ບັນດາສັນຍານຕັ້ງໜ້າກ່ຽວກັບການເຕີບໂຕເສດຖະກິດໃນໄລຍະທ້າຍປີ 2023

(VOVWORLD) - ເຖິງວ່າສະພາບການປະສົບກັບຄວາມຫຍຸ້ງຍາກ, ການເຕີບໂຕເສດຖະກິດໃນໄຕມາດທີ 3 ຂອງ ຫວຽດນາມ ຍັງບັນລຸ 5,33% ສູງກວ່າລະດັບເຕຕີບໂຕຂອງ 2 ໄຕມາດກ່ອນນັ້ນ.
ບັນດາສັນຍານຕັ້ງໜ້າກ່ຽວກັບການເຕີບໂຕເສດຖະກິດໃນໄລຍະທ້າຍປີ 2023 - ảnh 1(ພາບປະກອບ: tapchitaichinh.vn)

        ກອງປະຊຸມສະໄໝສາມັນປະຈຳເດືອນ ກັນຍາ ຂອງລັດຖະບານ ຫວຽດນາມ ເຊິ່ງດຳເນີນໃນທ້າຍອາທິດກ່ອນ (ວັນທີ 30 ກັນຍາ), ໄດ້ຊີ້ໃຫ້ເຫັນຫຼາຍຈຸດພົ້ນເດັ່ນໃນພາບລວມການເສດຖະກິດ ຫວຽດນາມ. ບັນດາຈຸດພົ້ນເດັ່ນນັ້ນແມ່ນສັນຍານຕັ້ງໜ້າກ່ຽວກັບການຟື້ນຟູຂອງພື້ນຖານເສດຖະກິດ, ກໍ່ແມ່ນບັນດາກຳລັງໜູນທີ່ແນ່ນອນກ່ຽວກັບການເຕີບໂຕເສດຖະກິດໃນໄລຍະທີ່ຍັງເຫຼືອຂອງປີ 2023 ແລະ ໃນຊຸມປີຕໍ່ໆໄປ.

        ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ປະຈຸບັນໄພເງິນເຟີ້ໃນໂລກພວມມີສັນຍານຫຼຸດລົງ ແຕ່ຍັງສູງຢູ່; ການປະທະກັນດ້ານພູມຊາດການເມືອງຍັງສັບສົນຢູ່, ນະໂຍບາຍຮັດແໜ້ນເງິນຕາຢູ່ບາງປະເທດໃຫຍ່ຍັງບໍ່ທັນມີການປົວແປງຫຼາຍເທື່ອ. ສະພາບຕົວຈິງດັ່ງກ່າວໄດ້ສົ່ງຜົນສະທ້ອນຢ່າງແຮງເຖິງການເຄື່ອນໄຫວຂອງວິສາຫະກິດ, ການຄ້າ, ການລົງທຶນ ແລະ ການສົ່ງອອກຂອງຫຼາຍປະເທດ, ໃນນັ້ນມີ ຫວຽດນາມ.

ບັນດາຈຸດພົ້ນເດັ່ນທີ່ມີຄວາມໝາຍ

        ເຖິງວ່າສະພາບການປະສົບກັບຄວາມຫຍຸ້ງຍາກ, ການເຕີບໂຕເສດຖະກິດໃນໄຕມາດທີ 3 ຂອງ ຫວຽດນາມ ຍັງບັນລຸ 5,33% ສູງກວ່າລະດັບເຕຕີບໂຕຂອງ 2 ໄຕມາດກ່ອນນັ້ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ລັດຖະບານໄດ້ຊີ້ນຳຢ່າງຂ້ຽວຂາດ ແລະ ມານະພະຍາຍາມປະຕິບັດບັນດານະໂຍບາຍ, ມາດຕະການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ນັບແຕ່ຕົ້ນປີໄດ້ຄ່ອຍໆບັນລຸປະສິດທິຜົນ. ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ:

        “ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ມີຫຼາຍມາດຕະການແກ້ໄຂໄດ້ຮັບການປະຕິບັດ, ຄື: ຫຼຸດຜ່ອນດອກເບ້ຍໃຫ້ກູ້ຢືມ, ຮັກສາຕະຫຼາດເງິນຕາຕ່າງປະເທດເປັນປົກກະຕິ, ຫຼຸດ, ຕໍ່ກຳນົດເວລາເສຍພາສີ, ຄ່າບໍລິການ, ຄ່ານຳໃຊ້ທີ່ດິນ ເພື່ອໜູນຊ່ວຍວິສາຫະກິດ, ເພີ່ມກຳນົດເວລາ ວີຊາ ເອເລັກໂຕນິກໃຫ້ແກ່ແຂກທ່ອງທ່ຽວ, ແກ້ໄຂບັນດາຄວາມຫຍຸ້ງຍາກຂອງວິສາຫະກິດອະສັງຫາລິມະຊັບ, ຂອງຕະຫຼາດພັນທະບັດ ແລະ ເອົາໃຈໃສ່ເຖິງວຽກງານໜູນຊ່ວຍສັງຄົມ. ສະນັ້ນ, ເສດຖະກິດສັງຄົມຂອງ ຫວຽດນາມ ສືບຕໍ່ບັນລຸໄດ້ທ່າອ່ຽງທີ່ຕັ້ງໜ້າຢ່າງຈະແຈ້ງໃນຫຼາຍຂົງເຂດ”.

        ການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຕີບໂຕຂອງຍອດຜະລິດຕະພັນພາຍໃນ (GDP) ບັນລຸ 4,24% ໃນ 9 ເດືອນຜ່ານມາ ແມ່ນຍ້ອນການເຄື່ອນໄຫວລົງທຶນ. ການລົງທຶນສາທາລະນະໃນ 9 ເດືອນຕົ້ນປີ ຄາດວ່າບັນລຸກວ່າ 415 ຕື້ດົ່ງ (17,1 ຕື້ USD), ເພີ່ມຂຶ້ນ 23,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ມາຮອດວັນທີ 20 ກັນຍາ ປີ 2023, ຍອດຈຳນວນທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບຊື້ຫຸ້ນຂອງນັກລົງທຶນຕ່າງປະເທດ ບັນລຸກວ່າ 20,2 ຕື້ USD, ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ທ່ານນາງ ຟີທິເຟືອງງາ, ຫົວໜ້າກົມສະຖິຕິອຸດສາຫະກຳ ແລະ ກໍ່ສ້າງ, ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໃຫ້ຮູ້ວ່າ:

        “ໃນໄຕມາດທີ 3, ຈໍານວນວິສາຫະກິດກັບຄືນສູ່ເຄື່ອນໄຫວແມ່ນຫຼາຍທີ່ສຸດໃນ ບັນດາໄຕມາດທີ 3 ຂອງໄລຍະ 2018-2022 ແລະ ສູງກວ່າ 1.4 ເທົ່າເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2022. ຈຸດພົ້ນເດັ່ນແມ່ນອັດຕາສ່ວນວິສາຫະກິດຍຸບເລີກໃນຈຳນວນວິສາຫະກິດທີ່ຖອນຕົວອອກຈາກຕະຫຼາດມີທ່າອ່ຽງຄ່ອຍໆ ຫຼຸດລົງນັບຕັ້ງແຕ່ປີ 2019 ມາຮອດປັດຈຸບັນ.

ພາຍຫຼັງ 3 ເດືອນທີ່ໄດ້ຫຼຸດລົງຢ່າງແຮງ, ລະດັບເຕີບໂຕຂອງການສົ່ງອອກຂອງຫວຽດນາມ ໃນເດືອນ ກັນຍາ ໄດ້ເພີ່ມຂຶ້ນ 4,6%, ວົງເງິນສົ່ງອອກສິນຄ້າໃນ 9 ເດືອນຕົ້ນປີຄາດວ່າບັນລຸປະມານ 259,7 ຕື້ USD. ການນໍາເຂົ້າສິນຄ້າຍັງບັນລຸອັດຕາການ ເຕີບໂຕ 2.6% ໃນເດືອນ ກັນຍາ, ໃນຂະນະທີ່ໃນ 3 ເດືອນຢ່າງລຽນຕິດລ້ວນແຕ່ເຕີບໂຕທາງລົບ.

ກຳລັງໜູນການເຕີບໂຕໃຫ້ຊຸມເດືອນທ້າຍປີ

        ຖ້າຫາກວ່າໃນບັນດາໄຕມາດກ່ອນນີ້, ບັນຫາໄພເງິນເຟີ້ຍັງແມ່ນຄວາມວິຕົກກັງວົນຂອງບັນດານັກທຸລະກິດ, ນັກຄຸ້ມຄອງເສດຖະກິດຢູ່, ມາຮອດປະຈຸບັນ, ຂໍ້ມູນຂ່າວສານກ່ຽວກັບໄພເງິນເຟີ້ໄດ້ຫຼຸດລົງເຊິ່ງໄດ້ຮັບການຢືນຢັນໃນກອງປະຊຸມສະໄໝສາມັນປະຈຳເດືອນ ກັນຍາ ຂອງລັດຖະບານ.  ທ່ານນາງ ຫງວຽນທູແອວງ, ຫົວໜ້າກົມສະຖິຕິລາຄາ, ກົມໃຫຍ່ສະຖິຕິ, ກະຊວງແຜນການນ ແລະ ການລົງທຶນ, ຊີ້ແຈ້ງວ່າ:

