ບັນຫາທະເລຕາເວັນອອກໄດ້ນຳມາປຶກສາຫາລືທີ່ກອງປະຊຸມAMM-48


(vovworld)- ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 48(AMM-48) ແລະ ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ ອາ​ຊຽນ ຄັ້ງ​ທີ 22 (ARF -22) ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 4/8 ຢູ່ນ​ະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ ຂອງ​ມາ​ເລ​ເຊຍ. ຄຽງ​ຄູ່​ກັບ ການ​ປຶກ​ສາ​ຫາ​ລື​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ໃນ​ທ້າຍ​ປີນີ້, ຄວາມ​ຄືບ​ຫນ້າ​ກ່ຽວ​ກັບ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ຫລັງ​ປີ 2015, ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ​ກໍ​ໄດ້​ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ, ໃນ​ນັ້ນ ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ທີ​່​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ ​ມັນບໍ່​ພຽງ​ແຕ່​ແມ່ນຄວາມ​ສົນ​ໃຈ​ພິ​ເສດ ຂອງ​ບັນ​ດາ​ປະ​ເທດ​ພາຍ​ໃນພາກ​ພື້ນ​ເທົ່າ​ນັ້ນ ຫາກ​ນັບ​ທັງ​​ບັນ​ດາ​ປະ​ເທດນອກ​ພາກ​ພື້ນ​ອີກ​ດ້ວຍ.

ບັນຫາທະເລຕາເວັນອອກໄດ້ນຳມາປຶກສາຫາລືທີ່ກອງປະຊຸມAMM-48 - ảnh 1
​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບັນ​ດາ​ປະ​ເທດ​ອາ​ຊຽນ

       ເຂົ້າ​ຮ່ວມກອງ​ປະ​ຊຸມ AMM 48 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງຫລັງ​ຈາກນັ້ນ ມີ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ 20 ທ່ານ ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ, ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື ແລະ ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ ຂອງ ອາ​ຊຽນ. ເຖິງວ່າ ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ບໍ່​ນອນ​ໃນ​ແຜນ​ກາ​ນ​​ຂອງ​ກອງ​ປະ​ຊຸມຢ່າງ​ເປັນ​ທາງ​ການ​ກໍ​ຕາມ, ແຕ່ນີ້ ແມ່ນ​ຫົວ​ເລື່ອງ​ໄດ້​ສຸ​ມ​ໃສ່​ປຶກ​ສາ​ຫາ​ລື​ຫລາຍ​ສຸດ ຍ້ອນ​ຄວາມ​ເຄັ່ງ​ຕຶງ​ພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ດ້ວຍ​ບັນ​ດາ​ຄຳ​ຖະ​ແຫລງ​ອະ​ທິ​ປະ​ໄຕ​ທີ່​ກ້າວ​ກ່າຍ​ຢູ່​ເຂດ​ທະ​ເລ​ທີ່ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫລາຍ​ຢ່າງກ່ຽວ​ກັບ​ນ້ຳ​ມັນ​.

       ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ບັນ​ຫາ​ເຄັ່ງ​ຮ້ອນ​​ກ່ອນ​ທີ່​ດຳ​ເນີນ AMM 48

