ບຣາຊີນ ຕົກເຂົ້າສູ່ວິກິດການດ້ານການເມືອງ ແລະ ການຊຸດໂຊມທາງດ້ານເສດຖະກິດ


(vovworld)- ພາຍ​ຫລັງ​ຖົກ​ຖຽງ​ກັນ​ມາ​ເປັນ​ຫລາຍ​ເທື່ອ, ວັນ​ທີ 11/5, ສະ​ພາ​ສູງ ບ​ຣາ​ຊີນ ​ເລີ່ມ​ດຳ​ເນີນກອງ​ປະ​ຊຸມ​ຄົບ​ຄະ​ນະ​ຢ່າງ​ເປັນ​ທາງ​ການ ເພື່ອ​ປ່ອນ​ບັດ​ ຢຸດ​ຕິ​ການ​ດຳ​ລົງ​ຕຳ​ແຫນ່ງປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດນີ້​ຂອງ ທ່ານນາງ Dilma Rousseff ກ່ຽວ​ຂ້ອງ​ເ​ຖິງ​ເລື່ອງ​ກ່າວ​ຫາ​​ວ່າລະ​ເມີດ​ກົດ​ໝາຍ​ງົບ​ປະ​ມານ​ແຫ່ງ​ຊາດ. ເລື່ອງນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ບ​ຣາ​ຊີນ ພວມ​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ດ້ານ​ການ​ເມືອ​ງ​​ຢ່າງຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ ແລະ ​ໄດ້​ເປັນການ​ກະ​ທົບ​ບໍ່​ແມ່ນ​ນ້ອຍ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ ອາ​ເມ​ລິ​ກາ​ໃຕ້.

ບຣາຊີນ ຕົກເຂົ້າສູ່ວິກິດການດ້ານການເມືອງ ແລະ ການຊຸດໂຊມທາງດ້ານເສດຖະກິດ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ບ​ຣາ​ຊີນDilma Rousseff.
ພ​າບ: AFP

        ກອງ​ປະ​ຊຸມ​ຂອງ​ສະ​ພາ​ສູງ ບ​ຣາ​ຊີນ  ​ເລີ່ມ​ຕົ້ນໃນ​ເວ​ລາ 13 ໂມງ​ຕາມ ເວ​ລາ GMT ຂອງວັນ​ທີ 11/5. ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 81 ຄົນ ໄດ້​ດຳ​ເນີນ​ການ​ປ່ອນ​ບັດ ເພື່ອ​ມີ​ຂໍ້​ຕົກ​ລົງ​ສຸດ​ທ້າຍ​ກ່ຽວ​ກັບ​ການ​ຢຸດ​ຕິ​ຕຳ​ແຫນ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ນາງ Rousseff ແລະ ເລີ່ມ​ຕົ້ນ​ດຳ​ເນີນ​ວິ​ວັດ​ການ ​ພິ​ຈາ​ລະ​ນາ​ໂທດ, ການ​ນຳ​ຜູ​້ນີ້​ພຽງ​ແຕ່​ຕ້ອງ​ການ​ສະ​ມາ​ຊິກ​ສະ​ພາ 41 ຄົນ​ໃນ​ຈຳ​ນວນ 81 ຄົນ​ຮັບ​ຮ​ອງ​ເອົາ​ເລື່ອງ​ດຳ​ເນີນ​ລະ​ບຽບ​ການ​ພິ​ຈາ​ລະ​ນາ​ໂທດ​ເທົ່າ​ນັ້ນ. ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊີນ ຈະ​ຖືກ​ຢຸດ​ຕິ​ບົດ​ບາດ​ເປັນ​ການ​ນຳໃນ​ເວ​ລາ 6 ເດືອນ ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ Michel Temer ຈະ​ຂຶ້ນ​ແທນ​ທີ່ຕຳ​ແຫນ່ງ​ໃນ​ໄລ​ຍະ​ຊົ່ວ​ຄາວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ທານ​ສະ​ພາ​ສູງ Renan Calherios ​ໄດ້ຕີ​ລາ​ຄາ​​ວ່າ ວິ​ວັດ​ການ​​ພິ​ຈາ​ລະ​ນາ​ໂທດ ທ່ານ​ນາງ Rousseff ຈະ​ “ຍາວ​ນານ ແລະ ຫຍຸ້ງ​ຍາກທີ່​ສຸດ​”.

