ບໍ່ອາດທວງເອົາອະທິປະໄຕຕາມລຳພັງໃຈໄດ້

 (vovworld)- ທາງ 9 ຕອນ(ຫລື​ເອີ້ນ​ວ່າ​​ ເສັ້ນ​ລີ້ນ​ງົວ)ຊື່​ງ ຈີນ​​ແຕ້ມ​ເອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ນັກຮຽນ​ຮູ້, ນັກ​ຄົ້ນ​ຄ້ວາ ຫວຽດນາມ​ ​ແລະ ສາກົນຄັດຄ້ານ​ເທົ່າ​ນັ້ນ ຫາກນັກຮຽນ​ຮູ້​ຈີນ​ກໍ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ອີກ​ດ້ວຍ. ຫວ່າງ​ແລ້ວ​ນີ້, ມີ​ນັກຮຽນ​ຮູ້​ຈີນ​ທ່ານ​ຫນຶ່ງ ດ້ວຍນາມ​ປາກກາ: ຫລີ​ອົວ​ເຖິງ ​ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ​“ທາງ 9 ຕອນ, ຮັກສາ​ໄວ້​ຫລື​ຍົກ​ເລີກ”ຊື່​ງອອກ​ໃນ​ຫນ້າ​ເວັບ​​ໃຫຍ່​ຂອງ ຈີນ, ​ໃນ​ນັ້ນ​ຊີ້​ແຈງ​ລັກສະນະ​ໄຮ້​​ເຫດຜົນ​ຂອງ​ຄຳ​ຮຽກ​ສິດ​ດັ່ງກ່າວ. ບົດ​ຂຽນ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ຍາມ​ໃດຄວາມ​ຈິງກໍ​ໄດ້​ຮັບ​ຄວາມ​ເຄົາລົບ ​ແລະ ຈີນ ບໍ່​ສາມາດ​ຖະ​ແຫລ​ງອະທິປະ​ໄຕ​ສຳລັບ​ສິ່ງ​ທີ່​ຕົນ​ເອງ​ບໍ່​​ເຄີຍມີຕາມ​ລຳພັງ​​​​ໃຈໄດ້.

        ບົດ​ຂຽນ​ຂອງ​ນັກ​ຮຽນ​ຮູ້ ຫລີອົວ​ເຖິງ ຖື​ວ່າ: ​ແຕ່​ດົນ​ນານ​ມາ​ແລ້ວ ທັດສະນະ​ຂອງ​ນັກຮຽນ​ຮູ້​ສາກົນ​ຖື​ວ່າ: ຄວາມ​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບໍ່​ແມ່ນ​ບັນຫາ​ອະທິປະ​ໄຕ​ຂອງ​ບັນດາໝູ່​ເກາະ​ຢູ່ທີ່​ນີ້​​ເທົ່າ​ນັ້ນ ຫາກ​ຕົ້ນຕໍ​ແມ່ນ​ບັນຫາ “​ທາງ 9 ຕອນ”. ນີ້​ຈື່ງແມ່ນສິ່ງ​ທີ່​ຕ້ອງ​ແກ້​ໄຂ​ທຳ​ອິດ​ໃຫ​້​ແກ່​ການ​ແກ້​ໄຂ​ບັນຫາ​ທະ​ເລ​ອອກໂດຍ​ສັນຕິ. ຕາມ​ທ່ານ ຫລີອົວ​ເຖິງ ​ແລ້ວ, ບັນດາ​ປະ​ເທດ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ລ້ວນ​ແຕ່​ມີ​ຂໍ້​ອ້າງ​ອີງ​ຂອງ​ຕົນ​ຢ່າງ​ແນ່ນອນກ່ຽວ​ກັບ​ອະທິ​ປະ​ໄຕ​ບັນດາ​ເກາະ, ​ແຕ່​ມີ​ພຽງ​ຄຳ​ຮຽກ​ສິດ “​ທາງ 9 ຕອນ” ຂອງ​ຈີນ ​​​ແມ່ນບໍ່​ມີ​​ຂໍ້​ອ້າງ​ອີງ​ໃດໆ.ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ​ຈີນ​ກໍ​ເວົ້າ​ເຖິງ ທາງ 9 ຕອນ ​ແຕ່​ທີ່​ຈິງ​ແລ້ວ ທາງ 9 ຕອນ​ນີ້​ແມ່ນ​ຫຍັງ, ຕົວປະ​ເທດ​ນີ້​ເອງ​ກໍ​ບໍ່​ຮູ້​ຢ່າງ​ຈະ​ແຈ້ງ. ລັດຖະບານ​ຈີນ​ເອງ ກໍ​ບໍ່​ມີ​ເອກະສານ​ຕົ້ນ​ສະບັບໃດ​ຖະ​ແຫລ​ງ ຫລື​ນິຍາມ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ ທາງ 9 ຕອນ. ຄວາມ​ຈິງ​ແລ້ວ, ທາງ 9 ຕອນ ​ໄດ້​ຮັບ​ການ​ດັດ​ແກ້​ຢ່າງ​ລຽນຕິດ​​ໃນແຜນ​ທີ່ຂອງ​ຈີ​ນ ຕາມ​ວິທີ​ແຕ້ມຂອງ​ເຂົາ​ເຈົ້າເອງ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ທາງ 9 ຕອນ ບໍ່​ມີ​ທີ່​ຕັ້ງ​ດ້ານ​ກົດໝາຍ​ຢ່າງ​ຈະ​ແຈ້ງ.

