ບັນດາແຫງ່ຫວັງຕັ້ງຫນ້າໃນການພົວພັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ

(VOVWORLD) -ບັນດາຄຳຖະແຫລງຂອງເຈົ້າຫນ້າທີ່ຂັ້ນສູງສອງປະເທດ, ບັນດາຂໍ້ສັງເກດຈາກວົງການສື່ມວນຊົນ, ຜູ້ຊ່ຽວຊານສາກົນກ່ຽວກັບເລື່ອງ ວໍຊີຕັນ ແລະ ປັກກີ່ງ ພວມຫຍັບມໍ່ໃກ້ກັບການບັນລຸຂໍ້ຕົກລົງແມ່ນມີຫລັກຖານແທ້ຈິງ.ເຖິງວ່າ ບັນດາການກະທຳມໍ່ໆມານີ້ລະຫວ່າງສອງຝ່າຍຍັງບໍ່ທັນຢຸດຕິຢ່າງທັນທີກໍຕາມແຕ່ກໍ່ໝັ້ນໝາຍຈະເປີດປະຕູການເຈລະຈາຄັ້ງຕໍ່ໄປ ເພື່ອແນໃສ່ຢຸດຕິສົງຄາມການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ສຸດໃນໂລກ.

ໃນການຕອບສຳພາດຄັ້ງຕ່າງໆຕໍ່ສື່ມວນຊົນຫວ່າງແລ້ວນີ້.ທ່ານMikePompeoລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ອາເມລິກາ ແລະ ຈີນ ອາດຈະເຫັນດີກ່ຽວກັບຂໍ້ຕົກລົງໃນ 1- 2 ອາທິດຈະມາເຖິງ ເພື່ອພົວພັນແລກປ່ຽນດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ສຸດໃນໂລກມີຄວາມຍຸຕິທຳກວ່າແລະຈີນ ບໍ່ຈັດວາງອັດຕາພາສີໂຕ້ຕອບສຳລັບຜະລິດຕະພັນກະເສດຂອງ ອາເມລິກາ ອີກ.

ໃນຂະນະນັ້ນທ່ານ ຈາງເຢເຊ໊ວ ໂຄສົກສະພາຜູ້ແທນປະຊາຊົນແຫ່ງຊາດຈີນໄດ້ຢືນຢັນ: ຈີນ ແລະຫລາຍປະເທດໃນໂລກ ຕີລາຄາຢ່າງຕັ້ງຫນ້າບັນດາ “ຄວາມຄືບຫນ້າແທດຈິງ” ຊື່ງບັນລຸໄດ້ໃນບັນດາຮອບເຈລະຈາດ້ານການຄ້າກັບ ອາເມລິກາ. ທ່ານສະແດງຄວາມຫວັງວ່າ: ສອງປະເທດອາດຈະສືບຕໍ່ເພີ່ມທະວີການປຶກສາຫາລືເພື່ອບັນລຸໄດ້ຂໍ້ຕົກລົງຢ່າງຍຸຕິທຳ, ຮັບປະກັນຜົນປະໂຫຍດຂອງທັງສອງຝ່າຍ.

