ບັນຫານິວເຄຼຍໃນແຫລມເກົາຫລີ: ຫົວເລື່ອງທີ່ຮ້ອນເຮັ່ງໃນກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍ

(vovworld)- ກອງ​ປະ​ຊຸມ​ສຸດຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ຄັ້ງ​ທີ 4 ໄຂ​ຂຶ້ນ ວັນ​ທີ 31/3 ຢູ່ ນະ​ຄອນ​ຫລວງ ວ​ໍ​ຊິງ​ຕັນ ສະ​ຫະ​ລັດ ອາ​ເມ​ລິ​ກາ. ດຳ​ເນີນ​ໃນ​ເວ​ລາ 2 ວັນ, ກອງ​ປະ​ຊຸມ​ຄັ້ງ​ນີ້ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ໂລກ​ປະ​ມານ 50 ທ່ານ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວ​າມ​ປອດ​ໄພ​ໃຫ້​ແກ່​ບັນ​ດາວັດ​ຖຸ​ອຸ​ປະ​ກອນ​ນິວ​ເຄຼຍ ຢູ່ ຮາກ​ຖານ​ປະ​ລະ​ມາ​ນູ​ປະ​ມານ 1000 ແຫ່ງ​ໃນ​ໂລກ. ແຕ່​ບັນ​ຫາ​ຮ້ອນ​ເຮັ່ງ​ທີ່​ສຸດ​ຂອງກອງ​ປະ​ຊຸມ​ປີນີ້ ແມ່ນ​ບັນ​ຫາ​ນິວ​ເຄຼຍ​ໃນ​ແຫລມ​ເກົາ​ຫລີ ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ນັບ​ມື້​ນັບ​ປີນ​ຂັ້ນ​ໄດ​ຢູ່​ພາກ​ພື້ນນີ້.
ບັນຫານິວເຄຼຍໃນແຫລມເກົາຫລີ: ຫົວເລື່ອງທີ່ຮ້ອນເຮັ່ງໃນກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍ - ảnh 1
ກອງ​ປະ​ຊຸມ​ສຸດຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ
ພາບ:internet

ກອງ​ປະ​ຊຸມ​ສຸດຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ຖືກ​ຈັດ​ຂຶ້ນ 2 ປີ​ເທື່ອ​ຫ​ນຶ່ງ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ການ​ນຳ​ຊັ້ນ​ນຳ​ໃນ​ໂລກ. ກອ​ງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ສວມ​ບົດ​ບາດ​ສຳ​ຄັນ ດ້ວຍ​ຄາດ​ໝາຍ​ຊຸກ​ຍູ້​ຄວາມ​ມາ​ນະ​ພະ​ຍາມ​ທົ່ວ​ໂລກ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພດ້ານ​ວັດ​ຖຸ​ອຸ​ປະ​ກອນ​ນິວ​ເຄຼຍ ແລະ ສະ​ກັດ​ກັ້ນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ນິວ​ເຄຼຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ນີ້​ກໍ​ແມ່ນ​ເວ​ທີ​ປາ​ໄສ​​ມີຄວາມບໍ່​ລົງ​ລອຍ​ກັນ​ຫລາຍ​ຢ່າງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ ທີ່​ກ່ຽວ​ຂ້ອງ​ເຖິງວິ​ທີ​ແກ້​ໄຂ​​ວັດ​ຖຸອຸ​ປະ​ກອນ​ນິວ​ເຄຼຍ.

        ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ

       ​ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ, ສ​ປ​ປ ເກົາ​ຫລີ ໄດ້​ຮຽກ​ຮ້ອງ​ຈົ່ງ​ຍົກ​ເລິກ ກອງ​ປະ​ຊຸມ​ສຸດຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ພ້ອມ​ທັງ​ຖະ​ແຫລງວ່າ ຈະ​ຢືດ​ໝັ້ນ​ການ​ພັດ​ທະ​ນາ​ກຳ​ລັງ​ນິວ​ເຄຼຍ ຖ້າ​ຫາກ ອາ​ເມ​ລິ​ກາ ບໍ່​ຖອນ​ຄື​ນ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ ເລັ່ງ​ໃສ່ ພຽງ​ຢາງ. ຕາມ​ຖະ​ແຫລງ​ການ​ຢ່າງ​ເປັນ​ທາງ​ການ​ຂອງ ສ​ປ​ປ ເກົາ​ຫລີ ທີ່​ປະ​ກາດ​ຜ່ານ​ສຳ​ນັກ​ຂ່າວ​ສານ​ສູນ​ກາງ ສ​ປ​ປ ເກົາ​ຫລີ (KCNA), ກອງ​ປະ​ຊຸມ​ສຸດຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ຈັດ​ຂຶ້ນ​ເປັນ 2 ປີ​ເທື່ອ​ຫນຶ່ງນີ້ ພຽງ​ແຕ່​ເພື່ອ​ຊອກ​ຫາ​ທຸກວິ​ທີ​ສະ​ກັດ​ກັ້ນ ສ​ປ​ປ ເກົາ​ຫລີ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ນາບ​ຂູ່​ດ້ານ​ນິວ​ເຄຼຍ ເພື່ອ​ຈຸ​ດປະ​​ສົງ​ປ້ອງ​ກັນ​ຕົວ ແລະ ອາ​ເມ​ລິ​ກາ ບໍ່​ຄວນ​​ເສຍເວ​ລາ​​ລ້າໆໃຫ້​ແກ່​ການ​ຈັດ​ຕັ້ງ​ການ​ປຶກ​ສາ​ຫາ​ລື​ທີ​່​ຟ​ໄຮ້​ປະ​ໂຫຍດ ເພື່ອ​ຕ້ານ ສ​ປ​ປ ເກົາ​ຫລີ ຫາກ​ຄວນ​ຊອກ​ຫາ​ມາດ​ຕະ​ການ​ຕົວ​ຈິງ​ຄື​ ຖອນ​ຄືນ​ນະ​ໂຍ​ບາຍ​ທີ່​ເປັນ​ປໍ​ລະ​ປັກ​ເລັ່ງ​ໃສ່​ພຽງ​ຢາງ​ກໍ​ຕາມ KCNA ແລ້ວ, ອາ​ເມ​ລິ​ກາ ແລະ ສ​ເກົາ​ຫລີ ຈະ​ໝູນ​ໃຊ້​ກອງ​ປະ​ຊຸມນີ້​ເປັນ​ເຄື່ອງ​ມື​ເພື່ອ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການລົງ​ໂທດ ສ​ປ​ປ ເກົາ​ຫລີ, ​ຊອກຂໍ້​ຂາດ​ຕົກ​ບົກ​ຜ່ອງ​ເພື່ອ​ຕຳ​ຫນິ​ຕິ​ຕຽນ​ສິດ​ສຳ​ຜັດ​ບັນ​ດາ​ອາ​ວຸດ​ນິວ​ເຄຼຍ​ຂອງ​ປະ​ເທດນີ້​ຖືກ​ກັບ​ກົດ​ໝາຍ.

        ເພື່ອ​ພິ​ສູດ​ແກ່​ບັນ​ດາ​ຄຳ​ຖະ​ແຫລງ​ທີ່​ແຂງ​ກະ​ດ້າງ​ຂອງ​ຕົນ, ສ​ປ​ປ ເກົາ​ຫລີ ໄດ້​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ສັ້ນ, ​ປະ​ມານ 200 ກິ​ໂລ​ແມັດ ຈ​າກ​ເຂດຕາກ​ອາ​ກາດ Wonsan ອອກ​ສູ່​ທະ​ເລ​ທາງ​ທິດ​ຕ​າເວັນ​ອອກ​ຂອງ​ປະ​ເທດນີ້. ເຫດ​ຍິງ​ລູກ​ສອນ​ໄຟ​ນີ້​ແມ່ນ​ສືບ​ທອດ​ບັນ​ດາ​ການ​ເຄື່ອນ​ໄຫວ​ເກາະ​ຜິດ​ມໍ່ໆ​ມານີ້​ຂອງ​ພຽງ​ຢາງ. ພ້ອມ​ກັບ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ດັ່ງ​ກ່າວ, ພຽງ​ຢາງ ກໍ​ຖະ​ແຫລງ​ພ້ອມ​ແລ້ວ​​ທີ່​ຈະປະ​ຕິ​ບັດ “ການ​ບຸກ​ໂຈມ​ຕີ​ນິວ​ເຄຼຍ” ເພື່ອ​ສະ​ກັດ​ກັ້ນ​ບັນ​ດາ​ການ​ນາບ​ຂູ່​ຈາກ ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ສຳ​ພັນ​ທະ​ມິດ.

