ບັນ​ດາ​ທ້ອງ​ຖິ່ນ​ຮ່ວມ​ເດີ​ນທາງ​ກັບ​ສູນ​ກາງ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

(VOVWORLD) - ປີນີ້ແມ່ນປີທີ 4 ທົ່ວປະເທດ ປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ 5 ປີ (2021 - 2025). ເພື່ອປະຕິບັດສຳເລັດເປົ້າໝາຍນີ້, ນັບແຕ່ຕົ້ນປີ ຫຼາຍທ້ອງຖິ່ນ ໄດ້ຕັດສິນໃຈຜັນຂະຫຍາຍບັນດາມາດຕະການຢາງແຮງ ເພື່ອເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນຕົນ. ສ່ິ່ງນີ້ ປະກອບສວ່ນເຂົ້າຄວາມມານະພະຍາຍາມລວມຂອງ ລັດຖະບານ ເພື່ອແນໃສ່ຊຸກຍູ້ເສດຖະກິດປະເທດຊາດພັດທະນາ.

ບັນ​ດາ​ທ້ອງ​ຖິ່ນ​ຮ່ວມ​ເດີ​ນທາງ​ກັບ​ສູນ​ກາງ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baochinhphu.vn)

ປີ 2024, ຫວຽດນາມ ວາງເປົ້າໝາຍການເຕີບໂຕເສດຖະກິດ ແຕ່ 6 – 6,5%. ເພື່ອບັນລຸໄດ້ເປົ້າໝາຍນີ້, ບັນດາທ້ອງຖິ່ນ ຕ້ອງຍູ້ແຮງການປ່ອຍເງິນລົງທຶນສາທາລະນະ, ແກ້ໄຂຂໍ້ຫຍຸ້ງຍາກໃນການຜະລິດດຳເນີນທຸລະກິດ… ໃນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ເສີມຂະຫຍາຍທ່າໄດ້ປຽບຂອງທ້ອງຖິ່ນ

ນະຄອນໂຮ່ຈີມິນ ແມ່ນໜຶ່ງໃນສອງທ້ອງຖິ່ນມີທີ່ຕັ້ງສຳຄັນພິເສດໃນພາລະກິດແຫ່ງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມ. ປີ 2024, ນະຄອນໄດ້ວາງຄາດໝາຍການເຕີບໂຕແຕ່ 7,5 -8%. ນີ້ແມ່ນຄາດໝາຍທີ່ມີສິ່ງທ້າທາຍທີ່ສຸດ. ທ່ານຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ສຸມໃສ່ຊຸກຍູ້ບັນດາກຳລັງໜູນການເຕີບໂຕກ່ຽວກັບການລົງທຶນ, ບໍລິໂພກ, ການສົ່ງອອກກໍ່ຄື ຊອກຫາບັນດາກຳລັງໜູນໃນການເຕີບໂຕໃໝ່, ທ່າອ່ຽງພັດທະນາໃໝ່, ບັນດາຮູບແບບດຳເນີນທຸລະກິດ ໃໝ່ ເພື່ອດຶງດູດແຫຼ່ງກຳລັງລົງທຶນທາງສັງຄົມ, ເປີດກ້ວາງຕະຫຼາດ ແລະ ຫັນຮູບແບບການຄ້າເປັນຫຼາຍຮູບຫຼາຍແບບ. ພວກຂ້າພະເຈົ້າຈະສືບຕໍ່ເພີ່ມບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ, ພ້ອມທັງພັດທະນາບັນດາກຳລັງໜູນໃໝ່ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການລົງທຶນຍຸດທະສາດ.

ສຳລັບແຂວງບັກຢາງ, ປີ 2024 ແມ່ນປີຂອງການເພີ່ມຄວາມໄວ ແລະ ບຸກທະລຸໃນການພັດທະນາດ້ວຍພື້ນຖານແມ່ນບັນດາຜົນງານທີ່ເປັນໜ້າປະທັບໃຈ ໃນທຸກດ້ານໃນປີ 2023. ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນ, ແຂວງ ບັກຢາງ ໄດ້ວາງອອກ 12 ກຸ່ມໜ້າທີ່, ວິທີການລະອຽດ. ທ່ານມາຍເຊີນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ບັກຢາງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ສຸມໃສ່ສະເໜີກັບ ລັດຖະບານ ແຜນນະໂຍບາຍສ້າງບັນດາເຂດອຸດສາຫະກຳໃໝ່ເພື່ອຮັບໃຊ້ການດຶງດູດເງິນລົງທຶນ, ຕັ້ງໜ້າຊຸກຍູ້ບັນດາເຈົ້າຂອງການລົງທຶນສ້າງບັນດາເຂດອຸດສາຫະກຳ, ກຸ່ມອຸດສາຫະກຳ ທີ່ມີໜ້າພຽງເພື່ອດຶງດູດເງິນລົງທຶນ. ພວກຂ້າພະເຈົ້າສູ້ຊົນກາຍເປັນໜຶ່ງໃນບັນດາສູນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຮັບໃຊ້ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ໃນອະນາຄົດ.