ບໍ່ອາດທວງເອົາອະທິປະໄຕຕາມລຳພັງໃຈໄດ້ - ảnh 1
ພາບປະກອບ: internet

        ນີ້​ບໍ່​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່ນັກຮຽນ​ຮູ້​ຈີນ​ອອກສຽງ​ຄັດຄ້ານອັນທີ່​ເອີ້ນ​ວ່າ ທາງ 9 ຕອນ. ບັນດາ​ຂໍ້​ອ້າງ​ຂອງ​ນັກຮຽນ​ຮູ້ ຫລີ​ອົວ​ເຖິງ ​ແມ່ນ​​ຖືກ​ກັບຫລາຍ​ຄຳ​ເຫັນ​ທີ່ປະຕິ​ເສດ ທາງ 9 ຕອນ ກ່ອນ​ນັ້ນ.  ມີ​ບົດ​ຫນັງສືພິມດ້ວຍ​ຫົວ​ເລື່ອງ​ວ່າ: ຄວາມ​ລະ​ເມີ​ເພີ້ຝັນກ່ຽວ​ກັບ​ສົງຄາມ​ທີ່​ຜິດພາດ” ຊື່​ງ​ລົງ​ພິມ​ໃນ​ຫນັງສືພິມ ຂ່າວ​ໂລກ​ຂອງ​ຈີນ ຫວ່າງ​ແລ້ວ​ນີ້ ​ໄດ້​ປະຕິ​ເສດ​ຄຳ​ຮຽກ​ສິດ ທາງ 9 ຕອນ ຂອງ​ຈີນ​ຢ່າງ​ເປີດ​ເຜີຍ ພ້ອມ​ທັງ​ຍົກ​​ຄຳ​ກ່າວ​ເຕືອນ​ທີ່ວ່າ: ບັນດາ​ຜູ້​ທີ່​ສົ່​ງ​ເສີມ​ສົງຄາມ​ພັດ​ມີຈິດ​​ໃຈ​ຂອງ​ຜູ້​ປະລາ​ໄຊ. ນັກຮຽນ​ຮູ້, ນັກ​ວິຈານ​ທີ່​ລື​ຊື່​ຂອງ​ສື່​ເອ​ເລັກ​ໂຕ​ນິກຂອງຮົ່ງກົງ​ປະ​ເທດ​ຈີນ ​ໄດ້​ຍົກ​ໃຫ້​ເຫັນ 5 ບັນຫາ​ທີ່​ພິດ​ພາດ​ຂອງ ທາງ 9 ຕອນ. ທຳ​ອິດ​ແມ່ນ​ເລື່ອງ ຈີນ ພຽງ​ແຕ່​ແຕ້ມ 11 ຕອນ​​ໃນ​ແຜນ​ທີ່​ຫາກ​ບໍ່​​ກຳນົດ​ເສັ້ນ​ຊາຍ​ແດນບົນທະ​ເລ​ກັບ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ ກໍ​ຄື​ບໍ່​ມີ​ການ​ກະທຳ​​​ໃດ​ໆ​ທີ່ຫວັງ​​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ປະຊາ​ຄົມ​ໂລກ. ທີ​ສອງ, ມາ​ຮອດ​ປະຈຸ​ບັນ, ຈີນ ບໍ່​ທັນ​ຢັ້ງຢືນຢ່າງ​ຈະ​ແຈ້ງວ່າ ທາງ 9 ຕອນ ​ແມ່ນ​ເສັ້ນ​ຊາຍ​ແດນ ຫລື​ເສັ້ນ​ຂີດ​ຂັ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ປັກ​ກີ່​ງບໍ່​ຍົກ​ອອກ​ຄຳ​ນິຍາມ​ໃດ ບໍ່​ກຳນົດ​ເສັ້ນ​ນະ​ຫນານ, ​ເສັ້ນ​ແວງ​ໃນ​ທີ່​ຕັ້ງ​ພູມ​ສາດ​ ຫາກ​ພຽງ​ແຕ້ມ​ບັນດາ​ຕອນ​ດັ່ງກ່າວ​ຢູ່​ແຜນ​ທີ່​ຂອງຕົນ​ເທົ່າ​ນັ້ນ. ​ແລະ​ກໍ​ຕາມ​ນັກຮຽນ​ຮູ້​ທ່ານ​ນີ້​ແລ້ວ ຖ້າ​ຫາກ​ປັກ​ກີ່​ງ ຢືນຢັນ ທາງ 9 ຕອນ ​ແມ່ນ​ເສັ້ນ​ຊາຍ​ແດນ​ແຫ່ງ​ຊາດ ​ເປັນ​ຫຍັງ​ໃນ​​ໄລຍະ​ຍາວ​ນັບ​ແຕ່​ເມື່ອ​ປະ​ເທດ​ທ້ອນ​​ໂຮມ​ເປັນ​ເອກະ​ພາບ, ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ​ຕົນຕໍ່ເກາະ​ໃຫຍ່​ນ້ອຍ​ນັບ​ສີ​ບ​ໆແຫ່ງ ​ແຕ່​ບໍ່​ເຫັນ​ຈີນ​​ເຕື້ອງ​ເຖິງ​ບັນຫາ​ນີ້​ໃນ​ການ​ແລກປ່ຽນ​ດ້ານ​ການ​ທູດ​ຄັ້ງ​ຕ່າງໆ. ​ໂດຍ​​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ຂໍ້​ອ້າງ​ອີງ​ດັ່ງກ່າວ, ທ່ານ ຫລີ​ລີງ​ຮົວ ຊື່​ງ​ແມ່ນ​ນັກຮຽນ​ຮູ້​ກ່ຽວ​ກັບ​ທະ​ເລ ​ແລະ ກົດໝາ​ຍວ່າ​ດ້ວຍ​ທະ​ເລ​ ​ເປັນ​ເວລາ​ຫລາຍ​ປີ ​ໄດ້​ສະ​ແດງ​ທັດສະນະ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ: ຈີນ ບໍ່​ອາດຫລີກ​ລ້ຽງ​ຄຳ​ຖາມ​ຂອງ​ສາກົນ​ກ່ຽວ​ກັບ​ລັກສະນະ​ຖືກ​ກັບ​ກົດໝາຍ​ຂອງ ເສັ້ນ 9 ຕອນ ​ແລະ ບໍ່​ມີ​ວິທີ​ໃດ​ນອກ​ເຫນືອ ແມ່ນຕ້ອງ​ປະຕິບັດ​ຕາມ​ກົດໝາຍ​ສາກົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໂດຍ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບົດ​ຂຽນ ທາງ 9 ຕອນ, ຮັກສາ​ໄວ້​ຫລື​ຍົກ​ເລີກ  ຂອງ​ນັກຮຽນ​ຮູ້ ຫລີ​ອົງ​ເຖິງ ຫວ່າງ​ແລ້ວ​ນີ້, ທ່ານ ຫລີ​ລີງ​ຮົວ ​​ໄດ້​ອອກສຽງ​ອີກ​ຄັ້ງ​ຫນຶ່ງ​ໂດຍ​ຮຽກຮ້ອງ​ລັດຖະບານ ຈີນ ຕ້ອງ​ພິຈາລະນາ​ຢ່າງ​ເຂັ້ມ​ງວດ​ຄຳ​ສະ​ເຫ​ນີຂອງ​ທ່ານ​ຫລີ​ອົວ​ເຖິງ ກ່ຽວ​ກັບ​ກາ​ນຍົກ​ເລີກ ທາງ 9 ຕອນ ທີ່​ໄຮ້​ເຫດຜົນ​, ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຄວາ​ມລະ​ເມີ​ເພີ້ຝັນ,ຂາດ​ລັກສະນະ​ດ້ານ​ນິຕິກຳຂອງ​ຄຳ​ຮຽກ​ສິດ​ທວງ​ເອົາ​ອະທິປະ​ໄຕ ທາງ 9 ຕອນ ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ຈີນ​ບໍ່​ສາມ​າດຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ບັນດາ​ຜູ້​ຄົນ​ທີ່​ເຂົ້າ​​ໃຈ​ແຈ້ງ​ກ່ຽວ​ກັບ​ບັນຫາ​ນີ້​ໄດ້. ດ້ວຍ​​ເລື່ອງ​ຖື​ທະ​ເລ​ຕາ​ເວັນ​ອອກ​ແມ່ນ “ອ່າວ​ປະຫວັດສາດ”ຂອງ​ຕົນ, ຈີນ ພວມ​ປາດ​ຖະຫນາ​ຢາກ​ໃຫ້ປະຊາ​ຄົມ​ໂລກ​ຮັບ​ຮູ້​: ທາງ 9 ຕອນ ​ແມ່ນ​ເສັ້ນ​ຊາຍ​ແດນ​ແຫ່ງ​ຊາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ແຕ່​ແນ່ນອນ​ວ່າ ຄວາມ​ຈິງ​ຕ້ອງ​ໄດ້​ຮັບ​ການ​ເຄົາລົບ, ​ເພາະວ່າ ​ໃນ​ໂລກ​​ແຫ່ງ ໂລກາ​ພິວັດນີ້ ​ບັນຫາ​ທີ່​ບໍ່​ມີ​ຂໍ້​ອ້າງ​ອີງ, ບໍ່​ຈະ​ແຈ້ງນັບທັງ​ດ້ານ​ປະຫວັດສາດ​, ​ດ້ານ​ກົດໝາຍ, ກໍຄືພຶດຕິ​ກຳ​ວິທະຍາສາດ​ບໍ່​ສາມາດ​ເຮັດ​ໃຫ້​ຜູ້​ຄົນ​ທັງຫລາຍມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ງາຍ​ດາຍ​ໄດ້.

 

ຕອບກັບ

ຂ່າວ/ບົດ​ອື່ນ