ບັນດາໝາກຜົນສຳຄັນໃນການພົວພັນສອງຝ່າຍ ແລະ ຫລາຍຝ່າຍ

(VOVWORLD) - ວັນທີ 3 ພະຈິກ, ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມ ບຸນກາຣີ, ເກຼັກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ແລະ ມີບາງການເຄື່ອນໄຫວສອງຝ່າຍ ຢູ່ ປອກຕູການ. ການໄປປະຕິບັດຢູ່ ເອີລົບ ແຕ່ວັນທີ 25 ຕຸລາ ຫາວັນທີ 2  ພະຈິກ ຂອງທ່ານນາງຮອງປະທານປະເທດ ແມ່ນມີຄວາມໝາຍສຳຄັນ ນັບທັງຫລາຍຝ່າຍ ແລະ ສອງຝ່າຍ.

ບັນດາໝາກຜົນສຳຄັນໃນການພົວພັນສອງຝ່າຍ ແລະ ຫລາຍຝ່າຍ - ảnh 1ທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອງຊວນ ແລະ ທ່ານຮອງນາຍົກລັດຖະມົນຕີ  ເກຼັກ  Panagiotis Pikkrammenos. (ພາບ:TTXVN)

 

ການຢ້ຽມຢາມ ເປັນການຢັ້ງຢືນ ຫວຽດນາມ ຖື ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ ກັບ 3  ປະເທດຢູ່ ເອີລົບ ເປັນສຳຄັນ ກໍ່ຄື ສືບຕໍ່ສະແດງໃຫ້ເຫັນການປະກອບສ່ວນຂອງຫວຽດນາມ ຢູ່ ບັນດາເວທີປາໄສການທູດຫລາຍຝ່າຍ.

ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ເປັນສຳຄັນ

ປະເທດທຳອິດໃນການໄປປະຕິບັດງານ ຢູ່ ເອີລົບ ຂອງທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອງຊວນ ແມ່ນ ບຸນກາຣີ. ເລື່ອງເລືອກ ໄປຢ້ຽມຢາມປະເທດນີ້  ກ່ອນໝູ່ໃນຖານະເປັນຮອງປະທານປະເທດ ສະແດງໃຫ້ເຫັນການຖືເປັນສຳຄັນຂອງ ທ່ານນາງຮອງປະທານປະເທດ ເອງ ກໍຄື ລັດ, ລັດຖະບານ ຫວຽດນາມ ໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ສະຫນິດຕິດພັນໃນປະຫວັດສາດກວ່າ 70 ປີລະຫວ່າງ ສອງປະເທດ ບຸນກາຣີ ແລະ ຫວຽດນາມ.

ໃນຂອບເຂດການຢ້ຽມຢາມ, ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ແລະ ທ່ານປະທານາທິບໍດີ ບຸນກາຣີ Rumen Radev ແລະ ທ່ານຮອງປະທານາທິບໍດີ Iliana Iotova ໄດ້ສຳຫລວດກວດຄືນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ການຮ່ວມມືໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19, ການແລກປ່ຽນທິດທາງ ແລະ ມາດຕະການລະອຽດ ເພື່ອແນໃສ່ຍູ້ແຮງການພົວພັນຮ່ວມມືລະຫວ່າງສອງປະເທດໃນທຸກດ້ານ.

 ຢູ່ ເກຼັກ, ຊື່ງແມ່ນປະເທດຍາມໃດກໍ່ສະຫນັບສະຫນູນ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດກ່ອນນີ້ ກໍ່ຄືໃນການສ້າງສາ ແລະ ພັດທະນາປະຈຸບັນ, ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ຕີລາຄາສູງຕໍ່ເລື່ອງ ເກຼັກ ຕົກລົງ ມອບວັກຊິນກັນໂຄວິດ ຈຳນວນ 250.000 ໂດສ ເພື່ອຫນູນຊ່ວຍ ຫວຽດນາມ ໃນການປ້ອງກັນຕ້ານໂລກລະບາດໂຄວິດ 19. ສິ່ງນີ້ເປັນການສະແດງໃຫ້ເຫັນ ນ້ຳໃຈຄວາມຮັກແພງອັນດີງາມ ໄມຕິຈິດມິດຕະພາບ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ.

