ບັນຫາທະເລຕາເວັນອອກແມ່ນຄວາມເອົາໃຈໃສ່ລວມຂອງບັນດາການນຳ G7

(vovworld)- ຫວ່າງ​ແລ້ວນີ້, ກຸ່ມ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ແຖວ​ຫນ້າ​ຂອງ​ໂລກ (G7) ໄດ້​ຮັບ​ຮ​ອງ​ເອົາ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດ​ີນ​ທະ​ເລ, ໃນ​ນັ້ນ ກ່າວ​ປະ​ນາມ​ການ​ເຄື່ອນ​ໄຫວຂອງ​ຈີນ​ໃນ​ການ​ບູ​ລະ​ນະ, ປ່ຽນ​ແປງສ​ະ​ພາບ​ເດີມ​ຢູ່ບັນ​ດາ​ເກາະ​​ຫີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​. ຖະ​ແຫລງ​ການ​ອີກ​ຄັ້ງ​ຫນຶ່ງ​​ຊີ້ໃຫ້​ເຫັນ​ວ່າ ປະ​ຊາ​ຄົມ​ສາ​ກົນ ພວມ​ນັບ​ມື້​ນັບ​​ມີ​ຄວາມສົນ​ໃຈເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ຊື່ງ​ແມ່ນ​ສະ​ຖານ​ທີ່​ ນັບ​ມື້​ນັບ​ເພີ່ມ ຄວາມ​ເຄັ່ງ​ຕຶງ​​ຂຶ້ນ​ຍ້ອນ​ບັນ​ດາ​ການ​ກະ​ທຳ​ໂດຍບໍ່​ຫົວ​ຊາ​ຕໍ່​ກົດ​ໝາຍ​ສາ​ກົນ​ຂອງ​ປັກ​ກີ່ງ.
ບັນຫາທະເລຕາເວັນອອກແມ່ນຄວາມເອົາໃຈໃສ່ລວມຂອງບັນດາການນຳ G7 - ảnh 1
ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ G7 ທີ່​ວາ​ລະ​ປະ​ຊຸມ​ທຳ​ອິດ​ຂອງກອງ​ປະ​ຊຸມ
 AFP/TTXVN


        ຖະ​ແຫລງ​ການ​ໄດ້​ຮັບ​ຮ​ອງ​ເອົາ​ທີ່ກອງ​ປະ​ຊຸມ​ສຸດ​ຍອດ G7 (ຈີ 7)  ເມື່ອ​ວັນ​ທີ 27/5 ຢູ່ ຍີ່​ປຸ່ນ ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງວ່າ: ບັນ​ດາ​ປະ​ເທດ​ຕ້ອງ​ເຄົາ​ລົບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ໃນ​ການ​ແກ້​ໄຂ​ຄວາມຂັດ​ແຍ້ງກ່​ຽວ​ກັບ​ຜືນ​ແຜ່ນ​ດິນໄດ້​ຢືນ​ຢັນ​ການ​ຂັດ​ແຍ້ງ​ກັນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ ແລະ ເຄົາ​ລົບ​ການ​ໄປ​ມາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ທາງ​ການ​ບິນ​ຢ່າງ​ເສ​ລີ. ຕາມນັ້ນ​ແລ້ວ, ບັນ​ດາ​ການ​ນຳ G7  ຍັງ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ຄວນ​ລະ​ງັບ​ໃຈ, ບໍ່​ມີ​ການ​ກະ​ທຳ​ຕາມ​ລຳ​ພັງ​ຝ່າຍ​ດຽວ​ອາດ​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມຂຶ້ນ​ຕື່ມ ແລະ ຫລີກ​ລ້ຽງ “ການ​ໃຊ້​ກຳ​ລັງ​ອາ​ວຸດ ຫລື​ບັງ​ຄັບ​ເພື່ອ​ປັບ​ປຸງ​ການຖະ​ແຫລງອະ​ທິ​ປະ​ໄຕ”

ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ຄວາມ​ວິ​ຕົກ​ກັງ​ວົນ​ລວມ

​        ຖະ​ແຫລງ​ການ​ຖືກ​ຍົກ​ອອກ​ໃນ​ຈຸດ​ເວ​ລາ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພວມ​ເພີ່ມ​ຂຶ້ນ​ສູງ ດ້ວຍ​ເລື່ອງ ຈີນ ທວງ​ເອົາ​ອະ​ທິ​ປະ​ໄຕ​​ເກືອບ​ທັງ​ໝົດ​ທະ​ເລ​ຕາ​ເວັນ​ອອກ, ຊື່ງ​ແມ່ນ​ບໍ​ລິ​ເວນ​ມີ​ມີທາງ​ເດີນ​ເຮືອ​ທີ່​ສຳ​ຄັນຫລາຍ​ສາຍ​ໄປ​ຜ່ານ, ຊ້ອນ​ກັນ​ຢູ່ເຂດ​ທະ​ເລ​ຂອງບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຄື: ຟິ​ລີບ​ປີນ, ຫວຽດ​ນາມ. ຖະ​ແຫລງ​ການ​ດັ່ງ​ກ່າວ​ໃຫ້​ເຫັນ​ວ່າ: ກອງ​ປະ​ຊຸມ G7 ຄັ້ງ​ນີ້​ສະ​ແດງ​​ໃຫ້​ເຫັນ​ທັດ​ສະ​ນະຢ່າງ​ແຮງ ແລະ ຂ້ຽວ​ຂາດກວ່າ ຈາກ​ ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ບັນ​ດາ​ປະ​ເທດ​ອື່ນ​ໃນ​ກຸ່ມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຂັດ​ໃຈ​ຂອງ​ອາ​ເມ​ລິ​ກາ ແລະ ຂອງ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ກ່ຽວ​ກັບ​ການ​ກະ​ທຳ​​ຕາມລຳ​ພັງ​ຝ່າຍ​ດຽວ, ກໍ່​ຄວາມ​ເຄັ່ງ​ຕຶງ, ນາບ​ຂູ່​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ທຳ​ລາຍ​ສະ​ພາບ​ເດີມ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ກໍ​ຄື​ເຂດ​ທະ​ເລ​ຮ​ວາ​ຕູງ ແລະ ບັນ​ດາ​ເຂດ​ທະ​ເລ​ໃນ​ໂລກ. ທີ່ກອງ​ປະ​ຊຸມ G7 ຄັ້ງ​ນີ້, ໂດຍ​ແມ່ນ​ປະ​ເທດ​ເຈົ້າ​ພາບ, ຍີ່​ປຸ່ນ ມີ​ສິດ​ຕັດ​ສິນ​ບັນ​ດາ​ຫົວ​ຂໍ້​ທີ່​ໄດ້​ປຶກ​ສາ​ຫາ​ລື​ໃນ​ກອງ​ປະ​ຊຸມ ແລະ ໃນ​ຕົວ​ຈິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ຫົວ​ຂໍ້​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ ​. ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ ໂຕ​ກຽວ ໄດ້​ສຳ​ເລັດ​ຜົນ​ໃນ​ການ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ປະ​ເທດ G7 ຕໍ່​ບັນ​ດາ​ຄວາມ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ​​ໃນປະ​ຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ທະ​ເລ​ຮ​ວາ​ຕູງ.