        ກ່ອນນີ້​ເກືອບ 1 ເດືອນ, ວັນ​ທີ 17/4, ສະ​ພາ​ຕ່ຳ ບ​ຣາ​ຊີນ ກ​ໍ​ໄດ້​ປ່ອນ​ບັດ​ຮັບ​ຮອງ​​ເລື່ອງ​ດຳ​ເນີນ​ການ​ພິ​ຈາ​ລະ​ນາ​ໂທດ ​ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ Rousseff ເຖິງວ່າ​ຜູ້​ນຳ​ທ່ານນີ້ ບໍ່​ຖືກ​ສືບ​ສວນ​ສອບ​ສວນ​ຫລືບໍ່​ມີ​ການ​ກ່າວ​ຫາ​ໃດ​ທີ່​ກ່ຽວ​ຂ້ອງ​ເຖິງ ການ​ສໍ້​ລາດ​ບັງ​ຫລວງ.

        ຄັດ​ຄ້ານ​ບັນ​ດາ​ຄຳ​ກ່າວ​ຫາ

        ຕໍ່​ຫນ້າ​ບັນ​ດາຄຳ​ກ່າວ​ຫາລະ​ເມີດ​ກົດ​ໝາຍ​ງົບ​ປະ​ມານ​ແຫ່ງ​ຊາດ, ປະ​ທາ​ນາ​ທິ​ບໍ​ດີ​ບ​ຣາ​ຊີນ ທ່ານນາງ Dilma Rousseff ໄດ້​ກ່າວ​ຫາ​ຮອ​ງ​ ປະ​ທາ​ນາ​ທິ​ບໍ​ດີ​ Michel Temer  ແລະ ອະ​ດີດ​ປະ​ທານ​ສະ​ພາ​ຕ່ຳ Eduardo Cunha ແມ່ນ​ບັນ​ດາ​ຫົວ​ໂປ່​ຂອງ​ກົນ​ອຸ​ບາຍ​ລັດ​ຖະ​ປະ​ຫານ​ທັນ​ສະ​ໄຫມ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ລັດ​ຖະ​ທຳ​ມະ​ນູນ​ຢ່າງ​ຮ້າຍ​ແຮງ. ທ່ານ​ນາງ Rousseff ຖື​ວ່າ ທຸກ​ສິ່ງ​ທຸກ​ຢ່າງ​ພວມ​ດຳ​ເນີນ​ໄປ​ແມ່ນ​ວິ​ວັດ​ການ​ເລືອກ​ຕັ້ງ​ໂດຍ​ທາງ​ອ້ອມ ເຊິ່ງ​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບໍ່​ມີ​ສິດ​ເລືອກ​ເຟັ້ນ.