        “ນັບແຕ່ນີ້ຮອດທ້າຍປີ, ພວກເຮົາອາດມີຄວາມອຸ່ນອ່ຽນໃຈດ້ວຍເລື່ອງຈະບັນລຸໄດ້ເປົ້າໝາຍຄວບຄຸມໄພເງິນເຟີ້ ເຊິ່ງສະພາແຫ່ງຊາດໄດ້ວາງອອກສຳລັບປີ 2023. ມາດຕະການແກ້ໄຂເພື່ອຄວບຄຸມໄພເງິນເຟີ້ ຕ້ອງຕິດຕາມການຜັນປ່ຽນຂອງລາຄາຂອງໂລກຢ່າງແໜ້ນແຟ້ນ ເພື່ອກ່າວເຕືອນບັນດາຄວາມສ່ຽງທີ່ອາດສາມາດສົ່ງຜົນກະທົບເຖິງໄພເງິນເຟີ້ຂອງ ຫວຽດນາມ ຢ່າງທັນການ. ຕ້ອງກະກຽມບັນດາແຫຼ່ງສິນຄ້າຢ່າງພຽງພໍ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ; ຄວບຄຸມລາຄາວັດຖຸດິບ, ອຸປະກອນເຊື້ອເພິງສົ້ນເຂົ້າ, ເພີ່ມທະວີການນຳໃຊ້ບັນດາແຫຼ່ງວັດຖຸຢູ່ດິບ, ອຸປະກອນເຊື້ອໄພພາຍໃນປະເທດທົດແທນການນຳເຂົ້າ”.

        ເພື່ອເສີມຂະຫຍາຍບັນດາກຳລັງໜູນການເຕີບໂຕເສດຖະກິດໃນຊຸມເດືອນທ້າຍປີ 2023, ພິເສດແມ່ນໃນສະພາບການເສດຖະກິດສາກົນມີການຜັນແປຫຼາຍຢ່າງ. ທ່ານ ຟ້າມງອກແທັກ, ຮອງຫົວໜ້າພະແນກກົດໝາຍ - ນິຕິກກຳ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຖືວ່າ:

        “ເງື່ອນໄຂເພື່ອສືບຕໍ່ຫຼຸດອັດຕາດອກເບ້ຍຂອງ ຫວຽດນາມ ໃນໄລຍະຈະມາເຖິງແມ່ນບໍ່ມີຫຼາຍ, ຍ້ອນຄວາມກົດດັນຈາກ ອາເມລິກາ, ເອີລົບ ທີ່ກ່ຽວຂ້ອງເຖິງອັດຕາດອກເບ້ຍຂອງໂລກ. ເພື່ອຍົກສູງຄວາມສາມາດເຂົ້າເຖິງທຶນຂອງວິສາຫະກິດ, ຕ້ອງໜູນຊ່ວຍວິສາຫະກິດຢ່າງມີປະສິດທິຜົນໃນການສ້າງແຜນການລົງທຶນດຳເນີນທຸລະກິດ, ຫຼຸດລະບຽບການທີ່ກ່ຽວຂ້ອງ, ພິເສດແມ່ນເວລາປະເມີນບັນດາໂຄງການ, ສ້າງຄວາມສະດວກໃຫ້ແກ່ວິສາຫະກິດເຂົ້າເຖິງແຫຼ່ງທຶນ.

ເພີ່ມທະວີການເຂົ້າເຖິງແຫຼ່ງທຶນໃຫ້ແກ່ບັນດາວິສາຫະກິດ ແລະ ສືບຕໍ່ປະຕິບັດຫຼາຍມາດຕະການສຳຄັນອື່ນໆ, ຄື: ການບໍລິຫານນະໂຍບາຍເງິນຕາ, ປີການເງິນທີ່ ເໝາະສົມ; ຍູ້ແຮງການຜະລິດເຄື່ອງໃຊ້ສອຍ, ກະຕຸ້ນດ້ານການຄ້າ ແລະ ການບໍລິການ, ຍົກສູງປະສິດທິຜົນວຽກງານຊີ້ນຳ ແລະ ການເຄື່ອນໄຫວອື່ນໆ ເພື່ອໃຫ້ພື້ນຖານເສດຖະກິດສືບຕໍ່ຟື້ນຟູ, ບັນລຸການເຕີບໂຕເປັນຢ່າງດີ, ເຊິ່ງແມ່ນວິທີເຊິ່ງລັດຖະບານ ຫວຽດນາມ ຈະສືບຕໍ່ການຊີ້ນຳບໍລິຫານເພື່ອພັດທະນາເສດຖະກິດ-ສັງຄົມໃນໄລຍະ 3 ເດືອນທ້າຍປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