ຊອກຫາຈຸດລວມ, ລົບລ້າງຄວາມບໍ່ລົງລອຍກັນ

        ໃນບັນດາການເຈລະຈາຫວ່າງມໍ່ໆນີ້, ທັງ ວໍຊິງຕັນ ແລະ ປັກກິງ ລ້ວນແຕ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງບັນລຸໄດ້ຂໍ້ຕົກລົງສຸດທ້າຍ. ລະອຽດແມ່ນ, ຂໍ້ຕົກລົງນັ້ນຕ້ອງລວມທັງ: ຈີນ ຫຼຸດຜ່ອນອັດຕາພາສີ ຫຼື ຫຼຸດຜ່ອນການຈຳກັດສຳລັບຜະລິດຕະພັນກະເສດ, ທາດເຄມີ, ລົດໂອໂຕ ແລະ ບັນດາຜະລິດຕະພັນອື່ນໆຂອງ ອາເມລິກາ. ນອກນັ້ນ, ຈີນ ກໍ່ໃຫ້ຄຳໝັ້ນສັນຍາຍູ້ໄວການຍົກເລີກບັນດາການກຳນົດກ່ຽວກັບກຳມະສິດຂອງຕ່າງປະເທດ ສຳລັບບັນດາໂຄງການລົດໂອໂຕ ແລະ ຫຼຸດຜ່ອນອັດຕາພາສີສຳລັບລົດໂອໂຕນຳເຂົ້າໃຫ້ລົງຕ່ຳກວ່າອັດຕາພາສີ 15% ຄືໃນປະຈຸບັນ. ສຳລັບຄວາມຮຽກຮ້ອງຮັດແຄບການຂາດດຸນການຄ້າຂອງວໍຊິງຕັນ, ປັກກິງ ຈະເພີ່ມທະວີການນຳເຂົ້າສິນຄ້າຈາກ ອາເມລິກາ, ລວມທັງການຊື້ປະລິມານອາຍແກັດທຳມະຊາດທີ່ມີມູນຄ່ານັບຕື້ USD ຂອງກຸ່ມບໍລິສັດພະລັງງານ Cheniere Energy.

        ເພື່ອແລກເອົາສິ່ງດັ່ງກ່າວ, ວໍຊິງຕັນ ໄປະກາດຢຸດຕິແຜນການເພີ່ມອັດຕາພາສີຈາກລະດັບ 10% ຂຶ້ນເຖິງ 25% ສຳລັບຈຳນວນສິນຄ້າທີ່ນຳເຂົ້າຈາກຈີນ ທີ່ມີມູນຄ່າ 200 ຕື້ USD, ພ້ອມກັນນັ້ນ ພິຈາລະນາການຍົກເລີກຄຳສັ່ງລົງໂທດສ່ວນຫຼາຍສຳລັບບັນດາຜະລິດຕະພັນຂອງຈີນ ນັບແຕ່ປີ 2018.

        ບັນດາຂໍ້ຕົກລົງເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດັ່ງກ່າວຖືກຍົກອອກມາກົງກັບຈຸດເວລາ 90 ວັນ ຢຸດຕິສົງຄາມການຄ້າ ເຊິ່ງໄດ້ຍົກອອກມາໃນຈຸດເວລາພົບປະເມື່ອເດືອນ ພະຈິກ 2018 ສິ້ນສຸດລົງ. 2 ຝ່າຍກໍ່ຢືນຢັນຄວາມມານະພະຍາຍາມປັບປຸງຂໍ້ຕົກລົງໃຫ້ເໝາະສົມກວ່າ, ມີຄວາມຍຸຕິທຳກວ່າ ເພື່ອແນໃສ່ຮັບປະກັນຜົນປະໂຫຍດໃຫ້ທັງ 2 ຝ່າຍ. ບັນດາຄຳຖະແຫຼງຈາກເຈົ້າໜ້າທີ່ຂັ້ນສູງຂອງ 2 ປະເທດ ໄດ້ປະກອບສ່ວນປັບປຸງຄວາມປະເອີບໃຈກ່ຽວກັບວິວັດທະນາການເຈລະຈາດ້ານການຄ້າລະຫວ່າງປັກກິງ ແລະ ວໍຊິງຕັນ. ປະຈຸບັນ, ມີຂ່າວທີ່ວ່າ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະພົບປະກັບທ່ານປະທານປະເທດຈີນ ສີຈີ້ນຜິງ ໃນວັນທີ 27 ມີນາ ຈະມາເຖິງ, ເພື່ອສ້າງສຳເລັດຂໍ້ຕົກລົງດ້ານການຄ້າດັ່ງກ່າວ.

ເປີດອອກປະຕູເຈລະຈາຄັ້ງຕໍ່ໄປ.

        ສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ ໄດ້ເກີດຂຶ້ນນັບແຕ່ກາງປີ 2018, ທັງສອງພື້ນຖານເສດຖະກິດແຖວໜ້າຂອງໂລກໄດ້ມີການກະທຳແບບໂຕ້ຕອບກັນດ້ວຍການເພີ່ມອັດຕາພາສີໃໝ່ຢ່າງຕໍ່ເນື່ອງ. ມາຮອດປັດຈຸບັນ, ຍອດປະລິມານສິນຄ້າທີ່ຖືກຈັດວາງອັດຕາພາສີຢູ່ໃນລະດັບສູງຂອງສອງຝ່າຍໄດ້ຂຶ້ນເຖິງ ກ່ວາ 360ຕື້ USD. ແຕ່ດົນນານມາແລ້ວ, ອາເມລິກາ ໄດ້ຮຽກຮ້ອງ ຈີນ ຕ້ອງມີການປັບປຸງກ່ຽວກັບຂໍ້ກຳນົດກົດໝາຍ ແລະ ບັນດາຫຼັກການເພື່ອປົກປ້ອງ ຊັບສິນທາງປັນຍາຂອງ ອາເມລິກາ ແລະ ຢຸດຕິເລື່ອງບັງຄັບຖ່າຍທອດເຕັກໂນໂລຢີຂອງ ອາເມລິກາ ໃຫ້ແກ່ບັນດາບໍລິສັດຂອງ ຈີນ, ຢຸດຕິ ການເຄື່ອນໄຫວຊ່ວຍໜູນລາຄາໃຫ້ຂະແໜງອຸດສາຫະກຳແລະເປີດປະຕູ ຕະຫຼາດສຳລັບສິນຄ້າຂອງ ອາເມລິກາ. ນອກຈາກນັ້ນ, ວໍຊິງຕັນ ຢາກປັກກີ່ງເພີ່ມທະວີການນຳເຂົ້າສິນຄ້າຂອງ ອາເມລິກາ ເພື່ອຫຼຸດຜ່ອນການຂາດດຸນການຄ້າລະຫວ່າງສອງປະເທດເຊິ່ງຕາມການຄາດຄະເນຂອງຫ້ອງການຕາງໜ້າການຄ້າຂອງ ອາເມລິກາ ແມ່ນຂຶ້ນເຖິງ 417 ຕື້ USD  ໃນປີ 2018.

        ປັດຈຸລັນ, ມີບັນຫາຕົ້ນຕໍໃນຂັດແຍ້ງລະຫວ່າງ ອາເມລິກາ - ຈີນພວມລໍຄອຍການຕັດສິນ ສຸດທ້າຍຂອງການນຳສອງປະເທດໃນທ້າຍເດືອນນີ້. ຈີນຈະຕົກລົງກັບຂໍ້ຮຽກຮ້ອງໃດຂອງ ອາເມລິກາ ໃນການເປີດປະຕູຕະຫຼາດ, ປັບປຸງພື້ນຖານເສດຖະກິດຫຼືບໍ່? ພິເສດຈີນຈະຍອມຮັບການປ່ຽນແປງນະໂຍບາຍໂດຍ ອາເມລິກາ ກ່າວຫາວ່າບັງຄັບຖ່າຍທອດເຕັກໂນໂລຢີເພື່ອແນໃສ່ຍຶດເອົາຊັບສິນທາງປັນຍາຂອງວິສາຫະກິດ ອາເມລິກາ ບໍ່? ດ້ວຍບັນດາສັນຍານທີ່ຕັ້ງໜ້າກ່ຽວກັບໝາກຜົນຂອງການເຈລະຈາຜ່ານມາເຊິ່ງທັງສອງປະເທດພວມສະແດງໃຫ້ເຫັນນັ້ນ, ຫວັງວ່າ ຂໍ້ຕົກລົງຢຸດຕິສົງຄາມການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໃນໂລກນີ້ແມ່ນມີຫຼັກຖານແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