        ໃນ​ຂະ​ນະ​ນັ້ນ ບັນ​ດາ​ຜູ້​ສະ​ຫນັບ​ສ​ະ​ຫນູນ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊີນ ທ່ານນາງ Dilma Rousseff ໄດ້​ຈູດ​ເຜົາ​ບັນ​ດາ​ຮົ້ວ​ກີດ​ຂວາງ ແລະ ສະ​ກັດ​ກັ້ນ​ບັນ​ດາ​ເສັ້ນ​ທາງໃນ​ທົ່​ວ​ປະ​ເທດ​ເມື່ອ​ວັນ​ທີ 10/5 ເຮັດ​ໃຫ້​ຄົມ​ມະ​ນາ​ຄົມ​ຖືກ​ຕິດ​ຂັດ​ໃນ​ບໍ​ລິ​ເວນກວ້າງ​ຂວາງ​ເພື່ອ​ຄັດ​ຄ້ານ​ເລື່ອງ​ພິ​ຈາ​ລະ​ນາ​ໂທດ ທ່ານ​ນາງ. ຕຳ​ຫລວດ ບ​ຣາ​ຊີນ ໄດ້​ຕັ້ງ​ຮົ້ວ​ກີດ​ຂວາງ​ຕາມ​ສາຍ​ທາງ​ດ່ວນ 14 ສາຍ​ຢູ່ 26 ລັດ​ຂອງ ບ​ຣາ​ຊີນ ແລະ ເມືອງ​ສະ​ຫະ​ລັດ ຊື່ງ​ແມ່ນ​​ແຫ່ງ​ມີ​ນະ​ຄອນ​ຫລວງ ບ​ຣາ​ຊີນ. ຢູ່ Rio de Janeiro, ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​​ຄັດ​ຄ້ານ ການ​ພິ​ຈາ​ລະ​ນາ​ໂທດ ໄດ້​ຮັບ​ການ​ຈັດ​ຕັ້ງ​ຈາກ​ຝ່າຍ​ຊ​້າຍ​ແນວ​ໂຮມ​ຮ່ວມ ບ​ຣາ​ຊີນ. ໃນ​ສານ​ອອກ​ຜ່ານ facebook, ອົງ​ການນີ້​ໄດ້​ຢັ້ງ​ຢືນ​ຈະ​ຕໍ່​ສູ້​ຢູ່​ທຸກ​ແຫ່ງ​ເພື່ອ​ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ອະ​ທິ​ປະ​ໄຕ. ບ​ຣາ​ຊີນຄັດ​ຄ້ານການ​ລັດ​ຖະ​ປະ​ຫານ. ໃນ​ວັນ​ດຽວ​ກັນ, ຫົ​ວ​ຫນ້າ​ໄອ​ຍະ​ການ Eduardo Cardozo ກໍ​ໄດ້​ຮຽກ​ຮ້ອງ​ສານ​ສູງ​ສຸດ ຕ້ອງ​ຍົກ​ເລີກວິ​ວັດ​ການ​ ການ​ພິ​ຈາ​ລະ​ນາ​ໂທດ ປະ​ທາ​ນາ​ທິ​ບໍ​ດີ ດ້ວຍ​ສາຍ​ເຫດ​ເລື່ອງນີ້​ມີ​ລັກ​ສະ​ນະ​ດ້ານ​ການ​ເມືອງ ແລະ ບໍ່​ມີ​ພື້ນ​ຖານ​ດ້ານ​ກົດ​ໝາຍ.

ບຣາຊີນ ຕົກເຂົ້າສູ່ວິກິດການດ້ານການເມືອງ ແລະ ການຊຸດໂຊມທາງດ້ານເສດຖະກິດ - ảnh 2
ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ສະ​ໜັບ​ສະ​ໜູນທ່ານ​ນາງRousseff. (ພາບ: Reuters)

        ໃນ​ຂະ​ນະ​ນັ້ນ ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ຈັດ​ຕັ້ງບັນ​ດາ​ປະ​ເທດປ​ະ​ເທດ ອາ​ຟ​ຼິ​ກາ Luis Almagro ໄດ້​ແຈ້ງວ່າ ຈະ​ມີ​ການ​ທາບ​ທາມ​ດ້ານ​ຕຸ​ລາ​ການ​ກັບ​ສານ​ສິດ​ທິ​ມະ​ນຸດ​ລະ​ຫວ່າງ​ອາ​ເມ​ລິ​ກາ ກ່ຽວ​ກັບ​ວິ​ວັດ​ການ​ ການ​ພິ​ຈາ​ລະ​ນາ​ໂທດ ​ທ່ານ​ນາງ​ປະ​ທາ​ນາ​ທິບ​ໍ​ດີ Rousseff. ທ່ານ​ໄດ້​ຢືນ​ຢັນ​ວ່າ ອົງ​ການ​ດັ່ງ​ກ່າວ​ມີ​ຫນ້າ​ທີ່​ຕິດ​ຕາມ​ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປ​ະ​ໄຕ​ຢູ່​ພາກ​ພື້ນ ພ້ອມ​ທັງ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ຄວາມ​ປອດ​ໄພ​ດ້ານ​ຕຸ​ລາ​ການ​ຂອງ​ ບ​ຣາ​ຊີນ. ຕາມ​ທ່ານ Almagro ແລ້ວ, ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊີນ ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ຕະ​ຫລອດ​ໄລ​ຍະ​ກຳ​ອຳ​ນາດ.

