ບັນ​ດາ​ບາດ​ກ້າວ​ເດີນ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ

(VOVWORLD) -ໃຫ້ບຸລິມະສິດ ແລະ ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ນັບແຕ່ເມື່ອປະທານໂຮ່ຈີມິນ ໄດ້ຖືເອົາວັນທີ 27 ກໍລະກົດແມ່ນວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ໃນຕະຫຼອດ 70 ກ່ວາປີຜ່ານມາ, ລະບົບກົດໝາຍ, ນະໂຍບາຍບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ໄດ້ຖືກຜັນຂະຫຍາຍຢ່າງຮອບດ້ານ ຊື່ງບໍ່ພຽງແຕ່ສະແດງໃຫ້ເຫັນການໃຫ້ບຸລິມະສິດພິເສດຂອງພັກ, ລັດທີ່ມີຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນສະຫວັດດີການສັງຄົມ, ການພັດທະນາປະເທດຊາດແບບຍືນຍົງອີກດ້ວຍ.
ບັນ​ດາ​ບາດ​ກ້າວ​ເດີນ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ - ảnh 1

ພາບ: http://baosonla.org.vn

    ພ້ອມກັບບັນດາການເຄື່ອນໄຫວທີ່ພົ້ນເດັ່ນຄື: ໄປຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນແຫ່ງສາຍຈິດມິດໃຈໃຫ້ແກ່ບັນດາຄອບຄົວ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄືວັນທີ 27 ກໍລະກົດນັ້ນ, ໃນໄລຍະຜ່ານມາ, ລະບົບກົດໝາຍ, ນະໂຍບາຍກ່ຽວກັບຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດຍາມໃດກໍ່ໄດ້ຮັບການປັບປຸງໃຫ້ສົມບູນແບບເທື່ອລະກ້າວ. ເປົ້າຫມາຍໄດ້ຮັບນະໂຍບາຍ ແລະ ລະບອບບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດກໍ່ໄດ້ເປີດກ້ວາງ, ກ້າວເຂົ້າສູ່ການຮັບປະກັນສິດຜົນປະໂຫຍດເໝາະສົມສຳລັບສິ່ງທີ່ເຂົາເຈົ້າໄດ້ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.

ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ

 ນະໂຍບາຍ, ກົດໝາຍກ່ຽວກັບການໃຫ້ບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ບໍ່ພຽງແຕ່ມີລັກສະນະການເມືອງ, ເສດຖະກິດ, ສັງຄົມເທົ່ານັ້ນ, ຫາກຍັງມີລັກສະນະວັດທະນະທຳມະນຸດຢ່າງເລິກເຊິ່ງ, ສະແດງໃຫ້ເຫັນມູນເຊື້ອອັນດີງາມຂອງຊາດຫວຽດນາມ ອີກດ້ວຍ. ຕາມທ່ານ ດ່າວງອກຢຸງ, ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ແລ້ວ, ໃນກ່ວາ 10 ປີມານີ້, ການຄົ້ນຄວ້າ, ການປັບປຸງກົດໝາຍກ່ຽວກັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ສົມບູນແບບ ຍາມໃດກໍ່ໄດ້ຮັບການເອົາໃຈໃສ່ເປັນພິເສດ. ມີເອກະສານຂອງອົງການບໍລິຫານລັດກ່ວາ 100 ສະບັບໄດ້ປະກາດໃຊ້. ມາຮອດປະຈຸບັນ, ມີ 12 ເປົ້າໝາຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໄດ້ຖືກກຳນົດໃນລັດຖະບັນຍັດວ່າດ້ວຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ທົ່ວປະເທດໄດ້ກຳນົດມີຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດກ່ວາ 9 ລ້ານຄົນ, ໃນນັ້ນມີນັກຮົບເສຍສະຫຼະຊີວິດເພື່ອຊາດກ່ວາ 1 ລ້ານ 200.000 ຄົນ, ແມ່ຫວຽດນາມ ວິລະຊົນ 127.000 ຄົນ, ທະຫານເສຍອົງຄະກ່ວາ 800.000 ຄົນ….