ບັນ​ດາ​ທ້ອງ​ຖິ່ນ​ຮ່ວມ​ເດີ​ນທາງ​ກັບ​ສູນ​ກາງ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ảnh 2ທ່ານຟານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ (ພາບ: VOV)

ຕ້ອນຮັບທ່າອ່ຽງໃໝ່

 ພ້ອມກັບການພັດທະນາຕາມຮູບແບບເສດຖະກິດທີ່ມີມາແຕ່ດົນນານ, ນະຄອນໂຮ່ຈີມິນ ໄດ້ກຳນົດຕ້ອງຫັນປ່ຽນໄປສູ່ທ່າອ່ຽງເສດຖະກິດໝູນວຽນ ແລະ ເພີ່ມຄວາມໄວໃນການສ້າງຂະບວນການໃໝ່, ຂະບວນການເຕີບໂຕຂຽວ ມຸ່ງໄປເຖິງ ອະນາຄົດແບບຍືນຍົງ. ປັດຈຸບັນ, ທາງນະຄອນ ໄດ້ປະຕິບັດສຳເລັດຂອບຍຸດທະສາດເສດຖະກິດສີຂຽວ ເພື່ອແນໃສ່ຫັນປ່ຽນເສດຖະກິດນະຄອນ ຮອດປີ 2030 ຕາມທິດສີຂຽວ, ຍືນຍົງ, ພ້ອມທັງຍົກສູງລັກສະນະແກ້ງແຍ້ງ ຂອງພື້ນຖານເສດຖະກິດ, ເຊື່ອມຕໍ່ກັບບັນດາທ້ອງຖິ່ນ ແລະ ໂລກ. ທ່ານ ຟານວັນມ໊າຍ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນແບ່ງປັນວ່າ:

ພວກຂ້າພະເຈົ້າຈະສຸມໃສ່ເພື່ອຫຼຸດຜ່ອນການປ່ອຍອາຍພິດຜ່ານຂົງເຂດຄົມມະນາຄົມ, ໝາຍຄວາມສົ່ງເສີມການນຳໃຊ້ຍານພາຫະນະປະຈຳທາງ, ຫັນປ່ຽນບັນດາຍານພາຫະນະຄົມມະນາຄົມກໍ່ມົນລະຜິດສິ່ງແວດລ້ອມ. ພວກຂ້າພະເຈົ້າຈະຫຼຸດຜ່ອນການປ່ອຍພິດຜ່ານການຜະລິດ, ຫັນປ່ຽນເຕັກໂນໂລຢີຜະລິດດ້ວຍວິທີການນັ້ນແມ່ນ ໝູນໃຊ້ເສດຖະກິດໝູນວຽນ. ຢູ່ຫ໋າຍຝ່ອງ, ເມື່ອກ້າວເຂົ້າສູ່ປີ 2024, ການນຳນະຄອນ ໄດ້ກຳນົດວ່າປີນີ້ແມ່ນປີນະຄອນຢືນຢູ່ຕໍ່ໜ້າກາລະໂອກາດຕ້ອນຮັບທ່າອ່ຽງຫັນປ່ຽນເງິນລົງທຶນ ແລະ ຮັບເອົາເຕັກໂນໂລຢີ ຈາກບັນດາປະເທດໃນໂລກ. ທ່ານເລຕຽນເຈົ້າ ເລຂາຄະນະພັກນະຄອນ ຫ໋າຍຝ່ອງ ໃຫ້ຮູ້ວ່າ:

ສຸມໃສ່ໃຫ້ບຸລິມະສິດ, ຜັນຂະຫຍາຍ, ປະຕິບັດສຳເລັດບັນດາໜ້າທີ່ ຈຸດສຸມ ແລະ ຮີບດ່ວນ ແຕ່ປັດຈຸບັນຈົນຮອດໝົດອາຍຸການນີ້, ນັ້ນແມ່ນ: ສ້າງເຂດເສດຖະກິດທີສອງ ແລະ ເຂດການຄ້າເສລີ ຢູ່ທາງທິດໃຕ້ນະຄອນ, ເພື່ອແນໃສ່ເສີມຂະຫຍາຍທ່າໄດ້ປຽບກ່ຽວກັບຄວາມສາມາດໃນການ ພັດທະນາ, ທີ່ດິນ, ເສັ້ນທາງຄວາມໄວສູງແຄມທະເລ. ພວກຂ້າພະເຈົ້າສູ້ຊົນ ເພື່ອນຳຫາຍຝ່ອງກາຍເປັນທ້ອງຖິ່ນນຳໜ້າທົ່ວປະເທດ ດ້ວຍ 3 ຈຸດພິເສດ ສະເພາະ ດີເລີດກ່ຽວກັບ “ທີ່ຕັ້ງ - ຄຸນນະພາບ - ລາຄາ”.

ຢູ່ກອງປະຊຸມທາງໄກທົ່ວປະເທດສະຫຼຸບວຽກງານປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ເຊິ່ງໄດ້ດຳເນີນຍາມຕົ້ນເດືອນກຸມພາ ປີ 2024, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ໜ້າທີ່ວາງອອກໃນປີ 2024 ແມ່ນໜັກໜ່ວງທີ່ສຸດ, ແຕ່ມີຄວາມໝາຍສຳຄັນຕໍ່ການປະຕິບັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ລັດຖະບານ, ນາຍົກລັດຖະມົນຕີ ພ້ອມແລ້ວທີ່ຈະໜູນຊ່ວຍ, ຮ່ວມເດີນທາງພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ. ຄວາມເຫັນດີເຫັນພ້ອມ, ການຊີ້ນຳນຳພາຢ່າງໃກ້ຊິດຕິດແທດຂອງລັດຖະບານ, ຄວາມເປັນເຈົ້າການຂອງແຕ່ລະທ້ອງຖິ່ນ ແມ່ນປັດໄຈຕັດສິນຊີ້ຂາດ ຕໍ່ການພັດທະນາເສດຖະກິດ, ຈາກນັ້ນ ປະກອບສວ່ນປະຕິບັດສຳເລັດ ເປົ້າໝາຍພັດທະນາ ປະເທດຊາດໃນໄລຍະຈະມາເຖິງ.       

ຕອບກັບ

ຂ່າວ/ບົດ​ອື່ນ