ບັນດາສຽງເຊື່ອມຕໍ່ຫວຽດນາມກັບເພື່ອນມິດສາກົນ

(VOVWORLD) -ໃນ 75 ປີທີ່ຜ່ານມາ, ນັບແຕ່ວັນໄດ້ອອກອາກາດລາຍການທຳອິດຄືວັນທີ 7 ກັນຍາ ປີ 1945, ລາຍການກະຈາຍສຽງພາກພາສາຕ່າງປະເທດຂອງວິທະຍຸກະຈາຍສຽງຫວຽດນາມ ອອກອາກາດໂດຍບໍ່ມີວັນຢຸດ ອັນໄດ້ປະກອບສ່ວນສ້າງເປັນສີສັນສຽງເວົ້າຫວຽດນາມ ແລະ ກໍ່ສ້າງຂົວແຫ່ງສັນຕິພາບ, ມິດຕະພາບລະຫວ່າງຫວຽດນາມ ກັບເພື່ອນມິດສາກົນ.
ບັນດາສຽງເຊື່ອມຕໍ່ຫວຽດນາມກັບເພື່ອນມິດສາກົນ - ảnh 1 (ພິທີປະກັບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ VOV)

ບັນດາສຽງທີ່ເປັນເອກະລັກສະເພາະຂອງຄື້ນວິທະຍຸ ລາຍການກະຈາຍສຽງພາກພາສາຕ່າງປະເທດທີ່ທ່ານຫາກໍ່ຮັບຟັງ ແມ່ນມີໃນທຸກວັນ ຢູ່ບັນດາຫ້ອງອັດສຽງ ທີ່ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ-ຮ່າໂນ້ຍ. ຢູ່ແຫ່ງນີ້ ໄດ້ຜະລິດບັນດາລາຍການກະຈາຍສຽງດ້ວຍ 13 ພາສາຄື: ອັງກິດ, ຝະລັ່ງ, ຈີນ, ລັດເຊຍ, ຍີ່ປຸ່ນ, ແອດສະປາຍ, ລາວ, ໄທ, ກຳປູເຈຍ, ອິນໂດເນເຊຍ, ເຢັຍລະມັນ, ສ.ເກົາຫຼີ ແລະ ພາສາຫວຽດ.

   ໃນ 75 ປີຜ່ານມາ, ລາຍການກະຈາຍສຽງພາກພາສາຕ່າງປະເທດໄດ້ປະກອບສ່ວນບໍ່ແມ່ນໜ້ອຍ ເຂົ້າໃນການພັດທະນາ, ວັດທະນາຖາວອນ ແລະ ວິວັດທະນາການເຊື່ອມໂຍງເຂົ້າກັບວົງຄະນະຍາດຂອງຫວຽດນາມ. ຍາມໃດທ່ານຜູ້ຟັງ ແລະ ເພື່ອນມິດສາກົນ ກໍ່ມີຄວາມປະທັບໃຈຕໍ່ລາຍການກະຈາຍສຽງພາກພາສາຕ່າງປະເທດ.

   ທ່ານ Javad Monttaghi, ເລຂານຸການໃຫ່ຍສະຫະສະມາຄົມວິທະຍຸກະຈາຍສຽງ ໂທລະພາບອາຊີ-ປາຊີຟິກ (ABU) ເວົ້າວ່າ:

  ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບໃຊ້ປະຊາຊົນໃນສົງຄາມຄັ້ງຕ່າງໆ ແລະ ໃນໄລຍະສັນຕິພາບ, ກໍ່ໄດ້ປະກອບສ່ວນຢ່າງໃຫ່ຍຫຼວງ ເຂົ້າໃນວິວັດທະນາການພັດທະນາປະເທດຊາດ. ນັ້ນບໍ່ພຽງແຕ່ແມ່ນເລື່ອງລາວ ກ່ຽວກັບການພັດທະນາຢ່າງມະຫັດສະຈັນຂອງຫວຽດນາມເທົ່ານັ້ນ, ຫາກຍັງແມ່ນເລື່ອງລາວ ກ່ຽວກັບການພັດທະນາຢ່າງໄວວາຂອງ ວິທະຍຸກະຈາຍສຽງຫວຽດນາມ ກາຍເປັນໜຶ່ງໃນບັນດາອົງການກະຈາຍສຽງ ໂທລະພາບທີ່ມີອິດທິພົນຊື່ສຽງແຖວໜ້າໃນພາກພື້ນ, ສະຫນອງແຫຼ່ງຂໍ້ມູນຂ່າວສານທີ່ມ່ວນ ແລະ ມີປະໂຫຍດກ່ຽວກັບບັນດາຂົງເຂດບັນເທິງ, ການສຶກສາ, ແນະນຳວັດທະນະທຳ, ສິລະປະ ແລະ ຊາວຫວຽດນາມ ຕໍ່ເພື່ອນມິດສາກົນ.