  ເລື່ອງສືບຕໍ່ປັບປຸງ ເພີ່ມເຕີມບັນດານະໂຍບາຍ, ກົດໝາຍບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ສົມບູນແບບນັ້ນ ຈະປະກອບສ່ວນຍົກສູງປະສິດທິຜົນການເຄື່ອນໄຫວ “ຕອບບຸນແທນຄຸນ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງຫວັງຂອງທົ່ວສັງຄົມສຳລັບວຽກງານນີ້. ປະຈຸບັນ, ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ພວມສົ່ງເສີມການປັງປຸງລັດຖະບັນຍັດວ່າດ້ວຍ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢ່າງຮອບດ້ານ, ກຳນົດຈະແຈ້ງກ່ວາກ່ຽວກັບເປົ້າໝາຍໄດ້ຊົມໃຊ້ລະບອບບຸລິມະສິດ, ສົມທົບການເພີ່ມງົບປະມານຂອງລັດ ກັບການຍູ້ແຮງການລະດົມກຳລັງໃຈ, ຫັນບັນດາແຫຼ່ງກຳລັງຂອງສັງຄົມເປັນຫຼາຍຮູບຫຼາຍແບບສຳລັບວຽກງານຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ແລກປ່ຽນກັບວົງການນັກຂ່າວ, ທ່ານດ່າວງອກເລີ້ຍ ຫົວໜ້າກົມຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໃຫ້ຮູ້ວ່າ:

     ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ສ້າງສຳເນົາເອກະສານສຳເລັດ ແລະ ເອົງລົງໃນເວັບໄຊຂອງລັດຖະບານ, ປະຕູຖານຂໍ້ມູນເອເລກໂຕນິກຂອງກະຊວງ ແລະ ໄດ້ຮັບເອົາຄຳເຫັນຈາກປະຊາຊົນແລ້ວ. ຈຸດໃໝ່ໃນລັດຖະບັນຍັດສະບັບນີ້ ແມ່ນແຕ່ລະມາດຕາໄດ້ກຳນົດກ່ຽວກັບເງື່ອນໄຂ ມາດຖານ ແລະ ບັນດາລະບອບບຸລິມະສິດ. ປີນີ້, ລັດຖະບານກໍ່ປະກາດໃຊ້ມະຕິດັດປັບເງິນອຸດໜູນໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ຊື່ງໄດ້ປະຕິບັດນັບແຕ່ວັນທີ 1 ກໍລະກົດປີ 2019 ແລະ ມະຕິເລກທີ 46 ຂອງລັດຖະບານກ່ຽວກັບການສືບຕໍ່ປະຕິບັດການໜູນຊ່ວຍສຳລັບ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ທີ່ຍັງປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່. ບັນດານະໂຍບາຍນີ້ສືບຕໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດທີ່ມີຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

ບັນ​ດາ​ບາດ​ກ້າວ​ເດີນ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ - ảnh 2