        ກ່ອ​ນ​ດຳ​ເນີນການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ສຳ​ຄັນ​ຂອງ​ອາ​ຊຽນ, ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ໄດ້​ກາຍ​ເປັນຄວາມ​ສົນ​ໃຈ​ຈຸດ​ສຸມ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ພາ​ຫະ​ນະ​ສື່​ມ​ວ​ນ​ຊົນ​ສາ​ກົນ, ເພາະ​ບັນ​ດາ​ຄຳ​ຖະ​ແຫລງ ແລະ ຄຳ​ກ່າວ​ປາ​ໄສ​ຂອງ​ບັນ​ດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ, ວົງ​ການ​ນັກ​ໄຈ້​ແຍກ​ຢູ່​ພາຍ​ໃນ ແລະ ນອກ​ພາກ​ພື້ນ. ກ່ອນ​ດຳ​ເນີນກອງ​ປະ​ຊຸມ AMM48, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຂອງ​ປະ​ເທດ​ເຈົ້າ​ພາບ ມາ​ເລ​ເຊຍ, ທ່ານ Anifah Aman ໄດ້​ຢືນ​ຢັນ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ບັນ​ຫາ​​ເຄັ່ງຮ້ອນ​​ທີ່​ສຸດ ຢູ່ ກອງ​ປະ​ຊຸມ AMM48 ເມື່ອ​ມີ​ຫລາຍ​ປະ​ເທດ​ພວມ​ວິ​ຕົກ​ກັງ​ວົນ​ທີ່​ສຸດ​ຕໍ່​ຫນ້າ​ການ​ທ້າ​ທາຍ​​ຕໍ່ຄວາມ​ສະ​ຫງົບ​ປອດ​ໄພ​ຫາ​ກໍ​ເກີດ​ຂຶ້ນຢູ່​ພາຍ​ໃນ​ພາກ​ພື້ນ, ພິ​ເສດ ແມ່ນ​ບັນ​ຫາ​ຄວາມ​ເສ​ລີ​, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ລັດ​ຖະ​ມົນ​ຕີ ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ ກໍ​ໄດ້​ເນັ້ນ​ຫນັກ​ວ່າ ບັນ​ດາ​ການ​ຜັນ​ແປ​ຫວ່າງ​ແລ້ວນີ້ ຢູ່ ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ ເລື່ອງ​ຈີນ ກໍ່​ສ້າງ​ເກາະ​ທຽມ​ຢ່າງ​ຜິດ​ກົດ​ໝາຍ ພວມ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ປີນ​ຂັ້ນ​ໄດ ແລະ ຫລຸດ​ຜ່ອນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ຝ່າຍ. ໃນ​ຂະ​ນະ​ນັ້ນ ໂຄ​ສົກ​ກອງ​ທັບ ຟິ​ລີບ​ປີນ, Restituto Padilla ໄດ້​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ ພ້ອມ​ກັນ​ມີ​ທັດ​ສະ​ນະ​ລວມ​ເພື່ອ​ສະ​ກັດ​ກັ້ນບັນ​ດາ​ການ​ກະ​ທຳ​ຢ່າງ​ຜິດ​ກົດ​ໝາຍ ແລະ ເກາະ​ຜິດ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ. ສ່ວນ​ເຈົ້າ​ຫນ້າ​ທີ່​ການ​ທູດ ອາ​ເມ​ລິ​ກາ ຢືນ​ຢັນ​ວ່າ: ທະ​ເລ​ຕາ​ເວັນ​ອອກ ຈະ​ແມ່ນ​ບັນ​ຫາ​ຈຸດ​ສຸມ​ຢູ່ ກອງ​ປະ​ຊຸມ AMM 48 ແລະ ອາ​ຊຽນ ກໍ​ຄື ອາ​ເມ​ລິ​ກາ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຂອບ​ຂະ​ຫນາດ, ຄວາມ​ໄວ ແລະ ຈຸດ​ປະ​ສົງ​ຂອງ​ການ​ເຄື່ອ​ນ​ໄຫວ​ຖົມ​ດິນກໍ່​ສ້າງ​ເກາະ ຊື່ງ​ຈີນ​ພວມ​ປະ​ຕິ​ບັດ. ແລະ ກອງ​ປະ​ຊຸມ AMM 48 ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​ກັບ​ຝ່າຍ​ປັກ​ກ​ີງ​ກ່ຽວ​ກັບ​ບັນ​ດາ​ການ​ກະ​ທຳ ຊື່ງ​ຫລາຍ​ປະ​ເທດ​ຖື​ວ່າ​ມີ​ລັກ​ສະ​ນະ​ເກາະ​ຜິດ.

ກົງ​ກັນ​ຂ້າມ​ກັບ​ທັດ​ສະ​ນະ ແລະ ຄຳ​​ປາ​ໄສ​ຂອງ​ຫລາຍ​ປະ​ເທດ, ຈີນ ອອ​ກ​ສຽງ​ໂດຍ​ຖື​ວ່າ ອາ​ຊຽນ ບໍ່​ແມ່ນ​ບ່ອນ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ຢູ່ ກົວ​ລາ​ລຳ​ເປີ, ທ່ານ ລັດ​ຖະ​ມົນ​ຕ​ີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຫລຽວ​ເຈີນ​ມີນ       ຖື​ວ່າ: ການ​ພົບ​ປະ​ປະ​ຈຳ​ປີ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ອື່ນ ເພື່ອ​ຈຸດ​ປະ​ສົງ​ຮ່ວມ​ມື, ສ້າງ​ການ​ພົວ​ພັນ​ໃນ​ຫລາຍ​ຂົງ​ເຂດ ຫາກບໍ່​ແມ່ນ​ບ່ອນ​ເພື່ອ​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ປັກ​ກີງ ຍັງ​ຖະ​ແຫລງ ຄັດ​ຄ້ານ​ການ​ແຊກ​ແຊງ​ທີ່ບໍ່​ຈຳ​ເປັນ​ຂອງ​​ປະ​ເທດ​ພາຍນອກ​ຈຳ​ນວນ​ຫນຶ່ງ.
ຄວາມ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມຕໍ່ມາດ​ຕະການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ

        ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ມີ​ທ່າ​ອ່ຽງ​ເຄັ່ງຕຶງກວ່າ. ​ປີ/2014, ​ເມື່ອ​ຈີນ​ນຳ​ຮ້ານ​ເຈາະ​ນຳ້ມັນໄຮຢາງ 981 ​ເຂົ້າເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ​ໄດ້​ເຮັດ​ໃຫ້​ທົ່ວພາກ​ພື້ນ​ເອົາ​ໃຈ​ໃສ່​ເຖິງ​ການຊອກ​ຫາມາດ​ຕະການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ບໍ່​ພຽງ​ແຕ່​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ບາງ​ຄູ່​ຮ່ວມ​ມື​ອື່ນ​ຂອງ​ອາ​ຊຽນ ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ອີກ​ດ້ວຍ. ​ໃນ​ຂະນະ​ທີ່ ຟີ​ລິບ​ປິນ ຊອກ​ຫາ​ການ​ສະໜັບສະໜູນ​ຈາກ​ກຳມະການ​ສາກົນ ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ, ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ອື່ນໆ ​ກໍ່ມານະ​ພະຍາຍາມ​ຊຸກຍູ້​ວິວັດ​ການ​ເພື່ອ​ບັນລຸ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ທີ່​ຖືກ​ໂຈະ​ໄວ້​ມາ​ຫຼາຍ​ປີ​ແລ້ວ.