  ສ່ວນທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດລາວ ເວົ້າວ່າ:

(ສຽງທ່ານ ໂພສີ ແກ້ວມານີວົງ)

  ໃນ 75 ປີຜ່ານມາ, ລາຍການກະຈາຍສຽງພາກພາສາຕ່າງປະເທດໄດ້ຮັບຫຼາຍລາງວັນທີ່ສູງສົ່ງໂດຍລັດຫວຽດນາມມອບໃຫ້ ແຕ່ລາງວັນອັນລ້ຳຄ່າທີ່ສຸດ ພັດແມ່ນຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງຂອງບັນດາທ່ານຜູ້ຟັງໃນ 5 ທະວີບ:

   VOV5 ມີຫຼາຍລາຍການທີ່ມີຫຼາຍຮູບຫຼາຍແບບ. ຜ່ານບັນດາລາຍການນີ້, ພວກເຮົາສາມາດເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຫວຽດນາມ. ຂ້າພະເຈົ້າມີຄວາມຮູ້ສຶກພິເສດ ແລະ ປະທັບໃຈທີ່ສຸດ.

   ຂ້າພະເຈົ້າຟັງ VOV5 ຍ້ອນນັ້ນແມ່ນວິທີເພື່ອຂ້າພະເຈົ້າມີຄວາມຮັບຮູ້ກ່ຽວກັບຫວຽດນາມ ຊື່ງເປັນປະເທດທີ່ຂະຫຍັນຂັນເຄື່ອນ, ພັດທະນາ ແລະ ຮັກຫອມສັນຕິພາບ.

ບັນດາສຽງເຊື່ອມຕໍ່ຫວຽດນາມກັບເພື່ອນມິດສາກົນ - ảnh 2(ພະນັກງານ, ພາລະກອນ ພາກພາສາຕ່າງປະເທດ ລຸ້ນຕ່າງໆ ພົບປະກັນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ VOV)

ບັນດາຜູ້ສ້າງສີສັນສຽງເວົ້າຫວຽດນາມ

  ໃນ 75 ປີແຫ່ງການພັດທະນາຂອງລາຍການກະຈາຍສຽງພາກພາສາຕ່າງປະເທດ, ມີໂຄສົກຜູ້ອະວຸໂສຫຼາຍຄົນ ໄດ້ສ້າງຂີດໝາຍສະເພາະໃຫ້ແກ່ບັນດາລາຍການກະຈາຍສຽງ. ໜ້າສົນໃຈແມ່ນໂຄສົກ ຈິ້ງທິເງາະ ຜູ້ທີ່ກາຍເປັນເທບນິຍາຍ “Hanoi Hannah” ຂອງລາຍການກະຈາຍສຽງຂົນຂວາຍທະຫານອາເມລິກາ ໃນການຕໍ່ຕ້ານຕ້ານອາເມລິກາເພື່ອກູ້ຊາດ.

    ພ້ອມກັນນັ້ນຍັງມີສຽງຂອງທ່ານ ເຈິ່ນຊິງ (ພາສາຈີນ), ທ່ານນາງ ຟ້າມທິທີ (ພາສາຝະລັ່ງ), ທ່ານນາງ ຫງວຽນທິຕວຽດ (ພາສາຍີ່ປຸ່ນ), ທ່ານຟ້າມດິ່ງເກວ (ພາສາລາວ)… ແມ່ນບັນດາໂຄສົກແຫ່ງເທບນິຍາຍຂອງ VOV5 ຜູ້ທີ່ໄດ້ປະກອບສ່ວນບໍ່ໜ້ອຍ ສ້າງຄວາມປະທັບໃຈໃນລາຍການກະຈາຍສຽງພາກພາສາຕ່າງປະເທດ. ຫຼັງຈາກນັ້ນ, ໂຄສົກລຸ້ນຫຼັງກໍ່ຍັງສືບທອດມູນເຊື້ອດັ່ງກ່າວ.