        ຄວາມ​ຈິງ, ບັນ​ດາ​ການ​ກະ​ທຳ​ຂອງ​ຈີນ ໄດ້​ກໍ່​ຄວາມ​ວິ​ຕົກ​ກັງ​ວົນ​ນັບ​ມື້​ນັບ​ໃຫຍ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ໄລ​ຍະ​ມໍ່ໆ​ມານີ້ ຈີນ ໄດ້​ດຳ​ເນີນ​ການ​ຖົມ​ດິນ, ບູ​ລະ​ນະ​ເກາະ​ຢ່າງ​ຜິດ​ກົດ​ໝາຍ ໂດຍບໍ່​ຫົວ​ຊາ​ຕໍ່​ກາ​ນ​ຄັດ​ຄ້ານ​ຈາກ​ພາກ​ພື້ນ ແລະ ສາ​ກົນ. ຈີນ ຍັງ​ມີ​ຄວາມ​ຂັດ​ແຍ້ງ​ກັບ​ຍີ່​ປຸ່ນ ຊື່ງ​ແມ່ນສະ​ມາ​ຊິກ G7, ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ສຳ​ລັບ​ໝູ່​ເກາະ Senkaku/ ຕ້ຽວອີ້ ຢູ່ ທະ​ເລ​ຮ​ວາ​ຕູງ ເຮັດ​ໃຫ້​ເກີດ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ປັກ​ກີ່ງ ອາດ​ຈະ​ນຳ​ໃຊ້​ກຳ​ລັງ​ອາ​ວຸດ​ເພື່ອ​ປັບ​ປຸງ​ຖະ​ແຫລງ​ການ​ຂອງ​ຈີນ​ເມື່ອ​ມີ​ຄວາ​ມ​ຈຳ​ເປັນ. ວໍ​ຊິງ​ຕັນ ໄດ້​ຕິ​ຫນິ​ຕິ​ຕ​ຽນ​ຢ່າງ​ແຮງ​ຕໍ່​ບັນ​ດາ​ການ​ກະ​ທຳ​ຖົມ​ດິນກໍ່​ສ້າງ​ເກາະ​ທຽມ​ຢ່າງ​ຜິດ​ກົດ​ໝາຍ, ກາ​ນ​ນຳ​ໃຊ້​ການ​ທະ​ຫານ​ຂອງ​ປັກ​ກີ່ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ການ​ກະ​ທຳ​ຂອງ​ຈີນ​ຢູ່​ທະ​ເລ. ຍີ່ປຸ່ນ​ນັບ​ມື້​ນັບ​ເອົາ​ໃຈ​ໃສ​່ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ກວ່າ​ອີກ, ​ເພາະວ່າ​ສິນຄ້າ​​ເຂົ້າປະ​ເທດ​ນີ້ເກືອບ​ທັງ​ໝົດລ້ວນ​ແຕ່​ໄດ້​ຮັບ​ການ​ຂົນ​ສົ່ງ​ຜ່ານ​ທາງ​ທະ​ເລ​ສຳຄັນ​ນີ້. ຫວ່າງ​ແລ້ວ​ນີ້, ຍີ່ປຸ່ນ​ໄດ້​ສົ່ງ​ບັນດາ​ກຳ​່ປັ່ນ​ກອງທັບ​ເຮືອເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ພ້ອມ​ກັບ​ອິນ​ໂດ​ເນ​ເຊຍ ​ແລະ ​ແວ່​ຢາມ​ປະ​ເທດ​ອື່ນໆ​ຢູ່​ແຄມ​ທະ​ເລ​ຕາ​ເວັນ​ອອກ. ​ໂຕ​ກຽວ​ກໍ່​ໄດ້​ອອກສຽງ​ຄັດຄ້ານ​ບັນດາ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ ​ເພື່ອ​ແນ​ໃສ່​ປ່ຽນ​​ແປງ​ສະ​ພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ການ​ຂັດ​ແຍ້​ງ​ກັນໂດຍ​ຜ່ານ​ດ້ານນິຕິ​ກຳ

