ບັນດາມາດຕະການທາງການທູດເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດອ່າວ

(VOVWORLD) -ບັນດາຄວາມມານະພະຍາຍາມໄກ່ເກ່ຍປອງດອງຂອງຫລາຍຝ່າຍ ພວມຕັ້ງຫນ້າໄດ້ຮັບການຜັນຂະຫຍາຍ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວ ລະຫວ່າງ ກາຕາ ກັບບັນດາປະເທດ ອາຣັບ ທີ່ໄດ້ແກ່ຍາວກວ່າ 1 ເດືອນຜ່ານມາ. ວິກິດການ ຈະໄດ້ຮັບການແກ້ໄຂດ້ວຍການເຈລະຈາສັນຕິພາບ, ຫລີກລ່ຽງສະພາບເຂດນີ້ຖືກຕົກເຂົ້າສູ່ຄວາມສ່ຽງໃຫມ່ ແລະ ອາດຈະມີຜົນຮ້າຍຢ້ອນຫລັງຢ່າງຮ້າຍແຮງ, ສົ່ງຜົນກະທົບເຖິງຫລາຍຝ່າຍ ແລະ ກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງບໍ່ພຽງແຕ່ ສະເພາະປະເທດໃດໃນພາກພື້ນ, ຫາກແມ່ນຈຸດໝາຍຊື່ງບັນດາຝ່າຍເປັນຜູ້ໄກ່ເກ່ຍພວມມູ່ງໄປເຖິງ.

ບັນດາມາດຕະການທາງການທູດເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດອ່າວ - ảnh 1

ລັດຖະມົນຕີການຕ່າງປະເທດ UAE Anwar Gargash ທີ່ການປະຊຸມຂ່າວຢູ່ Dubai  ໃນວັນທີ 24 ມິຖູນາ 

ວິກິດການເກີດຂຶ້ນໃນຕົ້ນເດືອນມິຖຸນາ ເມື່ອບັນດາປະເທດ ອາຣັບ ກ່າວຫາ ກາຕາ ມີການພົວພັນກັບບັນດາກຸ່ມກໍ່ການຮ້າຍ. ນັບແຕ່ນັ້ນມາຮອດປະຈຸບັນ, ການປະທະກັນ ຍັງບໍ່ທັນມີສັນຍານຫລຸດຜ່ອນລົງເທື່ອ ເມື່ອບັນດາຝ່າຍລ້ວນແຕ່ສະແດງທ່າທີ່ແຂງກະດ້າງ, ບໍ່ປະນິປະນອມ.

        ທ່າທີ່ແຂງກະດ້າງຂອງບັນດາຝ່າຍ.

ມາຮອດປະຈຸບັນ ພ້ອມກັບນະໂຍບາຍປິດລ້ອມກ່ຽວກັບທາງການທູດ, ບັນດາປະເທດ ອາຣັບ ຢູ່ເຂດອ່າວ ໂດຍ ຊາອຸດີ ອາຣັບບີ ນຳຫນ້າ ຍັງປະຕິບັດຫລາຍມາດຕະການເຮັດໃຫ້ເສດຖະກິດ, ການເງິນ, ທະນາຄານ, ຄົມມະນາຄົມ ຕົກເຂົ້າສູ່ສະພາບໂດດດ່ຽວ ເພື່ອແນໃສ່ເພີ່ມກຳລັງດັນບັງຄັບໃຫ້ ກາຕາ ຕ້ອງປ່ຽນແປງນະໂຍບາຍກ່ຽວຂ້ອງເຖິງບັນດາບັນຫາພາກພື້ນ. ຈຸດສຸມຂອງຄວາມເຄັ່ງຕຶງນັ້ນແມ່ນ ເລື່ອງ 4 ປະເທດ ບ້ານໃກ້ເຮືອນຄຽງ ຊາອຸດີ ອາຣັບບີ, ບັນດາປະເທດ ຢູໄນເຕບ, ອາຣັບເອມີເລດ, ບາເຣນ ແລະ ອີຢີບ ໄດ້ອອກ “ຄຳຂາດ” ລວມມີ 13 ຄຳຮຽກສິດ ບັງຄັບໃຫ້ ກາຕາ ປະຕິບັດເພື່ອແລກເອົາເລື່ອງຫັນການພົວພັນເປັນປົກກະຕິ. ໃນນັ້ນ ບັງຄັບໃຫ້  Doha ຍອມຮັບບັນດາເງື່ອນໄຂຄື: ອັດຊ່ອງໂທລະພາບ Al Jazeera, ຫລຸດລະດັບການພົວພັນກັບ ອີຣານ, ອັດປະຕູຖານທີ່ໝັ້ນການທະຫານຂອງ ຕວກກີ ຢູ່ເຂດດິນແດນ ກາຕາ ແລະ ຢຸດຕິການອຸປະຖຳບັນດາອົງການຄື: ອົງການອ້າຍນ້ອງອິດສະລາມ.