  ປະຈຸບັນ, ລາຍການກະຈາຍສຽງພາກພາສາຕ່າງປະເທດ ກໍ່ມີການປະກອບສ່ວນຂອງບັນດາໂຄສົກທີ່ໜຸ່ມແໜ້ນ, ເຕັມໄປດ້ວຍພະລັງຊີວິດ ອັນໄດ້ນຳມາເຊິ່ງລັກສະນະທັນສະໄໝກ່ວາໃຫ້ແກ່ລາຍການຕ່າງໆ. ເລເຟືອງແຄັງ ໂຄສົກຂອງລາຍການ Lunchshow ພາກພາສາອັງກິດ ໃຫ້ຮູ້ວ່າ:

   ຂ້າພະເຈົ້າໄດ້ຕັກເຕືອນຕົນເອງວ່າ ເມື່ອເຂົ້າຫ້ອງອັດສຽງ, ເຮົາຈະເວົ້າໃຫ້ຜູ້ຟັງນັບລ້ານຄົນຟັງ, ສະນັ້ນ ຕ້ອງແມ່ນເພື່ອນຮ່ວມເດີນທາງກັບຜູ້ຟັງໃນທຸກຄວາມຖີ່.

   ພ້ອມກັບບັນດານັກຂ່າວ, ບັນນາທິການ, ບັນດາຜູ້ຊ່ຽວຊານຕ່າງປະເທດ ກໍ່ປະກອບສ່ວນບໍ່ໜ້ອຍ ເຂົ້າໃນການສ້າງຊ່ອງກະຈາຍສຽງທີ່ມີຄວາມປະທັບໃຈ ຕໍ່ຜູ້ຟັງສາກົນ:

ສຽງພາສາ ສ.ເກົາຫຼີ : ຈົ່ງຮັກສາການຕິດຕໍ່ກັບພວກຂ້າພະເຈົ້າ. ພົບກັນທຸກວັນໃນເວລາ 18 ໂມງ ດ້ວຍຄື້ນຄວາມຖີ່ 105.5MHz.

ສຽງພາສາແອດສະປາຍ: ມີຄວາມພາກພູມໃຈທີ່ສຸດທີ່ໄດ້ຮັບໃຊ້ບັນດາທ່ານຜູ້ຟັງ.

ສຽງພາສາຍີ່ປຸ່ນ: ພວກເພື່ອນຈົ່ງມາຫວຽດນາມ. ຮັບປະທານບັນດາເຍື່ອງອາຫານຂອງຫວຽດນາມ, ໝາກໄມ້ຫວຽດນາມ, ຊອກຮູ້ວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ.

ບັນດາສຽງເຊື່ອມຕໍ່ຫວຽດນາມກັບເພື່ອນມິດສາກົນ - ảnh 3 (ພະນັກງານ, ພາລະກອນພາກພາສາລາວ ລຸ້ນຕ່າງໆ)

ເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ.