ພາບ: http://baosonla.org.vn

  ຮັບປະກັນສິດຜົນປະໂຫຍດໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ

    ຕາມທ່ານລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດ່າວງອກຢຸງ, ຕ້ອງມີຄວາມມານະພະຍາຍາມຫຼາຍກ່ວາອີກ ໃນການປະຕິບັດບັນດາໜ້າທີ່, ມາດຕະການເພື່ອແນໃສ່ປະກອບສ່ວນເບິ່ງແຍງດູແລ  ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ຄອບຄົວຂອງເຂົາເຈົ້ານັບມື້ນັບດີກ່ວາອີກ. ດ້ວຍທິດນຳດັ່ງກ່າວ,  ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ປະກາດໃຊ້ຂໍ້ຕົກລົງກ່ຽວກັບຂັ້ນຕອນການແກ້ໄຂສຳເນົາເອກະສານທີ່ຍັງຄົງຄ້າງ ສະເໜີການຮັບຮູອງເອົາຜູ້ມີຄຸນງາມຄວາມດີ ແລະ ເປັນເຈົ້າການສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເພື່ອສຸມໃສ່ກວດກາຄືນ, ພິຈາລະນາແກ້ໄຂສຳເນົາເອກະສານທີ່ຍັງຄົງຄ້າງ ເພື່ອຮັບຮອງເອົານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ຜູ້ຊົມໃຊ້ນະໂຍບາຍຄືທະຫານເສຍອົງຄະຢູ່ຂັ້ນແຂວງໃນທົ່ວປະເທດ. ຜ່ານການຜັນຂະຫຍາຍມາເປັນເວລາ 3 ປີ, ໄດ້ກວດກາຄືນ, ພິຈາລະນາກ່ວາ 6000 ສຳເນົາເອກະສານຄົງຄ້າງ, ຜ່ານນັ້ນໄດ້ຮັບຮອງເອົານັກຮົບເສຍສະຫຼະຊີວິດເພື່ອຊາດກ່ວາ 2000 ຄົນ, ທະຫານເສຍອົງຄະກ່ວາ 2600 ຄົນ. ໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດວັນທີ 27 ກໍລະກົດປີ 2019 ນີ້, ທາງກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ຍື່ນສະເໜີຕໍ່ທ່ານນາຍົກລັດຖະມົນຕີມອບໃບຢັ້ງຢືນປະເທດຊາດຈາກລຶກບຸນຄຸນໃຫ້ແກ່ນັກຮົບເສຍສະຫຼະຊີວິດເພື່ອຊາດເກືອບ 500 ຄົນ. ທ່ານດ່າວງອກເລີ້ຍ ຫົວໜ້າກົມ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໃຫ້ຮູ້ວ່າ:

   ປະຈຸບັນ, ຕາມການຊີ້ນຳຂອງທ່ານລັດຖະມົນຕີ, ພວກຂ້າພະເຈົ້າສືບໄດ້ຕໍ່ກວດກາຄືນສຳເນົາເອກະສານຄົງຄ້າງຢູ່ຂັ້ນຕ່າງໆ, ບັນດາຂະແໜງ ແລະ ເປີດກ້ວາງເຖິງຂັ້ນເມືອງ, ຕາແສງ. ໜ່ວຍປະຕິບັດງານໄດ້ສົມທົບກັບທ້ອງຖິ່ນຕ່າງໆຢ່າງແໜ້ນແຟ້ນເພື່ອກຳແໜ້ນສະພາບການ ກໍ່ຄືກວດກາຄືນບັນດາຂໍ້ມູນໃນສຳເນົາເອກະສານ, ໃນໝູ່ປະຊາຊົນ, ຂອງບັນດານັກປະຕິວັດຜູ້ອາວຸໂສ ແລະ ບັນດາການນຳທ້ອງຖິ່ນ.

    ນະໂຍບາຍໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແມ່ນ 1 ໃນບັນດານະໂຍບາຍສຳຄັນທີ່ສຸດຂອງພັກ ແລະ ລັດຫວຽດນາມ. ຂະແໜງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ສູ້ຊົນຮອດປີ 2020 ຈະແກ້ໄຂສຳເນົາເອະສານສະເໜີຮັບຮອງເອົາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ຍັງຄົງຄ້າງໂດຍພື້ນຖານ, ປະຕິບັດໃຫ້ໄດ້ຈຸດໝາຍ 100% ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດມີຄ່າຄອງຊີບເທົ່າທຽມ ຫຼືສູງກ່ວາລະດັບປານກາງຂອງຊຸມຊົນວົງຄະນາຍາດບ່ອນທີ່ຢູ່ອາໄສ. ບັນດາຄວາມມານະພະຍາຍາມນີ້ ແມ່ນການກະທຳທີ່ແທດຈິງທີ່ສຸດ, ມີຄວາມໝາຍທີ່ສຸດຂອງຄົນລຸ້ນຫຼັງ ທີ່ມີຕໍ່ການເສຍສະຫຼະອັນໃຫ່ຍຫຼວງຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ທີ່ໄດ້ອຸທິດສ່ວນເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດໃນທຸກວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