ບັນດາໝາກຜົນສຳຄັນໃນການພົວພັນສອງຝ່າຍ ແລະ ຫລາຍຝ່າຍ - ảnh 2ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ພົບປະກັບປະທານາທິບໍດີ ບຸນກາຣີ Rumen Radev. (ພາບ:TTXVN)

ເພີ່ມທະວີການຮ່ວມມືລົງທຶນໃນຫລາຍຂົງເຂດ. 

ໃນການຢ້ຽມຢາມ ເອີລົບ ຂອງທ່ານນາງຮອງປະທານປະເທດ ຫວໍທິແອງຊວນ, ຫວຽດນາມ ແລະ ບັນດາປະເທດດັ່ງກ່າວ ໄດ້ພ້ອມກັນເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ພັດທະນາເສດຖະກິດທະເລ.

ຫວຽດນາມ ມີຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງຕັ້ງຫນ້າໃນຫລາຍຂົງເຂດ ລະຫວ່າງ ຫວຽດນາມ ແລະ ເກຼັກ ເມື່ອວົງເງິນການຄ້າສອງຝ່າຍ ປີ 2020 ບັນລຸ 337 ລ້ານ USD, ເພີ່ມຂຶ້ນເກືອບທົບສອງເທົ່າເມື່ອທຽບໃສ່ລະດັບ 196 ລ້ານ USD ໃນປີ 2015. ໂດຍເຫັນໄດ້ຄວາມສາມາດບົ່ມຊ້ອນການເຕີບໂຕຍັງໃຫຍ່ຫລວງຢູ່, ທ່ານນາງຮອງປະທານປະເທດ ສະເຫນີ ເກຼັກ ສ້າງເງື່ອນໄຂສະດວກກວ່າອີກໃຫ້ບັນດາປະເພດຜະລິດຕະພັນກະເສດຂອງຫວຽດນາມ ໄດ້ເຂົ້າແຊກຊຶມຕະຫລາດ ເກຼັກ ຫລາຍກວ່າ ຄື: ກາເຟ, ໝາກໄມ້… ສ່ວນຫວຽດນາມ ກໍ່ພ້ອມແລ້ວຮັບເອົາບັນດາຜະລິດຕະພັນມີທ່າແຮງຂອງ ເກຼັກ ຄື: ນ້ຳນົມ, ໝາກໄມ້..

ຢູ່ ປອກຕູການ, ທ່ານນາງຮອງປະທານປະເທດ ແລະ ບັນດາການນຳ ປະເທດນີ້ ໄດ້ເຫັນດີສູ້ຊົນນຳວົງເງິນການຄ້າ ເພີ່ມຈາກ 471 ລ້ານ USD ໃນປີ 2020 ຂຶ້ນເປັນ 1 ຕື້ USD ໃນຊຸມປີຈະມາເຖິງ.

ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ເປັນຕົ້ນແມ່ນ ການຕໍ່ກຳປັ່ນ, ຂົນສົ່ງທາງທະເລ, ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ໄດ້ສະເຫນີ ເກຼັກ ປະຕິບັດການແລກປ່ຽນ ແລະ ລົງນາມໃນສັນຍາຈັດວາງຫລີກລ້ຽງການເສຍພາສີຊ້ອນ ແລະ ສັນຍາຂົນສົ່ງສິນຄ້າທາງທະເລ ໂດຍໄວ. ຫວຽດນາມ ປາດຖະຫນາຢາກໄດ້ຮັບການຫນູນຊ່ວຍດ້ານເຕັກນິກ ຈາກ ເກຼັກ ແລະ ອີຢູ ເພື່ອພັດທະນາອາຊີບຫາປາຂອງຫວຽດນາມໃຫ້ຍືນຍົງ. ຫວຽດນາມ ຮຽກຮ້ອງວິສາຫະກິດ ປອກຕູການ ເພີ່ມທະວີການຮ່ວມມືດຳເນີນທຸລະກິດ ແລະລົງທຶນໃນຂົງເຂດເສດຖະກິດ ທະເລ, ການເດີນເຮືອ, ພະລັງງານຜະລິດຄືນໃຫມ່, ທ່ອງທ່ຽວ ແລະ ຢືນຢັນ: ຫວຽດນາມ ພ້ອມແລ້ວ ເປັນຂົວຕໍ່ລະຫວ່າງ ວິສາຫະກິດ ປອກຕູການກັບຕະຫລາດ ອາຊີຕາເວັນອອກສ່ຽງໃຕ້, ອາຊີ -ປາຊີຟິກ.