        ລາຍການກະຈາຍສຽງພາກພາສາຕ່າງປະເທດ (VOV5) ຈຳນວນ 13 ລາຍການ ຂອງວິທະຍຸກະຈາຍສຽງຫວຽດນາມ (VOV) ແມ່ນ 13 ວິທີເພື່ອສຳຜັດກັບຜູ້ຟັງ, 13 ວິທີເພື່ອຮັບໃຊ້ບັນດາເພື່ອນຜູ້ຟັງ, 13 ວິທີເພື່ອໃຫ້ VOV ແນະນຳກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ. ໃນຫຼາຍປີທີ່ຜ່ານມາ, VOV ໄດ້ມີບັນດາການປ່ຽນແປງ ເພື່ອແນໃສ່ອຸທິດສ່ວນໃຫ້ແກ່ບັນດາເພື່ອນຜູ້ຟັງ ກ່ຽວກັບບັນດາຂໍ້ມູນຂ່າວສານທີ່ດູດດື່ມ ມີຊີວິດຊີວາກ່ຽວກັບ ຫວຽດນາມ ພ້ອມທັງກໍ່ເປັນການຜັກຜ່ອນຢ່ອນອາລົມ ແລະ ນຳສິ່ງທີ່ມີປະໂຫຍດມາສູ່ບັນດາເພື່ອນ ເມື່ອຜູ້ຟັງ VOV. ໃນໄລຍະທາງແຫ່ງການພັດທະນາຂອງພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ (VOV5) ຈະມີການປ່ຽນແປງໃໝ່ຮູບແບບການຜະລິດສຳລັບບັນດາລາຍການອອກອາກາດຜ່ານຄື້ນກາງ ເພື່ອເຮັດແນວໃດ ໃຫ້ມີຄວາມໄຫວພິບ, ມີການຕອບຮັບ, ສາມາດຟັງໄດ້ງ່າຍ ແລະ ເພີ່ມລັກສະນະບັນເທີງຫຼາຍຂຶ້ນສຳລັບມວນຊົນ, ບາງລາຍການມີເນື້ອໃນອອກອາກາດສັ້ນ ຄືລາຍການພາສາຫວຽດ ທີ່ສະຫງວນໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ລາຍການພາກພາສາອັງກິດ, ລາຍການພາກພາສາ ສ. ເກົາຫຼີ ຈະໄດ້ຖືກສ້າງຂຶ້ນ ຕາມທິດຫັນການຖະແຫຼງຂ່າວແບບລົງເລິກສະເພາະຮັບໃຊ້ມວນຊົນ ຢ່າງມີປະສິດທິຜົນສູງສຸດ. ທ່ານ ຫງວຽນຕ໊ຽນລອງ ຫົວພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ (VOV5)ແບ່ງປັນວ່າ:

    “ພະແນກລາຍການກະຈາຍສຽງພາກພາສາຕ່າງປະເທດ ຈະໄດ້ຮັບການລົງທຶນຫັນເປັນດີຈີຕອນ, ມີຫຼາຍຮູບການ, ຫຼາຍພາຫະນະ, ສອດຄ່ອງກັບທ່າອ່ຽງລວມຂອງ VOV ແລະ ຂອງປະເທດຊາດ. ທາງດ້ານເນື້ອໃນ, ຈະເພີ່ມທະວີລັກສະນະລົງເລິກສະເພາະ. ລັກສະນະລົງເລິກສະເພາະຢູ່ທີ່ນີ້ ອາດຈະເວົ້າເຖິງຄື ນັກທຸລະກິດ, ປັນຍາຊົນ, ນັກສຶກສາ, ບັນດາ ຜູ້ຮັບໃຊ້ວຽກບ້ານ ຫຼື ບັນດາຜູ້ພວມເຄື່ອນຍ້າຍ ຫຼື ມວນຊົນທີ່ມີຄວາມຕ້ອງການຟັງເປັນພິເສດ. ທາງດ້ານຮູບການ, ມວນຊົນຈະໄດ້ເຂົ້າເຖິງຂໍ້ມູນຂ່າວສານ ຕາມພາຫະນະສື່ມວນຊົນຕ່າງໆ ທີ່ເຂົາເຈົ້າມີຄວາມນິຍົມ ເຊິ່ງອາດຈະຟັງວິທະຍຸ, ອາດຈະຊົມຮູບຖ່າຍ, ເບິ່ງເທບວີດີໂອ, ອ່ານເອກະສານ… ໃນທຸກເວລາ. ສຳລັບຄື້ນຂອງບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ ອາດຈະຫຼຸດຜ່ອນການອອກອາກາດໃນລະບົບຄື້ນຄວາມຖີ່ສັ້ນ, ເພີ່ມທະວີການອອກອາກາດຜ່ານດາວທຽມ, ເພີ່ມທະວີການອອກອາກາດຜ່ານລະບົບ FM ຢູ່ກັບທີ່, ເພີ່ມລາຍການອອກອາກາດສົດ ຜ່ານສື່ສັງຄົມ, ມຸ່ງໄປສູ່ການເພີ່ມທະວີບັນດາເນື້ອໃນຂໍ້ມູນຂ່າວສານ ຕາມຄວາມຕ້ອງການຂອງຜູ້ຟັງຄື ໂປສກາດ (postcard) ພວມແມ່ນສິ່ງທີ່ນິຍົມໃນໂລກ. ຜູ້ຟັງ VOV  ຢູ່ຫຼາຍຂົງເຂດຈະໄດ້ຮັບ ຜົນປະໂຫຍດຈາກບັນດາການປ່ຽນແປງຢ່າງໃຫຍ່ຫຼວງຂອງ VOV”.