ໜຶ່ງ​ປີ​ຜ່ານ​ມາ, ນັບ​ແຕ່ AMM-47, ດຳ​ເນີນ​ການ​ກໍ່ສ້າງ COC ​ແຕ່ “ຍັງ​ຄົງ​ຢຸດ​ໄວ້​ຢູ່​ບ່ອນ​ດຽວ“. ພຽງ​ແຕ່​ມີ​ບັນດາ​ຖະ​ແຫຼ​ງການ ​ແລະ ການ​ພົບ​ປະ​ຕາ​ມພິທີການ​ທູດ​ເທົ່າ​ນັ້ນ, ຫາກ​ບໍ່​ທັນ​ບັນລຸ​ໄດ້ຜົນ​ງານ​ທີ່​ແທ້​ຈິງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ້າຍ​ເດືອນ 7 ຜ່ານ​ມາ, ​ໄດ້​ປະກົດ​ມີ​ສັນຍານ​ທີ່​ໜ້າ​ຊື່ນ​ຊົມ​ເມື່ອ​ອາ​ຊຽນ ​ແລະ ຈີນ​ເຫັນ​ດີ​ສ້າງ​ຕັ້ງ “​ໂທລະສັບ​ສາຍ​ດ່ວນ“ ​ເພື່ອ​ນຳ​ໃຊ້​ໃນ​ກໍລະນີ​ສຸກ​ເສີນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ. ຄຽງ​ຂ້າງ​ນັ້ນ, ທັງ​ສອງ​ຝ່າຍ​ກໍ່​ເຫັນ​ດີ​ຜັນ​ຂະຫຍາຍ​ໄລຍະ​ຕໍ່​ໄປ​ຂອງ COC, ​ໂດຍ​ລະອຽດ​ແມ່ນ​ຂອບ​ເຂດ ​ແລະ ບັນດາ​ປັດ​ໃຈ​ຜັນ​ຂະຫຍາຍ​ໄລຍະ​ຕໍ່​ໄປ​ຂອງ COC, ກໍ່​ຄື​ບັນດາ​ບັນຫາ​ຫຍຸ້ງຍາກ, ສັບສົນ​ທີ່​ກ່ຽວຂ້ອງ.

        ບັນດາ​ນັກ​ໄຈ້​ແຍກຖື​ວ່າ ໂທລະສັບ​ສາຍ​ດ່ວນ​ເພື່ອນຳໃຊ້​ໃນ​ກໍລະນີ​ສຸກ​ເສີນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ບາດກ້າວ​ດີ​ພໍ​ສົມຄວນ, ຊ່ວຍ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ແຕ່ COC ຈຶ່ງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ. ຝ່າຍ​ຕ່າງໆ​ຕ້ອງ​ບັນລຸ​ໄດ້ COC ​ໂດຍ​ໄວ ​ເພື່ອ​ແກ້​ໄຂ​ສະພາບຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ຝ່າຍ​ຕ່າງໆ​ໃນ​ປະຈຸ​ບັນ​. ​ໃນ​ຂະນະ​ທີ່​ພວມ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​​ການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ກ້າວ​ໄປ​ເຖິງ COC ນັ້ນ, ສິ່ງສຳ​ຄັນ​ແມ່ນ​ຝ່າຍ​ຕ່າງໆ​ຕ້ອງ “ຢຸດຕິ“ ການ​ເຄື່ອນ​ໄຫວ​ເກາະ​ຜິດທັງ​ໝົດ ​ແລະ ​ເຮັດ​ແຈ້ງ​ຖະ​ແຫຼ​ງການ​ອະທິປະ​ໄຕ​ຕາມ​ກົດໝາຍ​ສາກົນ, ຫຼີກ​ເວັ້ນບໍ່​ໃຫ້​ເກີດ​ການ​ຜັນ​ແປ​ທີ່​ພາ​ໄປ​ເຖິງ​ໄພ​ເພີ່ມ​ທະວີ​ດ້ານ​ການ​ທະຫານ. ​ໂດຍ​ແມ່ນ​ອົງການ​ຮ່ວມ​ມື​ເປີດ, ອາ​ຊຽນ ນັບ​ມື້​ນັບ​ຢືນຢັນ​ເປັນ​ປັດ​ໃຈ​ສຳຄັນ​ໜຶ່ງ​ໃນ​ການ​ຮັບປະກັນ​ສັນຕິພາບ, ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ. ຍ້ອນ​ເຫດ​ນັ້ນ, ຫາງ​ສຽງ​ພວມ​ລໍຖ້າ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ ທີ່ກອງ​ປະຊຸມ​ຄັ້ງ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