        ​ເຖິງ​ວ່າ​ຈີນ​ບໍ່​ນອນ​ໃນ​ກຸ່ມ ຈີ7 ກໍ່ຕາມ, ​ແຕ່​ການ​ກະທຳ​ຂອງ​ເຂົາ​ເຈົ້າ​ໃນ​ຊຸມ​ປີຜ່ານມາ ​ໄດ້​ກາຍ​ເປັນ​ບັນຫາ​ຈຸດ​ສຸມ​ໃນ​ການ​ປຶກສາ​ຫາລື​ຂອງ​ກອງ​ປະຊຸມ​ສຸດ​ຍອດ ຈີ7. ຄວາມ​ເຫັນ​ດີ​​ເຫັນ​ພ້ອມ​ຂອງ​ກຸ່ມ ຈີ7 ຄັ້ງ​ນີ້ ​ໄດ້​ເຮັດ​ໃຫ້​ຈີນ​ມີ​ປະຕິກິລິຍາ​ຢ່າງ​ແຮງ. ຈີນ​ໄດ້​ໂຕ້​ຕອບ​ໃນ​ທັນທີ​ ດ້ວຍ​ຄຳ​ຖະ​ແຫຼ​ງວ່າ, ບັນຫາ​ທະ​ເລ​ຕາ​ເວັນ​ອອກ “ບໍ່​ມີ​ສ່ວນ​ກ່ຽວຂ້ອງ​“ ​ເຖິງ ຈີ7 ຫຼື​ບັນດາ​ປະ​ເທດ​ສະມາຊິກ​ໃດໆ​ຂອງ​ກຸ່ມ. ກ່ອນ​ໜ້າ​ນັ້ນ, ປັກ​ກິ​ງ​ໄດ້​ອອກສຽງ​ກ່າວ​ເຕືອນ ຈີ7 ຫຼາຍ​ເທື່ອ​ແລ້ວ​ວ່າ, ບໍ່​ຄວນ​ເຂົ້າ​ຮ່ວມ​ບັນຫາ​ນີ້. ​ເດືອນ 4 ຜ່ານ​ມາ, ​ເມື​່ອບັນດາ​ລັດຖະມົນຕີ​ການຕ່າງປະ​ເທດ​ຂອງ​ກຸ່ມ ຈີ7 ອອກ​ຖະ​ແຫຼ​ງຄັດຄ້ານຢ່າງ​ແຮງ​ຕໍ່​ການ​ກະທຳ​ເກາະ​ຜິດ ຫຼື​ບັງຄັບ, ນາບ​ຂູ່​ພຽງ​ລຳພັງ​ຝ່າຍ​ດຽວ​ເພື່ອ​ປ່ຽນ​ແປງ​ສະພາບ​ເດີມ ​ແລະ ​ເພີ່ມ​ຄວາມ​ເຄັ່ງຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ ຮວາ​ຕຸ​ງນັ້ນ, ຈີນ​ໄດ້​ເອີ້ນ​ສິ່ງ​ດັ່ງ​ກ່າວວ່າ ​ແມ່ນ “ບັນດາ​ການ​ກະທຳ ​ແລະ ການ​ຖະ​ແຫຼ​ງບໍ່​ມີ​ຄວາມ​ຮັບຜິດຊອບ“. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ປັກ​ກິ​ງຍັງ​ຮຽກ​ໂຮມ​ເອກ​ອັກ​ຄະ​ລັດຖະທູດ​ບັນດາ​ປະ​ເທດ ຈີ7 ຢູ່​ຈີນ​ມາ ​ເພື່ອ​ຊັກ​ຖາມ, ທວງ​ໃຫ້​ເຂົາ​ເຈົ້າ “ຕ້ອງ​ເຮັດ​ແຈ້ງ​ທັດສະນະ“ຂອງ​ຕົນ.