        ສະ​ພາບ​ການ​ຢູ່​ແ​ຫລມ​ເກົາ​ຫລີ ນັບ​ມື້​ນັບ​ເຄັ່ງ​ຕຶງ ພາຍ​ຫລັງ​ ພຽງ​ຢາງ​ທົດ​ລອງ​ນິ​ວ​ເຄຼຍ ເມື່ອ​ວັນ​ທີ 6/1 ແລະ ການ​ຍິງ​ທົດ​ລອງ​​ລູກ​ສອນ​ໄຟໄລ​ຍະ​​ໄກ​ເມື່ອ​ເດືອນ 2. ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ໄດ້​ມີ​ປະ​ຕິ​ກິ​ລິ​ຍາ​ແຂງ​ກະ​ດ້າງ ຜ່ານ​ການ​ປະ​ກາດ​ໃຊ້ບັນ​ດາ​ຄຳ​ສັ່ງ​ຂວ້ຳ​ບາດ​ຢ່າງ​ແຮງ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ສຳ​ລັບ ສ​ປ​ປ ເກົາ​ຫລີ. ອາ​ເມ​ລິ​ກາ, ສ​ເກົາ​ຫລີ ກໍ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ. ວັນ​ທີ 29/3, ກ່ອນ​ທີ່​ດຳ​ເນີນ ກອງ​ປະ​ຊຸມ​ສຸດຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ, ອາ​ເມ​ລິ​ກາ, ສ​ເກົາ​ຫລີ ແລະ ຍີ່​ປຸ່ນ ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ສຳ​ລັບ​ພຽງ​ຢາງ, ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາມ​ຝ່າຍ​ໃນ​ພາ​ກ​ພື້ນ ແລະ ທົ່ວ​ໂລກ. ການ​ພົ​ວ​ພັນ​ລະ​ຫວ່າງ ສ​ເກົາ​ຫລີ ແລະ ຍີ່​ປຸ່ນ ກ່ອນນີ້ເຄີຍ​ຖືກ​ແຕກ​ແຫງ ຍ້ອນ​ບັນ​ຫາ​ປະ​ຫວັດ​ສາດ. ແຕ່​ໃນ​ສະ​ພາບ​ຖືກ​ນາບ​ຂູ່​ດ້ານ​ນິວ​ເຄຼຍ ຈາກ ສ​ປ​ປ ເກົາ​ຫລີ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ເມື່ອ​ປະ​ເທດນີ້​ປະ​ຕິ​ບັດ​ບັນ​ດາ​ເຫດ​ຍິງ​ລູກ​ສອນ​ໄຟ ແລະ ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 4, ພັດ​ເຮັດ​ໃຫ້​ສອງ​ປະ​ເທດ ຕ້ອງ “ຈັບ​ມື​ກັນ” ພ້ອມ​ກັນ​ຊອກ​ຫາ​ວິ​ທ​ີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ. ແຕ່​ດົນ​ນານ​ມາ​ແລ້ວ, ອາ​ເມ​ລິ​ກາ ຍາ​ມ​ໃດ​ກໍ​ປາດ​ຖະ​ຫນາ ແລະ ສົ່​ງ​ເສີມ​ສອງ​ປະ​ເທດ​ພັນ​ທະ​ມິດ​ທີ່​ໃກ​້​ຊິດ​ສະ​ຫນິດ​ສະ​ຫນົມ​ຂອງ​ຕົນ ຢູ່ ອາ​ຊີ ​ຈົ່ງສາ​ມັກ​ຄ​ີ​ກັນ, ແກ້​​ໄຂ​ຄວາມ​ອາ​ຄາດ ແລະ ຮັດ​ແຫນ້ນ​ການ​ພົວ​ພັນ​ກວ່າ ເພື່ອ​ສ້າງ​ຄວາມ​ໝັ້​ນ​ແກ່ນ​ເພື່ອ​ຮັບ​ມື​ກັບ ສ​ປ​ປ ເກົາ​ຫລີ, ປັບ​ປຸງ​ຍຸດ​ທະ​ສາດ​ຫັນ​ທິດ​ສູ່ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ.

        ຊອກ​ຫາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃຫ້​ແກ່​ບັນ​ຫາ​ຮ້ອນ​ເຮັ່ງ​ຂອງ​ສາ​ກົນ

        ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທະ​ຫານ​ປີນ​ຂັ້ນ​ໄດ​ຢ່າງວ່ອງ​ໄວ​ໃນ​ແຫລມ​ເກົາ​ຫລີ ໃນ​ຫລາຍ​ສັບ​ປະ​ດາມານີ້ ເມື່ອ​ປະ​ທານ ສ​ປ​ປ ເກົາ​ຫລີ Kim Jong Un ໄດ້​ມີ​ການ​ກະ​ທຳ​ດ້ານ​ການ​ທະ​ຫານ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເກາະ​ຜິດ​ຢ່າງ​ລຽນ​ຕິດ. ພາຍ​ຫລັງ​ເຫດ​ທົດ​ລອງ​ນິວ​ເຄຼຍ ແລະ ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ​ຢ່າງ​ລຽນ​ຕິດ​ເມື່ອ​ເດືອນ 1 ແລະ ເດືອນ 2 ຜ່ານ​ມາ, ພຽງ​ຢາງ ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ເຫດ​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ສັ້ນ​ ແລະ ໄລ​ຍະ​ກາງ​ຫລາຍ​ຄັ້ງ. ພ້ອມ​ກັນ​ນັ້ນ ​​ທຸກມື້ ສ​ປ​ປ ເກົາ​ຫລີ ຍັງ​ນາບ​ຂູ່​​ຈະ​ປະ​ຕິ​ບັດ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ນິວ​ເຄຼຍ ເລັ່ງ​ໃສ່ ອາ​ເມ​ລິ​ກາ, ສ​ເກົາ​ຫລີ ກໍ​ຄື​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ເຫດ​ຍິງ​ທົດ​ລອງ​ນິວ​ເຄຼຍ ແລະ ຍິງ​ລູກ​ສອນ​ໄຟ​ໃຫມ່ ເພື່ອ​ເກາະ​ຜິດ​ຄູ່​ແຂ່ງ. ສິ່ງ​ທ້າ​ທາຍ​ຂອງ​ພຽງ​ຢາງ ຖືກ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ສ​ເກົາ​ຫລີ ​ແລະ ພັນ​ທະ​ມິດ ອາ​ເມ​ລິ​ກາ ຄັດ​ຄ້ານ​ຢ່າ​ງ​ແຮງ ແລະ ຂ້ຽວ​ຂາດ. ເຊີ​ອູນ ແລະ ວໍ​ຊິງ​ຕັນ ໄດ້​ຍົກ​ອອກ​ຫລາຍ​ມາດ​ຕະ​ການລົງ​ໂທດ​ຢ່າງ​ແຮງ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ເພື່ອເລັ່ງ​ໃສ່ພຽງ​ຢາງ ພ້ອມ​ທັງ​ນາບ​ຂູ່​ປະ​ເທດນີ້​ດ້ວຍ​ບັນ​ດາ​ການ​ຊ້ອມ​ຮົບ​​ດ້ວຍ​​ຂະ​ຫນາດ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ.

        ການ​ຜັນ​ແປ​ປີ​ນ​ຂັ້ນ​ໄດ​ນັບ​ມື້​ນັບ​ຮ້າຍ​ແຮງດັ່ງ​ກ່າວ ໄດ້​ເຮັດ​ໃຫ້​ປະ​ຊາ​ຄົມ​ສາ​ກົນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ແທ້​ຈິງ ກ່ຽວ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ​ອາດ​ຈະ​ພົ້ນ​ອອກ​ຈາກ​ການ​ຄວບ​ຄຸມ​ໄດ້. ໃນ​ສະ​ພາບ​ນັ້ນ, ໂຄງ​ກາ​ນ​ລູກ​ສອນ​ໄຟ ແລະ ນິວ​ເຄຼຍ ຂອງ ສ​ປ​ປ ເກົາ​ຫລີ ແນ່ນອນ​ວ່າ​ແມ່ນ​ຫົວ​ເລື່ອງ​ທີ່​ຮ້ອນ​ເຮັ່ງ​ຢູ່ກອງ​ປະ​ຊຸມ​ສຸດຍອດກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ຄັ້ງນີ້, ພາຍ​ໃຕ້ບົດ​ບາດ​ເປັນ​ປະ​ທານ​ຂອງ​ອາ​ເມ​ລິ​ກາ. ຫາງ​ສຽງ​ປາດ​ຖະ​ຫນາ​ວ່າ ເຖິງວ່າບໍ່​ທັນ​ແກ່​ດຶງ ສ​ປ​ປ ເກົາ​ຫລີ ກັບ​ຄື​ນ​ໂຕະ​ເຈ​ລະ​ຈາ ກໍ​ຕາມ ແຕ່​ບັນ​ດາ​ຝ່າຍ​ອາດ​ຈະ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັ​ນ​ພ້ອມ​ກ່ຽວ​ກັບ​ວິ​ທີ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶ​ງ​ໃນ​ແຫລມ​ເກົາ​ຫລີ.

ຕອບກັບ

ຂ່າວ/ບົດ​ອື່ນ