 2014. ໃນຂະນະນັ້ນ, ທີ່ປຶກສານະໂຍບາຍກ່ຽວກັບອຳນາດນິຕິບັນຍັດຂອງ UNDP ປະຈຳ ຫວຽດນາມ, ທ່ານ Scott Ciment ຖືວ່າ: ຫວຽດນາມ ໄດ້ເຂົ້າຮ່ວມ 7/9 ສົນທິສັນຍາສາກົນກ່ຽວກັບສິດທິມະນຸດພື້ນຖານ, ນັ້ນແມ່ນຂີດໝາຍສຳຄັນ. ທີ່ປຶກສາ Scott Ciment ຢືນຢັນວ່າ: “ຂ້າພະເຈົ້າຖືວ່າ: ຫວຽດນາມ ບັນລຸໄດ້ຜົນງານຫລາຍຢ່າງເປັນໜ້າເອກອ້າງທະນົງໃຈໃນຂົງເຂດສິດທິມະນຸດ. ບັນດາການເຄື່ອນໄຫວຮ່ວມມືສາກົນກ່ຽວກັບສິດທິມະນຸດຖືກ ຫວຽດນາມ ຍູ້ແຮງ…ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ມີຄວາມສ້າງສັນເຄົາລົບນັບຖື ແລະ ເຂັ້ມງວດໃນການປະຕິບັດ ແລະ ຮັບປະກັນສິດທິມະນຸດໃຫ້ແກ່ພົນລະເມືອງປະເທດຂອງຕົນ”. ການຕີລາຄາຂອງບັນດາອົງການຈັດຕັ້ງສາກົນທີ່ປະຈຳ ຫວຽດນາມ ນີ້ ກໍ່ເປັນທີ່ຈະແຈ້ງແລ້ວວ່າ ໄດ້ເຮັດໃຫ້ບັນດາຄຳຖ້ອຍທຳນອງເສກສັນປັ້ນແຕ່ງ, ຕູ່ຫາຂອງ HRW ກ່ຽວກັບການພັດທະນາສິດທິມະນຸດຂອງ ຫວຽດນາມ ອ່ອນແອລົງ.

       ຜົນງານດ້ານສິດທິມະນຸດຊ່ວຍໃຫ້ ຫວຽດນາມ ຕິດປີກໃນເຊື່ອມໂຍງເຂົ້າກັບສາກົນ

        ໃນການຜັນແປທີ່ກ່ຽວຂ້ອງໜຶ່ງ, ທ່ານ Tom Malinowski ອະດີດຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບກ່ຽວກັບປະຊາທິປະໄຕ, ສິດທິມະນຸດ ແລະ ແຮງງານ ເຄີຍເນັ້ນນັກວ່າ: ຫວຽດນາມ ໄດ້ມີບາດກ້າວຫລາຍຢ່າງ ໃນການປະຕິບັດສິດທິມະນຸດ ເປັນຕົ້ນແມ່ນເລື່ອງ ລັດຖະບານ ໄດ້ຮັບຮອງເອົາສົນທິສັນຍາສາກົນສຳຄັນ 2 ສະບັບແມ່ນ: ສົນທິສັນຍາຕ້ານການທຸບຕີທໍລະມານ ແລະ ສົນທິສັນຍາກ່ຽວກັບສິດຂອງຄົນພິການ. ຕາມທ່ານ Tom Malinowski ແລ້ວ, ພຶດຕິກຳຕົວຈິງນັ້ນແມ່ນເງື່ອນໄຂສະດວກໃຫ້ ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ່ວາ. ຈັ່ງຊັ້ນຈຶ່ງໄຮ້ເຫດຜົນໃນ “ບົດລາຍງານທົ່ວໂລກ 2019”, HRW ພັດອອກສຽງຮຽກຮ້ອງສະພາເອີຣົບ ໂຈະການໃຫ້ສັດຕະຍາບັນສັນຍາການຄ້າເສລີ ເອີຣົບ - ຫວຽດນາມ (EVFTA) “ຈົນເຖິງ ຍາມໃດທີ່ລັດຖະບານ ຫວຽດນາມ ປະຕິບັດບັນດາບາດກ້າວລະອຽດເພື່ອປັບປຸງສຳເນົາເອກະສານສິດທິມະນຸດ”.

        ຫວຽດນາມ ໄດ້ ແລະ ພວມເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງເຂົ້າໃນພື້ນຖານເສດຖະກິດທົ່ວໂລກ ແລະ ບັນລຸໄດ້ຜົນງານພົ້ນເດັ່ນຫລາຍຢ່າງ, ໃນນັ້ນ ມີຜົນງານກ່ຽວກັບສິດທິມະນຸດ. ເລື່ອງ ຫວຽດນາມ ກາຍເປັນຈຸດນັດພົບດູດດື່ມຂອງບັນດານັກລົງທຶນໃນປັດຈຸບັນ ໄດ້ກາຍເປັນທ່າອຽງຕ້ອງເປັນໄປ, ພາວະວິໄສ. ບັນດາ ຖ້ອຍທຳນອງເສກສັນປັ້ນແຈ່ງ, ຕູ່ຫາ, ກໍ່ຄວາມກົດດັນຮຽກຮ້ອງບັນດາປະເທດແຊກແຊງ ຫຼື ຖືເປັນຂໍ້ອ້າງເພື່ອຂັດຂວາງບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງ ຫວຽດນາມ ພຽງແຕ່ສະແດງໃຫ້ເຫັນທ່າເສຍປຽບ, ຖືກຕົກຢູ່ໂດດດຽວ HRW ຕໍ່ໜ້າທ່າອຽງ, ສະພາບການໃໝ່ ແລະ ຄວາມຈິ່ງພາວະວິໄສທີ່ບໍ່ອາດປະຕິເສດໄດ້ກ່ຽວກັບປະເທດຊາດ ແລະ ຜົນງານສິດທິມະນຸດຢູ່ ຫວຽດນາມ ./.

ຕອບກັບ

ຂ່າວ/ບົດ​ອື່ນ