ໃນຂະນະບັນດາປະເທດ ອາຣັບ ນາບຂູ່ຈະຮັດແຫນ້ນຄຳສັ່ງຂວ້ຳບາດຕໍ່ ກາຕາ, Doha ຖະແຫລງວ່າ ມີກຳລັງແຮງພຽງພໍເພື່ອພ້ອມແລ້ວຮັບມືກັບທຸກສິ່ງທ້າທາຍ. Doha ຖື “ຄຳຂາດ” ນີ້ບໍ່ເພື່ອແນໃສ່ຈຸດປະສົງ ແກ້ໄຂບັນຫາວິກິດການເທົ່ານັ້ນ ຫາກແມ່ນລ່ວງລະເມີດອະທິປະໄຕ ແລະ ເຮັດໃຫ້ Doha ອ່ອນເພຍລົງ. ກາຕາ ກໍ່ສະດງທ່າທີ່ໂຕ້ຕອບ, ດ້ານຫນຶ່ງແມ່ນ ປະຕິເສດຄຳກ່າວຫາຂອງບັນດາປະເທດ ອາຣັບ, ດ້ານອື່ນ ຍົກອອກ “ເງື່ອນໄຂກົງກັນຂ້າມ” ແລະ ນາບຂູ່ຈະຖອນອອກຈາກ ສະພາຮ່ວມມືເຂດອ່າວ (GCC), ສຳພັນທະມິດເສດຖະກິດ ແລະ ການເມືອງລະຫວ່າງລັດຖະບານຂອງບັນດາປະເທດ ອາຣັບ ຢູ່ເຂດອ່າວ. ຫວ່າງແລ້ວນີ້ ວັນທີ 11 ກໍລະກົດ, ກາຕາ ກຳນົດເວລາ 3 ວັນ ໃຫ້ແກ່ບັນດາປະເທດເຂດອ່າວ ເພື່ອຍົກເລີກການປິດລ້ອມສຳລັບ ກາຕາ ແລະ ທົດແທນບັນດາຄວາມເສຍຫາຍກ່ຽວກັບດ້ານການເມືອງ ແລະ ເສດຖະກິດ ຊື່ງ  Doha ຕ້ອງແບກຫາບ. ໃນຈົດໝາຍສົ່ງເຖິງ ທ່ານ Abdul Latif Bin Rashid Al Zayrazi, ເລຂາທິການໃຫຍ່ ຂອງ GCC, ລັດຖະມົນຕີການຕ່າງປະເທດ ກາຕາ, ທ່ານ Sheikh Mohammed bin Abdulrahman Al Thani ໄດ້ຊີ້ແຈ້ງວ່າ ໝົດການກຳນົດເວລານີ້, ກາຕາ ຈະຖະແຫລງຢ່າງເປັນທາງການວ່າ ຈະຖອນອອກຈາກ GCC ພ້ອມທັງເນັ້ນຫນັກຢ່າງແຮງວ່າ ກາຕາ ຈະບໍ່ມີຄວາມຮັບຜິດຊອບເຈລະຈາກ່ຽວກັບບັນຫາອະທິປະໄຕຂອງປະເທດນີ້.