        ບັນດາລາຍການກະຈາຍສຽງກໍ່ຍັງສືບຕໍ່ເພີ່ມທະວີລັກສະນະຕອບກັບເພື່ອນຳບັນດາຮູບພາບທີ່ມີຈິງ ແລະ ມີຊີວິດຊີວາກ່ຽວກັບປະເທດຊາດ, ປະຊາຊົນ ແລະ ວັດທະນະທຳ ຫວຽດນາມ, ກ່ຽວກັບປະເທດ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ພັດທະນາ ແລະ ຮັກຫອມສັນຕິພາບມາໃຫ້ຜູ້ຟັງ. ບັນນາທິການ ທິລວານ ສັງກັດລາຍການກະຈາຍສຽງພາກພາສາ ຝລັ່ງ ເປີດເຜີຍວ່າ:

     “ເມື່ອພວກເຮົາເວົ້າເຖິງຜົນສຳເລັດຂອງລາຍການກະຈາຍສຽງໃດໜຶ່ງ ແມ່ນໝາຍຄວາມວ່າ ພວກເຮົາມຸ່ງໄປສູ່ບັນດາຜູ້ຟັງຂອງ VOV. VOV5 ແມ່ນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບໂລກພາຍນອກ, ການທີ່ພວກຂ້າພະເຈົ້າຜະລິດບັນດາຜະລິດຕະພັນສື່ມວນຊົນທີ່ດີອອກ ຈະຊ່ວຍໃຫ້ຜູ້ຟັງຮູ້ສຶກໄດ້ໝົດເຖິງນ້ຳໃຈ ແລະ ວັດທະນະທຳ ຫວຽດນາມ”.

      75 ປີທີ່ຜ່ານມາ, VOV ເວົ້າລວມ ແລະ VOV5 ເວົ້າສະເພາະ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ ກາຍເປັນຂົວເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ. ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເຖກີ໋ ເນັ້ນໜັກວ່າ:

     “ໃນຖະນະແມ່ນອົງການສື່ມວນຊົນແຖວໜ້າຂອງປະເທດຊາດ, ມີຄົບທຸກປະເພດສື່ມວນຊົນ, ມີຫຼາຍຊ່ອງວິທະຍຸກະຈາຍສຽງ, ໂທລະພາບ, ມີໂຮງລະຄອນ, ມີໜັງສືພິມເອເລັກໂຕນິກ, ມີສື່ສິ່ງພິມ, ລາຍການກະຈາຍສຽງພາກພາສາຕ່າງປະເທດຈຳນວນ 13 ລາຍການ ແລະ ລາຍການກະຈາຍສຽງພາກພາສາຊົນເຜົ່າ 13 ລາຍການ, VOV ຍາມໃດກໍ່ສູ້ຊົນແມ່ນຂົວເຊື່ອມຕໍ່ທີ່ເປັນໜ້າໄວ້ເນື້ອເຊື່ອໃຈ, ໝັ້ນຄົງ, ເຊື່ອມຕໍ່ລະຫວ່າງປະເທດຊາດ ກົກເຄົ້າເຫງົ້າກໍ ກັບພໍ່ແມ່ພີ່ນ້ອງທີ່ພວມຢູ່ແດນໄກ, ເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບໂລກພາຍນອກ, ທັງໝົດເຫຼົ່ານັ້ນກໍ່ເພື່ອໂລກສັນຕິພາບ ມິດຕະພາບ ການຮ່ວມມື ແລະ ພັດທະນາ”.

   75 ປີທີ່ຜ່ານມາ VOV ໄດ້ກ້າວເດີນຜ່ານໄລຍະທາງທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ທົດສອບແຕ່ກໍ່ມີຄວາມເປັນກຽດອັນສະຫງ່າ. ໃນໄລຍະທາງສະເພາະໜ້າ, VOV5 ຈະສືບຕໍ່ກ້າວກະໂດດຂັ້ນ ເພື່ອພັດທະນາຫຼາຍກວ່າອີກ, ເພື່ອໃຫ້ລາຍການກະຈາຍສຽງເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບເພື່ອນມິດສາກົນ ນັບມື້ນັບດັງກ້ອງກັງວານໄປໄກ.

ຕອບກັບ

ຂ່າວ/ບົດ​ອື່ນ