ສືບຕໍ່ປະກອບສ່ວນຢູ່ເວທີປາໄສຫລາຍຝ່າຍ

ຈຸດເດັ່ນໃນການໄປປະຕິບັດງານຢູ່ ເອີລົບ ຂອງທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ແມ່ນເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຢູ່ ປອກຕູການ. ກອງປະຊຸມແມ່ນເວທີປາໄສທີ່ມີອິດທິພົນຊື່ສຽງຂະຫນາດໃຫຍ່ກ່ຽວກັບ ຄວາມສະເຫມີພາບ ລະຫວ່າງຍິງ ຊາຍ, ເຕົ້າໂຮມນັກການເມືອງຍິງ, ນັກທຸລະກິດຍິງ, ຜູ້ຊ່ຽວຊານຍິງທີ່ມີຊື່ສຽງຫລາຍໆທ່ານ ດ້ວຍຈຸດປະສົງຊຸກຍູ້ຄວາມສະເຫມີພາບ ລະຫວ່າງ ຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ, ສົ່ງເສີມບົດບາດນຳພາ ແລະ ການປະກອບສ່ວນຂອງແມ່ຍິງໃນວິວັດທະນາການພັດທະນາເສດຖະກິດ - ສັງຄົມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຮອງປະທານປະເທດ ໄດ້ສະເຫນີ ສ້າງຕັ້ງ ກອງທຶນ ຫລື ລາງວັນປະຈຳປີ ເພື່ອເຊີດຊູ: ບັນດາຂໍ້ລິເລີ່ມດີເດັ່ນກ່ຽວກັບການຮັບປະກັນໃຫ້ຄວາມຫລາກຫລາຍທາງເພດໃນວົງການການນຳວິສາຫະກິດເປັນຫລາຍກວ່າ, ແມ່ຍິງເປັນເຈົ້າຂອງບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ ມີການປະກອບສ່ວນຕັ້ງຫນ້າໃຫ້ແກ່ສັງຄົມ, ປ້ອງກັນ ຕ້ານໂລກລະບາດ ແລະ ປົກປັກຮັກສາສິ່ງແວດລ້ອມ ກໍຄືເສີມຂະຫຍາຍການເຄື່ອນໄຫວຂອງເຄືອຂ່າຍນັກທຸລະກິດຍິງດີເດັ່ນເພື່ອຊ່ວຍເຫລືອກັນ ພ້ອມກັນບືນຕົວຂຶ້ນ, ແຜ່ຂະຫຍາຍຄຸນຄ່າອັນດີງາມຕໍ່ວົງຄະນາຍາດ.

ການຢ້ຽມຢາມ ແລະ ການເຄື່ອນໄຫວຕ່າງໆ ຂອງທ່ານນາງຮອງປະທານປະເທດ ຢູ່ ບຸນກາຣີ, ປອກຕູການ ແລະ ເກຼັກ ເປັນການສະແດງໃຫ້ເຫັນ: ດ້ວຍທ່າແຮງເພີ່ມເຕີມໃຫ້ກັນ, ການພົວພັນຄູ່ຮ່ວມມື ລະຫວ່າງຫວຽດນາມ ກັບບັນດາປະເທດເຫລົ່ານີ້ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາ. ການຢ້ຽມຢາມກໍ່ສືບຕໍ່ສະແດງໃຫ້ເຫັນການປະກອບສ່ວນຂອງຫວຽດນາມ ຢູ່ ບັນດາເວທີປາໄສການທູດຫລາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