ຄວາມມານະພະຍາຍາມແກ້ໄຂຄວາມເຄັ່ງຕຶງ

ສົງຄາມ ແລະ ການປະທະກັນ ແມ່ນສິ່ງບໍ່ຢາກເກີດຂຶ້ນ ເພາະມັນສົ່ງຜົນສະທ້ອນເຖິງຫລາຍຝ່າຍ ແລະ ກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງບໍ່ສະເພາະປະເທດໃດໃນພາກພື້ນ. ສະນັ້ນ ບັນດາຄວາມມານະພະຍາຍາມທາງການທູດ ເພື່ອແນໃສ່ແກ້ໄຂວິກິດການຢູ່ເຂດອ່າວ ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງຫນ້າ. ນຳຫນ້າແມ່ນ ຄູເວດ ປະເທດນີ້ ໃຫ້ຮູ້ວ່າ ພ້ອມແລ້ວ ສວມບົດບາດເປັນປະເທດໄກ່ເກ່ຍໃຫ້ແກ່ການປະທະກັນທາງການທູດ ຢູ່ ພາກພື້ນ. ໃນການເຈລະຈາກັບລັດຖະມົນຕີການຕ່າງປະເທດ ຄູເວດ, ທ່ານ Sheikh Sabah al Ahmad al Sabah ໄດ້ສະແດງຄວາມຫວັງ ຈະເປີດບັນດາຮອບເຈລະຈາລະຫວ່າງບັນດາຝ່າຍກ່ຽວຂ້ອງ. ສອງຝ່າຍເຫັນດີ ຖືວ່າ ການວິກິດການທາງການທູດຢູ່ເຂດອ່າວ ພວມກໍ່ຜົນຮ້າຍກ່ຽວກັບມະນຸດສະທຳທີ່ບໍ່ຄາດຄະເນລ່ວງຫນ້າໄດ້, ສົ່ງຜົນສະທ້ອນເຖິງການຕໍ່ສູ້ຕ້ານ IS ຊື່ງ ອາເມລິກາ ນຳນຫ້າ. ບັນດາປະເທດ ອາຣັບ ຄວນຫລຸດຜ່ອນບັນດາຄຳສັ່ງລົງໂທດ ເພື່ອເລັ່ງໃສ່ ກາຕາ, ກ່ອນທີ່ດຳເນີນບັນດາການເຈລະຈາ. ໃນຂະນະນັ້ນ ປະທານາທິບໍດີ ຕວກກີ ຖະແຫລງວ່າພ້ອມແລ້ວປະຕິບັດການປະຕິບັດງານທາງການທູດເຖິງບັນດາປະເທດ ເຂດອ່າວ ເລີ່ມຕົ້ນແຕ່ວັນທີ 15 ກໍລະກົດ ຈະມາເຖິງ ເພື່ອແນໃສ່ປະກອບສ່ວນຫລຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນ. ຜ່ານບັນດາການຢ້ຽມຢາມພາກພື້ນ, ຕວກກີ ສະແດງຄວາມປາດຖະຫນາອາດຈະປະກອບສ່ວນສ້າງການເຈລະຈາຄືນໃຫມ່. ໃນຮອບເວລາ 2 ອາທິດຈະມາເຖິງ, ເພື່ອແນໃສ່ຫນູນຊ່ວຍຄວາມຫຍຸ້ງຍາກໃຫ້ແກ່ ກາຕາ ເມື່ອຖືກບັນດາມາດຕະການລົງໂທດ, ອີຣານ ຂຶ້ນແຜນການສ້າງຕັ້ງເສັ້ນທາງທະເລໂດຍກົງ ຈາກທ່າກຳປັ່ນ Buse ຂອງອີຣານ ເຖິງ ກາຕາ ເພື່ອແນໃສ່ເປີດກວ້າງການແລກປ່ຽນດ້ານການຄ້າປອດນ້ຳມັນ ພ້ອມທັງສົ່ງອອກອາຫານໄປຍັງ ກາຕາ ຜ່ານກຳປັ່ນທະເລ ແລະ ທາງອາກາດ.

ອາດຈະເວົ້າໄດ້ວ່າ ການຜັນແປວິກິດການທາງການທູດເຂດອ່າວ ຍາກທີ່ຈະຄາດຄະເນໄດ້, ແຕ່ແຜນການ “ການປະທະກັນອາວຸດຮອບດ້ານ” ລະຫວ່າງ ກາຕາ ແລະ ບັນດາປະເທດ ອາຣັບ ເຂດອ່າວ ອາດຈະບໍ່ເກີດຂຶ້ນ. ດ້ວຍຄວາມພະຍາຍາມເປັນຜູ້ໄກ່ເກ່ຍຂອງ ຈະສັດ ຄູເວດ Al Sabah Ahmed Al Sabah, ດ້ວຍຄວາມສະຫນັບສະຫນູນຢ່າງແຮງຈາກປະຊາຄົມສາກົນໃນການແກ້ໄຂວິກິດການ ໂດຍການເຈລະຈາສັນຕິ, ຫວັງວ່າ ສະພາບການຈະຄ່ອຍໆໄປຕາມທິດຕັ້ງຫນ້າກວ່າ, ບັນດາຝ່າຍກ່ຽວຂ້ອງຈະຊອກຫາໄດ້ບັນດາມາດຕະການເໝາະສົມໃຫ້ແກ່ວິກິດການ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງແຕ່ລະປະເທດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ເຂດອ່າວ ແລະ ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