        ສິ່ງ​ທີ່​ໜ້າ​ເອົາ​ໃຈ​ໃສ່​ໃນ​ຖະ​ແຫຼ​ງການ ຈີ7 ຄັ້ງ​ນີ້​ນັ້ນ​ແມ່ນ, ບັນດາ​ການ​ນຳກຸ່ມ ຈີ7 ກໍ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ໂດຍ​ຖື​ບັນດາ​ກົນ​ໄກ​ສາກົນ, ​ເຊັ່ນ​ສານ​ຢູ່ La Haye (ຮອນ​ລັງ) ​ແມ່ນ​ບັນດາ​ແຫ່ງ​ທີ່​ຖືກຕ້ອງ​ຕາມ​​ກົດໝາຍ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງອະທິປະ​ໄຕ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຮວາ​ຕຸ​ງ. ​ໃນຂະນະ​ທີ່ພວມ​ລໍຖ້າສານ​ສາກົນ​ຢູ່ La Haye ຕັດສິນ​ກ່ຽວ​ກັບ​ກໍລະນີ​ຟ້ອງ​ຮ້ອງ​ຂອງ ຟີ​ລິບ​ປິນ, ​ເຊິ່ງກ່ຽວຂ້ອງ​ເຖິງ​ຄວາມ​ຫວັງ​ອະ​ທິປະ​ໄຕ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ທ້າຍ​ເດືອນ 6 ຈະ​ມາ​ເຖິງນັ້ນ. ຖະ​ແຫຼ​ງການ​ຂອງ ຈີ7 ທີ່ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ບັນດາ​ບັນຫາ​ຂັດ​ແຍ້​ງກັນດ້ວຍ​ສັນຕິ​ວິທີ, ຜ່ານ​ດ້ານ​ນິຕິ​ກຳ ​ແລະ ສານ ​ໄດ້ສະ​ແດງ​ໃຫ້​ເຫັນ​​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ປະຊາ​ຄົມ​ສາກົນ​ແມ່ນ​ຕ້ອງ​ມີ​ທັດສະນະ​ລວມ ​ເພື່ອ​ບັງຄັບ​ໃຫ້​ຈີນຕ້ອງ​ເຄົາລົບຄຳ​ຕັດສິນ ​ແລະ ປະຕິບັດ​ຕາມກົດໝາຍ​ສາກົນ.

        ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ​ເຖິງ​ວ່າການ​ຕັດສິນ​ຂອງ​ສານ​ສາກົນ La Haye ກ່ຽວ​ກັບ​ກໍລະນີ​ຟ້ອງ​ຮ້ອງ​ຂອງ​ຟີ​ລິບ​ປິນ ບໍ່​ກຳນົດ​ສິດ​, ກຳມະສິດ ​ແລະ ອະທິປະ​ໄຕ​​ໃນ​ທະ​ເລຢ່າງ​ລະອຽດກໍ່ຕາມ, ​ແຕ່​ແນ່ນອນ​ວ່າ​ຄຳ​ຕັດສິນ​ນັ້ນ​ຈະ​ມີ​ຜົນ​ສະທ້ອນ​ສຳຄັນ​ເຖິງ​ການ​ກຳນົດ​ເຂດ​ເດີນ​ເຮືອ, ສິດຂອງ​ບັນດາຝ່າຍຂັດ​ແຍ້​ງ ກໍ່​ຄື​ ຊ່ວຍ​ຊຸກຍູ້​ບັນດາ​ມາດ​ຕະການ​ດ້ານ​ກາ​ນທູດ ​ແລະ ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ປະ​ເທດ​ຕ່າງໆ. ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ ຈີ7 ຕໍ່ບັນຫາ​ຄວາມ​ສະຫງົບ​ປອດ​ໄພ​​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກຄັ້ງ​ນີ້ ​ໄດ້​ປະກອບທັດສະນະ​ທີ່​ມີ​ຄວາມ​ຮັບຜິດຊອບ​ຕື່ມ​ອີກ, ​ແນ​ໃສ່​ຮັກສາ​ສະພາບ​ແວດ​ລ້ອມ​ໃຫ້​ມີ​ຄວາມ​ສະ​ຫົງ​ບປອດ​ໄພ, ສັນຕິພາບ, ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