        ຄວາມ​ຫຍຸ້ງ​ຍາກ​ ​ສຳ​ລັບ​ບ​ຣາ​ຊີນ

 ຕາມ​ວົງ​ການ​ນັກ​ສັງ​ເກ​ດ​ການ​ແລ້ວ, ເລື່ອງ​ທ່ານ​ນາງ Dilma Rousseff ສືບ​ຕໍ່​ກຳ​ອຳ​ນາດ​ຫລື​ລາ​ອອກ​ຈາກ​ຕຳ​ແຫນ່ງ ກໍ່​ບໍ່​ສາ​ມາດ​ແກ້​ໄຂບັນ​ດາ​ບັນ​ຫາ​ຍັງ​ຄ​ົງ​ຄ້າງ​ຢູ່ ບ​ຣາ​ຊີນ​​ຢ່າງ​ເຖິງ​ຖອງໄດ້. ຜູ້​ຊ່ຽວ​ຊານ ບ​ຣາ​ຊີນ Brazil Brian Winter ຈາ​ກອ​ງົການ Americas Society and Council of the Americas ຖື​ວ່າ ບໍ່​ມີ​ຜູ້​ໃດ​ຮັບ​ໄຊ​ຊະ​ນະ​ໃນ​ການ​ພິ​ຈາ​ລະ​ນາ​ໂທດ ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Dilma Rousseff, ເພາະ​ວ່າ ສະ​ພາ​ແຫ່ງ​ຊາດ ບ​ຣາ​ຊີນ ກໍ​ບໍໍ່​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ປະ​ຊາ​ຊົນ ເມື່ອ​ໃນ​ຈຳ​ນວນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 594 ຄົນ​ມີ 352 ຄົນ​ຖືກ​ກ່າວ​ຫາ​ມີ​ການ​ກະ​ທຳ​ຜິດ. ປະ​ຈຸ​ບັນ ເສດ​ຖະ​ກິດ ບ​ຣາ​ຊີນ ພວມ​ຖືກ​ຊຸດ​ໂຊມ​ ດ້ວຍ​ລະ​ດັບ​ຂາດດ​ຸ່ນ​ງົບ​ປະ​ມານຂຶ້ນ​ເຖິງ 11% GDP ພ້ອມ​ກັນ​ນັ້ນ ແມ່ນ​ໂລກ​ພະ​ຍາດ Zika ພວມ​ມີ​ຄວາມ​ສ່ຽງ​ຕິດ​ແປດ​ຢູ່​ບັນ​ດາ​ລັດ​ພາກ​ຕາ​ເວັນ​ອອກ​ສຽງ​ເຫນືອ.

        ເພື່ອ​ນຳ​ພາ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ຈາ​ກວິ​ກິດ​ການ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ ປະ​ຈຸ​ບັນ, ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ​ສຳ​ລັບ​ຜູ້​ນຳ​ຂອງ ບ​ຣາ​ຊີນ ນັ້ນ​ແມ່ນ: ປະ​ຕິ​ຮູບ​ລະ​ບົບ​ການ​ເມືອງ, ​ຄວບ​ຄຸມ​ລາຍ​ຈ່າຍ​ຂອງ​ລັດ, ປັບ​ປຸງ​ລະ​ບົບ​ພາ​ສີ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ນີ້​ແມ່ນ​ບັນ​ດາ​ສິ່ງ​ທ້າ​ທາຍຍາກ​ທີ່​​ຈະແກ້​ໄຂ​ໄດ້​ສຳ​ລັບ​ບໍ່​ວ່າ​ນັກ​ການ​ເມືອງ​​ຜູ້ໃດ. ວິ​ກິດ​ການ​ດ້ານ​ການ​ເມືອງ​ປະ​ຈຸ​ບັນ ຢູ່ ບ​ຣາ​ຊີນ ຍິ່ງ​ເຮັດ​ໃຫ້​ເລື່ອງ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ​​ມີຄວາມ​ຫຍຸ້ງ​ຍາກ​ຍິ່ງ​ກວ່າ​ເວ​ລາ​ໃດ​ໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